ຕະຫຼາດ Forex ຖ້າໂລບເງິນຫມົດແນ່ນອນ ! ຫຼື ເສຍ Forex ແທ້ ຕະຫຼາດ Forex ຄືຕະຫຼາດການຄ້າການລົງທຶນທີ່ມີມູນຄ່າໃນຕະຫລາດຫຼາຍທີ່ສຸດ ແລະ ເປັນຕະຫຼາດທີ່ນ່າລົງທຶນ ນ່າສົນໃຈຫຼາຍທີ່ສຸດ ສຳຫຼັບນັກລົງທຶນນັກເກງກຳໄລ ທັ້ງລາວ ແລະ ຊາວຕ່າງຊາດຕ່າງສົນໃຈທີ່ຈະເຂົ້າມາລົງທຶນກັນທັ້ງນັ້ນ ແຕ່ຈະມີຈັກຄົນທີ່ລົງທຶນແລ້ວເຫັນຜົນ ແລະ ສາມາດທີ່ຈະຢູ່ໃນຕະຫຼາດນີ້ໄດ້ຢ່າງຍາວນານ ມັນມີບໍ່ຫຼາຍຄົນເພາະວ່າຍ້ອນຫຍັງ? ກໍ່ເພາະວ່າບໍ່ສາມາດທີ່ຈະເອົາຊະນະຄວາມໂລບຂອງຕົນເອງໄດ້ຫຼາຍກວ່າ ສຸດທ້າຍກໍ່ຢູ່ໃນຕະຫຼາດ Forex ໄດ້ບໍ່ດົນເພາະວ່າອາລົມເລື່ອງຂອງຄວມໂລບເປັນສາເຫດນັ້ນເອງ.

ຕະຫຼາດ Forex ຖ້າໂລບເງິນຫມົດແນ່ນອນ !!!!

ນອກຈາກຄວາມໂລບແລ້ວຄວາມຄຽດໃນການເທຣດ Forex ກໍ່ເປັນອີກສາເຫດຫນື່ງທີ່ເຮັດໃຫ້ຫຼາຍຄົນລົ້ມເຫລວໃນຕະຫຼາດ Forex ເຮັດໃຫ້ຖືກ Forex ປຸ້ນເງິນໄປຫຼາຍຕໍ່ຫຼາຍເທື່ອ ເພາະວ່າບາງຄົນຄຽດຫຼາຍໃນການເທຣດ ນັ່ງເຝົ້າຫນ້າຈໍທັ້ງມື້ທັ້ງຄືນ ບາງຄົນລົງເງິນແທ້ໄປຫຼາຍໂດລາ ບາງຄົນຝັນຫວານສ້າງວິມານວ່າ ຈະໄດ້ລາຍໄດ້ໂດຍບໍ່ຕ້ອງເຮັດວຽກ ຫຼື ວ່າໄດ້ລາຍໄດ້ຈາກການເທຣດ Forex ແບບຈະເຮັດໃຫ້ຕົນເອງມີເງິນເປັນກ້ອນເປັນກຳ ຊຶ່ງມັນເປັນໄປບໍ່ໄດ້ ຕະຫຼາດມັນຈະມີທັງຂຶ້ນ ແລະ ລົງ ແລ້ວຈະມີບ່ອນໃດທີ່ຈະເທຣດແລ້ວໄດ້ກຳໄລຕະຫຼອດເວລາ ດັ່ງນັ້ນກ່ອນທີ່ໃຜຕໍ່ໃຜຫຼາຍໆຄົນຈະສະຕິຫຼຸດໄປ ດັ່ງນັ້ນຕ້ອງມາລອງເຮັດຄວາມເຂົ້າໃຈ Forex ກັນໃຫມ່ວ່າມັນເປັນແບບໃດແລ້ວຈະເທຣດແບບໃດ ຈຶ່ງຈະໄດ້ເງິນໄລຍະຍາວ ແລະ ບໍ່ໄດ້ລວຍບາດດຽວ ມັນສະສົມກັນໄປເລື່ອຍໆຫຼາຍກວ່າ ດັ່ງນັ້ນການເທຣດ ແລະ ຫວັງລວຍໃນຄັ້ງດຽວມັນຈື່ງບໍ່ມີເລີຍ

ຫາກບໍ່ຢາກທີ່ຈະເປັນຄົນຂາດທຶນ ແລະ ບໍ່ປ່ອຍໃຫ້ຄວາມໂລບເຂົ້າມາຄວບຄຸມໃນການເທຣດນັ້ນຕອງເຮັດຕາມຂັ້ນຕອນນີ້ຄື:

*ຕ້ອງຍອມຮັບຂໍ້ຜິດພາດໃນການເທຣດຂອງຕົນເອງໃຫ້ໄດ້ຕ້ອງ Stop Loss ໃຫ້ເປັນຕັດສິນໃຈໃຫ້ໄວ ບໍ່ແມ່ນເມື່ອເສຍແລ້ວຈະເອົາຄືນສຸດທ້າຍ ເມື່ອຈະເອົາຊະນະ ສຸດທ້າຍມັນກໍ່ຫມົດໂຕກໍ່ມີ ດັ່ງນັ້ນໃນເລື່ອງຂອງການກຳນົດຂອບເຂດເອົາໄວ້ວ່າການລົງທຶນຄັ້ງນີ້ຂອງເຮົາຈະລົງທຶນເທົ່າໃດ ຫາກໄດ້ກຳໄລຈະໄດ້ເທົ່າໃດ ແລະ ຫາກຂາດທຶນຈະຂາດທຶນເທົ່າໃດ ຈະຊ່ວຍໃຫ້ເຮົາວາງແຜນ ແລະ ສາມາດທີ່ຈະຍອມຮັບການຕັດສິນໃຈຜິດພາດ ດັ່ງນັ້ນເທັກນິກໃນການທີ່ຈະຟ້າວ Stop Loss ໃນອໍເດີ້ທີ່ເຈົ້າເຂົ້າພາດ ຈະເຮັດໃຫ້ບໍ່ຕ້ອງເສຍເວລາຖ້າໃຫ້ກຣາບສະວິ້ງກັບມາ ແລະ ມີໂອກາດເຮັດກຳໄລໃຫມ່ໄດ້ດີກວ່າການລໍຖ້າໃຫ້ກຣາບລາຄາສະວິ້ງກັບມາຊຶ່ງອາດຈະເຮັດໃຫ້ພ໊ອດລົງທຶນເສຍຫາຍໜັກ ຫາກຍິ່ງລໍຖ້າໄປດົນ ເທັກນິກນີ້ຈື່ງສຳຄັນຫຼາຍ.

*ຕ້ອງຮູ້ຈັກຢຸດເມື່ອຮູ້ຕົວເອງແລ້ວວ່າເທຣດຂາດທຶນ ແນ່ນອນວ່າການເທຣດບໍ່ມີດອກທີ່ຈະເທຣດຊະນະທຸກຄົນ ຕະຫຼາດມັນມີຄວາມຜັນຜວນມີຂຶ້ນມີລົງ ຂະຫນາດເທຣດເດີມືອາຊີບຍັງເທຣດຜິດກັນຫຼາຍຄັ້ງ ດັ່ງນັ້ນທຸກຄົນມີໂອກາດຂາດທຶນ ເຮັດໃຫ້ເກີດຄວາມຮູ້ສຶກດ້ານລົບ ແລະ ທໍ້ແທ້ໃຈ ດັ່ງນັ້ນເມື່ອຮູ້ຕົນເອງແພ້ແລ້ວກໍ່ຄວນອອກຈາກເກມຄືປິດຄອມພິວເຕີ ປິດກຣາບ ເພື່ອໃຫ້ຜ່ອນຄາຍຢຸດເທຣດ ພັກຜ່ອນໄປຫາຍັງເຮັດໃຫ້ຜ່ອນຄາຍສະຫມອງ ບໍ່ເຕີມເງິນເຂົ້າໄປລົງທຶນອີກເພາະອາລົມຄວາມຄຽດຍັງມີຢູ່ ເຮັດໃຫ້ສ່ຽງຕໍ່ການຂາດທຶນໄດ້ ຄວນຢຸດພັກໃນການເທຣດໄລຍະຫນື່ງເພື່ອທີ່ຈະສະຫງົບສະຕິອາລົມແລ້ວທົບທວນເຖິງຂໍ້ຜິດພາດພ້ອມກັບບັນທຶກໄວ້ເພື່ອເປັນບົດຮຽນ.

*ເມື່ອເທຣດຜິດພາດຫຼາຍກວ່າ 3 ຄັ້ງຄວນທີ່ຈະປິດພອດແທ້ ແລ້ວໄປເທຣດໃນບັນຊີເດໂມໃຫ້ຊ່ຽວຊານກ່ອນຄ່ອຍກັບມາເທຣດໃຫມ່ຈະໄດ້ຜົນງານທີ່ດີກວ່າເກົ່າ

*ຝຶກຄວບຄຸມຈິດໃຈບໍ່ໃຫ້ໂລບໄດ້ຕາມເປົ້າໝາຍແລ້ວຕ້ອງຢຸດ ແລະ ບໍ່ຄວນເທຣດໄປເລື່ອຍໆເທົ່າກັບວ່າບໍ່ສາມາດທີ່ຈະຄອບຄຸມອາລົມໃນການເທຣດໄດ້ແມ້ວ່າໃນມື້ນັ້ນຈະເທຣດໄດ້ກຳໄລກໍ່ຕາມ

*ຝຶກຝົນໃນເລື່ອງຂອງຈິດຕະວິທະຍາເທຣດໃຫ້ດີ ແລະ ໃຊ້ເທັກນິກການບໍລິຫານເງິນເຂົ້າຊ່ວຍ

*ບໍ່ມີສູດສຳເລັດຕາຍໂຕໃນການເທຣດແຕ່ລະຄັ້ງຄວນໃຊ້ເທັກນິກເອົາເອງຫມັ່ນຝຶກຝົນ ແລະ ຈະຕ້ອງຮູ້ຈັກແພ້ ຖອຍຕັ້ງຫຼັກເມື່ອຈຳເປັນ ແລະຮຽນຮູ້ຂໍ້ຜິດພາດນຳໄປວິເຄາະແກ້ໄຂແລ້ວຈະລວຍໄດ້ຖ້າບໍ່ໂລບໃນຕະຫຼາດ Forex

 

 

Cr. Forex International Thailand