ເທັກນິກ Scalping ສາມາດໃຊ້ໄດ້ກັບທຸກຕະຫຼາດການເງີນບໍ່ວ່າຈະເປັນ cryto, forex ຫຼື stock ແຕ່ໂດຍສ່ວນຫຼາຍແລ້ວແມ່ນໃຊ້ເທັກນິກນີ້ໃນ ການເທຣດ Forex
- ໃຊ້ເທັກນິກ scalping ທີ່ໄດ້ຄຸນນະພາບ
ຮູ້ໄດ້ແນວໃດວ່າເທັກນິກທີ່ມີຢູ່ມີຄຸນນະພາບ? ເຮົາສາມາດໄດ້ຈາກການທົດສອບເທັກນິກເຮົາມີຜ່ານບັນຊີເດໂມມາກ່ອນ, ຄວນເຮັດການທົດສອບເທັກນິກການ scalpingຢ່າງລະອຽດ ແລະ ຮອບຄອບ
- ຫາຈຸດເຂົ້າຄຸ້ມທຶນ
ຄຳນວນຫາຈຸດຄຸ້ມທຶນໃນການເຂົ້າເທຣດແຕ່ລະຄັ້ງ ປະມາານວ່າ (ຖ້າບໍ່ໄດ້ກຳໄລ ກໍ່ບໍ່ຂາດທຶນ) ເຊັ່ນກັນ
- ຢ່າຄິດວ່າການເຂົ້າເທຣດເລື້ອຍໆແລ້ວຈະໄດ້ເງີນຫຼາຍ
ການເປັນນັກເກັງກຳໄລບໍ່ໄດ້ໝາຍຄວາມວ່າ ທ່ານ ເທຣດ 10,000 ຄັ້ງທຸກມື້ ສຳຫຼັບບາງ ທ່ານ ທີ່ຊໍານານແລ້ວ ເພີ່ນຈະເຂົ້າເທຣດກໍ່ຕໍ່ເມື່ອເຫັນໂອກາດເທົ່ານັ້ນ ເພີ່ນຈະມັດເທຣດ 1-2 ຄັ້ງຕໍ່ມື້ເທົ່ານັ້ນ
- ການຕິດຕາມເທັກນິກການ ຊື້-ຂາຍ
ການຕິດຕາມການເທຣດ ມັນສາມາດເຮັດໃຫ້ ທ່ານ ຮູ້ໄດ້ດ້ວຍໂຕທ່ານເອງວ່າເທັດນິກໃດໃຊ້ໄດ້ຜົນ ແລະ ບໍ່ໄດ້ຜົນ ຈາກນັ້ນກໍ່ພັດທະນາເທັກນິກທີ່ໄດ້ຜົນຮັບທີ່ດີ ໃຫ້ດີຍິ່ງໆຂື້ນໄປ
- ການປະຕິບັດຕາມແຜນເທັກນິກການ ຊື້-ຂາຍ ທີ່ວາງໄວ້
ການປະຕິບັດຕາມກົດການເທຣດທີ່ໄດ້ວາງແຜນເອົາໄວ້ ຢ່າງມີລະບຽບວິໃນ ເປັນວິທີດຽວທີ່ເທຣດເດີ ຈະປະສົບຄວາມສຳເລັດຢ່າງຢັ້ງຢືນໄດ້
- ເທຣດດ້ວຍອັດການການຊະນະທີ່ຫຼາຍກ່ວາ
ເທຣດດ້ວຍໂອກາດຊະນະຫຼາຍກ່ວາຄວາມໜ້າຈະເປັນທີ່ຈະແພ້ ຫຼື ການ Trade stup ທີ່ມີໂອກາດຊະນະສູງທຸກຮູບແບບ
- ກ່ອນເຂົ້າເທຣດໃຫ້ເບິ່ງທີ່ sall time frame ຢ່າງລະອຽດ
- ວາງຕຳແໜ່ງ stop loss ໃຫ້ຢູ່ໃນຕຳແໜ່ງທີ່ເໝາະສົມທີ່ສຸດ
ຕົວຢ່າງ: ສົມມຸດວ່າເຮົາສ່ຽງ $10 ໃນແຕ່ລະການເຂົ້າເທຣດ ແພ້ $4o ຊະນະ $100 ຜົນຮັບທີ່ໄດ້ຄື ກຳໄລ $60 ເຖິງແມ່ນວ່າຈະແພ້ 4 ຄັ້ງ ແຕ່ຊະນະພຽງຄັ້ງດຽວ ສິ່ງນີ້ຄືພະລັງຂອງການເທຣດດ້ວຍອັດຕາການຊະນະທີ່ຫຼາຍກ່ວາ
- ໃຊ້ຮອບເວລາທີ່ເໝາະສົມ
ນັກເກັງກຳໄລສ່ວນຫຼາຍເຂົ້າໃຈຜິດວ່າການໃຊ້ກອບເວລາ (time frames) ມັນຂື້ນຢູ່ກັບ ເທຣດເດີ ແຕ່ລະຄົນ ແຕ່ມັນໃຊ້ບໍ່ໄດ້ກັບການເທຣດແບບ scalping ການເທດແບບ scalping ຕ້ອງໄວ ຊື້-ຂາຍ ພາຍໃນ 5 ນາທີ ຫຼື 30 ນາທີ
ສຳຫຼັບກອບເວລາທີ່ເໝາະສົມໃນການເທຣດ scalping ຄື: ກອບເວລາ 5,10,15 ນາທີ ແຕ່ທັງນີ້ທັງນັ້ນກໍ່ຄວນເບິ່ງກອບເວລາ 1 ມື້, 4 ໂຊໂມງ ເພາະວ່າສຸດທ້າຍແລ້ວມັນຈະເປັນໂຕກຳນົດແນວໂນ້ມໂດຍລວມຂອງຕະຫຼາດ
- ເລີ່ມຕົ້ນໜ້ອຍໆ
ເລີ່ມຕົ້ນເທຣດ ດ້ວຍເງີນໜ້ອຍໆກ່ອນ ຄ່ອຍໆສ້າງຄວາມໝັ້ນໃຈຂື້ນໄປເລື້ອຍໆ ຈາກການສະສົມຄວາມສຳເລັດທີ່ເຮັດໄດ້ໃນແຕ່ລະຄັ້ງ, ຈາການັ້ນກໍ່ເພີ່ມຂະໜາດລັອດຕາມຄວາມສາມາດທີ່ເຮົາມີ, ຍົກຕົວຢ່າງເຊັ່ນ ອາດຕັ້ງເປົ້າໝາຍວ່າຈະເຮັດເງີນ $100 ຕໍ່ມື້ ແລະ ເປົ້າໃຫຍ່ຂື້ນເລື່ອຍໆຕາມປະສົບການທີ່ມີ
- ຕ້ອງມີຄວາມຊ່ຽວຊາໃນການເບິ່ງໂຄງສ້າງຂອງຕະຫຼາດ
ຕ້ອມີຄວາມຮູ້ ແລະ ຊ່ຽວຊານໃນໂຄງສ້າງຂອງຕະຫຼາດ ແລະ ສາມາດປັບເທັດນິກໄປຕາມສະພາບຕະຫຼາດຢ່າງເໝາະສົມ
- ຝຶກຜົນການເທຣດໃນທຸກໆມື້
ທ່ານ ບູດສຣີ ເຄີຍເວົ້າໄວ້ວ່າ “ ຂ້ອຍບໍ່ເຄີຍຢ້ານຄົນທີ່ເຄີຍເຕາະມາ 10,000ຄັ້ງ ແຕ່ຢ້ານຄົນທີ່ຝືກເຕາະທ່າເດີມມາແລ້ວ 10,000ຄັ້ງ ” ສຳຫຼັບການເທຣດກໍ່ເຊັ່ນກັນ ທີ່ຈະຕ້ອງຝຶກຜົນຢ່າງສະໝໍ່າສະເໝີໃຫ້ຊໍານານ