ການເຮັດທຸລະກຳໃນຕະຫຼາດ Forex ເກີດຈາກຂໍ້ກຳນົດການຊື້​-ຂາຍທັນທີ (Spot) ເຊິ່ງໝາຍຄວາມວ່າ ການຊື້-ຂາຍ ເກີດຂື້ນພ້ອມກັບມື້ສົ່ງມອບກັນເປັນສະກຸນເງີນແທ້ ທີ່ຈະເກີດຂື້ນໃນມື້ລັດຖະການຖັດໄປຫຼັງຈາກທີ່ອອກຄຳສັ່ງຊື້-ຂາຍ ໄປແລ້ວ, ເຖິງຢ່າງໃດກໍ່ຕາມໃນ ການຊື້-ຂາຍ ເກັງກຳໄລນັ້ນ ບໍ່ມີຄວາມຈຳເປັນຕ້ອງເຮັດການສົ່ງມອບສະກຸນເງີນແທ້ (ການຊື-ຊາຍ ເກັງກຳໄລເປັນສິ່ງທີ່ທຸກຄົນກຳລັງຈະເລີມ) ການສົ່ງມອບຈະຖືກຍົກເລີກຫາກ ທ່ານ ອອກຄຳສັ່ງຊື້-ຂາຍ ໃນຊ່ວງຂອງໜຶ່ງມື້ລັດຖະການ ໂດຍບໍ່ກໍ່ໃຫ້ເກີດບັນຫາໃດໆ ແຕ່ຫາກ ທ່ານ ເປີດຄຳສັ່ງຊື້-ຂາຍຖີ້ມເອົາໄວ້ຫຼາຍກວ່ານຶ່ງວັນແລ້ວ

“ ສໍາຫຼັບການ Rollver ໃນວັນພຸດ-ວັນພະຫັດ ນັ້ນ Swap ຈະຖືກຫັກ/ເພີ່ມເປັນສາມເທົ່າໂຕ (ສຳຫຼັບວັນພຸດ, ວັນເສົາ ແລະ ວັນອາທິດ) “

Swap ແມ່ນຫຍັງ?

ການເຮັດວຽກຂອງການຕໍ່ອາຍຸສັນຍາ (Rollover) ໃຫ້ກັບຕຳແໜ່ງນັ້ນເອີ້ນວ່າ Swap ຖືກສ້າງຂື້ນເພື່ອວັດຖຸປະສົງຂອງການເປີດຄຳສັ່ງ ຊື້-ຂາຍ ປະເອົາໄວ້ຫຼາຍກ່ວານຶ່ງມື້ ພື້ນຖານການເຮັດວຽກກໍ່ຄື ທ່ານ ຈຳເປັນຕ້ອງ (ປິດ) ຄຳສັ່ງ ຊື້-ຂາຍ ແລະ ເປີດໃໝ່ອີກເທື່ອໃນຂະນະລາຄາປິດ ໃນເວລາດຽວກັນເງີນທຶນ ທີ່ເທົ່າກັບຂະໜາດຂອງ Swap ຈະຖືກຫັກອອກ ຫຼື ເພີ່ມຂື້ນໃນບັນຊີຂອງ ທ່ານ ຂະໜາດຂອງ Swap ຂື້ນຢູ່ກັບ ອັດຕາດອກເບຍຂອງທະນາຄານກາງ ແລະ ປັດໃຈທີ່ປ່ຽນແປງອື່ນໆ ເນື່ອງຈາກທະນາຄານກາງເປັນຜູ້ກຳນົດອັດຕາດອກເບ້ຍ ໃນແຕ່ລະປະເທດ ຈິ່ງນຳໄປສູ່ສະຖານະການ ທີ່ແຕກຕ່າງກັນ ລະຫວ່າງອັດຕາດອກເບ້ຍສະກຸນເງີນທີ່ແຕກຕ່າງກັນ ການຄຳນວນຂອງອັດຕາ Swap ສາມາດເຮັດໄດ້ໃນມຸມມອງທີ່ແຕກຕ່າງກັນ.

ວິທີການຄຳນວນຄ່າ Swap ແລະ ໃຜເປັນຄົນຄຳນວນ.

       ຄ່າສະ Swap ໄດ້ຮັບຄຳນວນອັດຕະໂນມັດ ເມື່ອການຊື້-ຂາຍ ໃນແຕ່ລະມື້ສຳເລັດລົງ ສຳຫຼັບການ Rollover  ຈາກ ວັນພຸດ ໄປເຖິງ ວັນພະຫັດ. ຄ່າ Swap ຈະຖືກຫັກ/ເພີ່ມຂະໜາດເປັນສາມເທົ່າ (ສຳຫຼັບວັນພຸດ, ວັນເສົາ ແລະ ວັນອາທິດ) ໃນ Platfrom ການຊືຂາຍ MetaTrader 4 & 5 ທ່ານ ສາມາດກວດສອບຄ່າ Swap ຂອງ ທ່ານ ທຸກຄູ່ສະກຸນເງີນ, ທອງຄຳ ອື່ນໆ… ໃນປະຈຸບັນໄດ້ (ໃນການກວດສອບອັດຕາຄ່າ Swap ໂດຍການຄີກຂວາ ແລ້ວເລືອກ “Symbols” ໃນ “Market Watch”  ເລືອກຄູ່ສະກຸນເງີນໃນໜ້າຕ່າງທີ່ປະກົດຂື້ນ ແລ້ວຄິກເລືອກປຸ່ມ Properties ອັດຕາຄ່າ Swap ຂອງສະຖານະຊື້ Long ແລະຂາຍ Short ຈະຖືກສະແດງເປັນຈຸດ) ຕົວຢ່າງ ຮູບລູ່ມນີ້ແມ່ນການສວດສອບຄ່າ Swap ຢຸ່ໃນ MT4 ໃນຄອມພິວເຕີ.

 

ສາມາດພົບຂະໜາດຂອງ Swap ໄດ້ໃນ terminal ການຊື້-ຂາຍ ອັດຕາ Swap ຈະຖືກຫັກ/ເພີ່ມ ໃນບັນຊີທົດທອງ ເຊິ່ງເກີດຂື້ນເຊັ່ນດຽວກັນກັບໃນບັນຊີຈິງ ຂອງທ່ານ.