ການເທຣດ Forex ເປັນຕະຫຼາດທີ່ມີຄວາມຜັນຝວນ ແລະ ມີຄວາມຊັບຊ້ອນສູງ ເຊິ່ງອາດເຮັດໃຫ້ເກີດຄວາມທ້າທາຍສຳຫຼັບນັກເທຣດມືໃໝ່ໄດ້ຢ່າງຫຼາຍ ເພື່ອເພີ່ມໂອກາດໃນການປະສົບຄວາມສຳເລັດຈຳເປັນຢ່າງຍິ່ງທີ່ນັກເທຣດມືໃໝ່ຕ້ອງລະມັດລະວັງຂໍ້ຜິດພາດທົ່ວໄປທີ່ອາດສົ່ງຜົນເສຍຕໍ່ຜົນການເທຣດຂອງເຮົາ ຕໍ່ໄປນີ້ຄືຂໍ້ຜິດພາດ 10 ຂໍ້ຜິດພາດທີ່ເຮົາຄວນຫຼີກລ້ຽງດັ່ງລຸ່ມນີ້:

  1. ບໍ່ມີແຜນການເທຣດ: ການເທຣດ Forex ໂດຍປາສະຈາກເທັກນິກທີ່ແນ່ນອນອາດນຳໄປສູ່ການຕັດສິນໃຈ ທີ່ບໍ່ດີ ແລະ ຂາດວິໄນ ດຳເນີນເຮັດແຜນການເທຣດແບບມີເປົ້າໝາຍ ທັກນິການເຂົ້າ ແລະ ອອກ ແລະ ລະບົບການຈັດການຄວາມສ່ຽງ
  2. ເທຣດດ້ວຍເງີນຫຼາຍເກີນໄປ: ການໃຊ້ເລເວີເຣດ ສູງເກີນໄປອາດຈະຂະຫຍາຍທັງຜົນກຳໄລ ແລະ ຜົນຂາດທຶນ ຂອງ ທ່ານ ຢ່າງຫຼາຍ ຈຳກັດຄວາມສ່ຽງຂອງທ່ານໂດຍເທຣດດ້ວຍຂະໜາດຕຳແໜ່ງທີ່ເໝາະສົມ
  3. ໄລ່ລາຄາ: ການໄລ່ລາຄາໝາຍເຖິງ ການເຂົ້າຊື້ ຫຼື ຂາຍຫຼັງຈາກລາຄາເຄື່ອນໄຫວໄປໃນທິດທາງນັ້ນຢ່າງມີໄລຍະສຳຄັນ ເຊິ່ງອາດນຳໄປສູ່ການສູນເສຍຫາກລາຄາປ່ຽນທິດທາງ
  4. ບໍ່ຕັດຂາດທຶນ: ເມື່ອການເທຣດເຄື່ອນໄຫວສວນທາງ ທ່ານ ຢ່າຊ້ານທີ່ຈະຕັດຂາດທຶນ ແລະ ປົກປ້ອງທຶນຂອງທ່ານດ້ວຍການຕັ້ງ ຄ່າຄຳສັ່ງ Stop-Loss ສາມາດຊ່ວຍໃຫ້ ທ່ານ ກຳຈັດຄວາມສ່ຽງຫາຍໄດ້
  5. ແກ້ແຄ້ນເທຣດ: ການເທຣດດ້ວຍອາລົມຫຼັງຈາກສູນເສຍອາດນຳໄປສູ່ການຕັດສິນໃຈທີ່ຜິດພາດ ເຮັດໃຫ້ການສູນເສຍເງີນຫຼາຍຂື້ນ
  6. ບໍ່ບໍລິຫານຄວາມສ່ຽງຢ່າງຖືກຕ້ອງ: ການຈັດການຄວາມສ່ຽງເປັນແງ່ມຸມສຳຄັນຂອງການເທຣດ Forex ໃຊ້ເຄື່ອງມືຕ່າງໆເຊັ່ນ: Stop-Loss ແລະ ການບໍລິຫານເງີນເພື່ອກຳຈັດຄວາມສ່ຽງ
  7. ບໍ່ຮຽນຮູ້ຈາກຄວາມຜິດພາດ: ການວິເຄາະ ການເທຣດທີ່ຜ່ານມາຂອງທ່ານສາມາດຊ່ວຍລະບຸຂໍ້ຜິດພາດ ແລະ ປັບປຸງເທັກນິການເທຣດໃນອານາຄົດໄດ້
  8. ບໍ່ຕິດຕາມຂ່າວສານ ແລະ ເຫດການປະຈຸບັນ: ປັດໃຈມະຫາພາກເຊັ່ນ: ຂ່າວເສດຖະກິດ ແລະ ກິດຈະກຳທາງດ້ານການເມືອງສາມາດສົ່ງຜົນກະທົບຢ່າງຫຼາຍຕໍ່ຕະຫຼາດ Forex ຈິ່ງເປັນສິ່ງສຳຄັນທີ່ຈະຕ້ອງຕິດຕາມຂ່າວສານຫຼ້າສຸດ
  9. ເພິ່ງພາແຕ່ສັນຍານຈາກອິນດີເຄເຕີເທົ່ານັ້ນ: ໃນຂະນະທີ່ອິນດີເຄເຕີທາງເທັກນິກອາດເປັນປະໂຫຍດ ແຕ່ບໍ່ຄວນເພິ່ງພາອິນດີເຄເຕີເລົ່ານີ້ພຽງຢ່າງດຽວ ຄວນໃຊ້ການວິເຄາະຫຼາຍຮູບແບບເພື່ອຢືນຢັນສັນຍານ
  10. ເທຣດໂດຍປາສະຈາກຄວາມອົດທົນ: ການເທຣດ Forex ຕ້ອງໃຊ້ຄວາມອົດທົນ ແລະ ວິໄນ ຢ່າພະຍາຍາມເຮັດກຳໄລແບບວ່ອງໄວເກີນໄປ ຈົ່ງຮຽນຮູ້ຊື້-ຂາຍ ຢ່າງມີເທັກນິກ ແລະ ອົດທົນລໍຄອຍໂອກາດທີ່ເໝາະສົມ

ໂດຍການຫຼີກລ້ຽງຂໍ້ຜິດພາດທົ່ວໄປເຫຼົ່ານີ້ນັກເທຣດ Forex ມືໃໝ່ອາດຈະເພີ່ມໂອກາດໃນການປະສົບຄວາມສຳເລັດໃນຕະຫຼາດທີ່ມີຄວາມຜັນຝວນໃນຕະຫຼາດນີ້ໄດ້ ເຖິງຢ່າງໃດກໍ່ຕາມເປັນສິ່ງສຳຄັນທີ່ຈະຕ້ອງຈືໄວ້ວ່າການເທຣດ Forex ຍັງມີຄວາມສ່ຽງຈິ່ງເທຣດດ້ວຍເງີນທີ່ເຮົາສາມາດເສຍມັນໄດ້.