ແນວຮັບ ແລະ ແນວຕ້ານ ແມ່ນຫຍັງ?

ແນວຮັບ ແມ່ນຫຍັງ?

ເສັ້ນແນວຮັບແມ່ນ ຈຸດຕຳສຸດ 2-3 ຈຸດຂື້ນໄປ ທີ່ມີໄລຍະສຳຄັນ ຫຼື ມີແຮງ ຊື້-ຂາຍ ຈາກຈຸດນັ້ນ ຫຼື ລາຄາຮຸ້ນນັ້ນ ບໍ່ຜ່ານຈຸດລາຄານີ້ລົງໄປເລີຍ ເຊັ່ນ ແນວຮັບທີ່ 2$ ໝາຍວ່າລາຄາກໍ່ຈະບໍ່ລົງຕຳກ່ວາ 2$ ເຮັດໃຫ້ເຮົາພໍຄາດເດົາໄດ້ວ່າ ເມື່ອເຖິງຈຸດທີ່ລາຄາທີ່ແລ່ນໄປໄກ້ກັບເສັ້ນ 2$ ລາຄາກໍ່ຈະເດັ້ງກັບ ແລະ ຖືກແຮງຊື້ເຂົ້າມານັ້ນເອງ ເຊິ່ງໃນໃຈນັກລົງທຶນ ທຸ່ກທ່ານກໍ່ຈະເຫັນກັນວ່າເປັນລາຄາທີ່ເໜາະສົມໃນການເຂົ້າ ຊື້ນັ້ນເອງ

ແນວຕ້ານ ແມ່ນຍັງ?

ແນວຕ້ານນັ້ນແມ່ນຈະມີຄວາມໝາຍທີ່ກົງກັນກັບແນວຮັບ ຈະເປັນຈຸດທີ່ລາຄາໄປສູງສຸດ ເຊິ່ງການລາກເສັ້ນແນວຕ້ານນັ້ນກໍ່ໃຊ້ຫຼັກການ Tend line ຍອດສູງສຸດ 3 ຍອດມາເປັນໂຕວັດ ເຊັ່ນລາຄາບໍ່ເຄຍເກີນ 10$ ແປວ່າລາຄາຂື້ນມາສູງໃກ້ກັບເສັ້ນ 10$  ທ່ານສາມາດ ເຂົ້າໃຈໄດ້ວາ ນັກລົງທຶນກຳລັງຈະເທຂາຍຮຸ້ນໂຕນັ້ນ ເຊິ່ງຈຸດນັ້ນເປັນໄລຍະສຳຄັນ ທີ່ເອີ້ນວ່າເປັນແນວຕ້ານ

1./ ສາມາດໃຊ້ຫາຈຸດໃນການເປີດສັນຍານ “ຊື້ ” ຫຼື ສັນຍາ ” ຂາຍ ” ໄດ້ຢ່າງງ່າຍໆ ພຽງແຕ່ເບິ່ງວ່າ ລາຄາເຂົ້າໃກ້ສູ່ເສັ້ນແນວຮັບ ແນວຕ້ານ ຫຼາຍໜ້ອຍພຽງໃດເປັນຕົ້ນ ແຕ່ວ່າ ທ່ານ ອາດຈະຕ້ອງໃຊ້ກັບຄູ່ກັນກັບ Indicator ໂຕອື່ນໆອີກ ບໍ່ຄວນໃຊ້ແຕ່ຕົວເລືອກດຽວແລ້ວຈົບເລີຍ

2./ ຊ່ວຍໃຫ້ເບິ່ງເຫັນກອບລາຄາການແລ່ນໄດ້ ຂໍ້ດີອັນຕໍ່ມາຄືຊ່ວຍໃຫ້ເຮົາເບິ່ງເຫັນກອບຂອງລາຄາຂອງການແລ່ນໄປໄດ້ຢ່າງຈະແຈ້ງ ບ່ອນນີ້ເຮົາມັກຈະລາກທັງເສັ້ນແນວຮັບ ແລະ ເສັ້ນແນວຕ້ານຄວບຄູ່ກັນໄປພ້ອມໆກັນນັ້ນເອງ ການຫາ Indicator ມາຊ່ວຍການຫາເສັ້ນແນວຮັບແນວຕ້ານ

ທ່ານສາມາດໃຊ້ Fibonacci ໃນການຫາເສັ້ນແນວຮັບແນວຕ້ານໄດ້ອີກເຊັ່ນດຽວກັນ ແລະ ສາມາດຄາດເດົາ ກອບແນວຮັບແນວຕ້ານ ໄດ້ຢ່າງແມ້ນຢໍາອີກດ້ວຍ

ທ່ານສາມາດໃຊ້ການລາກເສັ້ນ Tend line ໂດຍການກຳນົດຍອດສູງສຸດຂອງລາຄາ 3 ຈຸດແລ້ວລາກເສັ້ນ ຫຼື ຍອດຕໍ່າສຸດຂອງລາຄາ 3 ຈຸດແລ້ວງລາກເສັ້ນ ເພື່ອຫາແນວຮັບແນວຕ້ານ ກໍ່ສາມາດເຮັດໄດ້

Moving Average(MA) ສາມາດນຳມາໃຊ້ປະໂຫຍດໄດ້ຫຼາຍຢ່າງເຊັ່ນ ໃຊ້ເບິ່ງແນວໂນ້ມຂອງລາຄາ ໃຊ້ຫາແນວຮັບແນວຕ້ານ ແລະ ສາມາດໃຊ້ Moving Average(MA) ເປັນສັນຍານໃນການຊື້-ຂາຍ ໄດ້ເຊັ່ນດຽວກັນ