ເວລາເທຣດ Forex ມີສິ່ງນຶ່ງ ທີ່ຂ້ອຍ ແລະ ນັກເທຣດ ທົ່ວໄປຄົງຈະມີ ເມື່ອໄດ້ເຮັດການລົງມືເທຣດແລ້ວຄື “ຄວາມຢ້ານ”

 

  • ຢ້ານທີ່ຈະໂດນ Stop Loss (SL)

ເລີຍປິດຂາດທຶນກ່ອນຄິດວ່າຈະໄດ້ຕິດລົບໜ້ອຍໆ ແຕ່ສຸດທ້າຍກັບໄປຕໍ່ອີກທາງ ກາຍເປັນແທນທີ່ຈະກຳໄລ ກັບມາຂາດທຶນເອົາຊື່ໆ!

  • ຢ້ານທີ່ຈະໄປບໍ່ເຖິງ Take Profit (TP)

ເລີຍຈະຕ້ອງປິດກຳໄລກ່ອນ ສຸດທ້າຍມັນທະລຸ TP ໄປເລີຍ ກາຍເປັນຂາຍໝູຕົວໃຫຍ່ໄປເລີຍ.

  • ຢ້ານທີ່ຈະບໍ່ເປັນໄປຕາມແຜນທີ່ວາງໄວ້

ເລີຍບໍ່ກ້າໃສ່ຈຳນວນ Lot ຕາມທີ່ຕັ້ງໃຈໄວ້ ກາຍເປັນວ່າເຮົາໄດ້ກຳໄລໜ້ອຍກ່ອນທີ່ຄວນ ຫຼື ໄລຍະຍາວແລ້ວແມ່ນຍັງຂາດທຶນ.

  • ຢ້ານສິ່ງຕ່າງໆອີກຫຼາຍຢ່າງ

ຂ້ອຍວ່າເລື່ອງຕ່າງໆ ເຫຼົ່ານີ້ພວກເຮົາທຸກຄົນລ້ວນແລ້ວເປັນຄືກັນ ບໍ່ມີໃຜດັອກທີ່ບໍ່ເຄີຍມີຄວາມຮູ້ສຶກໃນເມືອເຂົ້າມາໃນວົງການນີ້ແລ້ວເນາະ

ເຊິ່ງວິທີການແກ້ໄຂນັ້ນແມ່ນຄົງຈະຂື້ນຢູ່ທີ່ຕົວເຮົາເອງ ບໍ່ມີໃຜຊ່ວຍໄດ້ “ມັນຢູ່ທີ່ໃຈ” ຂ້ອຍບໍ່ສາມາດຈະບອກໄດ້ວ່າ “ຢ່າຢ້ານ” ເວລາຈະພິສູດໂຕເອງ ຖ້າເຮົາສະສົມໂຊໂມງບິນທີ່ສູງພໍ, ຢູ່ກັບກຣາບໃຫ້ຫຼາຍພໍ, ຝຶກໃຈໃຫ້ເຂັ້ມແຂງ ແລະ ເຮັດຕາມແຜນ ຂ້ອງເອງ ຄິດວ່າທຸກຄົນແມ່ນເຮັດສຳເລັດໄດ້ເຈົ້າ ຖ້າພວກບໍ່ລົ້ມເລີກໄປເສຍກ່ອນ.