ເປັນໄປໄດ້ບໍ່ທີ່ຈະເທຣດ Forex ໂດຍບໍ່ຜ່ານ Broker ໂຕກາງ? ຄຳຖາມທີ່ມືໃໝ່ຫຼາຍຄົນມັກຈະສົງໃສ ກ່ອນທີ່ຈະເຂົ້າສູ່ໂລກຂອງກນຊື້-ຂາຍ Forex ໂດຍຄໍາຕອບຄື “ ແມ່ນ ແຕ່ບໍ່ຄ່ອຍແນາະນຳໃຫ້ນັກເທຣດ ”
ທ່ານສາມາດເທຣດໂດຍບໍ່ຜ່ານ BrokerForex ອອນລາຍໄດ້ ເຖິງຢ່າງໃດກໍ່ຕາມ ແຕ່ກໍ່ມາພ້ອມກັບຂໍ້ຄວນລະຫຼາຍຢ່າງ ບໍ່ວ່າຈະເປັນຄ່າໃຊ້ຈ່າຍເພີ່ມເຕີມ ແລະ ອຸປະກອບຕ່າງໆ ທີ່ອາດເຮັດໃຫ້ປະສົບການ ການຊື້-ຂາຍ ບໍ່ດີເທົ່າທີ່ຄວນ
ບົດຄວາມນີ້ຈະພາທຸກທ່ານ ໄປຮຽນຮູ້ ຂໍ້ດີ-ຂໍ້ເສຍຂອງການເທຣດ Forex ໂດຍບໍ່ຜ່ານ Broker ເຖິງວ່າຈະບໍ່ແນາະນຳ ແຕ່ນັກເທຣດກໍ່ຄວນຮຽນຮູ້ໄວ້
ເທຣດ Forex ໂດຍບໍ່ຜ່ານ Broker ໄດ້ບໍ່?
ເຖິງຈະເປັນໄປໄດ້ ແຕ່ບໍ່ແນາະນຳປານໃດ ເພາະນັກເທຣດຈະຕ້ອງຈັດການຄຳສັ່ງຊື້-ຂາຍ ຜ່ານທາງແພຣດຟອມແລກປ່ຽນ ສະກຸນເງີນ P2P ເອງ ອີກວິທີນຶ່ງ ຄືການຊື້ສະກຸນເງີນແທ້ຈາກແຫຼ່ງໃຫ້ບໍລິການຕ່າງໆ
ທັງສອງຕົວເລື້ອກອາດໃຊ້ເວລາພໍສົມຄວນ ຂະນະດຽວກັນ ການຊື້ຂາຍກັບBroker Forex ທີ່ເຊື່ອຖືໄດ້ຈະຊ່ວຍໃຫ້ສາມາດສົ່ງ ແລະ ດຳເນີນການຄຳສັ່ງໄດ້ທັນທີ ໂດຍເວລາຈະມີຄວາມສຳຄັນສຳຫຼັບເທັກນຶກ Forex ເພາະບາງຄັ້ງການຊື້-ຂາຍຈະຕ້ອງເປີດ ແລະ ປິດພາຍໃນພາຍໃນໄລຍະສັ້ນໆ ວິນາທີ ເພາະສະນັ້ນ ໂອກາດໃນການພາດ ໂອກາດໃນການຊື້-ຂາຍ ທີ່ເຮັດກຳໄລນັ້ນສູງຫຼາຍ
ເຖິງຢ່າງໃດກໍ່ແລ້ວແຕ່ ນັກເທຣດສາມາດລອງສ່ຽງ ແລະ ເທຣດໄດ້ ໂດຍບໍ່ຜ່ານBroker ໄດ້ດ້ວຍ 3 ວິທີການດັ່ງນີ້:
- ການລົງທຶນຜ່ານທາງທະນາຄານໂດຍກົງ ວິທີທຳອິດທີ່ເຂົ້າໃຈງ່າຍທີ່ສຸດຄືການລົງທຶນຜ່ານທະນາຄານ ຫຼັການຄືການເປີດບັນຊີສອງບັນຊີທີ່ຕ່າງກັນ ຈາກນັ້ນອາໃສການເຮັດກຳໄລຈາກການແລກປ່ຽນສະກຸນເງີນໜຶ່ງເປັນອີກສະກຸນເງີນໜຶ່ງ ຢ່າງໃດກໍ່ຕາມນັກເທຣດທີ່ໃຊ້ວິທີນີ້ຈະຕ້ອງເສຍຄ່າທຳນຽມການເຮັດທຸລະກຳຈຳນວນຫຼາຍ ນອກຈາກນີ້ຈະຕ້ອງມີການຍ້າຍເງີນຈຳນວນຫຼາຍຢູ່ຕະຫຼອດເວລາ
- ການແລກປ່ຽນເງີນຈິງ ຕົວເລືອກທີສອງຄືການຫາບ່ອນບໍລິການໃນການແລກປ່ຽນເງີນຈິງ ( ຕາມສະໜາມບິນ, ໂຮງງານ ແລະ ອື່ນໆ ) ແລະ ຊື້ສະກຸນເງີນຕ່າງປະເທດບ່ອນນັ້ນ ເຖິງຢ່າງໃດກໍ່ຕາມນັກລົງທຶນຈະຈ່າຍຄ່າຄອມມິເຊີນສູງຫຼາຍ ແລະ ຫາກບໍ່ແມ່ນນັກເທຣດ Fulltime ກໍ່ຈະບໍ່ເໝາະປານໃດ ເພາະຈະຕ້ອງໃຊ້ເວລາຢ່າງຫຼາຍໃນການຕິດຕາມລາຄາຈາກບ່ອນໃຫ້ບໍລິການຕ່າງໆ
- ການໃຊ້ແພຣດຟອມ P2P ແພຣດຟອມ P2Pເປັນເວັບໄຊອອນລາຍທີ່ໃຫ້ການບໍລິການການແລກປ່ຽນສະເໜືອນຈິງ ໂດຍທົ່ວໄປອອກແບບມາເພື່ອໃຫ້ບໍລິການດ້ານການທະນາຄານ ຫຼັກໆກໍ່ຄືການໂອນເງີນ ເຖິງຢ່າງໃດກໍ່ຕາມບາງແຫ່ງມີການບໍລິການແລກປ່ຽນເງີນຕາຕ່າງປະເທດ ເຖິງແມ່ນວ່າຈະບໍ່ມີລາຄາສູງກໍ່ຕາມ
ເປັນຫຍັງຈິ່ງບໍ່ຄວນເທຣດ Forex ໂດຍບໍ່ຜ່ານBroker
ການເທຣດ Forex ໂດຍບໍ່ຜ່ານຄົນກາງສາມາດເຮັດໄດ້ ແຕ່ກໍ່ມີຂໍ້ຄວນລະວັງທີ່ນັກເທຣດຈະຕ້ອງພິຈາລະນາໃຫ້ດີ
- ຄ່າໃຊ້ຈ່າຍໃນການຊື້ຂາຍສູງ ເປັນສາເຫດຫຼັກທີ່ນັກເທຣດສ່ວນໃຫຍ່ເລືອກເທຣດຜ່ານ Broker Forex ກໍ່ຄືເລື່ອງຂອງຄ່າຄອມມິເຊີນ, ສະເປຣດ, ຄ່າທຳນຽມ ໃນການຊື້-ຂາຍ ລວມເຖິງຄ່າແລກປ່ຽນສະກຸນເງີນທີ່ສຳຄັນ ບາງໂບຣກອາດມີໂບຣນັດ ຫຼື ໂປຣໂມເຊີນໃຫ້ເງີນສຳຫຼັບການເລີ່ມເທຣດຟີຣ ໂດຍບໍ່ສ່ຽງລົງທຸນດ້ວຍເງີນຂອງທ່ານເອງ
- ຄວາມສ່ຽງສູງກວ່າ ຫາກເທຣດໂດຍບໍ່ຜ່ານ Broker ຈະຕ້ອງລະວັງຄວາມສ່ຽງຈາກຄ່າຄອມມີເຊີນ ແລະ ຄ່າທຳນຽມເທົ່ານັ້ນ ລວມເຖິງຄວາມໄວໃນການດຳເນີນການຕາມຄຳສັ່ງ ປະລິມານການຊື້-ຂາຍ ແລະ ຂໍ້ຈຳກັດອີກຫຼາຍຢ່າງ
ການເທຣດ Forex ໂດຍບໍ່ຜ່ານ Broker
ມາເບິ່ງຕົວຢ່າງປຽບທຽບການເທຣດ Forex ເອງ ແລະ ການເທຣດ Forex ຜ່ານ Borker ເພື່ອຈະຕັດສິນໃຈໃດ້ງ່າຍຂື້ນວ່າຄວນເລືອກວິທີການໃດຫຼາຍກ່ວາກັນ
ເປັນຫຍັງຕ້ອງເທຣດ Forex Broker
Broker Forex ເປັນຜູ້ໃຫ້ບໍລິການທີ່ຊ່ວຍຫຼຸດຕົ້ນທຶນ ໃນການເທຣດຂອງທ່ານ ພຽງເລືອກ Broker ທີ່ມີເງື່ອນໄຂ ການຊື້-ຂາຍທີ່ດີທີ່ສຸດ ( ສະເປຣດຕໍ່າ, ຄ່າທຳນຽມຕໍ່າ ຫຼື ເທົ່າກັບສູນ, ມີໂບຣນັດພິເສດ ແລະ ອື່ນໆ ) ໂດຍທົ່ວໄປແລ້ວ Broker ເຫຼົ່ານີ້ຈະມີເງີນທຶນໝູນວຽນຈຳນວນຫຼາຍ ເຮັດໃຫ້ສາມາດສະເໜີອັດຕາການຊື້-ຂາຍທີ່ດີທີ່ສຸດ ໃນຕະຫຼາດໄດ້
ແຕ່ການເທຣດ Forex ໂດຍບໍ່ຜ່ານ Broker ຈະຂື້ນຢູ່ກັບ ການທຳທຸລະກຳສ່ວນບຸຄົນ ແລະ ການດຳເນີນງານທີ່ຈັດການໂດຍທະນາຄານ ໃນຂະນະທີ່ Broker ສາມາດເຂົ້າເຖິງຜູ້ໃຫ້ບໍລິການສະພາບຄ່ອງ ຂ່າວສານ ນັກເທຣດທີ່ມີການຊື້-ຂາຍ ແທ້ ແລະ ແຫຼ່ງຂໍ້ມູນອື່ນໆ ທີ່ກຳນົດສະພາວະຕະຫຼາດສະເພາະທີ່ຈຳເປັນໃນການສ້າງສັນຍານການຊື້ຂາຍໄດ້ໂດຍກົງ
ວິທີເລື້ອກ Broker ທີ່ດີທີ່ສຸດ
ການເລືອກ Broker ອາດບໍ່ແມ່ນເລື່ອງງ່າຍ ໂດຍສະເພາະຢ່າງຍິ່ງສຳຫຼັບນັກເທຣດທີ່ຍັງໃໝ່ກັບຕະຫຼາດ Forex ເພາະ Broker ແຕ່ລະບ່ອນກໍ່ຈະມີເງື່ອນໄຂທີ່ແຕກຕ່າງກັນ
ຢ່າງທຳອິດຄື Broker ຈະຕ້ອງມີໃບອະນຸຍາດ ແລະ ມີຊື່ສຽງໃນທາງທີ່ດີ ເຊື່ອຖືໄດ້ ຕໍ່ມາຄືການເລືອກ Broker ທີ່ມີ ແຟຣດຟອມຊື້-ຂາຍ ທີ່ຮອງຮັບ ຕາສານຫຼາຍໆໂຕ ແລະ ມີເຄື່ອງມືຄົບໃຫ້ໃຊ້
ລອງພິຈາລະນາເບິ່ງເງື່ອນໄຂ ການຊື້ຂາຍ ແລະ ຕາສານທີ່ມີໃຫ້ຊື້-ຂາຍ ຢູ່ສະເໝີ ແລະ ຢ່າພາດສຶກສາໂປຣໂມເຊີນ ແລະ ໂອກາດໂບນັດເພື່ອຮັບເຄດິດຟີເພີ່ມເຕີມ ແລະ ເຮັດກຳໄລແບບບໍ່ຄວາມສ່ຽງ