laofxdaddy.com

ເທຣດForex ໂດຍໂບຣນັດ ມີຂໍ້ດີ-ຂໍ້ເສຍ ແນວໃດ?
ປະຈຸບັນເທຣດເດີມີໂອກາດເຮັດກຳໄລໄດ້ຫຼາຍຂື້ນດ້ວຍ ໂດຍໂບຣນັດ ທີ່ໂບຣກເກີ Forex ມອບໃຫ້ ເຊິ່ງເຮັດໃຫ້ນັກເທຣດສາມາດຮັບ ແລະ ຖອນເງີນສົດໄດ້ເພີ່ມໄປຍັງຍອດບາລານ ເພື່ອຕໍ່ຍອດເຮັດກຳໄລ ແລະ ປັບປຸງກົນລະຍຸດການເທຣດໃຫ້ດີຂື້ນໄດ້ນອກຈາກນີ້ຍັງເປັນວິທີທີ່ດີ ໃນການທົດສອບກົນລະຍຸດການເທຣດແບບບໍ່ກັງວົນຄວາມສ່ຽງບໍ່ຕ້ອງກັງວົນວ່າຈະຂາດທຶນແທ້

ໂບຣກເກີ ຫຼາຍແຫ່ງມີຂໍ້ສະເໜີໂປຣໂມເຊີນ ປະເພດຕ່າງໆຫຼາຍໆຢ່າງລວມເຖິງ Welcome bonus ຫຼື ໂບນັດຕ້ອນຮັບ ເຊິ່ງເປັນຂໍ້ສະເໜີເພື່ອໃຫ້ລູກຄ້າໃໝ່ໄດ້ລອງເທຣດ ແລະ ກັບມາໃຊ້ງນກັບໂບຣກເກີຢ່າງຕໍ່ເນື່ອງມີຂໍ້ດີຄືນັກເທຣດບໍ່ຕ້ອງຝາກເງີນເຂົ້າມາກ່ອນດ້ວຍຊໍ້າ ບົດຄວາມນີ້ແມ່ນເຮົາຈະມາເວົ້າເຖິງວິທີການຮັບໂບນັດ Forex ທີ່ດີທີ່ສຸດ ພ້ອມກັນມາເວົ້າເຖິງ ຂໍ້ດີ-ຂໍ້ເສຍ ຂອງການເທຣດດ້ວຍໂບນັດ

ຫຼັການການເທຣດ Forex ເປັນແນວໃດ

ໂບນັດ ແຕ່ລະຮູບແບບເປັນສ່ວນນຶ່ງຂອງໂປຣໂມເຊີນຂອງ ໂບຣກເກີເພື່ອດິງລູກຄ້າໃໝ່ໃຫ້ໄດ້ຫຼາຍທີ່ສຸດ ອີກທັງໂບຣກເກີຕ່າງໆ ອາດໃຊ້ວິທີການເຫຼົ່ານີ້ໃນການປັບປຸງຄວາມປະທັບໃຈຂອງລູກຄ້າທີ່ມີຕໍ່ໂບຣກເກີຜູ້ໃຫ້ບໍລິການ ແລະ ນີ້ແມ່ນຂໍ້ສະເໜີຍອດນິຍົມທີ່ເທຣດເດີສ່ວນໃຫຍ່ຕ້ອງການ

Welcome bonus ຫຼື ໂບຣນັດຕ້ອນຮັບ ຂໍ້ສະເໜີພິເສດສຳຫຼັບນັກເທຣດລາຍໃໝ່ທີ່ຮ່ວມເທຣດກັບໂບຣກເກີເປັນຄັ້ງທຳອິດ ທຸກທ່ານສາມາດຮັບໂບຣນັດໄດ້ໂດຍບໍ່ຈຳເປັນຕ້ອງຝາກເງີນດ້ວຍຊໍ້າເຮັດໃຫ້ຂໍ້ສະເໜີນີ້ເປັນໂບຣນັດປະເພດທີ່ບໍ່ຕ້ອງຝາກເງີນ ສາມາດເລີ້ມເທຣດໄດ້ໂດຍບໍ່ມີຄ່າໃຊ້ຈ່າຍລ່ວງໜ້າ

Deposit bonus ຫຼື ໂບຣນັດເງີນຝາກ ເປັນອີກນຶ່ງໂປຣໂມເຊີນຍອດນິຍົມສຳຫຼັບທັງລູກຄ້າໃໝ່ ແລະ ລູກຄ້າເກົ່າ ເນື່ອງຈາກຊ່ວຍເພີ່ມໂອກາດໃນການເຮັດກຳໄລໃຫ້ຫຼາຍຂື້ນຈາກຍອດຝາກເກົ່າ ແລະ ສາມາດຖອນໄດ້

ວ່າແຕ່…ໂປຣເມີເຊີນແຕ່ລະແບບມີຂໍ້ດີ-ຂໍ້ເສຍ ແນວໃດແດ່? ມາເບິ່ງນຳກັນເລີຍ

ຂໍ້ດີຂອງການເທຣດ Forex ໂດຍໂບຣນັດ

ຮູບແບບໂບຣນັດຕ່າງກັນເຮັດໃຫ້ນັກລົງທຶນສາມາດປະຫຍັດເງີນໃນການລົງທຶນ ແລະ ຫຼຸດຄວາມສ່ຽງໃນການສູນເສຍເງີນທຶນໄດ້ ອີກຍັງມີຂໍ້ດີອື່ນໆ ໄດ້ແກ່

ໂບຣນັດບາງໂຕສາມາດເລືອກຮັບໄດ້ໂດຍບໍ່ຕ້ອງຝາກເງີນເຮັດໃຫ້ສາມາດຫຼຸດຕົ້ນທຶນໃນການເລີ່ມເທຣດໄດ້

ມືໃໝ່ມີໂອກາດທົດລອງໃຊ້ກັບກົນລະຍຸດ ແລະ ຝຶກການເທຣດແບບລຽວທາມຣ໌ດ້ວຍເງີນແທ້ ໂດຍປະໂຫຍດທັງໝົດທີ່ບັນຊີທົດລອງມີ ບາງເທື່ອເຮັດໃຫ້ຜູ້ຄົນຊື້-ຂາຍ ໂດຍປະໝາດດ້ວຍເງີນທຶນແທ້ ເລີມທົດລອງໃຊ້ກົນລະຍຸດການຈັດການຄວາມສ່ຽງຕ່າງໆເພື່ອຄວບຄຸມເງີນທຶນໄດ້

ໂບຣນັດຊ່ວຍໃຫ້ກວດສອບໄດ້ວ່າ ໂບຣກເກີກຳລັງຫຼອກທ່ານຫຼືບໍ່? ຫາກໂບຣກເກີໃຫ້ໂບນັດແທ້ຕາມທີ່ສະເໜີ ກໍຖືວ່າມີຄວາມໂປ່ງໃສ ຄຸ້ມຄວ່າທີ່ຈະເທຣດນຳ

ການນຳໃຊ້ເງີນໂບຣນັດຟຣີໃນການເທຣດ ທ່ານສາມາດທົດສອບ ແຟຣດຟອມໄດ້ດ້ວຍຄວາມສ່ຽງຕໍ່າ ເງີນໂບຣນັດຊ່ວຍໃນການລອງໃຊ້ເຄື່ອງມືຕ່າງໆ ທົດສອບຄວາມໄວຂອງການດຳເນີນການຄຳສັ່ງຊື້-ຂາຍ ແລະ ເຄື່ອງມືອື່ນໆ ເພື່ອຕັດສິນໃຈວ່າເໝາະສົມກັບທ່ານຫຼືບໍ່

ຂໍ້ເສຍຂອງການເທຮດ Forex ໂດຍໂບນັດ

ແທ້ໆ ແລ້ວການຖອນເງີນໂບຣນັດອາດບໍ່ໄດ້ເປັນເລື່ອງງ່າຍ ການຮັບເງີນສົດຟຣີໄປຍັງຍອດເງີນຄົງເຫຼືອ ແລະ ການຖອນອາດເປັນເລື່ອງທີ່ທ້າທາຍ ແລະ ມີຂໍ້ເສຍທີ່ທ່ານຄວນຮູ້ດັ່ງນີ້:

ຂໍ້ກຳນົດທີ່ເຂັ້ມງວດ ແລະ ຈະຕ້ອງອາໃສລັອດຊື້-ຂາຍ ຈຳນວນຫຼາຍ ເຊິ່ງບາງເທື່ອເທຣດເດີກໍ່ອາດເທຣດໄດ້ບໍ່ຄົບເງື່ອນໄຂທີ່ຈະຖອນໂບຣນັດໄດ້

ໂບຣກເກີ ບາງໂບຣກບໍ່ພ້ອມທີ່ຈະຈ່າຍໂບນັດ ໝາຍຄວາມວ່າອາດເປັນແຟຣດຟອມຫຼອກລວງທີ່ບໍ່ມີເງີນພຽງພໍທີ່ຈະຈ່າຍລາງວັນຕາມໂປຣໂມເຊີນທີ່ປະກາດເອົາໄວ້

ອາດມີການສໍ້ໂກງເກີດຂື້ນໄດ້ ເນື່ອງຈາກບໍ່ສາມາດຮັບເງີນໂບຣນັດໄດ້ ເຖິງຈະເຂົ້າເງື່ອນໄຂທີ່ກຳນົດແລ້ວກໍ່ຕາມ ຍິ່ງໄປກ່ວານັ້ນຂະບວນການອາດໃຊ້ເວລາດົນ ເນືອງຈາກບໍລິສັດຕ້ອງການການຢືນຢັນເພີ່ມເຕີມ (IDs ແລະ ຂໍ້ມູນສ່ວນບຸກຄົນອື່ນໆ)

ໃນການຮັບເງີນໂບຣນັດ ນັດເທຣດຕ້ອງເທຣດໃຫ້ຄົບປະລິມານຊື້-ຂາຍທີ່ກຳນົດໄວ້ລ່ວງໝ້າ ບໍ່ຊະນັ້ນບໍ່ອາດສາມາດຖອນເງີນ ຕົວຢ່າງເຊັ່ນຫາກທ່ານໄດ້ຮັບເງີນໂບຣນັດ $200 ທ່ານອາດຕ້ອງການເທຣດຫຼາຍກ່ວາ 20 ຄັ້ງ 20 x $20 = 4,000 ເຊິ່ງເປັນຈຳນວນເງີນທີ່ທ່ານຕ້ອງເຮັດໃຫ້ໄດ້ ເພື່ອຖອນໂບຣນັດຂອງທ່ານ ຍິ່ງໂບຣນັດຕໍ່າປະລິມານການຊື້-ຂາຍ ທີ່ຈຳເປັນຕ້ອງເທຣດກໍ່ຍິ່ງໜ້ອຍລົງ

ສະຫຼຸບກ່ຽວກັບການໃຊ້ໂບຣນັດໃນການເທຣດ

ໂບຣນັດຈາກໂບຣກເກີ Forex ເປັນວິທີທີ່ງ່າຍ ແລະ ສະດວກວ່ອງໄວໃນການຮັບເງີນເພີ່ມເຕີມໄປລວມກັບຍອດບາກລານຂອງທ່ານ ເໝາະສຳຫຼັບມືໃໝ່ທີ່ຕ້ອງວການຝຶກທັກສະ ແລະ ກົນລະຍຸດດ້ວຍເງີນແທ້ ໂດຍບໍ່ຕ້ອງຝາກເງີນ ໃນຂະນະດຽວກັນ ການຂໍ້ຮັບໂບຣນັດ ແລະ ການຮັບເງີນລາງວັນຈາກໂບຣນັດອາດມີຂໍ້ກຳນົດຕ່າງໆ ເຂົ້າມາກ່ຽວຂ້ອງ ດັ່ງນັ້ນ ທ່ານ ບໍ່ຄວນຄາດຫວັງວ່າໂປຣໂມເຊີນຈະນຳກຳໄລທີ່ແທ້ມາໃຫ້ທ່ານ ແຕ່ເປັນພຽງໂຕຊ່ວຍ ທີ່ໃຫ້ທ່ານມີໂອກາດດ້ານການເທຣດເພີ່ມຫຼາຍຂື້ນນັ້ນເອງ

3 ເຄື່ອງມືບໍລິຫານຈັດການຄວາມສ່ຽງທີ່ໃຊ້ໄດ້ຜົນຈິ່ງເໝາະສໍາຫຼັບມືໃໝ່
ການໃຊ້ເຄື່ອງມືການຈັດການຄວາມສ່ຽງ (risk management)  ໃນການຊືຂາຍ Forex ຈະຊ່ວຍເພີ່ມຄວາມໝັ້ນໃຈໃນການເທຣດໃຫ້ກັບທ່ານ ອີກທັງຍັງຊ່ວຍຫຼຸດຄວາມສ່ຽງຈາການທຸ້ມລົງທຶນທັງໝົດພາຍໃນຄັ້ງດຽວ ໂດຍບໍ່ວ່າທ່ານກຳລັງຊືຂາຍສິນຊັບໃດ ການຕັດສິນໃຈທີ່ບໍ່ຖືກຕ້ອງພຽງໜ້ອຍດຽວ ກໍ່ອາດນຳໄປສູ່ການຂາດທຶນໄດ້ ໜ້າເສຍດາຍທີ່ນັກລົງທຶນມືໃໝ່ຫຼາຍທ່ານເບິ່ງຂ້າມວິທີຈັດການຄວາມສ່ຽງ ແລະ ກຽມແຜນຮັບມືໄວ້ລ່ວງໜ້າ

ເຄື່ອງມື ແລະ ເຄັດລັບໃນການຈັດການຄວາມສ່ຽງທີ່ໃຊ້ໄດ້ແທ້ ເຊິ່ງການມີກົນລະຍຸດໃນການຈັດການຄວາມສ່ຽງທີມີປະສິດທິພາບຈະຊ່ວຍໃຫ້ ທ່ານມີມູງມອງກ່ຽວກັບຕະຫຼາດຫຼາຍຂື້ນ ລວມເຖິງຊ່ວຍໃຫ້ບັນລຸເປົ້າໝາຍໃນການເທຣດໄດ້ດ້ວຍຄວາມໝັ້ນໃຈ

ເຄື່ອງມືສຳຄັນໃນການຈັດການຄວາມສ່ຽງ

ມີຫຼັກການພື້ນຖານຫຼາຍຢ່າງທີ່ມືໃໝ່ທຸກຄົນຄວນຮູ້ ເຖິງວ່າເວັບໄຊສ່ວນໃຫຍ່ຈະມີການໃຫ້ຂໍ້ມູນທີ່ສອນໃຫ້ເຮົາຍຶດໝັ້ນໃນແຜນການເທຣດ ແລະ ການລົງທຶນດ້ວຍປະລິມານທີ່ເໝາະສົມແຕ່ກໍ່ຍັງມີບາງແຫ່ງທີ່ໃຫ້ຂໍ້ມູນເລິກເຊິ່ງທີ່ຄຸ້ມຄ່າ ແລະ ນຳໄປໃຊ້ໄດ້ແທ້ ໂດຍເຄື່ອງມືການຈັດການຄວາມສ່ຽງເຫຼົ່ານີ້ ໄດ້ຮັບການພິສູດແລ້ວວ່າມີປະສິດທິພາບໃນສະພາວະຕະຫຼາດແທ້ ເຊິ່ງໄດ້ແກ່

ການຈຳກັດປະລິມານເງີນທຶນ

ເປັນເທັກນິກທີ່ຮູ້ຈັກກັນດີແຕ່ມັກຖືກມືໃໝ່ເບິ່ງຂ້າມ ເພາະເຖິງວ່າທ່ານອາດຈະບໍ່ໄດ້ວາງແຜນທີ່ຈະລົງທຶນເປັນຈຳນວນຫຼາຍພັນດອນລາ ແລະ ມີເງີນທຶນພຽງຈຳນວນໜ້ອຍ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທ່ານຈະເສຍເງີນທຶນນັ້ນໄປໄດ້ໂດຍບໍ່ຕ້ອງມານັ່ງເສຍດາຍ

ດັ່ງນັ້ນ, ສິ່ງທີ່ຕ້ອງເຮັດທຳອິດຄືກຳນົດເງີນທຶນທີ່ທີ່ທ່ານຕ້ອງການລົງທຶນໄດ້ ພ້ອມຕັດສິນໃຈວ່າຈະໃຊ້ເງີນເທົ່າໃດໃນການຊື້-ຂາຍໂດຍບໍ່ກະທົບກັບງົບທີ່ວາງໄວ້ ຢ່າງໃດກໍ່ຕາມ ທ່ານອາດໃຊ້ເທັກນິກແບບອື່ນໆ ສຳຫຼັບການລົງທຶນໃນອາສັງຫາລິມມະຊັບ ຫຼື ພັນທະບັດ  ແຕ່ສາມາດນຳເທັກນິກນີ້ໄປໃຊ້ກັບການເທຣດລາຍວັນ ແລະ ໃຊ້ກັບການເທຣດໃນໄລຍະສັ້ນໄດ້

ເທຣດເດີທີ່ມີປະສົບການສ່ວນຫຼາຍມັກຈະວາງແຜນການລົງທຶນ ແລະ ການເທຣດແຍກຈາກກັນ ແລະ ບໍ່ເອົາມາປົນກັນ

ເພື່ອວາງແຜນງົບປະມານໃຫ້ງ່ານຫຼາຍຂື້ນ ທ່ານຈະຕ້ອງພິຈາລະນາປັດໃຈດັ່ງຕໍ່ໄປນີ້:

ຄວາມຕ້ອງການ ແລະ ການໃຊ້ຈ່າຍໃນປະຈຸບັນຂອງທ່ານ

ວັດຖຸປະສົ່ງໃນການເທຣດ (ບໍ່ວ່າຈະເທຣດເພື່ອຄວາມມ່ວນຊື່ນ ຫຼື ຈິງຈັງເຖິງຂັ້ນເປັນ ນັກເທຣດມືອາຊີ)

ທ່ານອົດທົນກັບຄວາມສ່ຽງໄດ້ຫຼືບໍ່? ແລະ ຈະຮັບມືກັບສະພາບການທີ່ຕິງຄຽດ ແລະ ການສູນເສຍແບບໃດ?

ທ່ານມີພື້ນຖານທາງການເງີນຫຼື ປະສິດທິພາບໃນການເທຣດມາກ່ອນຫຼືບໍ່?

ເມື່ອກຳນົດຂະໝາດຂອງການລົງທຶນ ແລ ວາງແຜນງົບປະມານການເທຣດແລ້ວ ໃຫ້ພິຈາລະນາເຖິງການຮັກສາຜົນຕອບແທນດ້ວຍເຊັ່ນກັນ

ເຮັດແບບທົດສອບຄວາມຄຽດ

ການຝືກຜົນເປັນວິທີການດຽວທີ່ຈະຮູ້ໄດ້ວ່າທ່ານ ພ້ອມທີ່ຈະປະເວຊີນກັບຄວາມຄຽດຫຼາຍປານໃດ ດັ່ງນັ້ນ ທາງທີ່ດີິ ຄວນເຮັດແບບທົດສອບຄວາມຄຽດດ້ວຍຕົນເອງ ເພາະເຖິງແມ່ນແຕ່ນັກເທຣດຜູ້ຊຽວຊານຍັງມັກຈະແນະນຳໃຫ້ຄຳນວນການຂາດທຶນໄວ້ລ່ວງໜ້າ ເພື່ອເບິ່ງວ່າເຮົາຍອມຮັບໄດ້ຫຼືບໍ່ ຫາກລາຄາເກີດສວນທາງກັບວາງແຜນໄວ້

ຍິ່ງໄປກວ່ານັ້ນ ລອງຄິດເບິ່ງວ່າທ່ານກຳລັງຂາດທຶນທັນທີຫຼັງຈາກລາຄາໄປແຕະຕຳແໜ່ງສູງສຸດທີ່ສາມາດເຮັດກຳໄລໄດ້ຮຽບຮ້ອຍແລ້ວ ຫາກທ່ານສາມາດຮັບມືໄດ້ ກໍ່ສາມາດກ້າວໄປສູ່ຂັ້ນຕໍ່ໄປໄດ້ບໍ່ວາຈະເກີດແມ່ນຫຍັງຂື້ນກໍ່ຕາມ ທ່ານຄວນມີເງີນທຶນສະພາບຄ່ອງສຳຮອງໃນຍາມສຸກເສີນ ເຖິງແມ່ນວ່າທ່ານຈະມີເຄື່ອງມືການຈັດການຄວາມສ່ຽງໃນການເທຣດແລ້ວກໍ່ຕາມ

ທັງນີ້ມືໃໝ່ບໍ່ຄວນເລີ້ມຕົ້ນດ້ວຍເງີນລົງທຶນຈຳນວນມະຫາສານ ທາງທີ່ດີທີ່ສຸດຄືຄ່ອຍໆ ປັບເງີນທິນເພີ່ມຂືນໂດຍພິຈາລະນາເບ່ິງວ່າກົນລະຍຸດການເທຣດທີ່ໃຊ້ຢູ່ໃຫ້ຜົນຕອບແທນແບບໃດ ດີປານໃດ

ຫຼືກລ້ຽງ Slippage

ເຖິງວ່າຈະໃຊ້ອໍເດີ ສະຕອບລອດ ປະເພດຕ່າງງໆ (ເນື່ອງຈາກເປັນເຄື່ອງມືຈັດການຄວາມສ່ຽງໃນການເທຣດທີ່ມີປະສິດທິພາບ) ກໍ່ຍັງບໍ່ສາມາດຮັບປະກັນໄດ້ວ່າການເທຣດນັ້ນປາສະຈາກຄວາມສ່ຽງ 100ເປີເຊັນ ເພາະລາຄາແທ້ອາດມີການຄາດເຄື່ອນຈາກທັງທີ່ກຳນົດໄວ້ ຫຼື ທີ່ເອີ້ນກັນວ່າ  Slippage ນັ້ນເອງເຊິ່ງເຮັດໃຫ້ເຄື່ອງມືຈັດການຄວາມສ່ຽງບໍ່ມີຜົນເລີຍພຽງແຕ່ໜ້ອຍດຽວ

ກຳນົດຂະໝາດອໍເດີທີ່ຄົງທີ່

ຫຼັກການນີ້ຈະອາໃສການຄຳນວນຂະໝາດອໍເດີ ຊື້-ຂາຍ ໃໝ່ທຸກລາຍການຊິ່ງຊ່ວຍໃຫ້ທ່ານຕັ້ງລະດັບຂະໝາດທຶນທີ່ຄົງທີ່ໄດ້ ລວມເຖິງລະດັບການຕັ້ງອໍເດີສະຕອບລອດ ນັ້ນເອງຂໍດີຂອງການກຳນົດຂະໝາດອໍເດີມີດັ່ງນີ້:

ຊ່ວຍໃຫ້ມີແຜນໃນການອອກອໍເດີຂະໝາດນ້ອຍເພື່ອກໍລະນີເກີດຂໍ້ຜິດພາດ

ຊ່ວຍໃນການຮັກສາເງີນທຶນຂອງທ່ານ

ຊ່ວຍຫຼີ້ກລ້ຽງການອອກອໍເດີທີ່ມີຂະໜາດທີ່ບໍ່ແນ່ນອນ

ຊ່ວຍໃຫ້ສາມາດເພີ່ມຂະໜາດອໍເດີໄດ້ຢ່າງເໝາະສົມຫາກເຮັດກຳໄລໄດ້ແທ້

ດ້ວຍເຄັດລັບງ່າຍໆທີ່ວ່າມານີ້ ຈະເຮັດໃຫ້ທ່ານເທຣດໄດ້ຢ່າງປອດໄພ ແລະ ໄດ້ຜົນຕອບແທນທີ່ໝັ້ນຄົງຢ່າງຕໍ່ເນື່ອງ ອີກທັງຍັງສາມາດປ້ອງກັນຄວາມສ່ຽງໄດ້ອີກດ້ວຍ

ເງີນເຟີຕາມຄ່າແຮງງານ (Wage inflation) ປັດໃຈສໍາຄັນທີ່ນັກລົງທຶນບໍ່ຄວນເບິ່ງຂ້າມ
ອັດຕາເງີນເຟີຕາມຄ່າຈ້າງ ເປັນການເພີ່ມຂື້ນຂອງລາຄາສິນຄ້າ ແລະ ບໍລິການອັນເປັນຜົນມາຈາກການເຕີບໂຕຂອງຄ່າຈ້າງ ເອີ້ນອີກຢ່າງນຶ່ງຄື ຍິ່ງປະກາດການໄດ້ເງີນເດືອນເພີ່ມຂື້ນຫຼາຍເທົ່າໃດ ພວກເຂົາກໍ່ຕ້ອງຈ່າຍຄ່າສິນຄ້າ ແລະ ການບໍລິການຕ່າງໆ  ແພງຫຼາຍຂື້ນເທົ່ານັ້ນ  ໝາຍຄວາມວ່ານາຍຈ້າງມັກຈະຮັກສາຜົນກຳໄລຂອງບໍລິສັດເອົາໄວ້ສະເໝີ ເມື່ອຕ້ອງປະເຊີນກັບອັດຕາເງີນເດືອນທີ່ເພີ່ມຂື້ນ.

ເປັນສາເຫດໃຫ້ມູນຄ່າ ແລະ ການບໍລິການ ມີລາຄາແພງຂືນ ແລະ ເຮັດໃຫ້ແຮງງານຈະຕ້ອງໄດ້ຮັບຄ່າຈ້າງທີ່ສູງຂື້ນ ເພື່ອຊົດເຊີຍສ່ວນຕ່າງໆລະຫວ່າງການເພີ່ມຂື້ນຂອງລາຄາສິນຄ້າ ແລະ ການບໍລິການ ແລະ ເງີນເດືອນທີ່ພວກເຂົາໄດ້ຮັບນັ້ນເອງ.

ບົດຄວາມນີ້ແມ່ນຈະພາທຸກທ່ານໄປຮູ້ຈັກກັບອັດຕາເງີນເຟີຕາມຄ່າງຈ້າງແຮງງານ ເພື່ອເຮັດຄວາມເຂົ້າໃຈວ່າ ເປັນຫຍັງນັກລົງທຶນຄວນໃຫ້ຄວາມສຳຄັນກັບອັດຕາເງີນເຟີ້ນີ້.

Wage Inflation ແມ່ນຫຍັງ?

ຄ່າຈ້າງ Wage  ແລະ ອັດຕາເງີນເຟີ Inflation ມີຄວາມສໍາພັນກັນ ໃນເວລາດຽວກັນຫາກທ່ານກໍາລັງວາງແຜນທີ່ຈະໃຊ້ຈ່າຍເງີນຫຼາຍຂື້ນຕາມລາຄາທີ່ສູງຂື້ນ ນີ້ແມ່ນເປັນສິ່ງສຳຄັນທີ່ ທ່ານຕ້ອງເຮັດຄວາມເຂົ້າໃຈ ໃນຂະນະດຽວກັນທີ່ຄົນສ່ວນຫຼາຍ ໄດ້ເງີນເດືອນຫຼືລາຍຮັບຈາກການເຮັດວຽກ ເຊິ່ງວຽກທີ່ເຮັດໃຫ້ເງີນເດືອນໄດ້ຫຼາຍເທົ່າໃດ ຄວາມຢ້ານທີ່ຈະຕ້ອງຕົກວຽກ ຫຼື  ອອກຈາກວຽກດັ່ງກ່າວ ກໍ່ຫຼາຍເທົ່ານັ້ນ ນອກຈາກນີ້ ທຸລະກິດຂະໜາດນ້ອຍ ແລະ ຜູ້ໃຫ້ບໍລິການສ່ວນຫຼາຍມັກອີງຕາມການໄດ້ຮັບເງີນຄ່າຈ້າງຂອງແຮງງານເປັນຫຼັກ.

ໃນຂະນະດຽວກັນ ດ້ວຍຈຳນວນຂອງຍອດຜູ້ວ່າງວຽກທີ່ເພີ່ມສູງຂື້ນ ຜູຄົນຕ່າງໆບໍ່ເຕັມໃຈທີ່ຈະຈັບຈ່າຍໃຊ້ສອຍສິນຄ້າ ແລະ ການບໍລິການທີ່ມີມູນຄ່າເພີ່ມສູງຂື້ນຕາມເງີນເຟີ ເພາະແນ່ນອນວ່າເມື່ອຕົກວຽກ (ບໍ່ມີ່ວຽກເຮັດ) ພວກເຂົາກໍ່ບໍ່ມີລາຍຮັບທີ່ພຽງພໍສຳຫຼັບໃຊ້ຈ່າຍນັ້ນເອງ.

ວິທີຄວາມຄຸມອັດຕາເງີນເຟີຈາກຄ່າຈ້າງ

ທຸກຄັ້ງທີ່ທ່ານສັ່ງເກດເຫັນວ່າສິນຄ້າສູງຂື້ນ ເປັນເລື່ອງປົກກະຕິທີ່ທ່ານຄາດຫວັງຈະໃຫ້ເງີນເດືອນຂອງທ່ານເພີ່ມຂື້ນຕາມ ເພື່ອໃຫ້ສາມາດຄວບຄຸມຄ່າໃຊ້ຈ່າຍທີ່ເພີ່ມຂື້ນດ້ວຍ ສະຖານະການດັ່ງກ່າວເຮັດໃຫ້ອັດຕາເງີນເຟີ້ຂອງຄ່າງຈ້າງເພີ່ມຂື້ນ ເຊິ່ງສ່ວນໃຫຍ່ແລ້ວແມ່ນຈະເກີດຂື້ນໃນຮູບແບບກຽວ ໂດຍນັກເສດທະສາດກ່າວວ່າເປັນຂົວເຊື່ອມຕໍ່ລະຫວ່າງພາວະເງີນເຟີຫຼາຍເກີນໄປ ກັບພາວະເງີນເຟີທີ່ບໍ່ສາມາດຄວບຄຸມໄດ້ ຕົວຢ່າງສະຖານະການທີ່ ນາຍຈ້າງຂື້ນລາຄາ ແລະ ລູກຈ້າງຕ້ອງການເງີນເດືອນທີ່ສູງຂື້ນທຸກຢ່າງມີຄວາມສຳພັນກັນເປັນວົງກົມ ແລະ ສົ່ງຜົນໃຫ້ເກີດອັດຕາເງີນເຟີໃນຄ່າຈ້າງໃນທີ່ສຸດ.

ໂດຍທົ່ວໄປແລ້ວລາຄາທີ່ສູຂື້ນເປັນໄປຕາມກົນໄກຂອງລະບົບເສດຖະກິດ ເນື່ອງຈາກຄວາມສາມາດຂອງພະນັກງານທີ່ີມີກຳລັງຊື້ຫຼຸດລົງ ຂະນະທີ່ນັກທຸລະກິດຕ່າງໆ ກໍເຮັດກຳໄລໄດ້ໜ້ອຍລົງເຊັ່ນກັນເຮັດໃຫ້ທະນາຄານກາງຕ້ອງຕອບສະໜອງ ແລະ ດຳເນີນການຈັດການເມື່ອເຫັນວ່າອັດຕາຄ່າຈ້າງມີການເຕີບໂຕ ໂດຍພາລະກິດຫຼັກຂອງທະນາຄານກາງຄືການປ້ອງກັນປະຕິບັດສັນຍາລູກໂສ້ ແລະ ການເຄື່ອນໄຫວຂອງລາຄາ ແລະ ຄ່າຈ້າງທີ່ເພີ້ມຂື້ນເປັນວົງກົມນັ້ນເອງ

Wage Inflation ສົ່ງຜົນກະທົບຕໍ່ຕະຫຼາດແບບໃດ

ທະນາຄານກາງຈະມີການປັບຂື້ນອັດຕາດອກເບ້ຍເພື່ອຄວບຄຸມອັດຕາເງີນເຟີຂອງຄ່າຈ້າງ  ເຊິ່ງສົ່ງຜົນໃຫ້ຜູ້ບໍລິໂພກ ແລະ ພາກທຸລະກິດເຫັນວ່າເປັນເລື່ອງຍາກ  ທີ່ຈະຈັກສັນເງີນທຶນເພີ່ມເຕີມເພື່ອຫຼຸດ Demand ໃຫ້ໜ້ອຍລົງ ເຖິງແນວໃດກໍ່ຕາມຫຼັກການນີ້ໃຊ້ໄດ້ສະເພາະໃນທາງທິດສະດີເທົ່ານັ້ນ ເນື່ອງຈາກຍັງບໍ່ເຄີຍໄດ້ຮັບການພິສູດຢືນຢັນໃນສະພາວະຕະຫຼາດແທ້.

ໃນຄວາມເປັນຈິງແລ້ວ ນາຍທະນາຄານກາງມັກຈະເປັນຜູ້ກຳນົດນະໂຍບາຍສະເພາະທີ່ຈະເນັ້ນໄປທີ່ກອບເວລາ  ຫຼື Timeframe ທີ່ຍາວກ່ວາເຊິ່ງກໍ່ບໍ່ແມ່ນເລື່ອງງ່າຍທີ່ພວກເຂົາຈະປັບປ່ຽນລະບົບການກະຈາຍຄ່າຈ້າງແບບເກົ່າໆ ເຊິ່ງຈະສົ່ງຜົນກະທົບຕໍ່ຕະຫຼາດ ແລະ ເຮັດໃຫ້ຕະຫຼາດສັ່ນຄອນ.

ໃນທາງກັບກັນ ມັນອາດບົ່ງບອກເຖິງຄວາມສ່ຽງເພີ່ມເຕີມສຳຫຼັບນັກລົງທຶນ ເປັນເຫດຜົນວ່າເປັນຫຍັງທະນາຄານກາງຈິ່່ງໃຫ້ຄວາມສຳຄັນກັບການໃຊ້ມາດຕະການ ແລະ ຂໍ້ກຳນົດໃນໄລຍະຍາວເພື່ອຄວບຄຸມອັດຕາເງີນເຟີຂອງຄ່າຈ້າງ ແລະ ບັນລຸສະຖຽນລະພາບດ້ານລາຄາ.

ໂຕບົ່ງບອກອັດຕາຄ່າຈ້າງ

ນັດເທຣດສາມາດຕິດຕາມການປ່ຽນແປງຄ່າຈ້າງໄດ້ໂດຍຂໍ້ມູນນີ້ເປັນໂຕຊີ້ວັດຕາມທີ່ສະແດງເຖິງອັດຕາການຈ້ງວຽກ ເວົ້າງ່າຍໆ ຄືຫາກທ່ານສັງເກດເຫັນອັດຕາເງີນເຟີຂອງຄ່າຈ້າງ ກໍໝາຍຄວາມວ່າອັດຕາການເງີນເຟີປະເພດອື່ນໆຈະເກີດຂື້ນຕາມມາດ້ວຍ.

ໃນກໍລະນີນັກລົງທຶນຄວນຄຳນິງເຖິງວ່າໜ່ວຍງານທີ່ເບິ່ງແຍງ ແລະ ພ້ອມທີ່ຈະທົນຕໍ່ພາວະເງີນເຟີໃນຊ່ວງເລີ່ມຕົ້ນໄດ້ ຫຼືບໍ່ ເນື່ອງຈາກຫາກພວກເຂົາ ບໍ່ກະທົນທີ່ຈະເຮັດການເຄື່ອນໄຫວແບບໄວວາ ກໍ່ອາດກໍ່ໃຫ້ເກີດຄວາມສ່ຽງຫຼາຍຍິ່ງຂື້ນ ເຖິງຢ່າງໃດກໍ່ຕາມ ພວກເຂົາຈະບໍ່ເຄຍສະຖານະການເມື່ອເຫັນວ່າມີສັນຍານຂອງອັດຕາເງີນເຟີຄ່າຈ້າງເກີດຂື້ນ.

ທາງທີ່ດີທີ່ສຸດນັກລົງທຶນຄວນຕິດຕາມຂ່າວສານຢ່າງຮອບຄອບເພື່ອເຮັດໃຫ້ເຂົ້າໃຈວ່າທະນາຄານກາງກຳລັງຈະໃຊ້ນະໂຍບາຍທີ່ເຂັ້ມງວດຫຼືບໍ່ ແລະ ຮັບຟັງສິ່ງທີ່ໜ່ວຍງານກຳກັບເບິ່ງແຍງຢ່າງເປັນທາງການເວົ້າກ່ຽວກັບອັດຕາເງີນເຟີຂອງຄ່າຈ້າງຢູ່ສະເໝີ.

ສັນຍານການເທຣດ Forex ແມ່ນຫຍັງ? ເປັນຫຍັງຕ້ອງເບິ່ງສັນຍານການເທຣດທຸກຄັ້ງທີ່ເທຣດ
ສັນຍານການເທຣດ Forex   ​ແມ່ນ​ຊ່ວຍ​ໃຫ້​ນັກ​ເທ​ຣດ ຈັບ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ໃນ​ການ​ເປີດ ຫຼື ປີດ  ອໍ​ເດີ​ໄດ​້ ໂດຍ​ສັນ​ຍານ​ການ​ເທ​ຣດ Forex ໃນ​ປະ​ຈຸ​ບັນ​ມີ​ການ​ປ່ຽນ​ແປງ ແລະ ພັດ​ທະ​ນາ​ໃຫ້​ມີ​ຄວາມ​ແມ້ນຢຳຫຼາຍ​ຂື້ນ​ເພື່ອ​ໃຫ້​ນັກ​ລ​ົງ​ທຶນ​ສາ​ມາດ​ພັດ​ທ​ະ​ນາ​ແນວ​ທາງ​ໃນ​ການ​ເທ​ຣດ ແລະ ຄົ້ນ​ຫາ​ໂອ​ກາດ​ໃນ​ການ​ຊື້-ຂາຍ​ ທີ່​ອາດ​ຈະ​ນຳ​ມາ​ຂອງ​ຜົນ​ກຳ​ໄລ

ຫຼັກ​ການ​ສຳ​ຄັນ​ຄື ການ​ໃຫ້​ຂໍ້​ແນະ​ນຳ ຫຼື ແນວ​ຄິດ​ໃນ​ການ​ເທ​ຣດ ສິນ​ຊັບ​ຕ່າງໆ ຕາມກອບ​ເວ​ລາ ຫຼື ຂໍ້​ມູນ​ຄ່າ​ທີ່​ນັກ​ເທ​ຣດ​ລະ​ບຸ​ໄວ້ ໂດຍບໍ່​ວ່າ​ທ່ານ ຈະ​ເປັນ​ນັກ​ເທ​ຣດ​ມື​ໃໝ່  ຫຼື ນັກ​ລົງ​ທຶນ​ທີ່​ມີ​ປະ​ສົບ​ການ​ຢູ່​ແລ້ວກໍ່​ຕາມ ແຕ່​ສັນ​ຍານ​ການ​ເທ​ຣດ​ໃນ​ແຕ່​ລະ​ມື້ ກໍ່​ອາດ​ເພີ່ມ​ໂອ​ກາດ​ໃຫ້​ກົນ​ລະ​ຍຸດ​ຂອງ​ການ​ເທ​ຣດ​ຂອງ​ທ່ານ​ສົມ​ບູນຫຼາຍ​ຍິ່ງ​ຂື້ນ

ໃນ​ບົດ​ຄວາມນີ້​ເຮົາ​ຈະ​ມາ​ເວົ້າເຖິງຫຼັກ​ການ ການ​ເທ​ຣດ​ດ້ວຍ​ສັນ​ຍານ  Forex ລ​ວາມ​ເຖິງ​ປະ​ເພດ​ຂອງ​ສັນ​ຍານ ແລະ ສາ​ເຫດ​ວ່າເປັນ​ຫຍັງ​ນັກ​ເທ​ຣດ​ຄວນ​ໃຫ້​ຄວາມ​ສຳ​ຄັນ​ກັບ​ສັນ​ຍານ​ເຫຼົ່າ​ນີ້

ເປັນ​ຫຍັງ​ນັກ​ເທ​ຣດ​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ກັບ Forex Signal?

ສັນຍານກຣາບ  Forex ທີ່ແມ້ນຢໍາ ແລະ ໜ້າເຊື່ອຖື່ເປັນປະໂຫດຢ່າງຫຼາາຍ ສໍາຫຼັບນັກລົງທຶນລະດັບໂລກ ບໍ່​ວ​່າ​ທ່ານ​ຈະ​ມີ​ປະ​ສ​ົບ​ການ​ໃນ​ການ​ເທ​ຣດຫຼາຍ​ໜ້ອຍ​ປານ​ໃດ​ກໍ່​ຕາມ​ ໃນ​ຄະ​ນະ​ດຽວ​ກັນ ນັກ​ເທ​ຣດ​ມື​ໃໝ່​ກໍ່​ຈະ​ສາ​ມາດ​ອາ​ໃສ​ສັນ​ຍານ​ການ​ເທ​ຣດ  Forex ເພື່ອ​ໃຊ້​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ເທ​ຣດ​ໄດ້​ງ່າຍ​ຍິ່ງ​ຂື້ນ ໂດຍ​ທີ່​ນັກ​ເທ​ຣດ​ຜູ້​ຊ່ຽວ​ຊານ  ກໍ່​ສາ​ມາດ​ພັດ​ທ​ນາ​ແນວ​ທາງ​ການ​ເທ​ຣດ​ໄດ້​ໂດຍ​ໃຊ້​ຂໍ້​ມູນ​ເຊິງ​ເລີກ​ຕ່າງ​ໆ

ຢ່າງ​ໃດ​ກໍ່​ດີ​ສັນ​ຍານ Forex ຈະໃຊ້​ໄດ້​ຜົນ​ແທ້  ເມື່ອ​ໃຊ້​ໃນ​ຈັງ​ຫວະ ແລະ ເວ​ລາ​ທີ່​ຖືກ​ຕ້ອງ​ເທົ່າ​ນັ້ນ ສິ່ງ​ທີ່​ຕ້ອງ​ຄຳ​ນິງ​ເຖິງ​ຄື​ວ່າ​ຕະຫຼາດ Forex ມີ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼອດ​ເວ​ລາ ນັ້ນ​ໝາຍ​ຄວາມ​ວ່າ​ສັນ​ຍານ​ບາງ​ຢ່າງ​ອາດ​ບໍ່​ສະ​ຖຽນ​ສະ​ເໝີ​ໄປ ສະ​ນັ້ນ​ກຸນ​ແຈ​ສຳ​ຄ​ັນ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດຄື​ການ​ຫາ​ສັນ​ຍານ  Forex ໃນ​ຈັງ​ຫວະ​ທີ່​ເໝາະ​ສົມເທົ່າ​ນັ້ນ  ນັກ​ເທ​ຣດ​ຈະ​ຕ້ອງ​ໝັ້ນ​ໃຈ​ວ່າ​ຜູ້​ໃຫ້​ບໍ​ລິ​ການ​ສັນ​ຍານ Forex ທີ່​ທ່ານ​ເລືອກ​ໃຊ້​ມີ​ຂໍ້​ມູນ​ທີ່​ຄວບ​ຄຸມ ແລະ ບໍ່​ພາດ​ບົ່ງ​ບອກ​ທຸກ​ຊັອດກຳ​ໄລ​​ທີ່​ກຳ​ລັງ​ມາ​ເຖິງ

ປະ​ເພດ​ຂອງ​ສັນ​ຍານ​ການ​ເທ​ຮດ Forex

ປະ​ເພດ​ສັນ​ຍານ​ການ​ເທ​ຣດ Forex ທີ່​ນັກ​ເທ​ຣດ​ແຕ່​ລະ​ທ່ານ​ໄດ້​ຮັບ​ຂື້ນ​ຢູ່​ກັບ​ສັນ​ຍານ Forex ທີ່​ຜູ້​ໃຫ້​ບໍ​ລິ​ການ​ຂອງ​ທ່ານ  ກຽມ​ໃຫ້ ເຊິ່ງ​ໂດຍ​ທົ່ວ​ໄປ​ແລ້ວ​ນັກ​ລົງ​ທຶນ​ຈະ​ໄດ້​ຮັບ​ການ​ແຈ້ງ​ເຕືອນ, ປັກ​ອິນ ເສີມ​ຕ່າງ​ໆ, ຂໍ້​ຄວາມ​ຜ່ານ​ເມດ​ເຊດ, ຂໍ້​ມູນ​ຜ່ານວອດ​ແອັບ, ລາຍ ຫຼື ອີ​ເມວ ໂດຍ​ກົງ​ຈາກ​ທີມ​ງານ​ຂອງ​ໂບ​ຣກ​ເກ​ຣີ ເຊິ່ງ​ເຮົາ​ຄ່ອຍ​ມາ​ລົງ​ເລີກ​ລາຍ​ລະ​ອຽດ​ຕ່າງໆ ກັນ​ຕໍ່​ໄປ ແຕ່​ຕອນ​ນ​ີ້​ລອງ​ມາ​ເບິ່ງ​ສັນ​ຍານ Forex ປະ​ເພດຫຼັກໆ​ ທີ່​ນັກ​ເທ​ຣດ​ສ່ວນ​ໃຫຍ່​ຈະ​ໄດ້​ຮັບ ເຊິ່ງ​ມີ​ດັ່ງ​ນີ້:

ສັນ​ຍານ​ການ​ເທ​ຣດ​ແບບ Manual ແລະ ແບບ​ອັດ​ຕະ​ໂນ​ມັດ ປະ​ເພດ​ຂອງ​ສັນຍານ​ຂື້ນ​ຢູ່​ກັບ​ວິ​ທີ​ການ​ສ້າງນັ້ນ​ເອງ ໂດຍ​ສັນ​ຍານ​ແບບ Manual ຈະ​ຖືກ​ສົ່ງ​ໂດຍ​ນັກ​ວິ​ເຄາະ ຫຼື ນັກ​ເທ​ຣດ​ທີ່​ມີ​ຄວາມ​ຊ່ຽວ​ຊານ ຂະ​ນະ​ທີ່​ສັນ​ຍານ​ອັດ​ຕະ​ໂນ​ມັດ​ຈະ​ຖືກ​ສົ່ງ​ດ້ວຍ​ການ​ວິ​ເຄາະ​ຂອງ​ຊອບ​ແວ ຫຼື ໂປ​ຣ​ແກ​ຣມ​ຕ່າງ​ໆ

ສັນ​ຍານ​ການ​ເທ​ຣດ​ແບບ​ຟີ​ຣ ແລະ ມີ​ຄ່າ​ໃຊ້​ຈ່າ​ຍ ຜູ້​ໃຫ​້​ບໍ​ລິ​ການ​ບາງ​ລາຍ​ອາດ​ມີ​ສັນ​ຍານ​ການ​ເທ​ຣດ​ໃຫ້​ບໍ​ລິ​ການ​ຟີໆ ຂະ​ນະ​ທີ່​ບາງ​ລາຍ​ການ​ອາດ​ມີ​ການ​ເກັບ​ຄ່າ​ທຳ​ນຽມ​ເພີ່ມ​ເຕີມ ສະ​ນັ້ນ​ນັກ​ເທ​ຣດ​ຈະ​ຕ້ອງກວດ​ສອບເບິ່ງ​ເງື່ອນ​ໄຂ​ຂອງ​ບັນ​ຊີ​ເທ​ຣດ​ທີ່​ທ່ານ​ສົນ​ໃຈ​ທຸກ​ຄັ້ງ​ກ່ອນ​ການ​ເປີດ​ບັນ​ຊີ

ສັນ​ຍານ​ການ​ເປີດ ແລະ ປິດ ອໍ​ເດີ ຂື້ນ​ຢູ່​ກັບ​ຜູ້​ໃຫ້​ບໍ​ລິ​ການ​ສັນ​ຍານ ໂດຍ​ນັກ​ລົງ​ທຶນ​ສາ​ມາດ​ເລືອກ​ກັບ​ສ​ະ​ເພາະ​ສັນ​ຍານ​ເທ​ຣດ​ທີ່​ໃຊ້​ຫາ​ຈັງ​ຫວະ​ທີ່​ດີ​ທີ່​ສຸດ​ໃນ​ການ​ເປີດ​ອໍ​ເດີ ຂະ​ນະ​ທີ່​ບາງ​ໂປ​ຣ​ແກ​ຣມ​ອາດ​ສົ່ງ​ສະ​ເພາະ​ສັນ​ຍານ​ໃນ​ການ​ປີດ​ອໍ​ເດີ​ເທົ່າ​ນັ້ນ ເຮັດ​ໃຫ​້​ນັກ​ເທ​ຣດ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ງ່າຍຂື້ນ​ວ່າ​ເມື່ອ​ໃດ​ຄວນ​ປິດ​ອໍ​ເດີ ເຊິ່ງ​ໂດຍ​ສ່ວນ​ໃຫຍ່​ນັກ​ເທ​ຣດ​ມັກ​ຈະ​ໃຊ້​ສັນ​ຍານ​ປ​ະ​ເພດ​ນີ້​ສຳຫຼັບ​ການ​ເທ​ຣດ​ໃນ​ໄລ​ຍະ​ຍາວ​ເທົ່າ​ນັ້ນ

ຜູ້​ໃຫ້​ບໍ​ລິ​ລິ​ການ​ສັນ​ຍານ​ການ​ເທ​ຣດ Forex

ຫຼັງ​ຈາກ​ຮູ້​ຈັກ​ປະ​ເພດ​ສັນ​ຍານ​ການ​ເທ​ຣດ​ແລ້ວ ນັກ​ເທ​ຣດ​ຄົງ​ຮູ້​ດີ​ແລ້ວ​ວ່າ ສັນ​ຍານນັ້ນ​ມີ​ທັງ​ແບບ​ທີ່​ວິ​ເຄາະ​ເປັນ​ຜ​ູ້​ໃຫ້​ສັນ​ຍານ​ເອງ ແລະ ເປັນ​ສັນ​ຍານ​ທີ່​ມາ​ຈາກ​ໂປ​ແກ​ຣມ​ໂດຍ​ອັດ​ຕະ​ໂນ​ມັດ​ ແຕ່​ວ່າ​ທັງ​ສອງ​ແບບ​ນີ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ດັ່ງ​ນີ້:

ສັນ​ຍານ​ແບບ​ຜູ້​ໃຫ້​ບໍ​ລິ​ການ​ສັນ​ຍານ Forex  ຈະ​ໃຫ້​ສັນ​ຍານ​ໂດຍ​ອາ​ໃສ​ຄວາມ​ຮູ້ ທັກ​ສະ ແລະ ປະ​ສົບ​ການ​ເພື່ອ​ສ້າງ​ຂໍ້​ມູນ​ການ​ວິ​ເຄາະ​ທາງ​ເທັກ​ນິກ ແລະ ພາບ​ລວມ​ຂອງ​ຕະຫຼາດ

ສັນ​ຍານ​ແບບ​ອັດ​ຕະ​ໂນ​ມັດ ຜູ້​ໃຫ້​ບໍ​ລິ​ການ​ສັນ​ຍານ Forex ແບບ​ອັດ​ຕະ​ໂນ​ມັດ​ຈະ​ໃຊ້ ອໍ​ກາ​ລະ​ທີມ ສ​ະ​ເພາະ ແລະ ສະ​ພາ​ວະ​ຕະຫຼາດ​ໃນ​ສ້າງ​ສັນ​ຍານ​ການ​ເທ​ຣດ ໂດຍ​ສະ​ເພາະ Expert Advisory (EA) ເຊິ່ງ​ເປັນ​ນຶ່ງ​ໃນ​ເຄື່ອງ​ມື​ໃຫ້​ສັນ​ຍາ​ນ​ອັດ​ຕະ​ໂນ​ມັດ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ​ທີ່​ສຸດ ແລະ ຜູ້​ໃຫ້​ບໍ​ລິ​ການ​ທີ່​ຮວມ​ເຂົ້າ​ກັບ ແຟດ​ຟອມ MT4 ໂດຍ​ລະ​ບົບ​ຈະ​ໃຊ້​ໂຕ​ບົ່ງ​ບອກ ຫຼື ອິນ​ດີ​ເຄ​ເຕີ​ຕ່າງໆ​ເຊັ່ນ Stochastics, Moving Averages ເປັນ​ຕົ້ນ

ຂໍ້​ດີ​ຂອງ​ການ​ເທ​ຣດໂດຍ​ໃຊ້​ສັນ​ຍານ Forex

ສັນ​ຍານ Forex ເປັນ​ເຄື່ອງ​ມື​ທີ່​ຢືດ​ຢູ່ນຫຼາຍ​ເຊິ່ງ​ເໝາະ​ສຳຫຼັບ​ມື​ໃໝ່​ເລີ່ມ​ເທ​ຣດ ແລະ ນັກ​ເທ​ຣດ​ມື​ອາ​ຊີບ  ເຊິ່ງ​ຫາກ​ນັກ​ເທ​ຣດ​ນຳ​ໄປ​ໃຊ້​ໃນ​ຈັ​ຫວະ​ທີ່​ເໝາະ​ສົມ ກໍ່​ຈະ​ມີ​ປະ​ໂຫຍດຫຼາຍໆ​ດັ່ງ​ນີ້:

ການ​ນຳ​ໄປ​ໃຊ້​ກັບ​ກົນ​ລະ​ຍຸດ​ແບບ​ການ​ເທ​ຣດ​ແບບ​ຕ່າງໆ ​ເຊິ່ງ​ຈະ​ຊ່ວຍ​ສ້າງ​ສັນ​ຍານ​ຜ່ານ​ການ​ວິ​ເຄາະ​ທາງ​ເທັກ​ນິກ ປັດ​ໃຈ​ພື້ນ​ຖານ, ສະ​ພາ​ວະ ແລະ ຮູບ​ແບບ​ອື່ນໆ ອີກຫຼາຍ​ຢ່າງ

ສັນ​ຍານ​ເຫຼົ່າ​ນີ້​ຈະ​ຊ່ວຍຫຼຸດ​ໄລ​ຍະ​ເວ​ລາ​ທີ່​ທ່ານ​ຕ້ອງ​ໃຊ້​ໃນ​ການ​ເທ​ຣດ ເຊິ່ງ​ຈະ​ມີ​ປະ​ໂຫຍດຫຼາຍໆ​ຢ່າງ ຫາກ​ທ່ານ​ບໍ່​ມັກ​ໃຊ້ ນັກ​ເທ​ຣດ​ຟູ​ທາມ  ເພາະ​ທ່ານ​ອາດ​ມີ​ວຽກ ແລະ ຄວາມ​ຮັບ​ຜິດ​ຊອບ​ອື່ນໆ  ທີ່​ຕ້ອງ​ເບິ່ງ​ແຍງ​ໃນ​ລະ​ຫວ່າງມື້​ແຕ່​ຫາກ​ມີ​ສັນ​ຍານ​ໃນ​ການ​ເທ​ຣດ  ທ່ານນ​ຈະ​ຮູ້​ໄດ້​ວ່າ​ຈັງ​ຫວະ​ໃດ​ຄວນ​ເປີດ-ປິດ ໂດຍ​ບໍ່​ຕ້ອງ​ເຝົ້າ​ໜ້າ​ຈໍ​ຕະຫຼອດ​ມື

ຢ່າງ​ໃດ​ກໍ່​ແລ້ວ​ແຕ່​ສັນ​ຍານ Forex ບໍ່​ໄດ້​ມີ​ພຽງ​ແຕ່​ຂໍ້​ດີ​ແຕ່​ຢ່າງ​ດຽວ  ແຕ່ກໍ່​ມີ​ຂໍ້​ຄວນ​ລະ​ວັງເຊັ່ນ​ກັນ ເນື່ອງ​ຈາກ​ອາດກໍ່​ໃຫ້​ເກີດ​ຄວາມ​ສ່ຽງ​ໃນ​ການ​ເທ​ຣດ​ໄດ້ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ  ຫາກ​ບໍ່​ໃດ້​ໃຊ້​ໃນ​ເວ​ລາ​ທີ່​ເໝາະ​ສົມ​ຈິ່ງ​ເປັນ​ສາ​ເຫດ​ທີ່​ນັກ​ເທ​ຣດ​ຜູ້​ຊ່ຽວ​ຊານ​ມັກ​ຈະ​ແນາ​ນຳໃຫ້​ເລີ່ມ​ເທ​ຣດ​ດ້ວຍ​ຈຳ​ນວນ​ລັອດ​ນ້ອຍໆ  ແລະ ຄ່ອຍ​ພິ​ຈາ​ລະ​ນາ ແລະ ຈັດ​ການ​ຄວາມ​ສ່ຽງ​ຢູ່​ສະ​ເໝີ ທີ່​ສຳ​ຄັນ ຢ່າ​ເທ​ຣດຫຼາຍ​ເກີນ​ກ່ວ​າ​ທີ່​ທ່ານ​ເທ​ຣດ​ໄຫວ ແລະ ຄວບ​ຄຸມ​ອາ​ລົມ​ໃນ​ລະ​ຫວ່າງ​ການ​ເທ​ຣດ​ຢູ່​ສະ​ເໝີ

7 ມຸມມອງ ແລະ ຄວາມເຂົ້າໃຈຜິດໆ ກ່ຽວກັບການເທຣດ Forex
ການເທຣດ Forex ເປັນນຶ່ງໃນການລົງທຶນທີ່ີໄດ້ຮັບຄວາມນິຍົມຢ່າງຫຼາຍສຳຫຼັບລົງທຶນມືໃໝ່ ເນືອງຈາກມີສະພາບຄ່ອງສູງ ແລະ ມີຕາສານໃຫ້ເລືອກຈຳນວນຫຼາຍ (ສະກຸນເງີນ, ຄຳ)  ຈິ່ງເປັນໂອກາດທີ່ນ້າສົນໃຈໃນການເຮັດກຳໄລ ທີ່ສຳຄັນ ຕະຫຼາດ Forex ຍັງເຂົ້າເຖິງໄດ້ງ່າຍ ກ່ວາຕະຫຼາດອື່ນໆ ເນືອງຈາກໃຊ້ເງີນລົງທຶນເລີ້ມຕົ້ນຕໍ່າກ່ວາ ແລະ ສາມາດເທຣດໄດ້ຕະຫຼອດ 12 ໂຊໂມງ

ໃນຂະນະດຽວກັນການເທຣດ Forex ແບບລາຍວັນ  (Day trade)  ນັ້ນແຕກຕ່າງຈາກທີ່ີ່ມືໃໝ່ຫຼາຍຄົນຄາດຫວັງ ຕ່າງຈາກທີ່ເຮົາເຫັນກັນໃນ  ໜັງເລື່ອງ  Wolf from Wall Street

ມື້ນີ້ເຮົາຈະມາເວົ້າເຖິງ ມູມມອງ ແລະ ຄວາມເຂົ້າໃຈແບບຜິດໆ ຂອງນັກລົງທຶນມືໃໝ່ຕໍ່ຕະຫຼາດ  Forex

ຂໍ້ທີ 1 – ການເທຣດ  Forex  ເປັນກິດຈະກຳຂອງຜູ້ຊາຍ

ເປັນເລື່ອງຈິງທີ່ວ່າຕະຫຼາດ Forex  ມີຜູ້ຊາຍປະມານ 87% ທີ່ໃຊ້ກົນລະຍຸດ Forex ທີ່ແຕກຕ່າງກັນ ມີພຽງຜູ້ຍິງບໍ່ພຽງເທົ່າໃດເປີເຊັນເທົ່ານັ້ນ ທີ່ມີບົດບາດໃນຕະຫຼາດ ເຖິງຢ່າງໃດກໍ່ຕາມ ບໍ່ໄດ້ໝາຍຄວາມວ່າການເທຣດ Forex ເໝາະສຳຫຼັບຜູ້ຊາຍເທົ່ານັ້ນ ສະຖານະການໄດ້ປ່ຽນໄປຢ່າງຫຼາຍໃນຊ່ວງບໍ່ກີ່ປີທີ່ຜ່ານມາ

ການຮຽນຮູ້ວິທີການເທຣດ ແລະ ໃຊ້ກົນລະຍຸດ Forex  ຕ່າງໆ ກາຍເປັນເລື່ອງງ່າຍ ມີໂບກເກີອອນລາຍຊັ້ນນຳ ທີ່ຂໍ້ມູນດ້ານໃຫ້ການໃຫ້ຮຽນຮູ້ ເຮັດໃຫ້ງ່າຍຕໍ່ໍ່ການເລີ່ມຕົ້ນສຳຫຼັບທຸກຄົນ ນອກຈາກນີ້ ການແນາະນຳເຄື່ອງມືການເທຣດຕ່າງໆ ບອດຊື້-ຂາຍ ແລະ ເຄື່ອງມືແອັດວານເຊັ່ນ: ການຄັດລອກການເທຣດ ເຮັດໃຫ້ຕະຫຼາດ Forex  ສາມາດເຂົ້າເຖິງໄດ້ງ່າຍ ບໍ່ວ່າທ່ານຈະເປັນເພດໃດກໍ່ຕ່າມ

ທີ່ໜ້າແປກໃຈຄື ຈາການສຳເລັດໄວໆນີ້ ມີນັກເທຣດຍິງທີ່ປະສົບຄວາມສຳເລັດໃນການເທຣດຫຼາຍກ່ວານັກລົງທຶນຜູ້ຊາຍ ອາດເພາະວ່າຜູ້ຍິງມີຄວາມໃຈເຢັນ ແລະ ມີຄວາມໝັ້ນໃຈຫຼາຍກ່ວາ ເຮັດໃຫ້ສາມາດມາດຄວບຄຸມອາລົມ ແລະ ກຳນົດເງີນທີ່ເໝາະສົມ ແລະ ວິທີການຈັດການຄວາມສ່ຽງ ນອກຈາກນີ້ເຮົາຍັງສາມາດເຫັ້ນສະຖາັບນການເງີນຂະໜາດໃຫຍ່ ທີ່ຈ້າງຜູ້ຍິງໃນຕຳແໜ່ງລະດັບສູງ, ດັ່ງນັ້ນເຮົາອາດເຫັນການປ່ຽນແປງຂອງຕະຫຼາດ Forex  ທີ່ຜູ້ຍິງເຂົ້າມາມີບົດບາດຫຼາຍຂື້ນ

ຂໍ້ທີ 2 – ການເທຣດ  Forex ເປັນການຄາດເດົາໃນອານາຄົດ

ບໍ່ມີໃຜສາມາດຄາດການອານາຄົດໄດ້ ການເທຣດໂດຍການຄາດເດົາອານາຄົດ ກໍ່ອາດບໍ່ແມ່ນເລື່ອງທີ່ດີປານໃດ ໃນຂະນະດຽວກັນ ນັກເທຣດມີອາຊີບອາດອາໃສການວິເຄາະທາງເທັກນິກ, ກຣາບ Forex  Indicator ແລະ ເຄື່ອງມືຕ່າງໆ ເພື່ອໃຫ້ສາມາດຄາດການໄດ້ຢ່າງແມ້ນຢໍາ ກ່ຽວກັບການເຄື່ອນໄຫວຂອງຕະຫຼາດທີ່ອາດເກີດຂື້ນ

ເຄື່ອງມືເຫຼົານີ້ຊ່ວຍໃນການຕັດສິນໃຈລົງທຶນຢ່າງສະຫຼາດ ແລະ ມີໂອກາດໄດ້ຮັບປະໂຫຍດຈາດ ແພັຣດເທີນ ການເທຣດຕ່າງໆ ເຖິງແນວໃດກໍ່ຕ່າມ ບໍ່ມີໃຜສາມາດຮັບປະກັັນການໄດ້ວ່າແຕ່ລະໂຕເລືອກ ແລະ ການເຄື່ອນໄຫວຂອງທີ່ ທ່ານຄາດການຈະໄດ້ຜົນໃນທີ່ສຸດ ບາງຄັ້ງກໍ່ອາດຂາດທຶນໄດ້ຫາກສັນຍານຜິດໄປຈາກທີ່ຄາດການໄວ້

ໃນຂະນະດຽວກັນ ຫາກມີວິທີຄາດການທີ່ແມ້ນຢໍາກໍ່ອາດບໍ່ສົ່ງຜົນດີຕໍ່ການຊື້-ຂາຍ ເພາະທຸກຄົນອຈະສາມາດຄາດການການເຄື່ອນໄຫວໄດ້ຕໍ່ໆ ໄປໄດ້ ກູນແຈສູ່ຄວາມສຳເລັດຄືຄວາມສາມາດໃນການອ່ານ ຕີຄວາມ ແລະ ເຮັດຄວາມເຂົ້າໃຈຄວາມໜ້າຈະເປັນຕາມຂໍ້ມູນທີ່ສ້າງ ໂດຍເຄື່ອງມືທາງເທັກນິກ ເຊິ່ງຈະນຳໄປສູ່ການພັດທະນາກົນລະຍຸດ Forex  ທີ່ມີປະສິດທິພາບຫຼາຍຍິ່ງຂື້ນ

ຂໍ້ທີ 3 – ນັກເທຣດທຸກຄົນເປັນຄືກັນກັບ Wolve ໃນ  Wall Street

ໜັງຮໍລີວູດ ທີ່ກ່ຽວກັບນັກເທຣດທີ່ ປະສົບຄວາມສຳເລັດ ໄດ້ເຜີຍແຜ່ຕຳນານຂອງ ຊູບເປີສະຕຣາຜູ້ມັ້ງຄັ້ງ ທີ່ນຸ່ງເຄື່ອງແພງໆ ແລະ ຂັບລົດຫຼູເຊັ່ນ ໜັງຂອງ Wolve of Wall Street ແລະ ໜັງເລື່ອງອື່ນໆ ທີ່ຍັງບໍ່ໄດ້ນຳສະເໜີພາບເກີນຈິງ ເພື່ອໃຫ້ໜັງມ່ວນສະໜຸກສະໝານຍິ່ງຂື້ນ

ແນ່ນອນເຮົາໄດ້ເຫັນເລື່ອງລາວຄວາມສຳເລັດທີ່ນ້າທິ່ງ ຢ່າງໃດກໍ່ຕາມໃນຄວາມເປັນຈິງ ແມ້ແຕ່ເທຣດເດີມີອາຊີບກໍ່ລ້ວນແລ້ວປະເຊີນກັບຄວາມຜິດພາດມາກ່ອນ ບໍ່ຕ່າງຫຍັງກັບມືໃໝ່ ນັກເທຣດສ່ວນໃຫຍ່ອາດຍັງບໍ່ຮູ້ ແມ້ກະທັງວ່າຈະປົກປ້ອງເງີນທຶນ ຂອງພວກເຂົາແນວໃດ ດັ່ງນັ້ນຢ່າຄາດຫວັງວ່າຈະຊື້ ສິ່ງຂອງທີ່ມູນຄ່າງແພງໆ ໄດ້ທັນແຕ່ຈົ່ງກຽມພ້ອມທີ່ຈະຂາດທຶນແທນ

ຂໍ້ທີ 4 – ການເທຣດ  Forex ຕ້ອງການເກັ່ງເສດຖະສາດ

ມືໃໝ່ບາງຄົນຄິດວ່າການເທຣດ Forex ຈຳເປັນຕ້ອງມີຄວາມຮູ່ທາງດ້ານເສດຖະສາດ ແຕ່ນັ້ນມັນບໍ່ແມ່ນຄວາມຈິງ ທຸກຄົນສາມາດເຂົ້າສູ່ຕະຫຼາດ ແລະ ເລີ່ມເຮັດກຳໄລໄດ້ ໂດຍສະເພາະຢ່າງຍິ່ງໃນປະຈຸບັນທີ່ທ່ານສາມາດເຂົ້າເຖິງຕະຫຼາດສະກຸນເງີນໄດ້ງ່າຍຂື້ນກ່ວາເກົ່າ

ແນ່ນອນວ່າຢ່າງໜ້ອຍທ່ານຕ້ອງມີຄວາມເຂົ້າໃຈພື້ນຖານທາງດ້ານເສດຖະສາດ ເພາະຈະຊ່ວຍໃຫ້ຮູ້ວ່າຕະຫຼາດເຄື່ອນໄຫວແນວໃດ ເຖິງແນວໃດກໍ່ຕາມ ບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງເປັນຊ່ຽວຊານດ້ານການເງີນແທ້ໆ ທຸກມື້ນີ້ນັກເທຣດມີແຫຼ່ງຂໍ້ມູນຫຼາຍແຫ່ງ ໃຫ້ຕິດຕາມ ລວມເຖິງຊຸມຊົນ ແລະ ຟໍລັມການເທຣດ ທີ່ໃຫ້ສະມາຊິກໄດ້ແບ່ງປັນປະສົບການ ຂໍ້ມູນດ້ານເລີກກ່ຽວກັບການເທຣດ Forex   ແລະ ອື່ນໆ

ຂໍ້ທີ 5 – ການເທຣດ  Forex ເປັນເລື່ອງງ່າຍ

ເມື່ອກ່າວວ່າຕະຫຼາດ Forex  ສາມາດເຂົ້າເຖິງໄດ້ງ່າຍ ບໍ່ໄດ້ໝາຍຄວາມວ່າທ່ານຈະສາມາດເທຣດໃຫ້ສຳເລັດໄດ້ງ່າຍໆ ໃນຄວາມເປັນຈິງການເທຣດ Forex  ບໍ່ແມ່ນເລື່ອງງ່າຍ ຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຢ່າງຫຼາຍຈາກນັກລົງທຶນໃນການຄົ້ນຫາແນວແນວທາງທີ່ສຳເລັດ ຕ້ອງກ້າວຜ່ານຄວາມລົ້ມເຫຼວ ການລອງຜິດລອງຖືກ ແລະ ຂໍ້ຜິດພາດ ບໍ່ຮູ້ຈົບ, ຢ່າຄາດຫັວງວ່າ Forex  ຈະງ່າຍຄືກັບການປອກກ້ວຍເຂົ້າປາກ ມັນຕ້ອງອາໃສການຮຽນຮູ້ທົດສອບ ແລະ ຝຶກຜົນຢ່າງຫຼາຍ

ຂໍ້ທີ 6 – ການເທຣດ  Forex  ເປັນຄືກັບການພະນັນ

ຫາກຈະຫຼື້ນການພະນັນກໍ່ຄວນຈະໄປຄາຊີໂນ ບໍ່ແມ່ນຕະຫຼາດ Forex  ເພາະຕະຫຼາດແຫ່ງນີ້ອາດບໍ່ເໝາະກັບຜູ້ທີ່ຕ້ອງການລົງທຶນແບບມົ້ວໆ ນັກເທຣດມືໃໝ່ຫຼາຍຄົນຄິວ່າການເທຣດ Forex  ເປັນຄືການພະນັນຫຼາຍກ່ວາ ຄວາມເຂົ້າໃຈຜິດໆນີ້ເກີດຂື້ນຈາກຄວາມບໍ່ຮູ້ ແລະ ການເບິ່ງຂ້າມທີ່ຈະເຮັດຄວາມເຂົ້າໃຈຕະຫຼາດໃຫ້ດີກ່ອນເລີ່ມລົງທຶນ

ແນ່ນອນວ່າອາດມີຫຼາຍຄົນເທຣດສຳເລັດ ເພາະໂຊກຊ່ວຍ ເຖິງຢ່າງໃດກໍ່ຕາມນັ້ນບໍ່ແມ່ນສິ່ງທີ່ທ່ານຄວນໂຟຣກັດ ໃນການລົງທຶນເນື່ອງຈາການເປັນນັກເທຣດມືອາຊີບ ຈະຕ້ອງຕັດສິນໃຈຢ່າງຮອບຄອບໂດຍພິຈາລະນາຈາກຂໍ້ມູນຕ່າງໆຢ່າງຮອບຄອບ ນອກຈາກນີ້ທ່ານຈະຕ້ອງມີທັກສະການຈັດການເງີນທີ່ເໝາະສົມ ແລະ ເຄື່ອງມືການບໍລິຫານຄວາມສ່ຽງ ເພື່ອຄວບຄຸມການລົງທຶນຂອງທ່ານ

ຂໍ້ທີ 7 – ການເທຣດ  Forex ເປັນ Scam

ເມື່ອການເທຣດ Forex  ການເປັນທີ່ນິຍົມຫຼາຍຂື້ນເລື້ອຍ ກໍ່ມີເວບໄຊຣ ຫຼອກລວງຈຳນວນຫຼາຍປະກົດຂື້ນ ຊິ່ງອາດຈະເປັນເລື່ອງຍາກສຳຫຼັບມືໃໝ່ທີ່ໂລບຈົນເກີນໄປ ສິ່ງທີ່ທ່ານຈະຕ້ອງເບິ່ງຫາຄືການເລືອກ ໂບກເກີຣ ທີ່ໜ້າເຊື່ອຖື ແລະ ເປັນທີີ່ຍອມຮັບ ເພື່ອເພີດເພີນໄປກັບເງື່ອນໄຂການຊື້-ຂາຍ ທີ່ໜ້າທຶ້ງ ຊຸດເຄື່ອງມືເຕັມຮູບແບບ ແລະ ສິດທິພິເສດອື່ນ

ການເບິ່ງວ່າຕະຫຼາດ Forex  ເປັນເລື່ອງຫຼອກລວງນັ້ນເປັນຄວາມເຂົ້າໃຈທີ່ຜິດ ເຊິ່ງສ່ວນຫຼາຍມັກເກີດຈາກມຸມມອງຂອງນັກເທຣດມືໃໝ່ທີ່ນັກເທຣດບໍ່ສຳເລັດນັ້ນເອງ ຂະນະດຽວກັນຕະຫຼາດ Forex  ໄດ້ສ້າງມູນຄ່າເກີນ 2.4 ລ້ານໆ $ ແລ້ວເປັນຂໍ້ຢືນຢັນວ່າຕະຫຼາດແຫ່ງນີ້ໄດ້ຮັບຄວາມໄວ້ວາງໃຈຈາກນັກລົງທຶນຫຼາຍລາຍທົ່ວໂລກ

ອັດຕາແລກປ່ຽນທັງ ທາງກົງ ແລະ ທາງອ້ອມສົ່ງຜົນກະທົບຕໍ່ຕະຫຼາດ Forex ແນວໃດ?
ອັດຕາແລກປ່ຽນທັງທາງກົງແລະທາງອ້ອມ ສົ່ງຜົນຕໍ່ຕະຫຼາດ Forex ແນວໃດ?

ໃນການເທຣດ Forex ຈະຄຳສັ່ງລາຄາອັດຕາແລກປ່ຽນອອກເປັນ 2 ແບບ ນັ້ນກໍຄື ອັດຕາແລກປ່ຽນທາງກົງແລະທາງອ້ອມ

ໂດຍອັດຕາແລກປ່ຽນທາງກົງເປັນວິທີ ທີ່ເຈິໄດ້ຫຼາຍກວ່າເມື່ອສະແດງສະກຸນເງີນຕ່າງປະເທດ 1ໜ່ວຍໃນສະກຸນເງີນໃນປະເທດ 1 ໜ່ວຍ ໃນທາງກັບກັນ ລາຄາທາງອ້ອມສະແດງສະກຸນເງີນໃນປະເທດ 1 ໜ່ວຍທີ່ສະແດງເປັນສະກຸນເງີນຕ່າງປະເທດ

ໃນບົດຄວາມມື້ນີ້ ເຮົາຈະມາອະທິບາຍເຖິງຫຼັກການຂອງຄຳສັ່ງທັງທາງກົງ ແລະ ທາງອ້ອມໃນຕະຫຼາດ Forex ລວມເຖິງວິທີຄຳນວນໂດຍໃຊ້ສູດແບບງ່າຍໆ

ອັດຕາແລກປ່ຽນທາງກົງແລະທາງອ້ອມຕ່າງກັນແນວໃດ?

ອັດຕາການແປງສະກຸນເງີນສາມາດສະແດງໄດ້ສອງວິທີເມື່ອໃຊ້ອັດຕາແລກປ່ຽນແບບທາງອ້ອມ ເຮົາຈະພິຈາລະນາອັດຕາແລກປ່ຽນເງີນຕາຕ່າງປະເທດຄົງທີ່ໃນຂະນະທີ່ສະກຸນເງີນໃນປະເທດອາດແຕກຕ່າງກັນໄປຂື້ນຢູ່ກັບປະເທດ ແລະ ສະຖານທີ່ຕັ້ງທີ່ເກີດການແລກປ່ຽນອັດຕາແລກປ່ຽນໂດຍກົງ ເປັນອັດຕາລາຄາທີ່ລູກຄ້າແລະນັກເທຣດມືໃໝ່ເຂົ້າໃຈໄດ້ບໍ່ຍາກ ເນື່ອງຈາກ ເປັນການທຽບລາຄາຂອງສະກຸນເງີນໜື່ງກັບອີກສະກຸນເງີນໜື່ງທຽບກັນ ຖ້າອັດຕາແລກປ່ຽນຕໍ່າຄ່າເງີນທ້ອງຖີ່ນກໍ່ຈະສູງຂື້ນເມື່ອທຽບກັບສະກຸນເງີນຕ່າງປະເທດ ແຕ່ຖ້າຫາກອັດຕາແລກປ່ຽນສູງ ມູນຄ່າຂອງສະກຸນເງີນທ້ອງຖີ່ນກໍຈະຫຼຸດລົງໃນຕະຫຼາດ Forex

ສູດຄຳນວນອັດຕາແລກປ່ຽນທາງກົງ ແລ ະທາງອ້ອມໃນການຄຳນວນອັດຕາແລກປ່ຽນທາງກົງ ທ່ານຈະຕ້ອງນຳຈຳນວນຄ່າເງີນທ້ອງຖີ່ນມາຫານກັບຈຳນວນສະກຸນເງີນຕ່າງປະເທດທ່ານກໍຈະໄດ້ອັດຕາແລກປ່ຽນໃນການແລກປ່ຽນສະກຸນເງີນຕ່າງປະເທດ 1 ໜ່ວຍ

ຕົວຢ່າງການໃຊ້ອັດຕາແລກປ່ຽນທາງກົງໃນຕະຫຼາດ Forex

ຄຳສັ່ງອັດຕາແລກປ່ຽນທາງກົງເປັນຕົວເລືອກທີ່ນິຍົມຫຼາຍທີ່ສຸດ ແລະ ງ່າຍທີ່ສຸດໃນການຄຳນວນອັດຕາແລກປ່ຽນຕ່າງປະເທດ ແບບໃດກໍດີ ມັກຈະໃຊ້ສະເພາະກັບຄ່າເງີນທີ່ມີມູນຄ່າຫຼາຍກວ່າເມື່ອທຽບກັບສະກຸນເງີນກົງຂ້າມ

ຕົວຢ່າງເຊັ່ນ ຫາກທ່ານຕ້ອງການໃຊ້ເງີນ 72 ຣູປີ (INR) ໃນການຊື້ 1 ດອນລາ (USD) ກໍລະນີນີ້ຈະເປັນຕົວຢ່າງຂອງອັດຕາແລກປ່ຽນທາງກົງ ເນື່ອງຈາກດອນລາເປັນໜ່ວຍຄ່າເງີນທີ່ຄົງທີ່ ຂະໜະທີ່ INR ເປັນຄ່າເງີນຕົວແປ ຫຼື ເວົ້າງ່າຍໆ ຄື  USD ຈະເປັນຄ່າເງີນພື້ນຖານຫຼືຕັ້ງຕົ້ນ ແລະ ຈະມີມູນຄ່າສູງກວ່າເມື່ອທຽບກັບສະກຸນເງີນ INR

ຈຸດແຕກຕ່າງລະຫວ່າງອັດຕາແລກປ່ຽນໂດຍກົງແລະໂດຍອ້ອມ

ອັດຕາແລກປ່ຽນທັງສອງແບບມີລັກສະນະຄ້າຍໆ ກັນແຕ່ກໍມີຂໍ້ແຕກຕ່າງບາງຢ່າງ ດັ່ງນີ້

◦        “ອັດຕາແລກປ່ຽນໂດຍກົງ” ໝາສເຖີງ ການທຽບ 1 ໜ່ວຍຂອງສະກຸນເງີນຕ່າງປະເທດກັບສະກຸນເງີນທ້ອງຖີ່ນ ແຕ່ຖ້າຫາກທຽບ 1 ໜ່ວຍຂອງສະກຸນເງີນທ້ອງຖີ່ນກັບສະກຸນເງີນຕ່າງປະເທດ ກໍຈະເປັນອັດຕາແລກປ່ຽນໂດຍອ້ອມນັ້ນເອງ

◦        ປະເພດອັດຕາແລກປ່ຽນຈະຂື້ນຢູ່ກັບປັດໃຈຫຼາຍໆ ຢ່າງ ບໍ່ວ່າຈະເປັນສະຖານທີ່ໃນການແລກປ່ຽນເງີນຕາ ຂະໜະທີ່ອັດຕາແລກປ່ຽນທາງກົງຈະເປັນການທຽບສະກຸນເງີນທ້ອງຖີ່ນໃນການໄປຊື້ສະກຸນເງີນຕ່າງປະເທດ ສ່ວນອັດຕາແລກປ່ຽນແບບອ້ອມຈະເປັນການນຳສະກຸນເງີນຕ່າງປະເທດມາຊື້ສະກຸນເງີນທ້ອງຖີ່ນນັ້ນເອງ

◦        ຫາກອັດຕາແລກປ່ຽນລົດລົງສຳຫຼັບວິທີການແລກປ່ຽນທາງກົງ ເປັນສັນຍານວ່າສະກຸນເງີນທ້ອງຖີ່ນມີມູນຄ່າເພີ່ມຂື້ນ ແຕ່ຫາກອັດຕາແລກປ່ຽນເພີ່ມຂື້ນ ສະແດງວ່າມູນຄ່າຂອງສະກຸນເງີນທ້ອງຖີ່ນຈະລົດລົງ

ຂໍ້ດີຂອງອັດຕາແລກປ່ຽນທັງທາງກົງແລະທາງອ້ອມ

ນັກເທຣດສ່ວນຫຼາຍຈະໃຊ້ອັດຕາແລກປ່ຽນແບບໂດຍກົງຫຼາຍກວ່າ ເພາະເປັນວິທີທີ່ງ່າຍກວ່າໃນການກຳນົດມູນຄ່າສະກຸນເງີນ ຍິ່ງໄປກວ່ານັ້ນ ຍັງມີຂໍ້ດີບາງຢ່າງທີ່ໜ້າສົນໃຈ ໄດ້ແກ່:

ອັດຕາແລກປ່ຽນໂດຍກົງຊ່ວຍວັດມູນຄ່າຂອງສະກຸນເງີນທ້ອງຖີ່ນເມື່ອທຽບກັບສິນຊັບຕ່າງປະເທດ ເປັນຂໍ້ດີສຳຫຼັບຄົນທົ່ວໄປທີ່ຈຳເປັນຕ້ອງໃຊ້ສະກຸນເງີນຕ່າງປະເທດ ສ່ວນເທຣດເດີ້ Forex ກໍສາມາດເຮັດກຳໄລໄດ້

ອັດຕາແລກປ່ຽນທາງກົງເຮັດໃຫ້ນັກເທຣດຮູ້ໄດ້ວ່າປະເທດໃດມີຄ່າສະກຸນເງີນທີ່ແຂງແກ່ງທີ່ສຸດແລະມີທູນຄ່າສູງກວ່າເມື່ອທຽບກັບສະກຸນເງີນທ້ອງຖີ່ນ

ນັກເທຣດສາມາດຕິດຕາມປະສິດທິພາບຂອງສະກຸນເງີນທ້ອງຖີ່ນໄດ້ແບບ ຣຽວທຣາມ໌ ເນື່ອງຈາກຄຳສັ່ງອັດຕາແລກປ່ຽນໂດຍກົງຈະສະແດງມູນຄ່າທີ່ເພີ່ມຂື້ນຫຼືລົດລົງເມື່ອທຽບກັບສະກຸນເງີນຕ່າງປະເທດ ອີກທັງຍັງສາມາດຕິດຕາມສະຖານະທາງເສດຖະກິດຂອງປະເທດຕ່າງໆ ໄດ້ອີກດ້ວຍ

ເມື່ອພິຈາລະນາຈາກທັງໝົດທີ່ກ່າວມາ ນັກເທຣດສ່ວນໃຫຍ່ໃຊ້ອັດຕາການແລກປ່ຽນໂດຍກົງເນື່ອງຈາກງ່າຍຕໍ່ການເຮັດຄວາມເຂົ້າໃຈ ໂດຍສະເພາະຢ່າງຍິ່ງເມື່ອເປັນນັກເທຣດມືໃໝ່ໃນຕະຫຼາດ Forex ເພາະວິທິດັ່ງກ່າວຊ່ວຍໃຫ້ອ່ານອັດຕາແລກປ່ຽນສະກຸນເງີນຕ່າງໆ ໄດ້ງ່າຍຕະຫຼອດຈົນສະຖານະການທາງເສດຖະກິດໂດຍລວມຂອງປະເທດຕ່າງໆ ໃນບາງຈຸດ ທ່ານອາດຕ້ອງການຂໍ້ມູນໃນອາດີດເພື່ອປຽບທຽບກັບອັດຕາແລກປ່ຽນປັດຈຸບັນເພື່ອເບີ່ງພາບລວມ

ໃຜເປັນຄົນກຳໜົດອັດຕາແລກປ່ຽນ?

ຢ່າງທີ່ຊາບກັນດີວ່າຕະຫຼາດ Forex ນັ້ນບໍ່ມີການຄວບຄຸມ ແລ ະກະຈາຍອຳນາດ ວ່າແຕ່… ໃຜເປັນຄົນກຳນົດອັດຕາແລກປ່ຽນ? ໂບຣກເກີ ແລະ ນັກເທຣດຈະໄດ້ຮັບລາຄາຢຸ່ໃສ? ຂື້ນຢູ່ກັບອຸປະສົງ ແລະ ອຸປະທານ ສະຖານະການທາງການເມືອງ ຂ່າວສານ ແລະ ປັດໃຈອື່ນໆອີກຫຼາກຫຼາຍທີ່ສົ່ງຜົນຕໍ່ລາຄາສະກຸນເງີນ ຍິ່ງໄປກວ່ານັ້ນ ອັດຕາແລກປ່ຽນມີແນວໂນ້ມທີ່ຈະຜັນຜວນ ຕະຫຼອດເວລາໃນຂະນະດຽວກັນ ອັດຕາແລກປ່ຽນຍັງຂື້ນຢູ່ກັບອັດຕາທີ່ນັກເທຣດພໍໃຈທີ່ຈະຊື້ສະກຸນເງີນໜື່ງທຽບກັບອີກສະກຸນເງີນນື່ງ ຂະໜະທີ່ອັດຕາການຂາຍຂື້ນຢູ່ກັບຄວາມເຕັມໃຈຂອງນັກເທຣດທີ່ຈະຂາຍສະກຸນເງີນທີ່ມີຢູ່ໃນອັດຕາທີ່ກຳນົດ

ອັດຕາແລກປ່ຽນຈະມີການປ່ຽນແປງຕະຫຼອດເວລາໂດຍມູນຄ່າຂອງສະກຸນເງີນຢ່າງໜ້ອຍ ໜື່ງຄູ່ຈະແຕກຕ່າງກັນໃນບາງເທື່ອຫຼືທີ່ເອີ້ນວ່າ “ຄວາມຜັນຜວນ” ນັ້ນເອງ ດັ່ງນັ້ນ ສິນຊັບທີ່ເຄີຍມີມູນຄ່າສູງສາມາດຄິດຄ່າເສື່ອມລາຄາໄດ້ທັນທີ ຂື້ນຢູ່ກັບປັດໃຈສຳຄັນເຊັ່ນ ອຸປະສົງແລະອຸປະທານ ເປັນຕົ້ນ

ສະພາບຄ່ອງໂຕໃນຕະຫຼາດ Forex ແມ່ນຫຍັງ? ເປັນຫຍັງສະພາບຄ້ອງໂຕເຖິງສຳຄັນ?
ສະພາບຄ່ອງໂຕໃນຕະຫຼາດ Forex ແມ່ນຫຍັງ? – ເປັນຫຍັງສະພາບຄ່ອງໂຕຈື່ງສຳຄັນ?

ສະພາບຄ່ອງໂຕ (Liquidity) ເປັນໜື່ງໃນປັດໃຈທີ່ສຳຄັນທີ່ເຮັດໃຫ້ນັກລົງທຶນສ່ວນຫຼາຍມັກການເທຣດ Forex ເພາະຕະຫຼາດ Forex ມີປະລິມານການຊື້-ຂາຍ ຫຼາຍລ້ານໆ ລາຍການໃຫ້ນັກເທຣດໄດ້ຄວ້າຈັງຫວະເຮັດກຳໄລ ໂດຍສະພາບຄ່ອງໂຕເປັນສາເຫດທີ່ເຮັດໃຫ້ຕະຫຼາດນີ້ໄດ້ຮັບຄວາມນິຍົມຫຼາຍ ແລະ ມີແນວໂນ້ມໄດ້ຜົນຕອບແທນສູງ

ໃນຂະໜະດຽວກັນກໍຍັງມີປັດໃຈອື່ນໆ ທີ່ສົ່ງຜົນຕໍ່ການລົງທຶນໃນຕະຫຼາດ Forex ເຊັ່ນກັນ ເນື່ອງຈາກສະພາບຄ່ອງໂຕຢ່າງດຽວບໍ່ອາດຮັບປະກັນຄວາມສຳເລັດໃນການເທຣດໄດ້ສະເໝີໄປ ໂດຍສະເພາະຢ່າງຍີ່ງສຳຫຼັບ Day trade (ການເທຣດລາຍມື້) ແລະ ອາດແຕກຕ່າງກັນໄປຕາມສະພາວະຕະຫຼາດແຕ່ລະແບບໃນບົດຄວາມມື້ນີ້ ເຮົາຈະເວົ້າປະເດັນສຳຄັນກ່ຽວກັບສະພາບຄ່ອງໂຕໃນຕະຫຼາດ Forex ພ້ອມອະທິບາຍຄວາມສ່ຽງດ້ານສະພາບຄ່ອງໂຕ ແລະ ຫາຄຳຕອບວ່າສະພາບຄ່ອງໂຕສຳຄັນກັບການເທຣດ Forex ແນວໃດ

ສະພາບຄ່ອງໂຕໃນການເທຣດ Forex ແມ່ນຫຍັງ?

ສະພາບຄ່ອງໂຕ ໝາຍເຖິງ ຄວາມຕ້ອງການໃນການຊື້ ຫຼື ຂາຍສະກຸນເງີນແຕ່ລະໂຕນັ້ນເອງ ສົມມຸດວ່າທ່ານກຳລັງຊື້-ຂາຍ ໜື່ງໃນສະກຸນເງີນຫຼັກ ໝາຍຄວາມວ່າທ່ານກຳລັງເຂົ້າສູ່ຕະຫຼາດດ້ວຍສະພາບຄ່ອງໂຕທີ່ສູງຫຼາຍ ອີກທັງການເທຣດແຕ່ລະເທື່ອກໍຍັງຂື້ນຢູ່ກັບສະພາບຄ່ອງໂຕທີ່ສະຖາບັນການເງີນຈັດກຽມໃຫ້ ເຊິ່ງເຮັດໃຫ້ທ່ານສາມາດເປີດ ຫຼື ປິດອໍເດີ້ເທຣດໄດ້

ສິ່ງທີ່ເທຣດເດີ້ຄວນລະລຶກໄວ້ສະເໝີກໍຄືບໍ່ແມ່ນວ່າສະກຸນເງີນທັງໝົດຈະມີສະພາບຄ່ອງໂຕໃນລະດັບທີ່ເທົ່າກັນ ແຕ່ລະສະກຸນເງີນຕ່າງກໍມີລະດັບສະພາບຄ່ອງໂຕທີ່ແຕກຕ່າງກັນ ເປັນສາເຫດວ່າເປັນຫຍັງການເທຣດ Forex ຈື່ງຕ້ອງອາໄສກົນລະຍຸດການເທຣດຫຼາຍໆແບບ ໂດຍຄູ່ສະກຸນເງີນ

ທັງໝົດແບ່ງອອກເປັນ 3 ປະເພດຫຼັກ ໄດ້ແກ່:

ຄູ່ເງີນຫຼັກ (Major currency) ໄດ້ແກ່ EUR/USD, USD/JPY, GBP/USD ເປັນຕ້ນ

ຄູ່ເງີນຮອງ (Minor currency) ໄດ້ແກ່ EUR/GBP, EUR/JPY, GBP/CAD ເປັນຕົ້ນ

ຄູ່ເງີນແປກໃໝ່ (Exotic currency) ໄດ້ແກ່ USD/HUF, USD/SEK, USD/THB ເປັນຕົ້ນ

ສັງເກດງ່າຍໆ ຄູ່ເງີນຫຼັກຈະມີສະພາບຄ່ອງໂຕທີ່ຫຼາຍກວ່າຂະໜະທີ່ຄູ່ເງີນແປກໃໝ່ຈະມີສະພາບຄ່ອງໂຕທີ່ຢາກວ່ານ້ອຍ

ຈະເປັນແນວໃດ? ຫາກການເທຣດມີສະພາບຄ່ອງໂຕສູງການທີ່ຄູ່ເງີນ “ມີສະພາບຄ່ອງໂຕສູງ” ໝາຍຄວາມວ່າຄູ່ເງີນດັ່ງກ່າວມີປະລິມານການຊື້-ຂາຍຫຼືວໍລຸ້ມທີ່ສູງນັ້ນເອງ ຈະເກີດຫຍັງຂື່ນ? ຫາກການເທຣດມີສະພາບຄ່ອງໂຕຕໍ່າແນ່ນອນ ສະພາບຄ່ອງໂຕທີ່ຕໍ່າໝາຍເຖີງ ຄູ່ເງີນທີ່ມີການ ຊື້-ຂາຍ ກັນໃນປະລິມານໜ້ອຍ ອາດມີຄວາມຜັນຜວນໜ້ອຍ ຫຼື ບໍ່ມີຄວາມຜັນຜວນເລີຍກໍ່ໄດ້ເຊັ່ນກັນ ເຊິ່ງຈະເຮັດໃຫ້ນັກເທຣດເສຍປຽບ ເນື່ອງຈາກບໍ່ມີໂອກາດທີ່ຈະເຮັດກຳໄລໂດຍອາໄສການປ່ຽນແປງຂອງລາຄາຢ່າງວ່ອງໄວນັ້ນເອງ

ປຽບທຽບການເທຣດ Forex ດ້ວຍສະພາບຄ່ອງໂຕສູງ vs ສະພາບຄ່ອງໂຕຕໍ່າ: 3 ປັດໃຈສຳຄັນທີ່ນັກເທຣດຕ້ອງຮູ້

ໃນຄວາມຄິດເຫັນຂອງນັກເທຣດມືອາຊີບ ການທີ່ຄູ່ເງີນ Forex ຂາດສະພາບຄ່ອງໂຕສົ່ງຜົນໃຫ້ການຄາດການທິດທາງລາຄາເປັນໄປໄດ້ຍາກ ມີໂອກາດທີ່ລາຄາຈະປ່ຽນ ທິດທາງແບບຄາດເດົາບໍ່ໄດ້ ສົ່ງຜົນໃຫ້ເກີດຄວາມວຸ້ນວາຍຂອງປະລິມານການຊື້-ຂາຍ

ໃນຂະໜະດຽວກັນ ຕະຫຼາດທີ່ມີສະພາບຄ່ອງໂຕເຮັດໃຫ້ລາຄາຄູ່ເງີນມີຄວາມເຄື່ອນໄຫວແບບຊັດເຈນ ໂດຍສະພາບຄ່ອງໂຕເປັນໂຕບົ່ງບອກວ່າຕະຫຼາດກຳລັງມີຄວາມເຄື່ອນໄຫວ ແລະ ໝັ້ນຄົງ ງ່າຍໃນການຈັດການຄວາມສ່ຽງໃນຂະໜະດຽວກັນ ໂອກາດທີ່ຈະເທຣດຜິດທາງ ຫຼື ພາດຈັງຫວະສຳຄັນໆ ໃນຕະຫຼາດທີ່ມີສະພາບຄ່ອງໂຕຕໍ່ານັ້ນມີສູງ ມາເບີ່ງ 3 ປັດໃຈສຳຄັນທີ່ນັກເທຣດ Forex ຄວນໃຫ້ຄວາມສົນໃຈ ໄດ້ແກ່:

ຊ່ອງວ່າງ Gap ໃນການເທຣດ Forex ຕະຫຼາດ Forex ມີຊ່ອງຫວ່າງ (Gap) ທີ່ແຕກຕ່າງກັບຕະຫຼາດ ການເງີນອື່ນໆ ໂດຍ Gap ລາຄາສ່ວນຫຼາຍເກີດຈາກຂ່າວທີ່ມີຜົນກະທົບສູງຫຼືການປະກາດການປ່ຽນແປງດອກເບ້ຍຂອງທະນາຄານກາງທີ່ເຂົ້າໄປແຊກແຊງໃນຕະຫຼາດສະກຸນເງີນ ຂໍ້ດີກໍຄືການຕະຫຼາດ Forex ມັກຈະມີ Gap ບໍ່ເກີນ ½  ຂອງມູນຄ່າສະກຸນເງີນເລີ່ມຕົ້ນ ເຊິ່ງເຮັດໃຫ້ການເທຣດ Forex ແບບ Day trade ແຕກຕ່າງຈາກການຊື້-ຂາຍ ຕາສານທຶນ ເຊີ່ງມີແນວໂນ້ມທີ່ຈະເກີດ Gap ລາຄາຂາຍສູງກວ່າ

ອິນດິເຄເຕີວັດສະພາບຄ່ອງໂຕ Forex

ໂບຣກເກີອອນລາຍທີ່ມີມາດຕະຖານ ຈະໃຫ້ບໍ່ລິການໂຕຊີ້ວັດສະພາບຄ່ອງໂຕຜ່ານວໍລຸ້ມໃນແພັດເທຣີນກຣາຟ Forex ເຊິ່ງນັກລົງທຶນສາມາດວັດສະພາບຄ່ອງໂຕຂອງຕະຫຼາດໄດ້ດ້ວຍເຄື່ອງມືຕ່າງໆ ທັງນີ້ ນັກເທຣດຈະຕ້ອງເຂົ້າໃຈວິທີການອ່ານ ແລະ ຕີຄວາມກຣາຟໃນຮູບແບບຕ່າງໆ ໂດຍໃນຖານະນັກເທຣດ Forex ທ່ານຈະຕ້ອງຖ້າວິເຄາະກຣາຟຢູ່ເລື່ອຍໆ ແຕ່ດ້ວຍການສະແດງຂໍ້ມູນວໍລຸ້ມໃນຮູບແບບຕ່າງໆເຮັດໃຫ້ການລະບຸປະລິມານການຊື້-ຂາຍສະກຸນເງີນພາຍໃນກອບເວລາຕ່າງໆສາມາດເຮັດໄດ້ງ່າຍຫຼາຍຂື້ນ

ຊົ່ວໂມງການຊື້-ຂາຍ ຕະຫຼາດ Forex

ທຸກທ່ານຄົງຊາບກັນດີແລ້ວວ່າຕະຫຼາດ Forex ເປີດໃຫ້ບໍລິການຊ່ວງເວລາໃດແນ່ ແຕ່ສຳຫຼັບໃຜທີ່ຍັງບໍ່ຮູ້ ທ່ານສາມາດເຮັດການຊື້-ຂາຂາຍ ໄດ້ເກືອບທຸກມື້ຕະຫຼອດ 24 ຊົ່ວໂມງ ຈັ່ງໃດກໍຕາມນັກເທຣດມືໃໝ່ຄວນຮູ້ວ່າປະລິມານສະພາບຄ່ອງໂຕຈະແຕກຕ່າງກັນໄປໃນແຕ່ລະຊ່ວງເວລາໂດຍສະເພາະຢ່າງຍິ່ງ ນັກເທຣດ Scalp ທີ່ຄວນຮູ້ວ່າຍາມໃດທີ່ປະລິມານການ ຊື້-ຂາຍ ຈະເພີ່ມຂື້ນຫຼືລົດລົງໃນລະຫວ່າງມື້ ຕົວຢ່າງເຊັ່ນ: ຮອບການເທຣດຕະຫຼາດເອເຊຍມັກຈະເປັນຊ່ວງທີ່ລາຄາມີການແກວ່ງໂຕໃນກອບ ໃນຂະໜະທີ່ລາຄາມັກຈະມີການເບຣກທະລຸກອບ(Breakout) ໃນຮອບການເທຣດຂອງອາເມລິກາຫຼືລອນດອນ ເຊິ່ງເປັນຊ່ວງທີ່ລາຄາມີການເຄື່ອນໄຫວຫຼາຍໃນລະຫວ່າງມື້.

ປັດໃຈທັງໝົດທີ່ກ່າວມາຂ້າງຕົ້ນຈະຊ່ວຍໃຫ້ນັກເທຣດສາມາດຈັບຕາການປ່ຽນແປງຂອງລະດັບສະພາບຄ່ອງໂຕເພື່ອຫາຈັງຫວະທີ່ດີທີ່ສຸດໃນການຊື້-ຂາຍໄດ້.

ຄວາມສ່ຽງ vs ຜົນຕອບແທນຈາກສະພາບຄ່ອງຖຕໃນຕະຫຼາດ Forex

ນັກເທຣດຈະຕ້ອງເຂົ້າໃຈຄວາມສຳພັນລະຫວ່າງຜົນຕອບແທນ ແລະ ຄວາມສ່ຽງໃນຕະຫຼາດ Forex ເນື່ອງຈາກປັດໃຈທັງສອງຢ່າງເປັນອັດຕາສ່ວນທີ່ກ່ຽວຂ້ອງກັນ ເວົ້າງ່າຍໆ ກໍຄື ຍີ່ງທ່ານກ້າຮັບຄວາມສ່ຽງຫຼາຍເທົ່າໃດຜົນຕອບແທນທີ່ໄດ້ກໍມີໂອກາດສູງເທົ່ານັ້ນ ໂດຍວິທີການທີ່ດີທີ່ສຸດໃນການຈັດການຄວາມສ່ຽງດ້ານສະພາບຄ່ອງໂຕຄືການຫລຸດອັດຕາເລເວີເຣດທີ່ໃຊ້ໃນການເທຣດຫຼືອີກວິທີຄືການຕັ້ງຄ່າຄຳສັ່ງຫຍຸດການຂາດທຶນ (Stop loss) ນັ້ນເອງ.

ມີນັກເທຣດມືໃໝ່ຈຳນວນຫຼາຍທີ່ເບີ່ງຂ້າມອັດຕາສ່ວນລະຫວ່າງຜົນຕອບແທນແລະຄວາມສ່ຽງຈາກສະພາບຄ່ອງໂຕເຊິ່ງເປັນເລື່ອງທີ່ຄວນໃຫ້ຄວາມສຳຄັນ ເນື່ອງຈາກເປັນອົງປະກອບສຳຄັນໃນການເທຣດ ລວມເຖິງການວິເຄາະຕະຫຼາດ ແລະຄາດການຄວາມເຄື່ອນໄຫວຂອງລາຄາໃນອະນາຄົດ.

ຂໍ້ດີຂອງການເທຣດ Bitcoin ແບບ Forex ແລະ ຄວາມສ່ຽງທີ່ນັກເທຣດຕ້ອງລະວັງ
ຂໍ້ດີຂອງການເທຣດ Bitcoin ແບບ Forex ແລະ ຄວາມສ່ຽງທີ່ນັກເທຣດຕ້ອງລະວັງ Bitcoin ໄດ້ກາຍເປັນໜື່ງໃນສະກຸນເງີນດິຈິຕອນຊັ້ນນຳທີມີການຊື້-ຂາຍ ກັນຫຼາຍທີ່ສຸດ ທີ່ສຳຄັນ BTC ກຳລັງຈະລວມເຂົ້າກັບລະບົບທະນາຄານຫຼາຍແຫ່ງ ອີກທັງຍັງມີອົງກອນຕ່າງໆ ທີ່ໃຊ້ BTC ເພື່ອຮອງຮັບຜະລິດຕະພັນທາງການເງີນທີ່ຫຼາກຫຼາຍໃນຄຣິບໂຕ ລວມເຖີງການຊື້-ຂາຍ Bitcoin ໃນຮູບແບບ Forex ດ້ວຍເຊັ່ນກັນ.

ເຖິງແມ່ນຈະມີຜົນຕອບແທນທີ່ໜ້າສົນໃຈ ແລະ ມີກົນລະຍຸດຫຼາຍໆແບບໃຫ້ເລືອກໃຊ້ ແຕ່ການເທຣດຄຣິບໂຕກໍມີພ້ອມຄວາມສ່ຽງບາງຢ່າງທີ່ຕ້ອງລະວັງເພາະ BTC ເປັນຕາສານມີຄວາມຜັນຜວນສູງຫຼາຍເມື່ອທຽບກັບສິນຊັບທົ່ວໄປເຊັ່ນ ຫຸ້ນຫຼື ສິນຄ້າ ແຕ່ມັນກໍຊ່ວຍເພີ່ມໂອກາດໃນການຊື້-ຂາຍ ໃຫ້ກັບມືອາຊີບທີ່ເນັ້ນເຮັດກຳໄລທັງໃນ ຂາຂື້ນ-ຂາລົງ ໄດ້.

ການເທຣດ BTC ໃນຮູບແບບ Forex ອາດບໍ່ເໝາະສຳລັບນັກເທຣດບາງກຸ່ມ ໂດຍໃນບົດຄວາມນີ້ ເຮົາຈະມາເວົ້າເຖີງຂໍ້ດີ ແລະ ຂໍ້ເສຍ ທີ່ທັງມື້ໃໝ່  ແລະ  ນັກເທຣດມືອາຊີບຕ້ອງລະວັງ.

ຂໍ້ດີຂອງການເທຣດ Bitcoin ໃນຮູບແບບ Forex

ຕະຫຼາດ Forex ເປັນໜື່ງໃນຕະຫຼາດທີ່ດີທີ່ສຸດໃນການເລີ່ມຕົ້ນອາຊີບນັກເທຣດເພາະສາມາດເຂົ້າ ຊື້-ຂາຍ ໄດ້ຕະຫຼອດ 24 ຊົ່ວໂມງ ມີຄວາມຜັນຜວນສູງ ສະເປຣດແຄບ ແລະຈຸດເດັ່ນອື່ນໆ ອີກຫຼາກຫຼາຍທີ່ເປັນໂອກາດໃຫ້ນັກລົງທຶນໃຊ້ເຮັດກຳໄລໄດ້ນັ້ນເອງ.

ທີ່ສຳຄັນ ນອກຈາກເທຣດຄູ່ເງີນ Forex ທົ່ວໄປ ທ່ານຍັງສາມາດຊື້-ຂາຍ ຄຣິບໂຕ ເຊັ່ນ BTC/USD ໄດ້ອີກດ້ວຍ ເຮັດໃຫ້ທ່ານສາມາດລົງທຶນໃນຕຣາສານທີ່ຫຼາກຫຼາຍ ໄດ້ນັ້ນເອງ

ຄວາມປອດໄພ

ນັກເທຣດ BTC ສາມາດເຮັດທຸລະກຳໂດຍບໍ່ຈຳເປັນຕ້ອງເປີດເຜີຍຂໍ້ມູນສ່ວນບຸກຄົນຂອງຕົນ ຖືເປັນຂໍ້ໄດ້ປຽບຢ່າງຫຼາຍ ໂດຍສະເພາະຢ່າງຍິ່ງຫາກເຮັດການຊື້-ຂາຍ ກັບໂບຣກເກີ ອອນລາຍ ໂດຍທົ່ວໄປແລ້ວແພັດຟອມທາງການເງີນຈະບໍ່ຂໍລາຍລະອຽດ  KYC ເວົ້າງ່າຍໆ ກໍຄື ລູກຄ້າສາມາດດຳເນີນການໂດຍບໍ່ເປີດເຜີຍຕົວຕົນໄດ້ໂດຍບໍ່ມີຄວາມສ່ຽງໃນການສູນເສຍຂໍ້ມູນ.

ຄວາມໂປ່ງໃສ

ທຸລະກຳ BTC ທັງໝົດຈະຖືກບັນທຶກ ແລະ ຢືນຢັນເວລາຈິງ  ຫຼຽນມີການແລກປ່ຽນພາຍໃນບຣ໊ອກເຊັນ-ເຄືອຂ່າຍດິຈີຕອນທີ່ເຊື່ອມຕໍ່ເຄື່ອງຈັກ ແລະ ຜູ້ເຂົ້າຮ່ວມທັງໝົດເຖິງແມ່ນວ່າຈະຢູ່ບ່ອນໃດກໍຕາມ ເຮັດໃຫ້ການຊື້-ຂາຍ Bitcoin ໃນ Forex ມີຄວາມໂປ່ງໃສຢ່າງຫຼວງຫຼາຍ

ການຊື້-ຂາຍ Bitcoin  ແບບບໍ່ຜ່ານຕົວກາງເປັນອີກໜື່ງຂໍ້ດີ ທີ່ດີຫຼາຍຂອງສິນຊັບເພາະບໍ່ມີການຄວບຄຸມໂດຍລັດຖະບານ ຫຼື ທະນາຄານກາງທີ່ມັກຈະແຊກແຊງຕະຫຼາດ Forex ແນ່ນອນວ່າ ເທຣດເດີ້ອາດເຈີ້ຂໍ້ຈຳກັດສະເພາະບາງປະເທດ ມູນຄ່າຂອງຫຼຽນບໍ່ໄດ້ຮັບຜົນກະທົບຈາກເຫດການ ການເມືອງ ແລະ ຂ່າວເສດຖະກິດ ລວມເຖີງອັດຕາເງີນເຟີ້ ຫຼື ນະໂຍບາຍການຄັງ ແລະ ການເງີນທີ່ເຂັ້ມງວດ.

ຄ່າທຳນຽມການເທຣດ

ຂໍ້ດີຂອງການ ຊື້-ຂາຍ ແບບບໍ່ມີການຄວບຄຸມ ແລະ ກະຈາຍອຳນາດຂອງສະກຸນເງີນດິຈີຕອນຄືການເທຣດແບບບໍ່ມີຄ່າທຳນຽມນັ້ນເອງ ແຕ່ທັງນີ້ກໍ່ຂື້ນຢູ່ກັບເງື່ອນໄຂ ແລະ ຂໍ້ກຳນົດຂອງໂບຣກເກີ Forex ແຕ່ລະເຈົ້າດ້ວຍເຊັ້ນກັນ ຈັ່ງໃດກໍແລ້ວແຕ່ ເທຣດເດີ້ບໍ່ຈຳເປັນຕ້ອງຈ່າຍຄ່າຄອມມິດຊັ່ນ ແລະ ຄ່າທຳນຽມໃຫ້ກັບທະນາຄານກາງ ເພື່ອດຳເນີນການໃນຕະຫຼາດ.

ມືໃໝ່ສາມາດເລີ່ມລົງທຶນດ້ວຍເງີນທຶນທີ່ບໍ່ສູງເກີນໄປ ແລະ ຊື້-ຂາຍ BTC/USD ໄດ້ທັນທີ ຫຼາຍທ່ານອາດຄິດວ່າເປັນໄປບໍ່ໄດ້ທີ່ຈະເລີ່ມຕົ້ນດ້ວຍເງີນນ້ອຍກວ່າ 1ດອນລາ ແຕ່ບັນຊີ Cent ທີ່ກຳລັງໄດ້ຮັບຄວາມນິຍົມຫຼາຍຂື້ນເລື່ອຍໆ ກໍໃຫ້ທ່ານເລີ່ມລົງທຶນໄດ້ໂດຍໃຊ້ເງີນເລີ່ມຕົ້ນພຽງ $10 ເທົ່ານັ້ນ.

ປະລິມານການຊື້ຂາຍ

ເມື່ອເທຣດ Bitcoin ໃນຕະຫຼາດ Forex ນັ້ນໝາຍຄວາມວ່າທ່ານສາມາດເຂົ້າເຖີງຕະຫຼາດໄດ້ 2 ແຫ່ງພ້ອມກັນ ແລະ ສາມາດເຮັດກຳໄລຈາກທັງ 2 ຕະຫຼາດໄດ້ ມີໂອກາດທັງຈາກຕະຫຼາດ Forex ທີ່ມີປະລິມານການຊື້-ຂາຍ ມະຫາສານໃນໜື່ງມື້ ແລະ ມາພ້ອມເງື່ອນໄຂທີ່ດີໃນການເຮັດກຳໄລ ສ່ວນຕະຫຼາດຄຣິບໂຕ ກໍມີປະລິມານການຊື້-ຂາຍ ແລະ ສະພາບຄົງທີ່ສູງ ເປັນອີກໜື່ງໂອກາດທີ່ດີສຳລັບນັກເທຣດເຊັ່ນກັນ.

ຄວາມສ່ຽງຂອງການເທຣດ Bitcoin ໃນຮູບແບບ Forex

ແນ່ນອນວ່າຜົນຕອບແທນທີ່ດີມາພ້ອມກັບຄວາມສ່ຽງສະເໝີ ຄົງປະຕິເສດບໍ່ໄດ້ວ່າການເທຣດ BTC ໃນຮູບແບບ Forex ກໍມີຄວາມສ່ຽງເຊັ່ນກັນ ໂດຍມີເລື່ອງທີ່ນັກເທຣດຕ້ອງລະວັງດັ່ງນີ້:

ອັດຕາແລກປ່ຽນ

ມືໃໝ່ອາດເບີ່ງເປັນເລື່ອງຍາກໃນການເທຣດ BTC ໃນຊ່ວງເລີ່ມຕົ້ນ ເນື່ອງຈາກກົນລະຍຸດນີ້ອາໄສຄວາມຮູ້ ແລະ ປະສົບການ ການຊື້-ຂາຍ ຂອງແທ້ ນັກລົງທຶນຕ້ອງຮູ້ວ່າໂບຣກເກີ Forex ອອນລາຍໃຊ້ອັດຕາແລກປ່ຽນຈັ່ງໃດ ເພາະແຕ່ລະແພັດຟອມກໍສາມາດສ້າງລາຄາ ແລະ ອັດຕາແລກປ່ຽນທີ່ແຕກຕ່າງກັນສຳລັບຄູ່ສະກຸນເງີນດຽວກັນ ບໍ່ຕ່າງຈາກລາຄາຂອງສະກຸນເງີນຄຣິບໂຕ

ການຫຼອກລວງ

ແມ້ຈະມີຄວາມໂປ່ງໃສ ແລະ ເທັກໂນໂລຊີ ບຣ໊ອກເຊນ ແຕ່ກໍມີໂອກາດທີ່ທ່ານອາດຖືກຕົວະ ແລະ ໂຈມຕີຈາກແຮັກເກີ ໃນຕະຫຼາດຄຣິບໂຕໄດ້ ເຊື່ອວ່າຫຼາຍທ່ານເຄີຍໄດ້ຍິນເລື່ອງການໂຈລະກຳຫຼຽນຄຣິບໂຕມາແນ່ແລ້ວ ດັ່ງນັ້ນການເລືອກແພັດຟອມຊື້-ຂາຍທີ່ເຊື່ອຖືໄດ້ແລະມີຊື່ສຽງຈື່ງເປັນສີ່ງສຳຄັນຫຼາຍ ເຮົາຄວນມີຄວາມລະມັດລະວັງເພື່ອຮັກສາຊັບສິນດີຈີຕອນໃຫ້ປອດໄພ.

ອັດຕາ USD ແລະ ຄວາມຜັນຜວນຂອງຕະຫຼາດ

ຫາກຕ້ອງການເທຣດ BTC ໃນຮູບແບບ Forex ທ່ານອາດເລືອກຄູ່ BTC/USD ເຊິ່ງເປັນຄູ່ທີ່ມີການຊື້ຂາຍຫຼາຍທີ່ສຸດເນື່ອງຈາກ Bitcoin ສາມາດສ້າງຄວາມຜັນຜວນຢ່າງຫຼາຍ ໃນຂະໜະດຽວກັນ ປັດໃຈຕ່າງໆອາດສົ່ງຜົນຕໍ່ອັດຕາ USD ໂດຍສະເພາະຢ່າງຍີ່ງໃນຊ່ວງທີ່ຕະຫຼາດປັ່ນປ່ວນ ຈັງຫວະທີ່ອັດຕາດອກເບ້ຍສູງຂື້ນອັດຕາເງີນເຟີ້ທີ່ພຸ້ງຂື້ນ ເປັນຕົ້ນ ໂດຍການປ່ຽນແປງອັດຕາສະກຸນເງີນດອນລາແລະ Bitcoin ມີຄວາມເປັນໄປໄດ້ສູງ ດັງນັ້ນທ່ານຕ້ອງມີກົນລະຍຸດທີ່ແຕກຕ່າງກັນເພື່ອຕອບສະໜອງຕໍ່ການປ່ຽນແປງຢ່າງວ່ອງໄວຂອງຕະຫຼາດ.

ເລເວີເຣດ

ເລເວີເຣດທີ່ສູງເກີນໄປອາດກາຍເປັນຝັນຮ້າຍສຳລັບເທຣດເດີ້ມື້ໃໝ່ ເພາະມັນຍີ່ງເພີ່ມຄວາມສ່ຽງທີ່ຈະຂາດທຶນຢ່າງມະຫາສານ ເປັນປັດໃຈສຳຄັນທີ່ເຮັດໃຫ້ນັກເທຣດມືໃໝ່ກວ່າ 90% ໝົດໂຕຈາກການເທຣດພຽງບໍ່ກີ່ຄັ້ງ.

ສະລຸບການເທຣດ BTC ໃນຕະຫຼາດ Forex

Bitcoin ເປັນສິນຊັບເກີດຂື້ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມຫຼາຍຂື້ນເລື່ອຍໆ ແລະ ຖືກພັດທະນາມາໃຫ້ສາມາດເທຣດໃນຮູບແບບ Forex ໄດ້ເຊັ່ນກັນຜ່ານການ ຊື້-ຂາຍ

BTC/USD ນັ້ນເອງ ດ້ວຍເງື່ອນໄຂແບບດຽວກັບການເທຣດຕຣາສານ Forex ອື່ນໆ ເຊີ່ງເໝາະສົມສຳລັບລູກຄ້າທີ່ມີປະສົບການ ມີຄວາມຮູ້ແລະ ຄວາມເຂົ້າໃຈພຽງພໍວ່າອັດຕາແລກປ່ຽນອາດມີການປ່ຽນແປງຈັ່ງໃດ.

ໃນຂະໜະດຽວກັນ ມືໃໝ່ອາດພົບວ່າການເທຣດສິນຊັບນີ້ເປັນເລື່ອງຍາກເກີນໄປສຳລັບການເລີ່ມຕົ້ນ ນອກຈາກນີ້ເລເວີເຣດ ທີ່ສູງເກີນໄປອາດນຳໄປສູ່ການສູນເສຍຢ່າງມະຫາສານ ຫາກທ່ານຕ້ອງການຫຼີກລ່ຽງຄວາມສ່ຽງດັ່ງກ່າວ ຂໍແນະນຳໃຫ້ເລີ່ມຕົ້ນ ຊື້-ຂາຍ ດ້ວຍບັນຊີ ທີ່ນ້ອຍລົງເຊັ່ນ ບັນຊີ Cent ທີ່ໃຫ້ເລີ່ມຕົ້ນໄດ້ພຽງດອນລາ!

3 ຮູບແບບກຣາບ Forex ພື້ນຖານທີ່ນັກເທຣດຕ້ອງຮູ້ຈັກ
ການອ່ານກຣາຟຖືເປັນທັກສະຈຳເປັນສຳຫຼັບເທຣດເດີ້ທຸກທ່ານ ທີ່ສຳຄັນກຣາຟ Forex ຍັງເປັນໜື່ງໃນເຄື່ອງມືທີ່ສຳຄັນທີ່ສຸດໃນການວິເຄາະປັດໃຈທາງເທັກນິກອີກດ້ວຍ

ກຣາຟຮູບແບບຕ່າງໆ ຈະສະແດງພາບໃຫ້ເຫັນວ່າລາຄາສິນຊັບເຄື່ອນໄຫວຈັ່ງໃດພາຍໃນກອບເວລາທີ່ກຳນົດ ນອກຈາກນີ້ ຍັງສະແດງການເຄື່ອນໄຫວຂອງລາຄາໃນອະດີດທີ່ໃຊ້ໃນການຄາດການລາຄາໃນອະນາຄົດຕາມສະພາວະຕະຫຼາດຕ່າງໆ

ເມື່ອທ່ານຮູ້ວິທີອ່ານກຣາຟ Forex ແລ້ວທ່ານກໍຈະສາມາດວິເຄາະຄູ່ສະກຸນເງີນຕ່າງໆ ໄດ້ພ້ອມໆ ກັບແນວໂນ້ມແລະຮູບແບບການເຄື່ອນໄຫວ ໂດຍໃນບົດຄວາມນີ້ ເຮົາຈະເວົ້າເຖີງ 3ປະເພດກຣາຟ Forex ທີ່ນັກເທຣດມືໃໝ່ຄວນຮູ້ແລະໃຊ້ກົນລະຍຸດ Forex.

ກຣາຟ Forex ແມ່ນຫຍັງ?

ກຣາຟ Forex ເປັນເຄື່ອງມືທີ່ຊ່ວຍໃຫ້ເຫັນພາບລາຄາສິນຊັບ ອີກທັງຍັງຮ່ວມທຸລະກຳການຊື້-ຂາຍ ເພື່ອສະແດງອຸປະສົງ ແລະ ອຸປະທານ ຂອງສິນຊັບໂດຍກຣາຟ ຈະເປັນເຄື່ອງມືທີ່ຄວບຄຸມເຖີ່ງລວມປັດໃຈດ້ານຕະຫຼາດທີ່ແຕກຕ່າງກັນ ເຊີ່ງລວມເຖີງ ຂ່າວສານ ອາລົມຕະຫຼາດ ແລະ ການຄາດການຂອງເທຣດເດີ້ ຫາກສະຖານະການຈີງແຕກຕ່າງຈາກທີ່ຄາດການໄວ້ ລາຄາກໍມີແນວໂນ້ມທີ່ຈະປ່ຽນແປງ.

ການເທຣດ Forex ກ່ຽວຂ້ອງກັບນັກເທຣດໃນຕະຫຼາດຈຳນວນຫຼາຍ ແລະ ຜູ້ຫຼີ້ນທີ່ມີຄວາມແຕກຕ່າງກັນ ນອກຈາກນີ້ຍັງມີການໝູນວຽນສະກຸນເງີນ ທີ່ບໍ່ມີມື້ສິ້ນສຸດ ກຣາຟ ຈື່ງເປັນເຄື່ອງມືທີ່ມີປະສິດທິພາບຫຼາຍທີ່ສຸດໃນການຕິດຕາມຄວາມເຄື່ອນໄຫວຂອງຜູ້ທີ່ຢູ່ໃນຕະຫຼາດ.

ຮູບແບບກຣາຟ Forex 3 ແບບຫຼັກໆ

ກຣາຟ Forex ຫຼັກໆ ທີ່ນັກເທຣດສ່ວນໃຫຍ່ໃຊ້ໃນການວິເຄາະການເທຣດ Forex ຈະແບ່ງອອກເປັນ 3ແບບຫຼັກໆ ດັ່ງນີ້:

ກຣາຟເສັ້ນ (Line chart)

ກຣາຟແທ່ງ (Bar chart)

ກຣາຟແທ່ງທຽນ (Candlestick chart)

ນັກເທຣດທີ່ມີປະສົບການມັກຈະໃຊ້ຮູບແບບກຣາຟຫຼາຍໆ ແບບເພື່ອເພີ່ມແນວທາງການ ຊື້-ຂາຍ Forex ໃຫ້ຫຼາຍຂື້ນ

ເອົາລະລອງມາເບີ່ງວ່າກຣາຟແຕ່ລະປະເພດມີຄວາມແຕກຕ່າງກັນແນວໃດ?

ກຣາຟເສັ້ນ (Line Chart)

ກຣາຟເສັ້ນເປັນຮູບແບບທີ່ງ່າຍໃນການອ່ານ ແລະ ເຮັດຄວາມເຂົ້າໃຈ ເປັນກຣາຟ ເສັ້ນງ່າຍໆ ດັ່ງນັ້ນ ນັກເທຣດທຸກລະດັບຈະສາມາດອ່ານກຣາຟນີ້ໄດ້ບໍ່ຍາກ ໃຊ້ເພື່ອ ຕິດຕາມລາຄາປິດໜື່ງໄປລາຄາຖັດໄປ.

ນັກເທຣດຈະໃຊ້ກຣາຟເສັ້ນເພື່ອເບີ່ງວ່າລາຄາສິນຊັບເຄື່ອນໄຫວໂດຍທົ່ວໄປໃນຊ່ວງເວລາໜື່ງຈັ່ງໃດ ຂໍ້ເສຍຫຼັກໆຄືກຣາຟເສັ້ນສະແດງສະເພາະການເຄື່ອນໄຫວທົ່ວໄປໂດຍບໍ່ມີຂໍມູນເຊິງລຶກຂອງຕະຫຼາດທີ່ສະເພາະເຈາະຈົງທ່ານຈະຮູ້ລາຄາປິດແຕ່ບໍ່ສາມາດເບີ່ງເຫັນສີ່ງທີ່ມີອິດທິພົນຕໍ່ລາຄານັ້ນແທ້ໆ ຫຼືສິ່ງທີ່ເກີດຂື້ນພາຍໃນກອບທີ່ກຳນົດ.

ເວົ້າງ່າຍໆ ຄືກຣາຟເສັ້ນຈະໃຫ້ມູມມອງໃນພາບນ້ອຍໆເທົ່ານັ້ນ

ກຣາຟແທ່ງ (Bar Chart)

ເປັນຮູບແບບກຣາຟທີ່ຊັບຊ້ອນຂື້ນມາ ເນື່ອງຈາກຈະໃຊ້ໃນການຕິດຕາມທັງລາຄາເປີດ-ປິດ ສິນຊັບຂອງຄູ່ສະກຸນເງີນ ນອກຈາກນີ້ ນັກເທຣດສາມາລະບຸລາຄາສູງ-ຕຳ່ ຕະຫຼອດຈົນຊ່ວງລາຄາໃນຊ່ວງເວລາທີ່ຕ້ອງການໄດ້

ກຣາຟແທ່ງອາດມີຂະໜາດຕ່າງກັນ ແລະ ຢູ່ທາງກາງ ທາງລຸ່ມ ຫຼື ທາງເທິງຂອງກຣາຟ ແຖບທາງລຸ່ມສະແດງລາຄາສິນຊັບຕໍ່າສຸດທີ່ຊື້-ຂາຍ ໃນຊ່ວງເວລາທີ່ກຳນົດແຖບທາງເທິງສະແດງລາຄາສູງສຸດ ໃນຂະໜະທີ່ແຖບແນວຕັ້ງສະແດງຊ່ວງການຊື້-ຂາຍຂອງຄູ່ສະກຸນເງີນ

ຫາກທ່ານເຫັນກຣາຟແທ່ງຂະໜາດໃຫຍ່ ສະແດງວ່າລາຄາມີຄວາມຜັນຜວນ ແລະ ຄວາມຜັນຜວນຂອງລາຄານັ້ນເພີ່ມຂື້ນ ໃນທາງຕົງກັນຂ້າມ ເມື່ອກຣາຟແທ່ງນ້ອຍລົງໝາຍຄວາມວ່າການເຄື່ອນໄຫວຂອງລາຄາຈະຄົງທີ່ຂື້ນ

ກຣາຟແທ່ງແຕ່ລະແທ່ງຈະສະແດງເຖີງກອບເວລາທີ່ສະເພາະເຈາະຈົງ ອາດເປັນນາທີ ໜື່ງຊົ່ວໂມງ ໜື່ງມື້ ຫຼື ໜື່ງອາທິດກໍໄດ້ ດັ່ງນັ້ນ ທ່ານຈະຕ້ອງຮູ້ໃຫ້ແນ່ຊັດວ່າແຖບທີ່ເລືອກໝາຍເຖິງຊ່ວງເວລາໃດ ບໍ່ສະນັ້ນ ທ່ານຈະບໍ່ສາມາດອ່ານກຣາຟໄດ້ຢ່າງຖືກຕ້ອງ

ກຣາຟແທ່ງທຽນ(Candlestick)

ກຣາຟແທ່ງທຽນເປັນຮູບແບບກຣາຟແທ່ງທີ່ຊັບຊ້ອນຫຼາຍຂື້ນ ໂດຍສະແດງຂໍ້ມູນທີ່ຄ້າຍຄືກັນ ແຕ່ກໍມີຄວາມແຕກຕ່າງກັນເລັກນ້ອຍເນື່ອງຈາກຈະເປັນກຣາຟແທ່ງທີ່ສະແດງຂໍ້ມູນລະອຽດຫຼາຍຂື້ນ ອ່ານງ່າຍຫຼາຍຂື້ນ

ທີ່ກຣາຟແທ່ງທຽນອ່ານງ່າຍກໍເພາະວ່າມີສີທີ່ແຕກຕ່າງກັນຊັດເຈນ ເຊິ່ງທີ່ເຂົ້າໃຈກັນເປັນຫຼັກສາກົນກໍຄືສີຂຽວກັບສີແດງນັ້ນເອງ ເຮັດໃຫ້ນັກເທຣດ Forex ເຫັນພາບຕະຫຼາດຂາຂື້ນ-ລົງ ໄດ້ງ່າຍ ແລະ ໄວຍິ່ງຂື້ນ:

ຫາກແທ່ງທຽນເປັນສີແດງ ໝາຍຄວາມວ່າ ລາຄາປິດຂອງຄູ່ເງີນນັ້ນໆ ຕໍ່ກວ່າລາຄາເປີດ

ຫາກແທ່ງທຽນເປັນສີຂຽວ ໝາຍຄວາມວ່າ ລາຄາປິດຂອງຄູ່ເງີນນັ່ນໆ ສູງກວ່າລາຄາເປີດ

ຮູບແບບກຣາຟແທ່ງທຽນຈະເປັນການສະແດງຂໍ້ມູນຕະຫຼາດໃນຮູບແບບກຣາຟ ແບບລະອຽດ ໂດຍກຣາຟ ແຕ່ລະປະເພດຈະມີລັກສະນະສະເພາະທີ່ນັກເທຣດຕ້ອງຮູ້ຕ້ອງເຂົ້າໃຈວິທີຕີຄວາມ ແລະ ອ່ານກຣາຟ ເພື່ອໃຫ້ສາມາດວິເຄາະກຣາຟ ເທັກນິກໄດ້ໃນທີ່ສຸດ

ສະຫລຸບກ່ຽວກັບຮູບແບບກຣາຟForex

ດ້ວຍກຣາຟ Forex ທີ່ມີລັກສະນະແຕກຕ່າງກັນ ນັກເທຣດ ຈະເຫັນພາບລວມຕະຫຼາດທີ່ລະອຽດຫຼາຍຂື້ນ ແລະ ສາມາດດຶງຂໍ້ມູນໃນອາດີດ ແລະ ປຽບທຽບກັບສະພາວະຕະຫຼາດປັດຈຸບັນເພື່ອຄາດການໄດ້ຢ່າງແມ້ນຍຳ ຍິ່ງໄປກວ່ານັ້ນ ກຣາຟບາງແບບຍັງໃຫ້ຂໍ້ມູນເຊິງລຶກແກ່ນັກເທຣດໃນຕະຫຼາດທີ່ຈຳເປັນໃນການຕັດສິນໃຈວ່າລາຄາຈະເຄື່ອນໄຫວຕໍ່ໄປແບບໃດ.

ຮູບແບບກຣາຟ 3 ປະເພດຫຼັກໆ ໄດ້ແກ່ ກຣາຟເສັ້ນ, ກຣາຟແທ່ງ ແລະ ກຣາຟແທ່ງທຽນ ເຊີ່ງບາງແບບກໍອ່ານງ່າຍ ເຂົ້າໃຈໄດ້ທັນທີ ຂະໜະທີ່ບາງແບບກໍອາດມີຄວາມຊັບຊ້ອນຂື້ນມາ ແຕ່ກໍໃຫ້ຂໍ້ມູນທີ່ລະອຽດກວ່າໃນກອບເວລາຕ່າງໆ ໂດຍກຣາຟທີ່ນິຍົມຫຼາຍທີ່ສຸດຄົງໜີບໍ່ພົ້ນ ກຣາຟແທ່ງທຽນເນື່ອງຈາກອ່ານງ່າຍ ໃຫ້ຂໍ້ມູນລະອຽດ ບອກໄດ້ທັງລາຄາສິນຊັບແລະອາລົມຕະຫຼາດເລີຍ

ການເທຣດ ECN/STP ແມ່ນຫຍັງ?
ການເລືອກໂບຣກເກີທີ່ໜ້າເຊື່ອຖື ແລະ ໄວ້ໃຈໄດ້ເປັນຂັ້ນຕອນສຳຄັນກ່ອນທີ່ທ່ານຈະເລີ່ມການເທຣດ

ແຟັດຟອມການເທຣດທີ່ດີຄືພັນທະມິດໃນລະຍະຍາວຂອງທ່ານ ທີ່ພ້ອມສະເໝີທີ່ຈະຊ່ວຍເຫຼືອ ຫຼື ຈັດຫາຟຣີເຈີການຊື້ຫ-ຂາຍ ທີ່ຈຳເປັນໃຫ້ທ່ານ ຈັ່ງໃດກໍຕາມຜູ້ເລີ່ມຕົ້ນເທຣດບາງຄົນສັບສົນກັບການເລືອກເວັບໄຊ້ ແລ ະປະເພດຂອງໂບຣກເກີທີ່ໃຫ້ບໍລິການ

ໃນບົດຄວາມນີ້ ເຮົາຈະອະທິບາຍຄວາມແຕກຕ່າງລະຫວ່າງການເທຣດ ECN ແລະ STP ໂດຍທ່ານຈະໄດ້ຮຽນຮູ້ວ່າໂບຣກເກີ ແຕ່ລະປະເພດກຳນົດເສັ້ນທາງຄຳສັ່ງຊື້-ຂາຍ ແນວໃດ ຂໍ້ດີ ແລະ ຂໍ້ເສຍຂອງແຕ່ລະໂບຣກເກີ ແລະ ຂໍ້ມູນເຊິງລຶກອື່ນໆ ທີ່ຈະຊ່ວຍໃຫ້ທ່ານຕັດສິນໃຈໄດ້ວ່າໂບຣກເກີປະເພດໃດເຂົ້າກັບທ່ານຫຼາຍກວ່າແລະເພາະເຫດໃດ

ທ່ານຄວນເລືອກເເບບໃດ

ໂດຍທົ່ວໄປຈະມີໂບຣກເກີຢູ່ 2 ປະເພດ ໂດຍປະເພດແລກຈະຈັດການຄຳສັ່ງຊື້-ຂາຍ ຜ່ານແພັດຟອມທີ່ເອີ້ນວ່າ “dealing desk” (ໂບຣກເກີທີ່ບໍ່ໄດ້ນຳອໍເດີ້ຂອງລູກຄ້າເຂົ້າສູ່ຕະຫຼາດແທ້ໂດຍກົງ) ເຊິ່ງທັງໂບຣກເກີ ECN ແລະ STP ອ້າງອີງປະເພດຂອງແພັດຟອມ “non-dealing desk ” ໝາຍຄວາມວ່າຄຳສັ່ງຊື້ທັງໝົດຈະຖືກສົ່ງໄປທີ່ຕະຫຼາດແທ້ໂດຍກົງ (ເປັນພຽງໂຕກາງທີ່ຈະຄ່ອຍນຳຄຳສັ່ງຂອງລູກຄ້າໄປສູ່ຕະຫຼາດແທ້ ຫຼື ທີ່ເອີ້ນກັນວ່າ Interbank market) ເຊີ່ງຂະບວນການນີ້ຈະເຮັດໃຫ້ທັງສອງເປັນຕົວເລືອກທີ່ດີດ້ວຍເຫດຜົນຫຼາຍປະການດັ່ງນີ້:

ພວກເຂົາໃຫ້ຄວາມໄວສູງສຸດໃນການດຳເນີນການຄຳສັ່ງ

ພວກເຂົາໃຫ້ສະເປຣດລະຫວ່າງລາຄາຊື້ແລະລາຄາຂາຍຕໍ່າໂດຍມີອັດຕາຄ່າຄອມມິດຊັ່ນຄົງທີ່

ເທຣດເດີສາມາດ ຊື້-ຂາຍ ສິນຊັບໄດ້ຕະຫຼອດ 24/7 ເຖິງຈະມີຕາລາງການ ຊື້-ຂາຍ ແບບເກົ່າກໍຕາມ

ນອກຈາກນີ້ ລູກຄ້າສາມາດຮັບປະໂຫຍດຈາກເງື່ອນໄຂການເທຣດແບບຣຽວທາມພ້ອມກັບການເຂົ້າເຖີງຕະຫຼາດລະຫວ່າງທະນາຄານ (interbank market) ໄດ້ໂດຍກົງ

ດັ່ງນັ້ນການເທຣດ ECN/STP ແມ່ນຫຍັງແທ້? ທັງສອງຄອນເຊັບແຕກຕ່າງກັນແນວໃດແລະຄວນເລືອກແບບໃດ?

ອະທິບາຍ ECN ແລະ STP

ປະການທຳອິດ ທັງ ECN ແລະ STP ໝາຍເຖີງໂບຣກເກີແບບ non-dealing desk ໂດຍເທຣດເດີສາມາດອອກຄຳສັ່ງຊື້-ຂາຍ ແບບອິເລັກໂຕນິກໄດ້ທັນທີ 100% ໃນຂະໜະທີ່ລະບົບຈະເລືອກລາຄາທີ່ດີທີ່ສຸດໂດຍອັດຕະໂນມັດຟີເຈີ້ນີ້ຊ່ວຍຫຼຸດຄວາມຂັດແຍ້ງເລື່ອງຜົນປະໂຫຍດທັບຊ້ອນທີ່ອາດເກີດຂື້ນລະຫວ່າງເທຣດເດີ ແລະ ໂບຣກເກີຂອງຕົນໄດ້

ECN ຫຍໍ້ມາຈາກ Electronic Communications Network ໂບຣກເກີເຫຼົ່ານີ້ບໍ່ມີການແຊກແຊງໃນຂະນະທີ່ກຳໜົດເສັ້ນທາງລະຫວ່າງທະນາຄານໂດຍກົງ ຕາມທີ່ລະບຸໄວ້ກ່ອນໜ້ານີ້ຄຳສັ່ງຊື້ແຕ່ລະລາຍການຈະສະແດງດ້ວຍລາຄາທີ່ດີທີ່ສຸດ ໃນຕະຫຼາດ ໜ້າທີ່ຫຼັກຂອງໂບຣກເກີ ECN ຄືການໃຫ້ບໍລິການກຳໜົດເສັ້ນທາງແມ້ວ່າຈະບໍ່ມີຄຳສັ່ງອື່ນໆຂອງເທຣດເດີຫຼືຄຳສັ່ງຫຍຸດກໍຕາມ

STP ໝາຍເຖິງການປະມວນຜົນໂດຍກົງ ເຕັກໂນໂລຊີນີ້ໃຊ້ໃນການຊື້-ຂາຍແຕ່ລະເທື່ອ ແລະ ສົ່ງຕໍ່ໄດ້ຕະຫຼາດ ຫຼື ຄູ່ສັນຍາລາຍອື່ນທາງ ອິເລັກໂຕນິກ ກ່າວງ່າຍໆ ກໍຄື ຄຳສັ່ງຊື້ຈະຖືກສົ່ງໄປໂດຍອັດຕະໂນມັດເຊັ່ນກັນ ຈັ່ງໃດກໍຕາມ ເສັ້ນທາງອາດແຕກຕ່າງອອກໄປ

ຄວາມຄ້າຍຄືກັນລະຫວ່າງ ໂບຣກເກີ ECN ແລະ STP

ຄວາມຄ້າຍຄືກັນຫຼັກຄືບໍ່ມີໂບຣກເກີຄົນໃດສົ່ງຄຳສັ່ງຊື້-ຂາຍຜ່ານ the dealing desk ໂດຍຂະບວນການຊື້-ຂາຍ ຈະໄປທີ່ຕະຫຼາດໂດຍກົງ ນອກຈາກນີ້ ທ່ານຕ້ອງພິຈາລະນາຄວາມຄ້າຍຄືກັນອື່ນໆ ກ່ອນເລີ່ມການຊື້-ຂາຍ ດັ່ງນີ້:

ທັງສອງບໍ່ໄດ້ໃຊ້ dealing desk ເພື່ອກຳນົດເສັ້ນທາງຄຳສັ່ງຊື້ຂອງທ່ານ

ໂບຣກເກີແຕ່ລະປະເພດມີສະເປຣດລະຫວ່າງລາຄາສະເໜີຊື້ແລະລາຄາສະເໜີຂາຍທີ່ຕຳ່

ໂບຣກເກີທັງສອງໃຫ້ຜູ້ໃຊ້ງານເຂົ້າເຖີງຕະຫຼາດໂດຍກົງ

ເຖີງຈະມີຄວາມຄ້າຍຄືກັນຫຼາຍແຕ່ການຊື້-ຂາຍ ECN ແລະ STP ນັ້ນບໍ່ຄືກັນ

ຄວາມແຕກຕ່າງລະຫວ່າງໂບຣກເກີ ECN ແລະ STP

ກ່ອນທີ່ທ່ານຈະເລືອກໂບຣກເກີເພື່ອເລີ່ມການຊື້-ຂາຍ ສິ່ງສຳຄັນຄືທ່ານຕ້ອງເຂົ້າໃຈຄວາມແຕກຕ່າງຕໍ່ໄປນີ້ຢ່າງຊັດເຈນ:

ຈາກມຸມໜື່ງ ການເທຣດ ECN ເບິ່ງແລ້ວຈະໂປ່ງໃສກວ່າ ເນື່ອງຈາກຈະບໍ່ສົ່ງຄຳສັ່ງຊື້-ຂາຍໄປຫາຄູ່ສັນຍາອື່ນ ນອກຈາກນີ້ຍັງມີເສັ້ນທາງທີ່ຊັດເຈນແລະຄົງທີ່ ສ່ວນທາງດ້ານໂບຣກເກີ STP  ອາດໂອນຄຳສັ່ງຊື້-ຂາຍໄປຫາຜູ້ໃຫ້ບໍລິການສະພາບຄ່ອງໂຕອື່ນໆ ລວມເຖິງແພັດຟອມ ECN ຫຼື STP ເຈົ້າອື່ນໆ

ທ່ານຈ່າຍຄ່າຄອມມິດຊັ່ນສຳຫຼັບການເທຣດ ECN ແຕ່ລະເທື່ອສະເໝີ ບໍ່ວ່າທ່ານຈະໄດ້ກຳໄລຫຼືຂາດທຶນກໍຕາມໃນທາງກັບກັນດ້ວຍການເທຣດ STP ລູກຄ້າຈະຈ່າຍຄ່າຄອມມິດຊັ່ນຈາກຜົນກຳໄລຂອງພວກເຂົາເທົ່ານັ້ນ

ໂດຍທົ່ວໄປ ໂບຣກເກີ STP ຈະໃຫ້ສະເປຣດທີ່ຄົງທີ່ ໃນຂະໜະທີ່ລູກຄ້າການເທຣດ ECN ຈະມີສະເປຣດທີ່ຄ່ອນຂ້າງຜັນຝວນ

ການເລືອກປະເພດຂອງໂບຣກເກີຈະຂຶ້ນຢູ່ກັບກົນລະຍຸດທີ່ທ່ານເລືອກໃຊ້ເຊັ່ນດຽວກັນກັບ ການຕັ້ງຄ່າການຊື້-ຂາຍ ຂອງແຕ່ລະຄົນເພື່ອໃຫ້ການເລືອກຂອງທ່ານງ່າຍຂື້ນ ເຮົາໄດ້ເນັ້ນປະເດັນຫຼັກບາງປະການທີ່ທ່ານຕ້ອງຄຳນຶງເຖິງ

ເສັ້ນທາງການຊື້-ຂາຍ

ດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້ ຄວາມແຕກຕ່າງຫຼັກລະຫວ່າງໂບຣກເກີ ECN ແລະ STP ຢູ່ທີ່ວິທີການກຳໜົດເສັ້ນທາງຄຳສັ່ງຂອງລູກຄ້າ ທາງດ້ານໂບຣກເກີ ECN ຈະໂອນການ ຊື້-ຂາຍ ແຕ່ລະເທື່ອໂດຍກົງໄປຫາສະພາບແວດລ້ອມການຊື້-ຂາຍ ລະຫວ່າງທະນາຄານໂດຍຂ້າມໂຕກາງແລະຄູ່ສັນຍາອື່ນໆ ດ້ວຍເຫດນີ້ເຮັດໃຫ້ໂບຣກເກີ ECN ເປັນໂຕເລືອກທີ່ດີກວ່າສຳຫຼັບເທຣດເດີ ທີ່ຕ້ອງການດຳເນີນການຊື້-ຂາຍ ຫຼາຍລາຍການໃນທັນທີ ເຊັ່ນ ເທຣດເດີ ທີ່ເນັ້ນການເກັງກຳໄລລະຍະສັ້ນໂດຍເນັ້ນຄວາມຖີ່ (scalpers)

ສ່ວນທາງໂບຣກເກີ STP ຈະສົ່ງການຊື້ຫ-ຂາຍ ໄປຫາຄູ່ສັນຍາລາຍອື່ນ ເຊິ່ງແນ່ນອນວ່າມັນບໍ່ໄດ້ໝາຍເຖິງການດຳເນີນການທີ່ລ່າຊ້າເນື່ອຈາກພວກເຂົາຍັງບໍ່ໄດ້ໃຊ້ dealing desks ໃນການຈັດທຸລະກຳ ຈັ່ງໃດກໍຕາມອາດຈະສົ່ງຜົນຕໍ່ຄວາມໄວໃນການດຳເນີນການໂດຍລວມໄດ້ເຊັ່ນກັນ

ຄວາມໄວໃນການດຳເນີນການ

ເມື່ອພິຈາລະນາຈາກປະເດັນກ່ອນໜ້ານີ້ ເປັນທີ່ຊັດເຈນວ່າໂບຣກເກີ ECN ສົ່ງຄຳສັ່ງຊື້-ຂາຍ ໄດ້ວ່ອງໄວກວ່າສົ່ງຜົນໃຫ້ຄວາມໄວໃນການດຳເນີນການຈະສູງຂື້ນ ເວົ້າງ່າຍໆ ກໍຄື ນັກລົງທຶນຈະໄດ້ຮັບເວລາໃນການເທຣດຫຼາຍຂື້ນນອກເໜືອໄປຈາກຕົ້ນທຶນທີ່ໜ້ອຍລົງ

ສຳຫຼັບໂບຣກເກີ STP ເວລາໃນການດຳເນີນການອາດແຕກຕ່າງກັນໄປຂື້ນຢູ່ກັບເສັ້ນທາງທີ່ເລືອກເພື່ອສົ່ງຄຳຊື້-ຂາຍ ຂອງທ່ານໄປຕະຫຼາດ ດັ່ງທີ່ເຮົາກ່າວໄວ້ກ່ອນໜ້ານີ້

ໂຄງສ້າງຄ່າທຳນຽມການເທຣດ

ໃນສ່ວນຂອງຄຳຖາມກ່ຽວກັບຕົ້ນທຶນ ແລະ  ຄ່າທຳນຽມມີຄວາມສຳຄັນຫຼາຍ ໂດຍສະເພາະຢ່າງຍິ່ງ ສຳຫຼັບຜູ້ຊື້-ຂາຍ ໂບຣກເກີ ECN ເອີ້ນເກັບຄ່າຄອມມິດຊັ່ນສຳຫຼັບທຸກການຊື້-ຂາຍ ເຖິງວ່າຜົນຫຼັບຈະອອກມາແບບໃດກໍຕາມ ທ່ານຈະໄດ້ກຳໄລ ຫຼື ຂາດທຶນກໍຍັງຕ້ອງຈ່າຍຄ່າຄອມມິດຊັ່ນ ແຕ່ໂດຍທົ່ວໄປແລ້ວກະເກັບບໍ່ເກີນໃນອັດຕາທີ່ສູງຫຼາຍ

ໂດຍປົກກະຕິແລ້ວໂບຣກເກີ STP ຈະເອີ້ນເກັບຄ່າຄອມມິດຊັ່ນຈາກຜົນກຳໄລ ເຖິງວ່າປົກກະຕິພວກເຂົາຈະກຳໜົດສະເປຣດທີ່ຄົງທີ່ເປັນສ່ວນຫຼາຍ ແຕ່ບາງແພັດຟອມກໍໃຫ້ບໍລິການເທຣດເດີດ້ວຍສະເປຣດແບບຜັນປ່ຽນ

ຂໍ້ດີ ແລະ ຂໍ້ເສຍຂອງໂບຣກເກີ ECN

ຕອນນີ້ ເຮົາມາເນັ້ນທີ່ຫຼັກສຳຄັນ ແລະ ພາດບໍ່ໄດ້ຂອງການເທຣດກັບໂບຣກເກີ ECN

ຂໍ້ດີ

ລູກຄ້າຈະໄດ້ຮັບລາຄາຕະຫຼາດທີ່ດີທີ່ສຸດ, ສະເປຣຕໍ່າ ແລ ະຄວາມໄວໃນການດຳເນີນການຄຳສັ່ງຊື້ຂາຍທີ່ວ່ອງໄວ

ບໍ່ມີຄວາມສ່ຽງໃນການສະລີບເພສ ແລະ ການຣີເຄຣສ

ສະເປຣດທີ່ແຄບ ແລະ ມັກຈະລົດລົງເປັນສູນ

ໂບຣກເກີ ECN ບໍ່ເຄີຍອອກອໍເດີ້ຊ້ອນກັບເທຣດເດີ

ລາຄາທີ່ຜັນຜວນເຮັດໃຫ້ການເທຣດ ECN ເປັນໂຕເລືອກທີ່ສົມບູນແບບສຳຫຼັບການເທຣດເກັງກຳໄລ

ຊື້-ຂາຍ ຕາມເວລາຈິງໂດຍເຂົ້າເຖິງຕະຫຼາດລະຫວ່າງທະນາຄານໄດ້ໂດຍກົງ

ຂໍ້ເສຍປຽບຫຼັກຄືເທຣດເດີຈະຖືກເກັບຄ່າຄອມມິດຊັ່ນໃນທຸກໆຄຳສັ່ງທີ່ພວກເຂົາເປີດ ບໍ່ສຳຄັນວ່າພວກເຂົາຈະໄດ້ກຳໄລ ຫຼື ຂາດທຶນ ພວກເຂົາຈະຕ້ອງເສຍຄ່າທຳນຽມສະເໝີ

ຂໍ້ດີແລະຂໍ້ເສຍຂອງໂບຣກເກີ STP

ບໍ່ໄດ້ໝາຍຄວາມວ່າໂບຣກເກີ ECN ເປັນພຽງໂຕເລືອກດຽວໃນການເລີ່ມ ຊື້-ຂາຍ ໂບຣກເກີ STP ກໍຍັງມີຄວາມສົມເຫດສົມຜົນຂື້ນຢູ່ກັບກົນລະຍຸດ ແລະ ແນວທາງສະເພາະທີ່ທ່ານເລືອກໃຊ້ ມາເບີ່ງຂໍ້ດີຂອງມັນກັນ

ຂໍ້ດີ

ເທຣດເດີສາມາດໄດ້ຮັບປະໂຫຍດຈາກສະເປຣດລະຫວ່າງລາຄາສະເໜີຊື້ ແລະ ລາຄາຂາຍທີ່ຕໍ່າເຊິ່ງຄົງທີ່ເປັນຫຼັກ

ລາຄາທີ່ຜັນຜວນເຮັດໃຫ້ STP ເໝາະສຳຫຼັບການເທຣດລາຍມື້

ເຂົ້າເຖິງການຕະຫຼາດລະຫວ່າງທະນາຄານໄດ້ໂດຍກົງ ຕາມທີ່ທ່ານເຫັນ ປະໂຫຍດທີ່ໄດ້ຮັບເປັນສ່ວນໃຫຍ່ຕ່າງຄືກັນ

ຂໍ້ເສຍ

ສຳຫຼັບຂໍ້ເສຍ ໂດຍທົ່ວໄປການເທຣດ STP ຈະໃຊ້ເປັນໂຕເຊື່ອມລະຫວ່າງເທຣດເດີກັບແພັດຟອມທີ່ໃຫຍ່ກວ່າ ສົ່ງຜົນໃຫ້ຂາດຄວາມໂປ່ງໃສໃນການດຳເນີນຄຳສັ່ງ ຊື້-ຂາຍ ເວົ້າງ່າຍໆ ກໍຄື ເທຣດເດີບໍ່ສາມາດຕິດຕາມເສັ້ນທາງຂອງຄຳສັ່ງຊື້-ຂາຍ ຂອງຕົນໄດ້

ສຸດທ້າຍ

ທັງນີ້ ໂບຣກເກີທັງສອງແບບສາມາດເປັນຕົວເລືອກທີ່ດີໃນການເທຣດໄດ້ ໂດຍທີ່ໂບຣກເກີ ECN ອາດເຮັດໃຫ້ການກຳໜົດເສັ້ນທາງຄຳສັ່ງຊື້-ຂາຍ ທີ່ໂປ່ງໃສຂື້ນອີກເລັກນ້ອຍ ນອກເໜືອໄປຈາກການສະເໜີຄວາມຜັນຜວນຂອງລາຄາ ແລະ ສະເປຣດລະຫວ່າງລາຄາສະເໜີຊື້ ແລະ ລາຄາສະເໜີຂາຍທີ່ຕໍ່າ ທັງໝົດນີ້ສາມາດສົ່ງຜົນໃຫ້ຕົ້ນທຶນການເທຣດລົດລົງ ແລ ະສາມາດດຳເນີນການໄດ້ໄວຂື້ນໃນໄລຍະຍາວ