ໃນໂລກທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ ແລະ ຄວາມຜັນຝວນທາງດ້ານເສດຖະກິດ, ມີຫຼາຍຄົນທີ່ເບິ່ງເຫັນວິກິດເປັນພຽງຄວາມຍາກລຳບາກ ແລະ ຄວາມສູນເສຍ, ແຕ່ສຳຫຼັບບາງຄົນ ວິກິດເລົ່ານີ້ບໍ່ໄດ້ເປັນພຽງແຕ່ຈຸດຈົບ ແຕ່ເປັນຈຸດເລີ່ມຕົ້ນຂອງໂອກາດທີ່ໜ້າຕື່ນເຕັ້ນ ນຶ່ງໃນໂອກາດເຫຼົ່ານັ້ນແມ່ນການລົງທຶນໃນຕະຫຼາດ Forex.

 

ໃນຊ່ວງນີ້ ຫຸ້ນໃນຕະຫຼາດໃນບາງປະເທດແມນຢູ່ໃນຊ່ວງຂາລົງ, ມັນເກີດຫຍັງຂື້ນ ເປັນຫຍັງຈຶ່ງລົງແຮງຂະໜາດນີ້? ກໍ່ຄົງເປັນໄປຕາມຫຼັກສັດຈະທຳ ມີຂື້ນ-ມີລົງ ມີເກີດ-ມີດັບ ຕາມວັດທະຈັກຂອງທຳມະຊາດ ແຕ່ກໍ່ຂໍຢ່າລົງຫຼາຍ ຈົນຕ້ອງເກີດອາການ Panic sell ເລີຍ.

ວິກິດທາງດ້ານເສດຖະກິດ: ຄຳຖາມຄືຄຳຕອບ?

ເມື່ອເກີດວິກິດທາງດ້ານເສດຖະກິດ ຫຼາຍທ່ານແມ່ນມັກຕົກຕື່ນ ແລະ ຕັດສິນໃຈໃນການລົງທຶນຢ່າຮີບຮ້ອນ, ໃນຂະນະທີ່ນັກລົງທຶນມືອາຊີບຫຼາຍທ່ານກັບເຫັນວິກິດເປັນເສັ້ນທາງສູ່ການລົງທຶນທີ່ມີຜົນຕອບແທນສູງ ພວກເຂົາເຂົ້າໃຈວ່າຄວາມບໍ່ແນ່ນອນສາມາດນຳມາເຊິ່ງໂອກາດ ໃນການຊື້ຕໍ່າ ແລະ ຂາຍສູງ.

ຈະປ່ຽນວິກິດໃຫ້ເປັນໂອກາດດ້ວຍ Forex ໄດ້ແນວໃດ?

Forex ຫຼື ຕະຫຼາດຊື້ຂາຍສະກຸນເງີນຕາຕ່າປະທດ ເປັນຕະຫຼາດຊື້ຂາຍທີ່ໃຫຍ່ທີ່ສຸດໃນໂລກ ຄວາມບ່ແນ່ນອນທາງດ້ານເສດຖະກິດ ເຮັດໃຫ້ຄ່າເງີນຂອງແຕ່ລະປະເທດມີການຜັນຝວນຢູ່ຕະຫຼອດເວລາ, ເຊິ່ງສ້າງໂອກາດໃກ້ກັບນັກລົງທຶນ ທີ່ມີຄວາມຮູ້ ແລະ ຄວາມເຂົ້າໃຈໃນຕະຫຼາດເຫຼົ່ານີ້.

ໃນວົງການຕະຫຼາດຫຸ້ນ ຜົນກຳໄລທີ່ໄດ້ຈະສຸມໃສ່ໄປທີ່ຕົວເລກບວກ (Uptrend) ເທົ່ານັ້ນ ແຕ່ຕອນນີ້ ຫຸ້ນຂອງບາງປະເທດໂຕເລກກຳລັງຫຼຸດລົງ (Downtrend) ຈິ່ງເຮັດໃຫ້ຫຼາຍໆ ທ່ານແມ່ນວິຕົກກັງວົນ ແລະ ໃຈຫາຍ ຈາກໂຕເລກທີ່ມັນບໍ່ສ້າງສັນນີ້ ແຕ່ໆຢ່າພ້າວຖອດໃຈເທື່ອ ເພາະມີຊ່ອງທາງຂອງການລົງທຶນ ທີ່ສາມາດເຮັດກຳໄລໄດ້ ຈາກຕົວເລກ ບໍ່ວ່າ Nagative ຫຼື Positive ຄືເຮັດກຳໄລໄດ້ທັງຂາຂື້ນ ແລະ ຂາລົງ ນັ້ນກໍ່ຄື Forex ຫຼື ຕະຫຼາດ ອັດຕາແລກປ່ຽນເງີນຕາຕ່າງປະເທດ ເຊິ່ງມີຂໍ້ໄດ້ປຽບຫຼາຍໆຢ່າງທີ່ເປັນສະເໜ່ດິງດູດເຮັດໃຫ້ນັກລົງທຶນຫຼາຍທ່ານ ຍ້າຍສັງກັດ ຫຼື ເພີ່ມອີກຊ່ອງທາງຂອງການລົງທຶນນີ້ເຂົ້າມາ

ຂໍ້ໄດ້ປຽບ Forex ທີ່ຕ່າງຈາກຫຸ້ນ

  • ເທຣດໄດ້ທັງມື້ທັງວັນ ຕະຫຼອດ 24 ໂຊໂມງ;
  • Broker Forex ສ່ວນຫຼາຍແມ່ນຟີຄ່າທຳນຽມໃນຕະຫຼາດການເທຣດ;
  • ສາມາດສົ່ງຄຳສັ່ງເທຣດໄດ້ທັນທີ;
  • ມີໂຕຊ່ວຍ EA ໃນການເທຣດ (ລະບົບອັດຕະໂນມັດ);
  • ສະໝັກງ່າຍ ໂອນເງີນເຂົ້າ-ອອກ ວ່ອງໄວ ໄດ້ຫຼາຍຊ່ອງທາງ;
  • ມີລະບົບ Leverage ຊ່ວຍສ້າງກຳໄລໄດ້ຢ່າງທະວີຄູນ;
  • ສາມາດຫຼື້ນ Shot-Selling ໄດ້;
  • ຕະຫຼາດ Forex ແມ່ນໃຫຍ່ຫຼາຍ ເປັນໂອກາດໃນການສ້າງກຳໄລກັບຈຳນວນມະຫາສານ;
  • ເປີດໂອກາດໃຫ້ກັບນັກລົງທຶນທີ່ມີທຶນໜ້ອຍ (ຂື້ນຢູ່ກັບBroker).

” Anrew J. Krieger ຫື Andy ເທຣດເດີລະດັບຕຳນານ ທີ່ສາມາເຮັດກຳໄລເງີນໄດ້ຈາກການ Short ຄ່າເງີນຕະຫຼາດນີວຊີແລນ ໃນຊ່ວງທີ່ເກີດວິກິດການ Black Monday ຈົນໄດ້ສາຍາວ່າເປັນ ຈອດໂຊຊອດ ຄົນທີ 2 ເພາະການທີ່ເຂົ້າເກັງກຳໄລຄ່າເງີນນິວຊີແລນ. “

ຂໍຂອບໃຈຂໍ້ມູນທີ່ມາຈາກ WikiFX: https://www.wikifx.com/th/newsdetail/202103193194273021.html

ຄວາມຮູ້ຄືກູນແຈສຳຄັນ

ການເຂົ້າໃຈພື້ນຖານຂອງຕະຫຼາດ Forex ຄືສິ່ງສຳຄັນທີ່ສຸດ, ນັກລົງທຶນຄວນມີຄວາມເຂົ້າໃຈໃນປັດໃຈທີ່ມີຜົນຕໍ່ຄ່າເງີນເຊັ່ນ:  ນະໂຍບາຍຂອງທະນາຄານກາງ, ສະຖານະການທາງດ້ານເສດຖະກິດ, ຂ່າວການເມືອງ, ການມີຂໍ້ມູນທີ່ຖືກຕ້ອງ ແລະ ການວິເຄາະທີ່ລະອຽດ ຊ່ວຍໃຫ້ນັກລົງທຶນສາມາດຄາດເດົາທິດທາງຂອງຕະຫຼາດໄດ້ດີຂື້ນ.

ກົນລະຍຸດທີ່ເໜາະສົມ

ການເລືອກຍຸດທະວິທີ ທີ່ເໝາະສົມເປັນອີກນຶ່ງປັດໃຈທີ່ສຳຄັນ, ບາງທ່ານອາດເລືອກການເທຣດໄລຍະສັ້ນ ເພື່ອຫວັງຜົນກຳໄລຈາກການເຄື່ອນຂອງລາຄາໃນໄລຍະເວລາສັ້ນໆ ໃນຂະນະທີ່ບາງທ່ານອາດເລືອກໃຊ້ເຄື່ອງມືຕ່າງໆ ເຊັ່ນ: ຄຳສັ່ງຍຸດການຂາດທຶນ (Stop-loss) ຊ່ວຍຄວາມສຽງຈາກການລົງທຶນ.

ສະຫຼຸບ

ໃນສະຖານະການວິກິດທາງດ້ານເສດຖະກິດ, ຕະຫຼາດ Forex ເປີດໂອກາດໃຫ້ກັບຜູ້ເບິ່ງຫາຄວາມທ້າທາຍ ແລະ ໂອກາດໃນການເຮັດກຳໄລ ດ້ວຍຄວາມຮູ້ທີ່ຖືກຕ້ອງ, ກົນລະຍຸດທີ່ເໝາະສົມ ແລະ ການຈັດການຄວາມສ່ຽງທີ່ດີ, ນັກລົງທຶນສາມາດປ່ຽນວິກິດໃຫ້ເປັນໂອກາດໄດ້ ທີ່ສຳຄັນທີນ່ສຸດຄືການມີວິໃນໃນການລົງທຶນ ແລະ ການຮຽນຮູ້ຢ່າງຕໍ່ເນື່ອງ.

 

 

ແນວໂນ້ມແມ່ນຫຍັງ?

ແນວໂນ້ມແມ່ນ ມີຢູ່ 3 ແບບ  Uptrend, Downtrend, Sideway

ບົດຄວາມ Forex ທີ່ໜ້າສົນໃຈ ໃນຄັ້ງນີ້ Trend ແນວໂນ້ມແມ່ນຫຍັງ? ຫຼື ທິດທາງຂອງການແລ່ນຂອງລາຄາ ເຊິ່ງແບ່ງອອກເປັນ 3 ປະເພດຫຼັກໆຄື: ແນວໂນ້ມຂາຂື້ນ, ແນວໂນ້ມຂາລົງ, ແລະ Sideway (ການແລ່ນຂອງລາຄາທາງດ້ານຂ້າງ) ເຊິ່ງການທີ່ຈະເບິ່ງວ່າ ກຣາບຢູ່ແນວໂນ້ມແບບໃດນັ້ນ ກໍ່ບໍ່ໄດ້ມີຂໍ້ກຳນົດຕາຍໂຕ ສຳຫຼັບການເບິ່ງແນວໂນ້ມ ເທຣດເດີ ບາງທ່ານ ອາດໃຊ້ EMA ເປັນຕົວຊີ້ວັດແນວໂນ້ມ ເທຣດເດີບາງທ່ານກໍ່ອາດຈະໃຊ້ເສັ້ນ Trend Line ໃນການເບິ່ງ ຫຼື ບາງທາງກໍ່ໃຊ້ການເບິ່ງແນວໂນ້ມດ້ວຍການສະວິງ ດັ່ງນັ້ນຈິ່ງບໍ່ສາມາດບອກໄດ້ວ່າ ແບບໃດຖືກ ຫຼື ຜິດ ມາເບິ່ງຕົວຢ່າງແນວໂນ້ມກັນຕໍ່

ເທຣດເດີ Forex ຕ້ອງການເທຣດແນວໂນ້ມ ເພາະການເທຣດຕາມແນວໂນ້ມຈະເຮັດໃຫ້ລາຄາງ່າຍຂື້ນ ຫາກກຣາບເປັນແນວໂນ້ມຂາຂື້ນ ເທຣດເດີ ກໍ່ຈະພາກັນເຂົ້າຊື້ ເພື່ອຕາມເທຣັນຂອງກຣາບ ແຕ່ຖ້າຫາກແນວໂນ້ມຂາລົງ ກໍ່ຈະຂາຍ ບໍ່ຄວນສວນເທັຣນ ຄື່ດັ່ງການລອຍນໍ້ໄປຕາມກະແສການໄຫຼຂອງນໍ້າໄປເລື່ອຍໆ ເຮົາກໍ່ຈະລອຍໄປດ້ວຍຄວາມສະບາຍໃຈ ແລະ ງ່າຍດາຍ ກ່ອນການລອຍຕ້ານນໍ້າໄຫຼ

ແນວໂນ້ມຂາຂື້ນ (Up Trend)

ແນວໂນ້ມຂາຂື້ນ Up Trend ຄືການທີ່ກຣາບແລ່ນຂື້ນດ້ານເທິງ ຫຼື ການປັບລາຄາສູງຂື້ນ ເຊິ່ງການເປັນແນວໂນ້ມຂາຂື້ນນັ້ນ ກໍ່ບໍ່ໄດ້ໝາຍຄວາມວ່າ ກຣາບຈະຕ້ອງແລ່ນຂື້ນໄປຕະຫຼອດທາງ ໂດຍບໍ່ມີການຫຍໍ້ໂຕ ຫຼື ພັກໂຕກັບລົງມາ ສ່ວນຫຼາຍແລ້ວກຣາບໃນ Forex ນັ້ນແມ່ນຈະມີການແລ່ນຂື້ນລົງຢູ່ຕະຫຼອດເວລາ ເຮົາມາເບິ່ງກຣາບຕົວຢ່າງດັ່ງລຸ່ມນີ້:

 

ຈາກພາບຕົວຢ່າງນີ້ເປັນຕົວຢ່າງແນວໂນ້ມຂາຂື້ນ ໂດຍການໃຊ້ຫຼັກການເບິ່ງສະວິງຂອງກຣາບ ຈະເຫັນໄດ້ວ່າກຣາບນັ້ນເຮັດ Swing high ສູງຂື້ນກ່ອນ Swing high ກ່ອນໜ້າເລື້ອຍໆ ແລະ Swing low ກໍ່ຍົກຕົວຂື້ນສູງເລື້ອຍໆ

ຕະຫຼາດແນວໂນ້ມຂາຂື້ນ ເອື້ນວ່າຕະຫຼາດກະທິງ (Bull Market) ສະພາວະຂອງຕະຫຼາດທີ່ເປັນແບບກະທິງ ຄືຄະຫຼາດທີ່ມີເສັ້ນເທັຣນລາຍ (Up Trend) ແບບມີຄວາມຊັນແບບຫຼາຍກ່ວາ 45 ອົງສາ ຫາເສັ້ນມີຄວາມຊັນແບບນີ້ຖືວ່າເປັນ (Bull Marker) ໂດຍປົກກະຕິມັກເອົາ TF ແບບ H1 ຂື້ນໄປມາເປັນຕົວຊີ້ວັດ ແຕ່ຖ້າຫາກໃຊ້ເສັ້ນຕໍ່າກ່ອນນີ້ ຈະຍັງບໍ່ສາມາດບອກໄດ້ວ່າເປັນ Bull Market ໄດ້ແນ່ນອນ 100 ເປັນເຊັນ

ແນວໂນ້ມຂາລົງ (Down Trend)

ແນວໂນ້ມ (Down Trend) ແມ່ນຈະຕົງກັນເຂົ້າກັບແນວໂນ້ມຂາຂື້ນ ແນວໂນ້ມຂາລົງຄືການທີ່ກຣາບນັ້ນປັບໂຕລົງຢ່າງຕໍ່ເນື່ອງ ແລະ ເຊັ່ນດຽວກັນ ການທີ່ຈະເປັນແນວໂນ້ມຂາລົງນັ້ນບໍ່ໄດ້ໝາຍຄວາມວ່າກຣາບຈະຕ້ອງແລ່ນລົງຢາງດຽວ ລະຫວ່າງທີ່ກຣາບລົງນັ້ນກໍ່ຈະອາດມີການພັກໂຕ ເພື່ອເຮັດ Swing high ຕະຫຼອດທາງກໍ່ໄດ້ເຊັ່ນດຽວກັນ

ຈາກຮູບພາບດ້ານເທິງນີ້ເປັນຮູບພາບຕົວຢ່າງທີ່ເປັນແນວໂນ້ມຂາລົງໂດຍການເບິ່ງຈາກສະວິງຂອງລາຄາ ຈະເຫັນໄດ້ວ່າກຣາບນັ້ນຈະເຮັດ Swing low ຕໍ່າລົງມາເລື້ອຍໆ ແລະ Swing high ຂອງກຣາບກໍ່ຈະຕຳລົງເລື້ອຍໆເຊັ່ນດຽວກັນ

ຕະຫຼາດແນວໂນ້ມຂາລົງເອີ້ນວ່າຕະຫຼາດໝີ (Bear Market) ສະພາວະຕະຫຼາດທີ່ເປັນແບບໝີ ຄືຕະຫຼາດທີ່ມີເສັ້ນເທັຣນລາຍ (Down trend) ແບບຊັນລົງມາກວ່າ 45 ອົງສາ ຖ້າຫາກເສັ້ນມີຄວາມຊັນແບບນີ້ຖືວ່າເປັນ Bear Market ໄດ້ແນ່ນອນ 100 ເປີເຊັນ

ແນວໂນ້ມ Sideway

ແນວໂນ້ມ Sideway ຄືການທີ່ ກຣາບແລ່ນອອກດ້ານຂ້າງ ບໍ່ຍອມຂື້ນ ແລະ ບໍ່ຍອມລົງ ເຊິ່ງສ່ວນຫຼາຍແລ້ວກຣາບ Forex ມັກຈະເປັນກຣາບ Sideway ສ່ວນຫຼາຍ ເນື່ອງຈາກການເທຣດ Forex ນັ້ນຄືການເທຣດ ສະກຸນເງີນຂອງປະເທດໃດນຶ່ງ ເຊິ່ງແນ່ນອນວ່າຫາກຄ່າເງີນປະເທດນັ້ນໆ ຫາກແຂງຄ່າຫຼາຍເກີນໄປ ກໍ່ຈະມີຜົນເສຍ ຫຼື ອ່ອນເກີນໄປກໍ່ຈະບໍ່ດີ ຈິ່ງເຮັດໃຫ້ສະກຸນເງີນສ່ວນໃຫຍ່ແລ້ວມັນຈະແລ່ນເປັນ Sideway ສ່ວນຫຼາຍ ເຖິງແມ່ນວ່າກຣາບຈະແລ່ນເປັນຂາຂື້ນ ກໍ່ຈະເຫັນໄດ້ວ່າໃນຄະນະທີ່ຂື້ນນັ້ນ ກໍ່ຈະພັກໂຕລົງມາຢູ່ຕະຫຼອດທາງ ຫຼື ແມ່ນແຕ່ວ່າເປັນຂາລົງກໍ່ຈະມັກພັກໂຕຂື້ນຕະຫຼອດທາງເຊັ່ນດຽວກັນ

ຈາກຮູບພາບດ້ານເທິງນີ້ ເປັນຮູບພາບຕົວຢ່າງທີ່ກຣາບທີ່ເປັນລັກສະນະ Sideway ອອກຂ້າງ ຈະເຫັນໄດ້ວ່າກຣາບນັ້ນຈະເຮັດ Swing high ໃໝ່ສູງເທົ່າໆກັບ Swing high ກ່ອນໜ້າ ອາດຈະມີສູງ ຫຼື ຕໍ່າກ່ວາໜ້ອຍນຶ່ງ ແລະ Swing low ໃໝ່ກໍ່ຈະເທົ່າກັບ Low ກ່ອນໜ້າເຊັ່ນດຽວກັນ

 

ຂໍ້ດີຂອງການເທຣດໃນຊ່ວງເວລາຂ່າວສຳຄັນ ກໍ່ຄືສາມາດທີ່ຈະເຮັດກຳໄລໄດ້ຢ່າງມະຫາສານໄດ້ໃນເວລາອັນສັ້ນ ຫຼື ເວົ້າໄດ້ວ່າພຽງໃນລະເວລາຕັ້ງແຕ່ 1 ນານີ ກໍ່ສາມາດທີ່ຈະສ້າງກຳໄລໄດ້ຢ່າງມະຫາສານໄດ້ແລ້ວ ເພາະໃນຊ່ວງເວລາທີ່ຂ່າວສຳຄັນອອກ ກຣາບລາຄາທີ່ໄດ້ຮັບຜົນກະທົບຈາກຂ່າວສຳຄັນນັ້ນ ຈະເກີດການແລ່ນໄປໃນທິດທາງໃດ ທິດທາງນຶ່ງຢ່າງຮຸນແຮງ ຕົວຢ່າງເຊັ່ນ ໃນວັນສຸກທຳອິດ ຂອງທຸກໆເດືອນຈະມີຂ່າວລາຍງານໂຕເລກການຈ້າງງານນອກພາກເສດຖະກິດ ຂອງສະຫະລັດອາເມລິກາ ຫຼື ທີ່ຮູ້ຈັກກັນໃນຊື່ທີ່ວ່າ ຂ່າວ Non-Farm ເຊິ່ງຈະມີເດືອນລະຄັ້ງ ເຊິ່ງທຸກໆຄັ້ງຕົວເລກລາຍງານຂອງຂ່າວນີ້ອອກມາ ຈະເຮັດໃຫ້ ກຣາບລາຄາທີ່ມີ ຄ່າເງີນ USD ຕິດຢູ່ດ້ວຍນັ້ນແມ່ນຈະມີການສະວິງຂອງໂຕເລກທີ່ສູງ ຖ້າຫ້າສາມາດວິເຄາະໄດ້ວ່າລາຄາຈະໄປໃນທິດທາງໃດ ກໍ່ສາມາດສ້າງກຳໄລໄດ້ຢ່າງມະຫາສານໄດ້ໃນເວລາອັນສັ້ນ.

ຂໍ້ເສຍຂອງການເທຣດໃນຊ່ວງເວລາຂ່າວສຳຄັນ

ສະຫຼຸບ

ການເທຣດ Frorex ໃນຊ່ວງເວລາຂ່າວສຳຄັນອອກນັ້ນ ຖ້າໃຫ້ປຽບທຽບກັນ ກໍ່ຈະສັງເກດໄດ້ວ່າຈະມີຂໍ້ເສຍທີ່ຫຼາຍ ກ່ວາຂໍ້ດີ ເຊິ່ງນັກເທຣດມືອາຊີບສ່ວນຫຼາຍກໍ່ແນາະນຳໃຫ້ ນັກເທຣດໜ້າໃໝ່ ທີ່ຍັງເບິ່ງຕະຫຼາດບໍ່ອອກນັ້ນແມ່ນຫຼືກລ້ຽງການເທຣດ Forex ໃນຊ່ວງເວລາຂ່າວສຳຄັນ ເນື່ອງຈາກການເທຣດ ໃນຊ່ວງເວລານັ້ນເປັນຄືກັບການສ່ຽງດວງ ແຕ່ໃນທາງກັບກັນ ຖ້າຫາກສາມາດທີ່ຈະວິເຄາະຕະຫຼາດໄດ້ຢ່າງແມ້ນຢໍາແລ້ວ  ແລະ ມີ Borker ທີ່ສາມາດເທຣດໃນຊ່ວງເວລາຂ່າວໄດ້ຢ່າວບໍ່ຕິດຂັດ ການເທຣດໃຫ້ໄດ້ກຳໄລຢ່າງມະຫານສານນັ້ນ ກໍ່ຈະບໍ່ແມ່ນເລື່ອງທີ່ຍາກອີກຕໍ່ໄປ ທັງນີ້ກໍ່ຂື້ນຢູ່ກັບເທັກນິກ ການເທຣດຂອງແຕ່ລະທ່ານ ວ່າຮູບແບບການເທຣດແບບໃດ ແລະ ມີຄວາມຊຳນານຫຼາຍໜ້ອຍພຽງໃດ.

 

” ຕະຫຼາດແມ່ນບໍ່ເຄີຍຢຸດພັກ ແລະ ເຮົາເອງກໍ່ບໍ່ຄວນທີ່ຈະຢຸດການຮຽນຮູ້ ”

 

ແຫຼ່ງທີ່ມາ: https://www.thailandtraderclub.com/index.php/topic,570.0.html

ແນວຮັບ ແລະ ແນວຕ້ານ ແມ່ນຫຍັງ?

ແນວຮັບ ແມ່ນຫຍັງ?

ເສັ້ນແນວຮັບແມ່ນ ຈຸດຕຳສຸດ 2-3 ຈຸດຂື້ນໄປ ທີ່ມີໄລຍະສຳຄັນ ຫຼື ມີແຮງ ຊື້-ຂາຍ ຈາກຈຸດນັ້ນ ຫຼື ລາຄາຮຸ້ນນັ້ນ ບໍ່ຜ່ານຈຸດລາຄານີ້ລົງໄປເລີຍ ເຊັ່ນ ແນວຮັບທີ່ 2$ ໝາຍວ່າລາຄາກໍ່ຈະບໍ່ລົງຕຳກ່ວາ 2$ ເຮັດໃຫ້ເຮົາພໍຄາດເດົາໄດ້ວ່າ ເມື່ອເຖິງຈຸດທີ່ລາຄາທີ່ແລ່ນໄປໄກ້ກັບເສັ້ນ 2$ ລາຄາກໍ່ຈະເດັ້ງກັບ ແລະ ຖືກແຮງຊື້ເຂົ້າມານັ້ນເອງ ເຊິ່ງໃນໃຈນັກລົງທຶນ ທຸ່ກທ່ານກໍ່ຈະເຫັນກັນວ່າເປັນລາຄາທີ່ເໜາະສົມໃນການເຂົ້າ ຊື້ນັ້ນເອງ

ແນວຕ້ານ ແມ່ນຍັງ?

ແນວຕ້ານນັ້ນແມ່ນຈະມີຄວາມໝາຍທີ່ກົງກັນກັບແນວຮັບ ຈະເປັນຈຸດທີ່ລາຄາໄປສູງສຸດ ເຊິ່ງການລາກເສັ້ນແນວຕ້ານນັ້ນກໍ່ໃຊ້ຫຼັກການ Tend line ຍອດສູງສຸດ 3 ຍອດມາເປັນໂຕວັດ ເຊັ່ນລາຄາບໍ່ເຄຍເກີນ 10$ ແປວ່າລາຄາຂື້ນມາສູງໃກ້ກັບເສັ້ນ 10$  ທ່ານສາມາດ ເຂົ້າໃຈໄດ້ວາ ນັກລົງທຶນກຳລັງຈະເທຂາຍຮຸ້ນໂຕນັ້ນ ເຊິ່ງຈຸດນັ້ນເປັນໄລຍະສຳຄັນ ທີ່ເອີ້ນວ່າເປັນແນວຕ້ານ

1./ ສາມາດໃຊ້ຫາຈຸດໃນການເປີດສັນຍານ “ຊື້ ” ຫຼື ສັນຍາ ” ຂາຍ ” ໄດ້ຢ່າງງ່າຍໆ ພຽງແຕ່ເບິ່ງວ່າ ລາຄາເຂົ້າໃກ້ສູ່ເສັ້ນແນວຮັບ ແນວຕ້ານ ຫຼາຍໜ້ອຍພຽງໃດເປັນຕົ້ນ ແຕ່ວ່າ ທ່ານ ອາດຈະຕ້ອງໃຊ້ກັບຄູ່ກັນກັບ Indicator ໂຕອື່ນໆອີກ ບໍ່ຄວນໃຊ້ແຕ່ຕົວເລືອກດຽວແລ້ວຈົບເລີຍ

2./ ຊ່ວຍໃຫ້ເບິ່ງເຫັນກອບລາຄາການແລ່ນໄດ້ ຂໍ້ດີອັນຕໍ່ມາຄືຊ່ວຍໃຫ້ເຮົາເບິ່ງເຫັນກອບຂອງລາຄາຂອງການແລ່ນໄປໄດ້ຢ່າງຈະແຈ້ງ ບ່ອນນີ້ເຮົາມັກຈະລາກທັງເສັ້ນແນວຮັບ ແລະ ເສັ້ນແນວຕ້ານຄວບຄູ່ກັນໄປພ້ອມໆກັນນັ້ນເອງ ການຫາ Indicator ມາຊ່ວຍການຫາເສັ້ນແນວຮັບແນວຕ້ານ

ທ່ານສາມາດໃຊ້ Fibonacci ໃນການຫາເສັ້ນແນວຮັບແນວຕ້ານໄດ້ອີກເຊັ່ນດຽວກັນ ແລະ ສາມາດຄາດເດົາ ກອບແນວຮັບແນວຕ້ານ ໄດ້ຢ່າງແມ້ນຢໍາອີກດ້ວຍ

ທ່ານສາມາດໃຊ້ການລາກເສັ້ນ Tend line ໂດຍການກຳນົດຍອດສູງສຸດຂອງລາຄາ 3 ຈຸດແລ້ວລາກເສັ້ນ ຫຼື ຍອດຕໍ່າສຸດຂອງລາຄາ 3 ຈຸດແລ້ວງລາກເສັ້ນ ເພື່ອຫາແນວຮັບແນວຕ້ານ ກໍ່ສາມາດເຮັດໄດ້

Moving Average(MA) ສາມາດນຳມາໃຊ້ປະໂຫຍດໄດ້ຫຼາຍຢ່າງເຊັ່ນ ໃຊ້ເບິ່ງແນວໂນ້ມຂອງລາຄາ ໃຊ້ຫາແນວຮັບແນວຕ້ານ ແລະ ສາມາດໃຊ້ Moving Average(MA) ເປັນສັນຍານໃນການຊື້-ຂາຍ ໄດ້ເຊັ່ນດຽວກັນ

ການເຮັດທຸລະກຳໃນຕະຫຼາດ Forex ເກີດຈາກຂໍ້ກຳນົດການຊື້​-ຂາຍທັນທີ (Spot) ເຊິ່ງໝາຍຄວາມວ່າ ການຊື້-ຂາຍ ເກີດຂື້ນພ້ອມກັບມື້ສົ່ງມອບກັນເປັນສະກຸນເງີນແທ້ ທີ່ຈະເກີດຂື້ນໃນມື້ລັດຖະການຖັດໄປຫຼັງຈາກທີ່ອອກຄຳສັ່ງຊື້-ຂາຍ ໄປແລ້ວ, ເຖິງຢ່າງໃດກໍ່ຕາມໃນ ການຊື້-ຂາຍ ເກັງກຳໄລນັ້ນ ບໍ່ມີຄວາມຈຳເປັນຕ້ອງເຮັດການສົ່ງມອບສະກຸນເງີນແທ້ (ການຊື-ຊາຍ ເກັງກຳໄລເປັນສິ່ງທີ່ທຸກຄົນກຳລັງຈະເລີມ) ການສົ່ງມອບຈະຖືກຍົກເລີກຫາກ ທ່ານ ອອກຄຳສັ່ງຊື້-ຂາຍ ໃນຊ່ວງຂອງໜຶ່ງມື້ລັດຖະການ ໂດຍບໍ່ກໍ່ໃຫ້ເກີດບັນຫາໃດໆ ແຕ່ຫາກ ທ່ານ ເປີດຄຳສັ່ງຊື້-ຂາຍຖີ້ມເອົາໄວ້ຫຼາຍກວ່ານຶ່ງວັນແລ້ວ

“ ສໍາຫຼັບການ Rollver ໃນວັນພຸດ-ວັນພະຫັດ ນັ້ນ Swap ຈະຖືກຫັກ/ເພີ່ມເປັນສາມເທົ່າໂຕ (ສຳຫຼັບວັນພຸດ, ວັນເສົາ ແລະ ວັນອາທິດ) “

Swap ແມ່ນຫຍັງ?

ການເຮັດວຽກຂອງການຕໍ່ອາຍຸສັນຍາ (Rollover) ໃຫ້ກັບຕຳແໜ່ງນັ້ນເອີ້ນວ່າ Swap ຖືກສ້າງຂື້ນເພື່ອວັດຖຸປະສົງຂອງການເປີດຄຳສັ່ງ ຊື້-ຂາຍ ປະເອົາໄວ້ຫຼາຍກ່ວານຶ່ງມື້ ພື້ນຖານການເຮັດວຽກກໍ່ຄື ທ່ານ ຈຳເປັນຕ້ອງ (ປິດ) ຄຳສັ່ງ ຊື້-ຂາຍ ແລະ ເປີດໃໝ່ອີກເທື່ອໃນຂະນະລາຄາປິດ ໃນເວລາດຽວກັນເງີນທຶນ ທີ່ເທົ່າກັບຂະໜາດຂອງ Swap ຈະຖືກຫັກອອກ ຫຼື ເພີ່ມຂື້ນໃນບັນຊີຂອງ ທ່ານ ຂະໜາດຂອງ Swap ຂື້ນຢູ່ກັບ ອັດຕາດອກເບຍຂອງທະນາຄານກາງ ແລະ ປັດໃຈທີ່ປ່ຽນແປງອື່ນໆ ເນື່ອງຈາກທະນາຄານກາງເປັນຜູ້ກຳນົດອັດຕາດອກເບ້ຍ ໃນແຕ່ລະປະເທດ ຈິ່ງນຳໄປສູ່ສະຖານະການ ທີ່ແຕກຕ່າງກັນ ລະຫວ່າງອັດຕາດອກເບ້ຍສະກຸນເງີນທີ່ແຕກຕ່າງກັນ ການຄຳນວນຂອງອັດຕາ Swap ສາມາດເຮັດໄດ້ໃນມຸມມອງທີ່ແຕກຕ່າງກັນ.

ວິທີການຄຳນວນຄ່າ Swap ແລະ ໃຜເປັນຄົນຄຳນວນ.

       ຄ່າສະ Swap ໄດ້ຮັບຄຳນວນອັດຕະໂນມັດ ເມື່ອການຊື້-ຂາຍ ໃນແຕ່ລະມື້ສຳເລັດລົງ ສຳຫຼັບການ Rollover  ຈາກ ວັນພຸດ ໄປເຖິງ ວັນພະຫັດ. ຄ່າ Swap ຈະຖືກຫັກ/ເພີ່ມຂະໜາດເປັນສາມເທົ່າ (ສຳຫຼັບວັນພຸດ, ວັນເສົາ ແລະ ວັນອາທິດ) ໃນ Platfrom ການຊືຂາຍ MetaTrader 4 & 5 ທ່ານ ສາມາດກວດສອບຄ່າ Swap ຂອງ ທ່ານ ທຸກຄູ່ສະກຸນເງີນ, ທອງຄຳ ອື່ນໆ… ໃນປະຈຸບັນໄດ້ (ໃນການກວດສອບອັດຕາຄ່າ Swap ໂດຍການຄີກຂວາ ແລ້ວເລືອກ “Symbols” ໃນ “Market Watch”  ເລືອກຄູ່ສະກຸນເງີນໃນໜ້າຕ່າງທີ່ປະກົດຂື້ນ ແລ້ວຄິກເລືອກປຸ່ມ Properties ອັດຕາຄ່າ Swap ຂອງສະຖານະຊື້ Long ແລະຂາຍ Short ຈະຖືກສະແດງເປັນຈຸດ) ຕົວຢ່າງ ຮູບລູ່ມນີ້ແມ່ນການສວດສອບຄ່າ Swap ຢຸ່ໃນ MT4 ໃນຄອມພິວເຕີ.

 

ສາມາດພົບຂະໜາດຂອງ Swap ໄດ້ໃນ terminal ການຊື້-ຂາຍ ອັດຕາ Swap ຈະຖືກຫັກ/ເພີ່ມ ໃນບັນຊີທົດທອງ ເຊິ່ງເກີດຂື້ນເຊັ່ນດຽວກັນກັບໃນບັນຊີຈິງ ຂອງທ່ານ.

ມາເບິ່ງວິທີການສະຫມັກການຝາກຖອນນຳຜູ້ຝາກເງິນທ້ອງຖິ່ນກັບຕົວແທນຝາກຖອນໃນລາວ ກ່ອນອື່ນຕ້ອງມີບັນຊີເທຣດກ່ອນ ຖ້າບໍ່ມີໃຫ້ເປີດກ່ອນ ຄຣິກໆ >>> ຖ້າຫາກມີແລ້ວແມ່ນເຂົ້າຫນ້າເວບ XM ເຂົ້າໄປທີ່ ລັອກອິນ

  1.  ເຂົ້າໄປທີ່ໜ້າຕ່າງຂອງ Website ຂອງ XM ແລ້ວທຳການກົດທີ່ຊ່ອງ MEMBER LOGIN

 

2. ຂັ້ນຕອນໃສ່ເລກບັນຊີເທຣດ ແລະ ລະຫັດຜ່ານ

 

3. ຫລັງຈາກເຂົ້າຫນ້າພື້ນທີ່ສະມາຊິກແລ້ວ ໄປທີ່ Account ທີ່ຕ້ອງການສະໝັກ > ເພີ່ມເຕີ> ສະໝັກສະມາຊິກກັບຜູ້ຝາກເງີນທ້ອງຖີ່ນ ດັ່ງຮູບພາບລຸ່ມນີ້

 

4. ຈະມີຫນ້າໃຫ້ໃສ່ ຂໍ້ມູນຜູ້ຝາກເງິນໃນລາວ ປະກອບຂໍ້ມູນສຳເລັດແລ້ວແມ່ນໃຫ້ກົດປຸ່ມ ” ສົ່ງ “

 ສຳລັບ LaoFxDaddy ເຮົາແມ່ນ :

XM Account ID : 31005377

Name : Phonepaseuth sirisouk

 

 

5. ຖ້າຫາກໃສ່ເລກຖືກຕ້ອງມັນຈະຂຶ້ນຂໍ້ມູນຂອງຜູ້ຝາກເງິນທ້ອງຖິ່ນ ໃຫ້ກົດຢືນຢັນ

 

 

6. ຫລັງຈາກຢືນຢັນແມ່ນສຳເລັດ ສາມາດໄປທີ່ການຖອນໄດ້

 

” ໝາຍເຫດ : ການສະມັກເຮັດພຽງຄັ້ງດຽວສຳລັບ  MT5 ID ແລະ MT4 ID ກໍ່ສາມາດຝາກຖອນເງິນໄດ້ຕະຫລອດໄປ “

 

ເປີດບັນຊິແທ້ XM                                    ເປີດບັນຊິທົດລອງ XM

 

 

 

ມາເບິ່ງວິທີເປີດບັນຊິເທຣດ XM ເຮົາເຮັດແນວໃດ :

1. ສິ່ງທີ່ຈະຕ້ອງກຽມກ່ອນສະຫມັກມີ :

  • ອີເມວ Email
  • ເບີໂທ (ເບີໂທທີ່ບໍ່ເຄີຍໃຊ້ລົງທະບຽນມາກ່ອນ)
  • Passport ຫຼື ບັດປະຈຳໂຕ ຫຼື ໃບຂັບຂີ່
  • Bank Statement

2. ກຽມພ້ອມເອກະສານຄົບແລ້ວເຂົ້າໄປທີ່ຫນ້າເວບ XM

3. ກົດໄປທີ່ “ເປີດບັນຊີເທຣດ”

 

4. ຕື່ມຂໍ້ມູນສ່ວນບຸກຄົນ

  • ປະເທດທີ່ອາໃສ
  • ອີເມວ
  • ລະຫັດຜ່ານ (ການໃສ່ລະຫັດຜ່ານຄວນມີໂຕພິມໃຫຍ່, ໂຕພິມນ້ອຍ, ສັ້ນຍາລັກ ແລະ ໂຕເລກ) ເພື່ອເຮັດໃຫ້ລະຫັດມີຄວາມປອດໄພສູງ
  • ຢືນຢັນຍອມຮັບ
  • ລົງທະບຽນ

 

5.ຈະປະກົດເຫັນໜ້າຕ່າງຄວນໄປກວດສອບອີເມວຂອງທ່ານ

 

6. ລັອກອິນເຂົ້າໄປອີເມວຂອງທ່ານ ເພື່ອເຮັດການຢືນຢັນທີ່ຢູ່ອີເມວຂອງທ່ານ

 

7. ພາຍຫຼັງຢືນຢັນອີເມວເປັນທີ່ຮຽບຮ້ອຍແລ້ວ ແມ່ນຈະໄດ້ຮັບອີເມວອີກຄັ້ງນຶ່ງ ເປັນອີເມວຍິນດີຕ້ອນຮັບສຳຫຼັບເລີ່ມຕົ້ນໃນການເທຣດຂອງທ່ານ ແລະ ທ່ານສາມາດຄິຣກໄປທີ່ ” ເລີ່ມຕົ້ນໃນການເທຣດ ”

 

8. ໃສ່ອີເມວ, ລະຫັດຜ່ານ ທີ່ທ່ານ ໄດ້ສະມັກມາແຕ່ຂັ້ນຕົ້ນນັ້ນ ແລ້ວທຳການ ລັອກອິນຕາມຂັ້ນຕອນ

 

9. ກົດເຂົ້າໄປທີ່ ຢືນຢັນດຽວນີ້ ” Verify Now ” ເພື່ອປະກອບຂໍ້ມູນເພີ່ມເຕີມສຳຫຼັກເອກະສານຂອງທ່ານ ເພື່ອໃຫ້ສາມາດຢືນຢັນບັນຊີຂອງທ່ານໄດ້

 

10. ປະກອບຂໍ້ມູນໃຫ້ຄົບ ພາຍຫຼັງປະກອບຄົບແລ້ວໃຫ້ໄປກົດທີ່ ປຸ່ມ ” ດຳເນີການຕໍ່ໄປ ”

 

11. ເພີ່ມຂໍ້ມູນລາຍລະອຽດໂປຟາຍຂອງທ່ານໃຫ້ຄົບ ພາຍຫຼັງປະກອບຄົບແລ້ວໃຫ້ໄປກົດປຸ່ມ ” ເພີ່ມຂໍ້ມູນທາງດ້ານການເງີນ ”

 

12. ເພີ່ມຂໍ້ມຸນການລົງທຶນຂອງທ່ານ ກົດທີ່ປຸ່ມ ” ໃຊ້ ”  ຫຼັງຈາກນັ້ນແມ່ນໃຫ້ກົດທີ່ປຸ່ມ ” ດຳເນີການຕໍ່ໄປ”

 

13. ດຳເນີນການອັບໂຫຼດເອກະສານທີ່ໃຊ້ສະໝັກ ໃນທີ່ນີ້ແມ່ນຍົກໂຕຢ່າງເປັນໃບຂັບຂີ່ ” ນຳໃຊ້ຮູບພາບດ້ານໜ້າຂອງໃບຂັບຂີ່ ” ອັບໂຫຼດໃສ່ກ່ອນ ດັ່ງຂັ້ນຕອນຮູບພາບລຸ່ມນີ້

 

14. ສິບຕໍ່ ດຳເນີນການອັບໂຫຼດເອກະສານທີ່ໃຊ້ສະໝັກ ໃນທີ່ນີ້ແມ່ນຍົກໂຕຢ່າງເປັນໃບຂັບຂີ່ ” ນຳໃຊ້ຮູບພາບດ້ານຫຼັງຂອງໃບຂັບຂີ່ ” ພາຍຫຼັງອັບໂຫຼດຂໍ້ມູນຄົບໝົດແລ້ວ ແມ່ນໃຫ້ໄປກົດປຸ່ມ ” ອັບໂຫຼດເອກະສານຂອງທ່ານ ” ຕາມຂັ້ນຕອນດັ່ງຮູບພາບລຸ່ມນີ້

 

15. ສຳເລັດໃນການອັບໂຫຼດເອກະສານ

 

16. ຈະໄດ້ຮັບອີເມວແຈ້ງເຕືອນວ່າທ່ານໄດ້ອັບໂຫຼດເອກະສານສຳເລັດສົມບູນແລ້ວ

 

17. ຫລັງໄດ້ຮອບອີເມວແຈ້ງກ່ຽວກັບການອັບໂຫຼດເອກະສານສຳເລັດສົມບູນແລ້ວ ຂັ້ນຕອນຕໍ່ໄປເອກະສານແມ່ນຈະໄດ້ຮັບການກວດສອບຈາກໂບກເກີ XM ແມ່ນຈະບໍ່ເກີນ 24ຊມ ວ່າເອກະສານຂອງທ່ານແມ່ນ ຜ່ານ ຫລື ບໍ່ຜ່ານ ເຊິ້ງຈະໄດ້ຮັບຂໍ້ຄວາມທາງອີເມວ ອີກຄັ້ງ ” ໃນທີ່ນີ້ແມ່ນເອກະສານແມ່ນໄດ້ຜ່ານການກວດສອບ ແລະ ໄດ້ຮັບການອະນຸມັດຢ່າງສົມບູນ ແລະ ສາມາດເລີ່ມເຮັດການຊື້ຂາຍໄດ້ ແລະ ໃຊ້ງານຟັງຊັ້ນຕ່າງໆ ຂອງບັນຊີໄດ້ແລ້ວໃນຕ້ອນນີ້”

 

18. ພາຍຫຼັງທີ່ໄດ້ຮັບການອະນຸມັດຢັ້ງຢືນຜ່ານເປັນທີ່ສົມບູນເປັນທີ່ຮຽບຮ້ອຍແລ້ວ ໃຫ້ກັບໄປທຳການລອັກອີນເຂົ້າໄປໃນລະບົບຂອງທ່ານຄືເກົ່າ ແລ້ວ ທ່ານ ຈະປະກົດເຫັນລາຍລະອຽດກ່ຽວກັບການໄດ້ຮັບ ໂບນັດ 30$ ຫຼັງຈາກນັ້ນແມ່ນ ໃຫ້ທ່ານ ໄປກົດທີ່ປຸ່ມ      ” ຮັບໂບນັດຂອງທ່ານໃນຕອນນີ້ ”

 

19. ໃສ່ເບີໂທທີ່ເຮົາໃຊ້ສະຫມັກໃນຂັ້ນຕອນທຳອີດ ( ບໍ່ສາມາດໃຊ້ເບີເກົ່າທີ່ເຄີຍກົດຮັບມາຮັບຕື່ມໄດ້ ) ແລ້ວກົດທີ່ປຸ່ມ ” ສົ່ງໂຄຣດ ”

 

20. ໃສ່ໂຄຣດທີ່ສົ່ງມາໃຫ້ໃນ Messages ໃນໂທລະສັບ ( ທາງໂບຣກຈະໂທຫາ ) ພາຍຫຼັງໃສ່ໂຄຣດເປັນທີ່ຮຽບຮ້ອຍແລ້ວ ແມ່ນໃຫ້ທຳການກົດທີ່ປຸ່ມ ” ຢືນຢັນ ”

 

21. ພາຍຫຼັງທີ່ໃສ່າຂໍ້ຄວາມ ແລະ ກົດຢືນຢັນເປັນທີ່ຮຽບຮ້ອຍແລ້ວ  ກໍ່ຈະປະກົດນ້າຕ່າງ ດັ່ງຮຸບພາບລຸ່ມນີ້ “ພຽງເທົ່ານີ້ບັນຊີທ່ານກໍ່ສາມາດໃຊ້ເທຣດໄດ້ ແລະ ເຄື່ອນໄຫວຝາກຖອນໄດ້ແລ້ວ”

 

22. ຂັ້ນຕອນຕໍ່ໄປແມ່ນໃຫ້ ທ່ານ ໄປລັອກອິນເຂົ້າ MT5 ໃນໂທລະສັບ ຫຼື  ໃນຄອມພິວເຕີ ແຕ່ໃນທີ່ນີ້ ໃນການສາທິດແມ່ນ ຈະໄດ້ໄປລັອກອິນຢູ່ທີ່ ໂທລະສັບ, ກ່ອນອື່ນໝົດແມ່ນໃຫ້ໄປ ເປີດແອັບ MT5 ໃນໂທລະສັບ ແລ້ວລອັກອືນໃຫ້ເປັນທີ່ຮຽບຮ້ອຍ ໂດຍໃຊ້ id, Password ແລະ  Server ທີ່ໄດ້ມາເບື້ອງຕັ້ນນັ້ນ.

 

23. ຊ່ອງທາງການ ຝາກ-ຖອນ ສາມາດ ຝາກ-ຖອນ ຜ່ານທະນາຄານລາວເປັນໂດລາໄດ້ເລີຍທີ່ => ຝາກ-ຖອນເງິນ XM

 

ເປີດບັນຊິແທ້ XM                                   ເປີດບັນຊິທົດລອງ XM

 

 

 

ເວລາເທຣດ Forex ມີສິ່ງນຶ່ງ ທີ່ຂ້ອຍ ແລະ ນັກເທຣດ ທົ່ວໄປຄົງຈະມີ ເມື່ອໄດ້ເຮັດການລົງມືເທຣດແລ້ວຄື “ຄວາມຢ້ານ”

 

  • ຢ້ານທີ່ຈະໂດນ Stop Loss (SL)

ເລີຍປິດຂາດທຶນກ່ອນຄິດວ່າຈະໄດ້ຕິດລົບໜ້ອຍໆ ແຕ່ສຸດທ້າຍກັບໄປຕໍ່ອີກທາງ ກາຍເປັນແທນທີ່ຈະກຳໄລ ກັບມາຂາດທຶນເອົາຊື່ໆ!

  • ຢ້ານທີ່ຈະໄປບໍ່ເຖິງ Take Profit (TP)

ເລີຍຈະຕ້ອງປິດກຳໄລກ່ອນ ສຸດທ້າຍມັນທະລຸ TP ໄປເລີຍ ກາຍເປັນຂາຍໝູຕົວໃຫຍ່ໄປເລີຍ.

  • ຢ້ານທີ່ຈະບໍ່ເປັນໄປຕາມແຜນທີ່ວາງໄວ້

ເລີຍບໍ່ກ້າໃສ່ຈຳນວນ Lot ຕາມທີ່ຕັ້ງໃຈໄວ້ ກາຍເປັນວ່າເຮົາໄດ້ກຳໄລໜ້ອຍກ່ອນທີ່ຄວນ ຫຼື ໄລຍະຍາວແລ້ວແມ່ນຍັງຂາດທຶນ.

  • ຢ້ານສິ່ງຕ່າງໆອີກຫຼາຍຢ່າງ

ຂ້ອຍວ່າເລື່ອງຕ່າງໆ ເຫຼົ່ານີ້ພວກເຮົາທຸກຄົນລ້ວນແລ້ວເປັນຄືກັນ ບໍ່ມີໃຜດັອກທີ່ບໍ່ເຄີຍມີຄວາມຮູ້ສຶກໃນເມືອເຂົ້າມາໃນວົງການນີ້ແລ້ວເນາະ

ເຊິ່ງວິທີການແກ້ໄຂນັ້ນແມ່ນຄົງຈະຂື້ນຢູ່ທີ່ຕົວເຮົາເອງ ບໍ່ມີໃຜຊ່ວຍໄດ້ “ມັນຢູ່ທີ່ໃຈ” ຂ້ອຍບໍ່ສາມາດຈະບອກໄດ້ວ່າ “ຢ່າຢ້ານ” ເວລາຈະພິສູດໂຕເອງ ຖ້າເຮົາສະສົມໂຊໂມງບິນທີ່ສູງພໍ, ຢູ່ກັບກຣາບໃຫ້ຫຼາຍພໍ, ຝຶກໃຈໃຫ້ເຂັ້ມແຂງ ແລະ ເຮັດຕາມແຜນ ຂ້ອງເອງ ຄິດວ່າທຸກຄົນແມ່ນເຮັດສຳເລັດໄດ້ເຈົ້າ ຖ້າພວກບໍ່ລົ້ມເລີກໄປເສຍກ່ອນ.

ທີມງານໄດ້ລວບລວມຊ່ອງທາງການຝາກເງິນຂອງໂບຣກເກີ້ XM ໃຫ້ນັກເທຣດລາວໄວ້ທັງໝົດໃນຫນ້ານີ້

ປັດຈຸບັນຈະມີຊ່ອງທາງການຝາກເງິນລຸ່ມນີ້ :

+ ຂັ້ນຕອນວິທີຝາກເງິນທາງທະນາຄານລາວ

1. ເຂົ້າຫນ້າເວບ XM ແລ້ວໄປທີ່ ລັອກອິນ ຖ້າຫາກຍັງບໍ່ມີບັນຊີແມ່ນໄປທີ່ ເປີດບັນຊີ XM

 

2. ຫລັງຈາກເຂົ້າລັອກອິນຈະມີໃຫ້ໃສ່ ເລກບັນຊີ MT5 ຫຼື MT4 ID ແລະ ລະຫັດຜ່ານ

 

3. ໄປທີ່ ຝາກເງິນ

4. ເລືອກການຝາກຜ່ານ Mobile Banking

5. ໃສ່ຂໍ້ມູນການໂອນ *ບັນຊີຮັບເງິນຊື່ຕ້ອງຕົງກັບບັນຊີເທຣດ

(1) ເລືອກທະນາຄານ

(2) ໃສ່ຈຳນວນເງິນກີບ

(3) ໂດລາທີ່ຈະໄດ້ຮັບເຂົ້າບັນຊີເທຣດ

(4) ຕິກຍິນຍອມ ແລະ ກົດຝາກເງິນ

6. ກົດຢືນຢັນການຖອນ

7. ສະແກນຈ່າຍຜ່ານ One Pay ( BCEL )

– ໃສ່ຈຳນວນເງິນໂອນຕາມຈຳນວນ

– ລາຍລະອຽດການໂອນໃສ່ເລກບັນຊີເທຣດເຊັ່ນ “XM340044621”

– ຫລັງຈາກໂອນແລ້ວສາມາດອອກຈາກຫນ້ານີ້ໄດ້ເລີຍ

8. ສຳເລັດການຝາກ ລໍຖ້າເງິນເຂົ້າບັນຊີ ພາຍໃນ 15-30ນາທີ

 

9. ຫລັງຈາກເງິນເຂົ້າ (1)ຈຳນວນເງິນທີ່ໄດ້ຮັບ (2)Credit ໂບນັດເງິນຝາກ

*ໝາຍເຫດ : ຊື່ ນາມສະກຸນ ບັນຊີທະນາຄານ ແລະ ບັນຊີເທຣດຕ້ອງຕົງກັນ*

 

ເປີດບັນຊິແທ້ XM                                    ເປີດບັນຊິທົດລອງ XM

ທີມງານໄດ້ລວບລວມຊ່ອງທາງການຖອນເງິນຂອງໂບຣກເກີ້ XM ໃຫ້ນັກເທຣດລາວໄວ້ທັງໝົດໃນຫນ້ານີ້

ປັດຈຸບັນຈະມີຊ່ອງທາງການຖອນເງິນລຸ່ມນີ້ :

ການຖອນເງິນ XM ຜ່ານທະນາຄານລາວ ເປັນສະກຸນເງິນກີບ ຈະມີວິທີງ່າຍໆ ແລະ ສະດວກສະບາຍ ຕິດຕາມວິທີໄດ້ດ້ານລຸ່ມ :

1. ເຂົ້າຫນ້າເວບ XM ແລ້ວໄປທີ່ ລັອກອິນ ຖ້າຫາກຍັງບໍ່ມີບັນຊີແມ່ນໄປທີ່ ເປີດບັນຊີ XM

 

2. ຫລັງຈາກເຂົ້າລັອກອິນຈະມີໃຫ້ໃສ່ ເລກບັນຊີ MT5 ແລະ MT4 ID ແລະ ລະຫັດຜ່ານ

 

3. ໄປທີ່ການຖອນ (With)

 

4. ເລືອກການຖອນ Online Bank Transfer *ຖ້າຫາກບໍ່ເຫັນການຖອນນີ້ ລູກຄ້າຕ້ອງໄດ້ຝາກເງິນເຂົ້າກ່ອນ ຈຶ່ງຈະຂຶ້ນໃຫ້ເລືອກ

 

5. ໃສ່ຂໍ້ມູນການໂອນ *ບັນຊີຮັບເງິນຊື່ຕ້ອງຕົງກັບບັນຊີເທຣດ

(1) ເລືອກທະນາຄານ

(2) ປ້ອນເລກບັນຊີຮັບເງິນ

(3) ຈຳນວນທີ່ຕ້ອງການຖອນ

(4) ຕິກຍິນຍອມ

(5) ກົດຮ້ອງຂໍ

 

6. ສຳເລັດການຖອນ ລໍຖ້າຮັບເງິນເຂົາບັນຊີ 15-30 ນາທີ ຫລື ບໍ່ເກີນ 1ມື້

*ໝາຍເຫດ : ຊື່ ນາມສະກຸນ ບັນຊີທະນາຄານ ແລະ ບັນຊີເທຣດຕ້ອງຕົງກັນ*

 

ເປີດບັນຊິແທ້ XM                              ເປີດບັນຊິທົດລອງ XM