ບໍ່ວ່າທ່ານກຳລັງເບິ່ງຫາການເທຣດ Forex ເປັນຊ່ອງທາງໃນການຫາລາຍໄດ້ເສີມ ຫຼື ເປັນງານທີ່ສ້າງລາຍໄດ້ຫຼັກຕະຫຼາດ Forex ກໍ່ເປັນໂອກາດທີ່ດີເນື່ອງຈາກເປັນນຶ່ງໃນຕະຫຼາດການເງີນທີ່ມີການຊື້-ຂາຍ ຫຼາຍທີ່ສຸດ ນັກລົງທຶນທັງລາຍໃຫຍ່ ແລະ ລາຍຍ່ອຍຫຼາຍລ້ານຄົນຕ່າງເຂົ້າມາຕະຫຼາດໂດຍບໍ່ຮູ້ວ່າໃຜເປັນເຈົ້າຂອງຕະຫຼາດ
ໃນບົດຄວາມນີ້ເຮົາຈະມາເວົ້າເຖິງຜູ້ມີອິດທິພົນເປັນເສົາຫຼັກທີ່ມີຜົນຕໍ່ຕະຫຼາດ Forex ໃນແງ່ມຸມຕ່າງໆ ຖ້າທ່ານຮູ້ຈັກ ແລະ ເຂົ້າໃຈຜູ້ທີ່ຄຸມຕະຫຼາດ ທ່ານ ກໍ່ຈະເຂົ້າໃຈວ່າຕະຫຼາດເຄື່ອນໄຫວແນວໃດ ໃຫ້ທ່ານສາມາດຄາດການ ການປ່ຽນແປງຂອງລາຄາທີ່ອາດຈະເກີດຂື້ນ ແລະ ໃຊ້ເທັກນິກ Forex ຕາມສະຖານະການນັ້ນໆ.
ໃຜຄຸມຄະຫຼາດ Forex?
ເປັນຄຳຖາມທີ່ດີທີ່ມືໃໝ່ຫຼາຍຄົນມັກເບິ່ງຂ້າມເຊິ່ງໂດຍປົກກະຕິມີ 4 ກຸ່ມ ຫຼື ເຄືອຂ່າຍຫຼັກທີ່ຄອຍຄວບຄຸມຕະຫຼາດ ລວມເຖິງວິທີການກຳນົດລາຄາ ແລະ ແນວໂນ້ມເຊິ່ງເປັນເຄືອຂ່າຍຈາກທົ່ວໂລກ ແນ່ນອນວ່າມັນລວມໄປເຖິງທະນາຄານຫຼັກໆ ຂອງເມືອງທີ່ໃຫຍ່ທີ່ສຸດຂອງຕະຫຼາດ Forex ໄດ້ແກ່ ນິວຢອກ, ຊີດນີ, ໂຕກຽວ ແລະ ລອນດອນ
ທະນາຄານສ່ວນໃຫຍ່ມີເຈົ້າຂອງເປັນບໍລິສັດ ແລະ ສະຖາບັນການຄ້າຕ່າງໆ ແຕ່ກໍ່ເປັນໄປໄດ້ເປັນພຽງຜູ້ດຳເນີນການໃນຕະຫຼາດ ການຄ້າສະກຸນເງີນໂລກເທົ່ານັ້ນ ແຕ່ຍັງມີກຸ່ມອື່ນໆ ທີ່ມີບົດບາດສຳຄັນ
ເສົາຫຼັກທີ່ຄອຍຄຸມຕະຫຼາດ Forex
ຢ່າງທີ່ຮູ້ກັນດີ ຄູ່ສະກຸນເງີນ Forex ເປັນນຶ່ງໃນຕາສານທີ່ມີການຊື-ຂາຍຫຼາຍທີ່ສຸດ ແຕ່ບໍ່ໄດ້ມີໃຜພຽງກຸ່ມ ໃດກຸ່ມດຽວ ທີ່ຄອຍຄວບຄຸມຕະຫຼາດ ແຕ່ແບ່ງອອກເປັນພຽງ 4 ກຸ່ມຫຼັກໆດັ່ງນີ້:
- ທະນາຄານກາງ ແລະ ສະຖາບັນຂອງລັດ
- ຜູ້ຈັການການລົງທຶນ ແລະ ກອງທຶນ Hedge Fund ລາຍໃຫຍ່
- ບໍລິສັດຂ້າມຊາດ ແລະ ອົງກອນລະດັບໂລກ
- ນັກລົງທຶນລາຍຍ່ອຍ ຫຼື ຜູ້ປະກອບການ
ເອົາລະບາດນີ້ເຮົາມາເບິ່ງນຳກັນແບບລະອຽດວ່າແຕ່ລະກຸ່ມສົ່ງຜົນຕໍ່ການຊື້-ຂາຍ Forex ແບບໃດແດ່
- ທະນາຄານກາງ ແລະ ລັດຖະບານ ມີຫຼັກການດຽວກັນນັ້ນຄືການເຂົ້າແຊກແຊງຕະຫຼາດ ເພື່ອຄວບຄຸມລາຄາສະກຸນເງີນຫຼືປັບປຽນມູນຄ່າເມື່ອຈຳເປັນ ກິດຈະກຳຫຼັກຂອງພວກເຂົາຄືການຈັດການການຄ້າລະຫວ່າງປະເທດດ້ວຍການຖືຄອງຫຸ້ນແລກປ່ຽນພາຍໃນ ແລະ ເບິ່ງແຍງໜ້າທີ່ທາງດ້ານເສດຖະກິດພື້ນຖານ ທະນາຄານກາງໃຫ້ອັດຕາດອກເບ້ຍ ແລະ ຈັດການກັບການຂື້ນລົງຂອງລາຄາສະກຸນເງີນ ເຊິ່ງສົ່ງຜົນກະທົບສຳຄັນຕໍ່ຕະຫຼາດ Forex
- ກອງທຶນ Hedge Fund ແລະ ຜູ້ຈັການການລົງທຶນມັກຈະຊື້ ແລະ ຂາຍສະກຸນເງີນຈຳນວນຫຼາຍຜ່ານຊ່ອງທາງກອງທຶນບຳເນັດ ບຳນານ ເງີນບໍລິຈາກ ແລະ ມູນນິທິປະເພດອື່ນໆ ຊ່ວຍໃຫ້ພວກເຂົາເຮັດການເກັງກຳໄລໄດ້
- ບໍລິສັດຂ້າມຊາດມີຄວາມກ່ຽວຂ້ອງໃນການເຮັດທຸລະກຳການນຳເຂົ້າ ແລະ ສົ່ງອອກສະກຸນເງີນ ລວມເຖິງສະກຸນເງີນຕ່າງປະເທດເຮັດໃຫ້ພວກເຂົາຊ່ວຍຊໍາລະຄ່າບໍລິການ ແລະ ສິນຄ້າຕ່າງໆໄດ້ ແລະ ເມື່ອເກີດວິກິດຕ່າງໆ ອົງກອນເຫຼົ່ານັ້ນຈະຕ້ອງປ້ອງກັນຄວາມສ່ຽງຈາກອັດຕາແລກປ່ຽນເພື່ອໃຫ້ໝັ້ນໃຈເຖິງຄວາມປອດໄພຂອງສິນຊັບ ແລະ ປະເພດການລົງທຶນອື່ນໆ
- ນັກລົງທຶນລາຍຍ່ອຍເປັນພຽງກຸ່ມຄົນຈຳນວນນ້ອຍໃນຕະຫຼາດ ໂດຍມີການຊື້-ຂາຍ ແລະ ຂາຍຄູ່ສະກຸນເງີນໂດຍໃຊ້ ກົນລະຍຸດ Forex ຫຼາຍໆແບບ ໂດຍອາໃສໂຕບົ່ງຊີ້ທາງເທັກນິກ ຮູບແບບລາຄາແນວຮັບ ແລະ ແນວຕ້ານອື່ນໆ
ໜ້າທີ່ຂອງຕະຫຼາດ Forex Market ທີ່ມີຜົນໃນລະດັບໂລກ
ຢ່າງທີ່ໄດ້ບອກໄປແລ້ວ ຕະຫຼາດ Forex ນັ້ນມີຄວາມສຳຄັນຢ່າງຫຼາຍ ເປັນເວລາກ່ວາຫຼາຍທົດສະວັດທີ່ຕະຫຼາດ Forex ປ່ຽນຮູບແບບຕ່າງໆທາງທຸລະກິດ ເຫັນໄດ້ຈາກຜົນຮັບຂອງຄວາມຮ່ວມມືລະຫວ່າງບໍລິສັດຕ່າງຊາດບຸກຄົນ ແລະ ສະຖາບັນຕ່າງໆທົ່ວໂລກ
ຕົວກຳນົດມູນຄ່າສະກຸນເງີນ
ອຸປະສົ່ງ ແລະ ອຸປະທານເປັນຕົວກຳນົດຫຼັກຂອງຄ່າເງີນ ໃນຂະດຽວກັນມັນກໍ່ບໍ່ແມ່ນປັດໃຈພຽງຢ່າງດຽວທີ່ມີອິດທິພົນຕໍ່ລາຄາສິນຊັບແຕ່ຍັງມີປັດໃຈອື່ນໆໄດ້ແກ່:
- ການພິມພັນທະບັດ
- ລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆໃນຕ່າງປະເທດ
- ສະພາວະທາງການເງີນຂອງປະເທດ
- ສະຖານະການໜີ້ສິນຂອງປະເທດ ແລະ ການເມືອງ
ຍົກຕົວຢ່າງ ການພິມພັນທະບັດເປັນນຶ່ງໃນວິທີທີ່ສ່ຽງທີ່ສຸດ ໃນການຈັດການກັບເສດຖະກິດທີ່ບໍ່ດີ ເພາະຍິ່ງພິມເງີນອອກມາຫຼາຍ ມູນຄ່າຂອງສະກຸນເງີນກໍ່ຈະຍິ່ງຫຼຸດລົງໄປຫຼາຍເທົ່ານັ້ນ ກົງກັນຂ້າມເມື່ອພິມເງີນຈຳນວນໜ້ອຍມູ່ນຄາມັນຍ່ອມຍິ່ງສູງຂື້ນ
ນອກຈາກນີ້ສະຖານະທາງເສດຖະກິດອາດມີບົດບາດສຳຄັນຫຼາຍເຊັ່ນກັນ ໃນຊ່ວງສະພາວະທົດຖອຍ ຂະນະທີ່ປະເທດປະສົບກັບອັດຕາການວ່າງງານສູງ ການໃຊ້ຈ່າຍຂອງຜູ້ບໍລິໂພກຕໍ່າ ແລະ ບໍ່ມີສັກກະຍາພາບໃນການຂະຫຍາຍທຸລະກິດ ແລະ ການເຕີບໂຕທາງດ້ານເສດຖະກິດ
ປະເດັນທາງການເມືອງ ແລະ ປັດໃຈອື່ນໆ ອາດມີບົດບາດສຳຄັນເຊັ່ນກັນ ແນ່ນອນວ່າຈະຂື້ນຢູ່ກັບລະດັບຂອງການມີສ່ວນຮ່ວມທາງການເມືອງ ລະດັບຂອງການຄໍຣັບຊັນ ແລະ ການປະຕິບັດທາງເສດຖະກິດທີ່ຜິດກົດໝາຍທົ່ວໄປທີ່ເກີດຂື້ນ
ແນວທາງການເທຣດ Forex
ເທຣດເດີ ແຕ່ລະຄົນເລືອກສະຕຣາຍໃນການຊື້-ຂາຍ ໂດຍຂື້ນກັບຄວາມມັກຂອງແຕ່ລະຄົນ ເຖິງຢ່າງໃດກໍ່ຕາມກົນລະຍຸດ Forex ແຕ່ລະແບບຈະຕ້ອງມີເປົ້າໝາຍການຊື້-ຂາຍ ທີ່ຊັດເຈນ ແລະ ວິທີການທີ່ໂປ່ງໃສເພື່ອໃຫ້ບັນລຸເປົ້າໝາຍທີ່ຕ້ອງການ ທ່ານຕ້ອງຮູ້ວ່າ ທ່ານຕ້ອງການແມ່ນຫຍັງຈາກຕະຫຼາດ Forex ແລະ ມີແຜນທີ່ຈະເຮັດຕາມແຜນແນວໃດການເທຣດສະກຸນເງີນແບບມີເປົ້າໝາຍອາດຈະເຮັດໃຫ້ຜົນຮັບບໍ່ໄປຢ່າງທີ່ຫວັງ
ຂັ້ນຕອນເບື້ອງຕົ້ນໃນການເທຣດ
- ເລືອກ Broker Forex ທີ່ໜ້າເຊື່ອຖື ແລະ ໄວ້ໃຈໄດ້
- ຍີດເທັກນິກການເທຣດ ແລະ ເທຣດຕາມແຜນເລົ້ານັ້ນ
- ໝັ່ນສຶກສາຕະຫຼາດ ວິເຄາະການເທຣດໃນແຕ່ລະຄັ້ງວ່າມີຈຸດດີ ຈຸດອ່ອນແນວໃດ
- ຕັດສິນໃຈຢ່າງຮອບຄອບ ແລະ ເໝາະສົມຕາມສະພາບຕະຫຼາດ
ສະຫຼຸບກ່ຽວກັບກຸ່ມອິດທິພົນຕະຫຼາດ Forex
ວິທີດຽວທີ່ຈະເທຣດ Forex ໃຫ້ປະສົບຄວາມສຳເລັດຄືການເຮັດຄວາມເຂົ້າໃຈເຖິງຄວາມຊັບຊ້ອນ ແລະ ຂະບວນການທັງໆໝົດຂອງຕະຫຼາດທີ່ສາມາດປ່ຽນແປງໄດ້ຕະຫຼອດເວລາ
ມີນັກເທຣດໃນຕະຫຼາດຈຳນວນຫຼາຍ ແລະ ແຮງຜັກດັນທີ່ມີອິດທິພົນຕໍ່ລາຄາສະກຸນເງີນເຊິ່ງເປັນປະເດັນທີ່ມືໃໝ່ຄວນໃຫ້ຄວາມສຳຄັນເພື່ອໃຫ້ສາມາດເທຣດໄດ້ຢ່າງມືອາຊີບ
ແຕ່ທຸກມື້ນີ້ນັກເທຣດສາມາດເຂົ້າເຖິງແຫຼ່ງຂໍ້ມູນ ແລະ ຊ່ອງທາງການສຶກສາ Forex ໄດ້ບໍ່ຮູ້ຈົບເພື່ອຮຽນຮູ້ກ່ຽວກັບຕະຫຼາດ ໃຫ້ໄດ້ຫຼາຍທີ່ສຸດດັ່ງນັ້ນ ເຮົາຄວນແນາະນຳໃຫ້ທ່ານສຶກສາໃຫ້ຫຼາຍໆ ເພື່ອພັດທະນາການເທຣດຂອງທ່ານໄປສູ່ອີກລະດັບ