ເລີ່ມຕົ້ນໃຫມ່ – laofxdaddy.com

ນັກລົງທຶນມືໃໝ່ຕ້ອງຮູ້ ຄວາມຈຳເປັນຂອງການກະຈາຍທຶນ
1. ການກະຈາຍການລົງທຶນແມ່ນຈຳເປັນຫຼືບໍ່?

ບອກໄດ້ເລີຍແມ່ນມີຄວາມຈຳເປັນ ແລະ ມີປະໂຫຍດເປັນຢ່າງຫຼາຍໂດຍສະເພາະກັບນັກລົງທຶນ ທີ່ເລີ່ມຕົ້ນລົງທຶນ ແລະ ຜູ້ທີ່ຕ້ອງການຮັກສາເງີນຕົ້ນໃຫ້ປອດໄພຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ແຕ່ບໍ່ວ່າແນວໃດກໍ່ຕາມອາດຈະເຮັດໃຫ້ເສຍໂອກາດໃນການໄດ້ຮັບຜົນຕອບແທນໃນລະດັບທີ່ສູງ

ການກະຈາຍການລົງທຶນຖືເປັນນຶ່ງໃນຫຼັກການທີ່ນັກລົງທຶນຄວນເຮັດ ເນື່ອງຈາກເປັນການຫຼຸດຄວາມສ່ຽງ ເຊິ່ງນັກລົງທຶນມີການລົງທຶນໂດຍບໍ່ກະຈາຍຄວາມສ່ຽງເລີຍ ແລະ ການລົງທຶນນັ້ນລົ້ມເຫຼວ ຈະເຮັດໃຫ້ນັກລົງທຶນບໍ່ມີໂອກາດ ທີ່ຈະຕໍ່ຍອດການລົງທຶນຜ່ານຊ່ອງທາງ ຫຼື ໂຕເລືອກອື່ນໆ ນອກຈາກນີ້ແມ່ນຍັງເພີ່ມໂອກາດທີ່ຈະຊ່ວຍໃຫນັກລົງທຶນສາມາດໃຫ້ໄດ້ຮັບຜົນຕອບແທນຫຼາຍຂື້ນອີກດ້ວຍ ເພາະໃນການລົງທຶນແບບກະຈາຍການລົງທຶນ ຈະມີການລົງທຶນຫຼາຍບ່ອນບາງບ່ອນອາດມີຜົນຕອບແທນທີ່ຫຼາຍກ່ວາ ດັ່ງນັ້ນຫາກມີການລົງທຶນແບບຊ່ອງທາງດຽວໄປໃນແຫຼ່ງທີ່ໃຫ້ຜົນຕອບແທນໜ້ອຍ ກໍ່ຈະເສຍໂອກາດທີ່ຈະໄດ້ຜົນຕອບແທນຫຼາຍຂື້ນນັ້ນເອງ

ເຖິງແນວໃດກໍ່ຕາມ ການກະຈາຍການລົງທຶນອາດບໍ່ສຳເລັດສະເໜີໄປ ເພາະກໍ່ມີບາງຄົນສ່ວນທີ່ປະສົບຄວາມສຳເລັດກັບການລົງທຶນໃນແຫຼ່ງດຽວເຊັ່ນກັນ ແຕ່ການກະຈາຍການລົງທຶນຈະຊ່ວຍໃຫ້ນັກລົງທຶນສາມາດລົງທຶນໄດ້ມີລະບົບ, ເພີມຄວາມຍືດຍຸ່ນໃນການລົງທຶນ ລວມເຖິງຄວບຄຸມຄວາມສ່ຽງໄດ້ດີຫຼາຍກ່ວາການລົງທຶນໃນບ່ອນດຽວໄດ້ຢ່າງແນ່ນອນ

a.) ວິທີການກະຈາຍການລົງທຶນງ່າຍໆ ດ້ວຍໂຕເຮົາເອງ

ວິທີການກະຈາຍການລົງທຶນງ່າຍໆສາມາດເຮັດໄດ້ດັ່ງລຸ່ມນີ້:

ການກະຈາຍຄວາມສ່ຽງໄປໃນຫຼາຍສິນຊັບ: ຫາກເວົ້າເຖິງການລົງທຶນ ນັກລົງທຶນມີໃໝ່ອາດຈະນຶກເຖິງຫຸ້ນ ແຕ່ໃນຄວາມເປັນຈິງການລົງທຶນນັ້ນມີຫຼາກຫຼາຍຮູບແບບຫຼາຍ ບໍ່ວ່າຈະເປັນ ຫຸ້ນ, ສະກຸນເງີນ, ທອງຄຳ, ອາສັງຫາ ຫຼື ການຝາກເງີນກິນດອກເບ້ຍ ກໍ່ຖືເປັນການລົງທຶນເຊັ່ນດຽວກັນ ດັ່ງນັ້ນ ສິ່ງທີ່ງ່າຍທີ່ສຸດທີ່ນັກລົງທຶນສາມາດເຮັດໄດ້ຄື ການນຳເອົາຂໍ້ມູນ ຜົນຕອບແທນ ຄວາມສ່ຽງ ຂອງແຕ່ລະສິນຊັບທີ່ຈະລົງທຶນ ມາປຽບທຽບວິເຄາະ ເພື່ອທີ່ຈະສາມາດປະເມີນການລົງທຶນໄດ້ຢ່າງເໝາະສົມ ເພື່ອກຳຈັດຄວາມສ່ຽງໃຫ້ໄດ້ຫຼາຍທີ່ສຸດ

ການກະຈາຍຄວາມສ່ຽງໃນແຕ່ລະປະເພດສິນຊັບ: ນອກຈາການກະຈາຍຄວາມສ່ຽງໃນຕະຫຼາດສິນຊັບແລ້ວ ນັກລົງທຶນຍັງສາມາດກະຈາຍຄວາມສ່ຽງໃນແຕ່ລະປະເພດສິນຊັບໄດ້ອີກເຊັ່ນໃນຕະຫຼາດຫຸ້ນ ນັກລົງທຶນອາດມີຫຸ້ນຫຼາຍຫຸ້ນທີ່ມີການວິເຄາະແລ້ວວ່າໃນອານາຄົດຈະມີການຈະເລີນເຕິບໂຕໄດ້ດີກໍ່ສາມາດກະຈາຍຄວາມສ່ຽງໄດ້ໂດຍການລົງທຶນກັບຫຸ້ນຫຼາຍໆໂຕບໍ່ຈຳເປັນລົງທຶນຫຸ້ນໂຕດຽວ ເພາະຄວາມສ່ຽງຈະມີສູງ ຫຼື ການລົງທຶນຜ່ານກອງທຶນພາຍໃນປະເທດ ຫາກຄຳນວນແລ້ວວ່າກອງທຶນຂອງຕ່າງປະເທດ ມີໂອກາດທີ່ຈະເຮັດກຳໄລໄດ້ ກໍ່ສາມາດແບ່ງການລົງທຶນ ກັບກັບທຶນຕ່າງປະເທດເພື່ອກະຈາຍຄວາມສ່ຽງໄດ້ອີກ

ການກະຈາຍໃນເລື່ອງຂອງຈັງຫວະການລົງທຶນ: ໃນການລົງທຶນມັກມີຫຼາຍປັດໃຈທີ່ເຮັດໃຫ້ນັກລົງທຶນອາດຮີບຮ້ອນ ແລະ ຫຼົງໃນການລົງທຶນໄປເພາະຢ້ານທີ່ຈະພາດໂອກາດ ຫຼື ຄິດວ່າໂອກາດນັ້ນແມ່ນຈະບໍ່ກັບມາອີກ ເຊິ່ງບາງຄັ້ງກໍ່ອາດເປັນເລື່ອງທີ່ດີເພາະໄດ້ຜົນຕອບແທນອອກມາດີ ແຕ່ບາງຄັ້ງການລົງທຶນແບບບໍ່ສົນໃຈເລື່ອງຈັງຫວະການລົງທຶນ ອາດສົ່ງຜົນເສຍກັບມາໃຫ້ກັບນັກລົງທຶນໄດ້ ໂດຍການລົງທຶນແບບ DCA ຄືການລົງທຶນເປັນລະບົບ ແບບສະເລ່ຍເທົ່າໆກັນ ທຸກຮອບການລົງທຶນ ໂດຍບໍ່ສົນໃຈປັກໃຈພາຍນຶກ ຫຼື ລາຄາທີ່ມີການປັບໂຕຂື້ນລົງຢ່າງຮຸນແຮງໃນຕະຫຼາດ ວິທີນີ້ຈະຊ່ວຍໃຫ້ນັກລົງທຶນສາມາດຢັບຢັ້ງຊັ່ງໃຈໃນການລົງທຶນ ແລະ ມີວິໃນຫຼາຍຂື້ນ ລວມເຖິງ ລວມເຖິງເຫັດໃຫ້ມີຄວາມສ່ຽງທີ່ຈະລົງທຶນໄປຕາມສະພາວະຂອງຕະຫຼາດໂດຍທີ່ບໍ່ເບິ່ງເຖິງປັດໃຈດ້ານອື່ນ

b.) ໂຕຢ່າງການກະຈາຍການລົງທຶນ

ໂຕຢ່າງການກະຈາຍກອງທຶນ ທ່ານ “ກ” ມີເງີນ 100,000,000 ກີບ, ແບ່ງການລົງທຶນໄປກັບຕະຫຼາດຫຸ້ນ 50,000,000 ກີບ, ການລົງທຶນແບບກາສານໜີ້ 25,000,000 ກີບ ແລະ ລົງທຶນຜ່ານກອງທຶນປະສົມອີກ 25,000,000 ກີບ, ຈະມີສັດສ່ວນລົງທຶນຕະຫຼາດຫຸ້ນ 50%, ກາສານໜີ້ 25%, ກອງທຶນແບບປະສົມ 25%, ຫາກໃນທ້າຍທີ່ສຸດໄດ້ຜົນຕອບແທນຈາກຕະຫຼາດຫຸ້ນ  10% (5,000,000 ກີບ) ຂາດທຶນຈາກກາສານໜີ 5% (1,250ມ000 ກີບ) ຂາກທຶນຈາກກອງທຶນປະສົມ 1% (250,000 ກີບ) ສະແດງໃຫ້ເຫັນວ່າເຖິງແມ່ນວ່າຈະມີການຂາດທຶນຈາກກອງທຶນກາສານໜີ້ ແລະ ກອງທຶນປະສົມ ໃນທີ່ສຸດເມື່ອງລວມຜົນຕອບແທນ ກຳໄລ-ຂາດທຶນ. ແຕ່ລະການລົງທຶນກໍ່ຍັງມີຜົນຕອບແທນເປັນຜົນບວກ 5,000,000 – 1,250,000 – 250,000 = 3,500,000 ກີບ

2. ເຫດຜົນທີ່ຕ້ອງມີການກະຈາຍການລົງທຶນ

ເຫດຜົນທີ່ຈະຕ້ອງມີການກະຈາຍການລົງທຶນ ເພື່ອໃຫ້ນັກລົງທຶນສາມາດຫຼຸດຄວາມສ່ຽງໃນການຂາດທຶນ ຫາກລົງທຶນໄປກັບກອງທຶນດຽວ ແລະ ກອງທຶນນັ້ນທີການຂາດທຶນ ໂດຍຫາກມີການກະຈາຍກອງທຶນໄປໃນຫຼາຍການລົງທຶນ ເຖິງແມ່ນວ່າຈະມີການການທຶນໄປແດ່ໃນການລົງທຶນ ແຕ່ຫາກມີກອງທຶນທີ່ໄດ້ຜົນກຳໄລຫຼາຍກວ່າກອງທຶນທີ່ຂາດທຶນ ໂດຍລວມຝອດຂອງນັກລົງທຶນກໍ່ຍັງຖືວ່າຍັງໄດ້ກຳໄລຢູ່ດີ ດັ່ງນັ້ນເຫດຜົນຫຼັກການລົງທຶນແບບມີລະບົບຫຼາຍຂື້ນ

3. ສະຫຼຸບບົດຄວາມ

ການກະຈາຍການລົງທຶນເປັນນຶ່ງໃນເທັກນິກທີ່ມີການໃຊ້ກັນບໍ່ວ່າຈະທັງກັບນັກລົງທຶນມືໃໝ່ ແລະ ນັກລົງທຶນທີ່ປະສົບຄວາມສຳເລັດລະດັບໂລກ ເນື່ອງຈາກເປັນເທັກນິກການລົງທຶນທີ່ມີປະສິດທິພາບ ແລະ ສາມາດຫຼຸດຄວາມສ່ຽງໃນການລົງທຶນໃຫ້ກັບນັກລົງທຶນໄດ້ເປັນຢ່າງດີ ນອກຈາກນີ້ເປັນວິທີທີ່ເຂົ້າໃຈບໍ່ຍາກ ແລະ ມີປະໂຫຍດເປັນຢ່າງຍິ່ງ ທີ່ຈະຊ່ວຍໃຫ້ນັກລົງທມີວິໃນ ແລະ ສ້າງແບບແຜນຫຼືລະບົບການລົງທຶນໃຫ້ມີປະສິດທິພາບໄດ້ ບົດຄວາມນີ້ກໍ່ຂໍຈົບພຽງແຕ່ເທົ່ານີ້.

10 ຂໍ້ຜິດພາດທົ່ວໄປທີ່ນັກເທຣດ Forex ມືໄໝ່ຄວນຫຼືກລ້ຽງ
ການເທຣດ Forex ເປັນຕະຫຼາດທີ່ມີຄວາມຜັນຝວນ ແລະ ມີຄວາມຊັບຊ້ອນສູງ ເຊິ່ງອາດເຮັດໃຫ້ເກີດຄວາມທ້າທາຍສຳຫຼັບນັກເທຣດມືໃໝ່ໄດ້ຢ່າງຫຼາຍ ເພື່ອເພີ່ມໂອກາດໃນການປະສົບຄວາມສຳເລັດຈຳເປັນຢ່າງຍິ່ງທີ່ນັກເທຣດມືໃໝ່ຕ້ອງລະມັດລະວັງຂໍ້ຜິດພາດທົ່ວໄປທີ່ອາດສົ່ງຜົນເສຍຕໍ່ຜົນການເທຣດຂອງເຮົາ ຕໍ່ໄປນີ້ຄືຂໍ້ຜິດພາດ 10 ຂໍ້ຜິດພາດທີ່ເຮົາຄວນຫຼີກລ້ຽງດັ່ງລຸ່ມນີ້:

ບໍ່ມີແຜນການເທຣດ: ການເທຣດ Forex ໂດຍປາສະຈາກເທັກນິກທີ່ແນ່ນອນອາດນຳໄປສູ່ການຕັດສິນໃຈ ທີ່ບໍ່ດີ ແລະ ຂາດວິໄນ ດຳເນີນເຮັດແຜນການເທຣດແບບມີເປົ້າໝາຍ ທັກນິການເຂົ້າ ແລະ ອອກ ແລະ ລະບົບການຈັດການຄວາມສ່ຽງ

ເທຣດດ້ວຍເງີນຫຼາຍເກີນໄປ: ການໃຊ້ເລເວີເຣດ ສູງເກີນໄປອາດຈະຂະຫຍາຍທັງຜົນກຳໄລ ແລະ ຜົນຂາດທຶນ ຂອງ ທ່ານ ຢ່າງຫຼາຍ ຈຳກັດຄວາມສ່ຽງຂອງທ່ານໂດຍເທຣດດ້ວຍຂະໜາດຕຳແໜ່ງທີ່ເໝາະສົມ

ໄລ່ລາຄາ: ການໄລ່ລາຄາໝາຍເຖິງ ການເຂົ້າຊື້ ຫຼື ຂາຍຫຼັງຈາກລາຄາເຄື່ອນໄຫວໄປໃນທິດທາງນັ້ນຢ່າງມີໄລຍະສຳຄັນ ເຊິ່ງອາດນຳໄປສູ່ການສູນເສຍຫາກລາຄາປ່ຽນທິດທາງ

ບໍ່ຕັດຂາດທຶນ: ເມື່ອການເທຣດເຄື່ອນໄຫວສວນທາງ ທ່ານ ຢ່າຊ້ານທີ່ຈະຕັດຂາດທຶນ ແລະ ປົກປ້ອງທຶນຂອງທ່ານດ້ວຍການຕັ້ງ ຄ່າຄຳສັ່ງ Stop-Loss ສາມາດຊ່ວຍໃຫ້ ທ່ານ ກຳຈັດຄວາມສ່ຽງຫາຍໄດ້

ແກ້ແຄ້ນເທຣດ: ການເທຣດດ້ວຍອາລົມຫຼັງຈາກສູນເສຍອາດນຳໄປສູ່ການຕັດສິນໃຈທີ່ຜິດພາດ ເຮັດໃຫ້ການສູນເສຍເງີນຫຼາຍຂື້ນ

ບໍ່ບໍລິຫານຄວາມສ່ຽງຢ່າງຖືກຕ້ອງ: ການຈັດການຄວາມສ່ຽງເປັນແງ່ມຸມສຳຄັນຂອງການເທຣດ Forex ໃຊ້ເຄື່ອງມືຕ່າງໆເຊັ່ນ: Stop-Loss ແລະ ການບໍລິຫານເງີນເພື່ອກຳຈັດຄວາມສ່ຽງ

ບໍ່ຮຽນຮູ້ຈາກຄວາມຜິດພາດ: ການວິເຄາະ ການເທຣດທີ່ຜ່ານມາຂອງທ່ານສາມາດຊ່ວຍລະບຸຂໍ້ຜິດພາດ ແລະ ປັບປຸງເທັກນິການເທຣດໃນອານາຄົດໄດ້

ບໍ່ຕິດຕາມຂ່າວສານ ແລະ ເຫດການປະຈຸບັນ: ປັດໃຈມະຫາພາກເຊັ່ນ: ຂ່າວເສດຖະກິດ ແລະ ກິດຈະກຳທາງດ້ານການເມືອງສາມາດສົ່ງຜົນກະທົບຢ່າງຫຼາຍຕໍ່ຕະຫຼາດ Forex ຈິ່ງເປັນສິ່ງສຳຄັນທີ່ຈະຕ້ອງຕິດຕາມຂ່າວສານຫຼ້າສຸດ

ເພິ່ງພາແຕ່ສັນຍານຈາກອິນດີເຄເຕີເທົ່ານັ້ນ: ໃນຂະນະທີ່ອິນດີເຄເຕີທາງເທັກນິກອາດເປັນປະໂຫຍດ ແຕ່ບໍ່ຄວນເພິ່ງພາອິນດີເຄເຕີເລົ່ານີ້ພຽງຢ່າງດຽວ ຄວນໃຊ້ການວິເຄາະຫຼາຍຮູບແບບເພື່ອຢືນຢັນສັນຍານ

ເທຣດໂດຍປາສະຈາກຄວາມອົດທົນ: ການເທຣດ Forex ຕ້ອງໃຊ້ຄວາມອົດທົນ ແລະ ວິໄນ ຢ່າພະຍາຍາມເຮັດກຳໄລແບບວ່ອງໄວເກີນໄປ ຈົ່ງຮຽນຮູ້ຊື້-ຂາຍ ຢ່າງມີເທັກນິກ ແລະ ອົດທົນລໍຄອຍໂອກາດທີ່ເໝາະສົມ

ໂດຍການຫຼີກລ້ຽງຂໍ້ຜິດພາດທົ່ວໄປເຫຼົ່ານີ້ນັກເທຣດ Forex ມືໃໝ່ອາດຈະເພີ່ມໂອກາດໃນການປະສົບຄວາມສຳເລັດໃນຕະຫຼາດທີ່ມີຄວາມຜັນຝວນໃນຕະຫຼາດນີ້ໄດ້ ເຖິງຢ່າງໃດກໍ່ຕາມເປັນສິ່ງສຳຄັນທີ່ຈະຕ້ອງຈືໄວ້ວ່າການເທຣດ Forex ຍັງມີຄວາມສ່ຽງຈິ່ງເທຣດດ້ວຍເງີນທີ່ເຮົາສາມາດເສຍມັນໄດ້.

ເທັກນິກການຊື້-ຂາຍ ລະຫວ່າງມື້
ໄລຍະເວລາທີແນາະນຳ M30

ເທັກນິກນີ້ຂື້ນຢູ່ກັບການໃຊ້ງານສອງໂຕຊີ້ວັດຄື: Williams Percent Range ແລະ Zig Zag ໂດຍດຳເນີນການເທຣດມັກເຮັດພາຍໃນມື້ດຽວ

ໂດຍເຮັດການຊື້-ຂາຍ ຂອງຄູ່ສະກຸນເງີນຫຼັກຄື: EUR/USD ຫຼື GBP/USD

ເພື່ອທີ່ຈະໄດ້ຮັບສັນຍານເຮົາຈະຕ້ອງມີການຕັ້ງຄ່າສຳຫຼັບໂຕຊີ້ວັດດັ່ງຕໍ່ໄປນີ້:

Zig Zag: Depth (60), Deviation (5), Backstep (3)

Williams Percent Range: Period (80)

Take Profit ແລະ Stop Loss

ລະດັບຂອງ Take Profit: 40 ຈຸດ

ລະດັບຂອງ Stop Loss: 18 ຈຸດ

ຈັງຫວະ Short

ຈັງຫວະ Short ຄວນເປີດ ອໍເດີເມືອມີໂຕຊີ້ວັດ Williams Percent Range ເຂົ້າມາໃກ້ລະດັບສູນ

ໃນຂະທີ່ Zig Zag ເຖິງຄ່າລາຄາທີ່ສູງກ່ອນໜ້າ ເຊິ່ງໝາຍເຖິງອາດຈະມີການກັບໂຕ ແລະ ເປັນສັນຍານ Short

ຈັງຫວະ Long

ຕຳແໜ່ງ Long ຄວນຈະເປີດເມື່ອໂຕຊີວັດ Williams Percent Range ເຂົ້າມາໃກ້ລະດັບ (-100)

ໃນຂະນະທີ່ Zig Zag ເຖິງຄ່າລາຄາກ່ອນໜ້າ ເຊິ່ງໝາຍເຖິງອາດຈະມີການກັບໂຕ ແລະ ເປັນສັນຍານ Long

ຄຳສັບທີ່ໃຊ້ໃນຕະຫລາດ Forex
Bid Price = ລາຄາສະເໜີຊື້ ຂອງສະກຸນເງິນໃດຫນຶ່ງ ຕົວຢ່າງ USD/LAK ລາຄາສະເໜີຊື້ ແມ່ນ 9000LAK ຫມາຍເຖິງ 1 USD ເຮົາຈະໄດ້ເງິນກີບ 9000LAK

Ask Price = ລາຄາສະເໜີຂາຍ ຂອງສະກຸນເງິນໃດຫນຶ່ງ ຕົວຢ່າງ USD/LAK ລາຄາສະເໜີຂາຍແມ່ນ 9100LAK ຫມາຍເຖິງເຮົາຕ້ອງໃຊ້ເງິນ 9100LAK ເພື່ອຈະຊື້ 1USD

Spread = ສ່ວນຕ່າງລາຄາຂອງ Bid / Ask ຕົວຢ່າງ USD/LAK Bid 9000LAK Ask 9100LAK ສ່ວນຕ່າງຂອງ Spread ແມ່ນ 100 LAK ແລະ ສ່ວນນີ້ຍັງເປັນ Commission ຂອງໂບຣກທີ່ເຮົາໃຊ້ເທຣດອີກ

Balance = ຈຳນວນເງິນ Credit ທີ່ລົງທຶນໃນພອສ

Bear Market = ຊ່ວງຕະຫລາດຂາລົງ

Bull Market = ຊ່ວງຕະຫລາດຂາຂຶ້ນ

Broker = ເປັນບໍລິສັດເຮັດຫນ້າທີ່ຕົວກາງ ລະຫວ່າງຄົນຊື້ ແລະ ຄົນຂາຍ ເພື່ອເກັບຄ່າທຳນຽມ

Central Bank = ເປັນຫນ່ວຍງານລັດຖະບານທີ່ຄວບຄຸມນະໂຍບານທາງການເງິນຂອງປະເທດ ຫາກໃນລາວຈະແມ່ນ ທະນາຄານກາງ Bank Of Laos (BOL)

Currency = ສະກຸນເງິນ

Currency pair = ຄູ່ສະກຸນເງິນ

Base Currency = ສະກຸນເງິນຫລັກ ເຊັ່ນ USD/JPY ດ້ານຫນ້າຄື USD ຈະເປັນສະກຸນເງິນຫລັກ ແລະ ທຸກຄັ້ງທີ່ແລກປ່ຽນຈະມີຄ່າເທົ່າ 1 ສະເຫມີ ຕົວຢ່າງ 1USD = 112.000 JPY

Counter Currency = ສະກຸນເງິນຮອງ ເຊັ່ນ USD/JPY ຈະຢູ່ດ້ານຫລັງ ຄື JPY

DayTrade = ການເທຣດແບບມື້ຕໍ່ມື້ ບໍ່ຖືຂ້າມຄືນ

Buy (Long Term) = ຄຳສັ່ງຊື້

Sell (Short Term) = ຄຳສັ່ງຂາຍ

Lot Size = Volume ໃນການເທຣດ 1lot = 100,000 USD ເລີ່ມຕົ້ນ 0.01

Point = ຫນ່ວຍນັບດັດສະນີ ເລີ່ມຈາກຫົວຫນ່ວຍນ້ອຍສຸດ

Pips = ຫນ່ວຍນັບດັດສະນີ ເລີ່ມຈາກຫົວຫນ່ວຍ 10 , 1pip ເທົ່າກັບ 10points

Leverage = ເປັນອັດຕາສ່ວນທີ່ໃຊ້ຄຳນວນມາຈິ້ນ ຫລື ແປງ່າຍໆ ເປັນການຕໍ່ລອງກັບໂບຣກ ເຊັ່ນ ເຮົາມີເງິນຈຳນວນຫນ້ອຍແລະຢາກຊື້ຂາຍໃນຈຳນວນທີ່ສູງ ເຮົາຕ້ອງມີ Leverage ມາຊ່ວຍ ຕົວຢ່າງ Leverage = 1:200 ຫມາຍເຖິງເຮົາເພີ່ມຈຳນວນເງິນເປັນ 200 ເທົ່າຈາກປົກກະຕິ

Margin = ຈຳນວນເງິນປະກັນທີ່ໃຊ້ເປີດ Orders

Margin Call = ການແຈ້ງເຕືອນຈາກໂບຣກ ເພື່ອແຈ້ງວ່າ Margin ເຫລືອຫນ້ອຍ

Swap = ອັດຕາດອກເບ້ຍຂອງທະນາຄານ ຈະໄດ້ກໍ່ຕໍ່ເມື່ອຖືຂ້າມຄືນ

Order = ຄຳສັ່ງຊື້ຂາຍຕາມທີ່ຕັ້ງລາຄາໄວ້

Profit = ຍອດກຳໄລຂາດທຶນໃນການຊື້ຂາຍທັງຫມົດ

Stop Loss (SL) = ເປັນການຕັ້ງຄ່າຕັດການຂາດທຶນ

CandleStick = ເປັນແທ່ງທຽນທີ່ສະແດງ ລາຄາປິດ ເປີດ ແລະ ສູງສຸດ ຕຳ່ສຸດ

Indicator = ເປັນຕົວຊ່ວຍໃນການຊື້ຂາຍ

Expert Advisor (EA) = ເປັນການຊື້ຂາຍແບບ Auto ຫລື ຕາມຄຳສັ່ງທີ່ຂຽນໄວ້

Forex, FX (Foreign Exchange Market) = ຕະຫລາດຊື້ຂາຍແລກປ່ຽນເງິນຕາຕ່າງປະເທດ

Technical Analysis = ການວິເຄາະດ້ານເທັກນິກ

Fundamental Analysis = ການວິເຄາະດ້ານປັດໄຈພື້ນຖານ ຫລື ຂ່າວ

Hedge = ການເປີດຄຳສັ່ງທັງ 2 ທາງເພື່ອລົດພາວະຂາດທຶນລົງ

Carry Trade = ເປັນການຊື້ ແລະ ຂາຍ ຄູ່ເງິນດຽວກັນພ້ອມກັນ ເກງກຳໄລຈາກດອກເບ້ຍທະນາຄານ Swap

Risk = ຄວາມສ່ຽງໃນການເທຣດ

Risk Management = ການວິເຄາະ ແລະ ໃຊ້ເທັກນິກໃນການລົດຄວາມສ່ຽງໃຫ້ຫນ້ອຍລົງ

Mindset = ອາລົມ ຄວາມຮູ້ສຶກ ຈິດຕະວິທະຍາໃນການຊື້ຂາຍ

ເຄັດບໍ່ລັບໃນການຊື້-ຂາຍໄລຍະສັ້ນ
ເຂັດບໍ່ລັບໃນການຊື້-ຂາຍໄລຍະສັ້ນ

ຂໍ້ແທ້ຈີງນີ້ໜ້າເສົ້າໃຈແຕ່ກັບເປັນເລື່ອງທີ່ເກີດຂຶ້ນແທ້ ລອງຄິດເຖິງການລົງທຶນຕ່າງໆທີ່ເຈົ້າເຄີຍເຮັດມາກ່ອນເບິ່ງ ເຈົ້າສາມາດທີ່ຈະເຮັດວຽກໃຫ້ສຳເລັດລຸລວງພາຍໃນ  ມື້ຫຼືບໍ່? ແລ້ວຖ້າເຮັດໄດ້ແທ້ ເຈົ້າເຮັດແບບນັ້ນໄດ້ຈັກເທື່ອ? ຄືສິບໍ່ແມ່ນຕະຫຼອດແນ່ນອນ ຈື່ໄວ້ເລຍວ່າຫຼັກເກນການເກງກຳໄລສາກົນນັ້ນກໍ່ຄືກັບຫຼັກເກນການຈະເລີນເຕີບໂຕສາກົນນັ້ນລະ ເຮົາຈຳເປັນຕ້ອງໃຊ້ເວລາໃນການເພີ່ມກຳໄລ.

ນັກລົງທຶນທີ່ປະສົບຜົນສຳເລັດໃນຕະຫຼາດ Forex ຮູ້ວ່າໃນ 1 ນາທີຕະຫຼາດເຄື່ອນໂຕໄປຫນ້າເລັກນ້ອຍ ໃນອີກ  5 ນາທີ ກໍ່ຈະເຄື່ອນໄປໄກກວ່າເກົ່າອີກ ແລະ ໃນອີກ 60 ນາທີ ຕະຫຼາດກໍ່ຈະເຄື່ອນໂຕໄປໄກຊ່ຳໃດ ນັກລົງທຶນທີ່ບໍ່ປະສົບຄວາມສຳເລັດມັກຈະສົນໃຈພຽງແຕ່ການລົງທຶນໄລຍະສັ້ນເທົ່ານັ້ນ ຊື່ງການກະທຳດັ່ງກ່າວເປັນປັດໃຈຫນື່ງທີ່ຈຳກັດສະກະຍະພາບໃນການເຮັດກຳໄລຂອງພວກເຂົາເອງ

ນັກລົງທຶນໄລຍະສັ້ນສ່ວນຫຼາຍມັກຕັ້ງໃຈກຳນົດຂອບເຂດຂອງກຳໄລ ແລະ ມັກຈະເຈີກັບຄວາມສູນເສຍຢູ່ເລື່ອຍໆ ດັ່ງນັ້ນ ບໍ່ຕ້ອງສົງໃສເລີຍວ່ານັກລົງທຶນຫຼາຍທ່ານປະສົບພາວະຂາດທຶນຢ່າງໜັກຈາກ ການລົງທຶນໄລຍະສັ້ນ ເນື່ອງຈາກພວກເຂົາມົວແຕ່ຈົ່ມຢູ່ກັບສະຖານະການທີ່ສິ້ນຫວັງ ຈົ່ມຢູ່ກັບຄວາມຄິດທີ່ວ່າສາມາດເຮັດກຳໄລໄດ້ຈາກພາວະຂຶ້ນລົງຂອງຕະຫຼາດພາຍໃນເວລາຫນື່ງມື້ ໂດຍທີ່ທິດສະດີດັ່ງກ່າວນັ້ນເບິ່ງຄືຈະມີເຫດຜົນ ເພາະການທີ່ນັກລົງທຶນເຮັດການຊື້-ຂາຍພາຍໃນໄລຍະສັ້ນເວລາພຽງຫນື່ງມື້ໂດຍທີ່ບໍ່ໄດ້ ເປີດ ຄຳສັ່ງ Position ຄ້າງຂ້າມຄືນໄວ້ ການລົງທຶນດັ່ງກ່າວກໍ່ຈະບໍ່ໄດ້ຮັບຜົນກະທົບຈາກຂ່າວ ຫຼື ເຫດການສຳຄັນທີ່ກໍ່ໃຫ້ເກີດຜົນກະທົບເປັນວົງກວ້າງເທົ່າໃດ ດັ່ງນັ້ນນັກລົງທຶນໄລຍະສັ້ນຈື່ງສາມາດຈຳກັດຄວາມສ່ຽງຕ່າງໆໃຫ້ນ້ອຍລົງໄດ້ແຕ່ຢ່າງໃດກໍ່ຕາມ ເຫດຜົນຂອງປະການດັ່ງກ່າວຕໍ່ໄປນີ້ຈະເປັນຕົວຊີ້ບອກວ່າທິດສະດີຂ້າງຕົ້ນເປັນ ທິດສະດີທີ່ບໍ່ຖືກຕ້ອງ

ປະການທຳອິດເຈົ້າສາມາດຄວບຄຸມປັດໃຈທີ່ເຮັດໃຫ້ເກີດຄວາມສ່ຽງໄດ້ໂດຍການຄວບຄຸມໃນດ້ານການລົງທຶນທີ່ເຈົ້າສາມາດເຮັດໄດ້ພຽງທາງດຽວຄືການຄອບຄຸມ ຈຸດຢຸດການຂາດທຶນ (ຄຳສັ່ງ Stop Loss) ມັນມີຄວາມເປັນໄປໄດ້ທີ່ຕະຫຼາດຈະເປີດໃນມື້ອື່ນເຊົ້າໂດຍມີຊ່ອງວ່າງທາງລາຄາທີ່ ຫຼາຍກວ່າຈຸດຢຸດການຂາດທຶນທີ່ເຈົ້າຕັ້ງໄວ້ ແຕ່ໂອກາດແບບນັ້ນຄົງບໍ່ເກີດຂຶ້ນຕະຫຼອດ ຊຶ່ງຫາກເຫດການດັ່ງກ່າວເກີດຂຶ້ນຈີງຢ່າງນ້ອຍເຈົ້າກໍ່ສາມາດຢຸດການຂາດທຶນ ແລະ ປິດການຊື້-ຂາຍທີ່ຂາດທຶນໄດ້ໂດຍສະຫມັກໃຈ ນັກລົງທຶນທີ່ບໍ່ປະສົບຜົນສຳເລັດມັກຢືດຕິດກັບຈຳນວນເງິນທີ່ເສຍໄປໃນຂະນະທີ່ນັກລົງທຶນທີ່ປະສົບຄວາມສຳເລັດມັກຈະເບິ່ງຂ້າມເລື່ອງດັ່ງກ່າວແລ້ວເລີ່ມຕົ້ນໃຫມ່

ທັນທີທີ່ເຈົ້າຕັ້ງຄ່າຈຸດ Stop Loss ນັ້ນຫມາຍເຖິງເຈົ້າກຳນົດຈຳນວນເງິນທີ່ສາມາດສູນເສຍໄດ້ທີ່ແນ່ນອນ ຊື່ງການຕັ້ງຄ່າດັ່ງກ່າວຈະຊ່ວຍກຳຫນົດຄວາມສ່ຽງຕ່າງໆໄດ້ ໂດຍຄວາມສ່ຽງເຫຼົ່ານັ້ນກໍ່ຈະຍັງຄົງຢູ່ຄືເກົ່າບໍ່ວ່າເຈົ້າຈະເຮັດການຊື້-ຂາຍ ທີ່ລາຄາສູງສຸດ ຫຼື ລາຄາຕ່ຳສຸດຂອງຕະຫຼາດກໍ່ຕາມ

ການທີ່ເຈົ້າບໍ່ໄດ້ຕັ້ງເປີດ ຄຳສັ່ງ Position ຂ້າມຄືນຊື່ງໄລຍະເວລາດັ່ງກ່າວເປັນເວລາທີ່ມີການລົງທຶນໃນຕະຫຼາດຢູ່ຕະຫຼອດໃນບາງຄັ້ງເມື່ອມີການເປີດຕະຫຼາດໃນຕໍ່ມາ ແລ້ວຜົນຂອງການປ່ຽນແປງຄ່າເງິນບໍ່ເປັນໄປຕາມທີ່ເຮົາຄາດຫວັງຢ່າງນ້ອຍນັກລົງທຶນໄລຍະສັ້ນກໍ່ຈະບໍ່ໄດ້ຂາດທຶນຫາກປຽບທຽບກັບນັກລົງທຶນປະເພດອື່ນໆ

ແລະ ປະການສຸດທ້າຍທີ່ສຳຄັນກວ່າຄືເມື່ອເຈົ້າສຳເລັດການຊື້-ຂາຍໃນມື້ຫນື່ງ ຫຼື ອາດເປີດການຊື້-ຂາຍປະມານ 5-10 ນາທີ ກ່ອນຫມົດເວລາຊື້-ຂາຍ ນັ້ນຄືການທີ່ເຈົ້າເຮັດໃຫ້ສະກະຍະພາບໃນການເຮັດກຳໄລຂອງໂຕເຈົ້າຫຼຸດລົງ ຈື່ເລື່ອງຄວາມແຕກຕ່າງລະຫວ່າງຜູ້ຊະນະກັບຜູ້ແພ້ ຂໍ້ທີ່ບອກວ່ານັກລົງທຶນທີ່ບໍ່ປະສົບຜົນສຳເລັດມັກຢືດຕິດກັບຄວາມສູນເສຍຂອງຕົນເອງໄດ້ ຫຼື ບໍ່ ຄວາມແຕກຕ່າງລະຫວ່າງພວກເຂົາອີກຢ່າງຫນື່ງຄືຜູ້ຊະນະມັກກຳໄຊຊະນະຂອງຕົນເອງເອົາໄວ້ຈົນນາທີສຸດທ້າຍ ໃນຂະນະທີ່ຜູ້ເສຍຈະຟ້າວອອກຈາກຕະຫຼາດກ່ອນເວລາກຳນົດສຳລັບຜູ້ເສຍນັ້ນ ພວກເຂົາຈະບໍ່ລໍທີ່ຈະໄດ້ກຳໄລສູງສຸດ ພວກເຂົາມີຄວາມສຸກກັບກຳໄລແຄ່ຈຳນວນນ້ອຍໆເທົ່ານັ້ນ ຈາກນັ້ນກໍ່ຈະຟ້າວອອກຈາກຕະຫຼາດໄປໂດຍໄວທີ່ສຸດ ( ສ່ວນຫຼາຍຈະເປັນຊ່ວງລະຫວ່າງມື້ )

ເຈົ້າຈະບໍ່ມີມື້ໄດ້ເງິນກ້ອນໃຫຍ່ ຈົນກວ່າເຈົ້າຈະຮຽນຮູ້ວິທີທີ່ຈະເກາະກຸມໄຊຊະນະເຫຼົ່ານັ້ນໃຫ້ດົນທີ່ສຸດ ຍິ່ງເຈົ້າຖືມັນໄວ້ດົນຊຳໃດເຈົ້າກໍ່ຍິ່ງໄດ້ກຳໄລຫຼາຍເທົ່ານັ້ນ ປຽບຄືກັບຍາມທີ່ຊາວນາວານເມັດພືດໃນນາ ພວກເຂົາບໍ່ໄດ້ຂຸດພືດເຫຼົ່ານັ້ນຂຶ້ນມາພາຍໃນເວລາພຽງ 2 ຫຼື 3 ນາທີ ແຕ່ພວກເຂົາປ່ອຍໃຫ້ພືດຈະເລີນເຕີບໂຕ ແລະ ອອກດອກອອກຜົນໃຫ້ຫຼາຍທີ່ສຸດກ່ອນຈື່ງຄ່ອຍຂຸດມັນ ນັກລົງທຶນສາມາດນຳຂະບວນການທາງທຳມະຊາດນີ້ໄປປັບໃຊ້ໃນການລົງທຶນໄດ້ ນັກລົງທຶນທີ່ປະສົບຜົນສຳເລັດກໍ່ບໍ່ຕ່າງຍັງກັບຊາວນາທີ່ປະສົບຄວາມສຳເລັດໃນການທີ່ຈະເກັບກ່ຽວກຳໄລຈາກການລົງທຶນໃຫ້ໄດ້ຫຼາຍທີ່ສຸດນັ້ນ ສິ່ງທີ່ນັກລົງທຶນຈຳເປັນຈະຕ້ອງຄຳນຶງເຖິງຫຼາຍທີ່ສຸດອີກຢ່າງຫນື່ງກໍ່ຄືເວລາ.

Cr. Forex International Thailand

ການເລືອກໂບຣກເກີ້ທີ່ດີທີ່ສຸດ
ຮຽນຮູ້ Forex

ຂັ້ນຕອນແລກ ແລະ ສຳຄັນທີ່ສຸດທີ່ຜູ້ຊື້-ຂາຍຕ້ອງເຮັດຄື ການຫາໂບກເກີ Forex ທີ່ພວກເຂົາສາມາດໄວ້ວາງໃຈໃນວົງການນີ້ ໂບຣກເກີ້ເປັນສ່ວນຫນື່ງຂອງ ການຊື້-ຂາຍ ແລະ ພວກເຂົາເປັນພັນທະມິດທາງທຸລະກິດທີ່ສຳຄັນຂອງຜູ້ຊື້-ຂາຍ ດັ່ງນັ້ນຈຸດມຸ້ງຫມາຍຂອງຜູ້ຊື້ຂາຍຄືຄວນຈະຫາໂບຣກເກີ Forex ທີ່ດີທີ່ສຸດທີ່ມີຢູ່ການເລືອກໂບຣກເກີ້ທີ່ເຫມາະສົມ ແລະ ໜ້າເຊື່ອຖື ຄວາມສຳຄັນໂດຍເລືອກໂບຣກເກີທີ່ຕອບສະຫນອງຄວາມຕ້ອງການສ່ວນບຸກຄົນຂອງເຈົ້າໃນຖານະຜູ້ຊື້-ຂາຍ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈມີປັດໃຈສຳຄັນບາງປະການທີ່ຜູ້ຊື້-ຂາຍທຸກຄົນຄວນຄຳນື່ງເຖິງ

ໂບກເກີ Forex ທີ່ຢູ່ພາຍໃຕ້ການຄອບຄຸມ

ມັນອາດຈະຟັງເບິ່ງຄືບໍ່ມີຫຍັງ ແຕ່ເຈົ້າຈະປະຫລາດໃຈທີ່ພົບວ່າມີຫຼາຍໂບຣກເກີ Forex ທີ່ດີທີ່ສຸດຈະຢູ່ພາຍໃຕ້ການຄອບຄຸມ ແລະ ດູແລໂດຍຜູ້ມີອຳນາດໃນປະເທດ ຫຼື ລະຫວ່າງປະເທດ ຫາກບໍ່ມີການຄອບຄຸມໂບຣກເກີ Forex ສາມາດເຮັດຕາມທີ່ພວກເຂົາຕ້ອງການ ແລະ ນີ້ອາດສົ່ງຜົນໃນບາງປະເດັນທີ່ບໍ່ພື່ງປະສົງຢ່າງຫຼາຍສຳລັບເຈົ້າໃນຖານະຜູ້ຊື້-ຂາຍ ຖືເອົາຄວາມປອດໄພ ແລະ ໃຊ້ບໍລິການກັບໂບກເກີທີ່ເຈົ້າສາມາດໄວ້ວາງໃຈ ການຢຶດໝັ້ນໃນກົດລະບຽບ ແລະ ມາດຕະຖານເປັນສັນຍານຊັດເຈນທີ່ໂບຣກເກີ້ຈະເຮັດການຊື້-ຂາຍຢ່າງຈິງຈັງ.

ສະເປດທີ່ຕ່ຳ ( Spread )

ສະເປດທີ່ຕ່ຳຄືຫຍັງ ຫາກເຈົ້າໃຊ້ລາຄາສະເຫນີຊື້ ແລະ ລາຄາຂາຍຂອງສະກຸນເງິນ ຫຼື ຊັບສິນອື່ນໆ ແລະ ເຈົ້າຄຳນວນຄວາມແຕກຕ່າງລະຫວ່າງທັ້ງສອງນັ້ນຄື ສະເປດ ຫາກສະເປດ (ສ່ວນຕ່າງລາຄາ) ທີ່ນຳສະເຫນີໂດຍໂບຣກເກີ້ Forex ນັ້ນສູງ ນີ້ຈະສົ່ງສັນຍານສີແດງ ຫຼາຍໂບຣກເກີ້ເຮັດກຳໄລຈາກການຊື້ຂາຍຂອງເຈົ້າຈາກສະເປດທີ່ສູງ ດັ່ງນັ້ນເລືອກໂບກເກີ Forex ທີ່ມີສະເປດຕ່ຳ.

ເລເວີເຣດທີ່ສູງ ( Leverage )

ວິທີທີ່ງ່າຍທີ່ສຸດທີ່ຈະອະທິບາຍເລເວີເຣດ, ມັນຊ່ວຍໃຫ້ຜູ້ຊື້-ຂາຍສາມາດເກງໃນວົງເງິນຂະໜາດໃຫຍ່ຂອງສະກຸນເງິນດ້ວຍຈຳນວນເງິນຝາກພຽງເລັກນ້ອຍ ມັນຈື່ງເປັນການເພີ່ມກຳລັງຊື້ຂອງຜູ້ຊື້-ຂາຍ ເລເວີເຣດຈະຢູ່ໃນຮູບແບບອັດຕາສ່ວນ, ຕົວຢ່າງເຊັ່ນ: 1:1000 ຫມາຍຄວາມວ່າກຳລັງຊື້ຂອງເຈົ້າຈະເພີ່ມຂຶ້ນ 1000 ເທົ່າ ຝາກເງິນ $ 1000 ແລະ ໂບຣກເກີ້ຈະຈັບຄູ່ເພື່ອໃຫ້ເປັນ $ 1,000,000 ເລເວີເຣດທີ່ສູງນັ້ນໃຫ້ໂອກາດແກ່ຜູ້ຊື້-ຂາຍທີ່ເຂົາບໍ່ເຄຍມີມາກ່ອນ ຜູ້ຊື້-ຂາຍຂະໜາດນ້ອຍທີ່ມີທຶນນ້ອຍສາມາດໃຊ້ປະໂຫຍດຈາກເລເວີເຣດທີ່ສູງເພື່ອເພີ່ມຜົນກຳໄລຂອງພວກເຂົາ ເມື່ອຜົນກຳໄລສາມາດຂະຫຍາຍໃຫຍ່ໄດ້ການຂາດທຶນກໍເຊັ່ນດຽວກັນດັ່ງນັ້ນຕ້ອງມີການຈັດການເລເວີເຣດດ້ວຍຄວາມລະມັດລະວັງ ແລະ ຈະຕ້ອງບໍ່ໃຊ້ຢ່າງຕໍ່ເນື່ອງ ໂດຍຫາກບໍ່ຈຳເປັນຕ້ອງໃຊ້ມັນຍິ່ງເປັນການດີ ເພາະຈະເກີດພາວະຄວາມໂລບ ແລະ ກໍ່ໃຫ້ເກີດການສູນເສຍມະຫາສານ.

ການດຳເນີນການວ່ອງໄວ

ເມື່ອການຊື້-ຂາຍເປັນໄປຢ່າງວ່ອງໄວຕະຫຼາດອັດຕາແລກປ່ຽນ (Forex) ເປັນສິ່ງສຳຄັນທີ່ເຈົ້າເລືອກໂບຣກເກີ້ທີ່ສາມາດດຳເນີນການຊື້-ຂາຍຂອງເຈົ້າໃນລັກສະນະທີ່ວ່ອງໄວ ແລະ ມີປະສິດຕິພາບ ຄວາມລ້າຊ້າໃນການດຳເນີນການສາມາດກໍ່ໃຫ້ເກີດບັນຫາໄດ້.

ຕົວເລືອກປະເພດບັນຊີທີ່ຫຼາກຫຼາຍ

ຄວາມຫຼາກຫຼາຍຂອງປະເພດບັນຊີທີ່ມີໃຫ້ເລືອກຜູ້ຊື້-ຂາຍແຕ່ລະຄົນນັ້ນແຕກຕ່າງກັນໄປ ແລະ ຫາກໂບຣກເກີ້ມີປະເພດບັນຊີທີ່ຫຼາກຫຼາຍນັ້ນໝາຍຄວາມວ່າພວກເຂົາສາມາດຕອບສະໜອງຄວາມສາມາດທາງການເງິນ ຄວມຕ້ອງການ ແລະ ແຮງບັນດານໃຈຂອງຜູ້ຊື້-ຂາຍ ທີ່ແຕກຕ່າງໄດ້ເຊັ່ນກັນ ໂບຣກເກີ້ Forex ທີ່ດີທີ່ສຸດຈະຮູ້ວ່າພະລັງແຫ່ງຕົວເລືອກຈະໄປໄດ້ໄກ, ຜູ້ຊື້-ຂາຍຈະຕອບສະໜອງຢ່າງດີຕໍ່ເສລີພາບການບໍ່ມີຂໍ້ຈຳກັດ.

ບັນຊີທົດລອງ

ການຊຶ້-ຂາຍດ້ວຍບັນຊີທົດລອງກ່ອນທີ່ຈະ ຊື້-ຂາຍ ດ້ວຍບັນຊີແທ້ເປັນສິ່ງສຳຄັນຫາກໂບຣກເກີ້ Forex ບໍ່ມີບັນຊີທົດລອງຈະໄປໃນທິດທາງກົງກັນຂ້າມ ໂດຍການຊື້-ຂາຍດ້ວຍບັນຊີທົດລອງເຈົ້າສາມາດເຮັດການຊື້-ຂາຍດ້ວຍເງື່ອນໄຂຈິງແຕ່ເປັນເງິນສະເຫມືອນຈິງເພື່ອເປັນການຫລີກລ້ຽງຄວາມສ່ຽງ ນີ້ຄືວີທີທີ່ດີທີ່ສຸດທີ່ຈະໄດ້ຮູ້ລົດຊາດຂອງການຊື້-ຂາຍ ແລະ ເປັນການນຳກົນລະຍຸດການຊື້-ຂາຍຂອງເຈົ້າມາເຮັດການທົດລອງ ເຈົ້າສາມາດຄົ້ນພົບຈຸດແຂງ ແລະ ຈຸດອ່ອນຂອງເຈົ້າໃນຖານະຜູ້ຊື້ຂາຍ ແລະ ເລີ່ມດຳເນີນການຊື້ຂາຍຈິງເມື່ອເຈົ້າມີຄວາມຫມັ່ນໃຈ ແລະ ພ້ອມເທົ່ານັ້ນ.

ຄວາມຫຼາກຫຼາຍຂອງຕາສານການຊື້-ຂາຍ

ດັ່ງກ່າວໄປແລ້ວຂ້າງຕົ້ນຜູ້ຊື້-ຂາຍຈະບໍ່ຕອບສະໜອງຢ່າງດີໃນຂໍ້ຈຳກັດ ຍິ່ງຕາສານຊື້-ຂາຍທີ່ໂບຣກເກີ້ Forex ມີໃຫ້ນັ້ນຫຼາຍເທົ່າໃດ ໂອກາດກໍ່ຍິ່ງມີຫຼາຍຂຶ້ນເທົ່ານັ້ນ ເລືອກໂບກເກີທີ່ບໍ່ພຽງແຕ່ນຳສະເຫນີຄູ່ສະກຸນເງິນຫຼັກ ແຕ່ລວມເຖິງສະກຸນເງິນຮອງ ແລະ ທີ່ແປກໃຫມ່ ໂລຫະມີຄ່າ ແລະ ສິນຄ້າອື່ນໆ ຕົວຢ່າງເຊັ່ນ: ຄຳ ເປັນຕາສານທີ່ນິຍົມຫຼາຍໃນຊ່ວງເວລາຂອງຄວາມບໍ່ແນ່ນອນທາງເສດຖະກິດ ແລະ ການເມືອງ.

ແພັດຟອມການຊື້-ຂາຍທີ່ເຊື່ອຖືໄດ້

ໂບຣກເກີ້ Forex ທີ່ດີທີ່ສຸດຈະນຳສະເຫນີແພັດຟອມການຊື້-ຂາຍທີ່ດີທີ່ສຸດ ແພັດຟອມທີ່ເຊື່ອຖືໄດ້ຈະຕ້ອງໃຫ້ເຈົ້າເຂົ້າເຖິງການວິເຄາະທາງດ້ານເທັກນິກ ແລະ ພື້ນຖານໄດ້ຢ່າງວ່ອງໄວ, ລະບົບຄວາມປອດໄພທີ່ດີ ການຊື້-ຂາຍອັດຕະໂນມັດຄຸນສົມບັດດ້ານການເບິ່ງເຫັນເຊັ່ນ: ກຣາຟ ແລະ ແຜນພູມ ແລະ ຄວນຈະເປັນມິດກັບຜູ້ໃຊ້ງານ ໂປຣແກຣມ MetaTrader 4 ທີ່ມີຄວາມຊັບຊ້ອນນັ້ນເປັນມາດຕະຖານຂອງຕະຫຼາດ.

ການຊື້ຂາຍອັດຕະໂນມັດ

ການຊື້-ຂາຍອັດຕະໂນມັດຫຼືການຊື້-ຂາຍຂັ້ນຕອນວິທີ ທີ່ເປັນປະໂຫຍດຫຼາຍແກ່ຜູ້ຊື້-ຂາຍ ຜູ້ຊື້-ຂາຍສາມາດໃຊ້ກົນລະຍຸດຂອງເຂົາ ຫຼື ໃຊ້ກົນລະຍຸດຜູ້ຊື້-ຂາຍອື່ນໆ ໃນບາງແພັດຟອມການຊື້-ຂາຍມີຊອບແວຣ ທີ່ດຳເນີນການຊື້-ຂາຍໃຫ້ເຈົ້າໂດຍຂຶ້ນຢູ່ກັບກົນລະຍຸດທີ່ເຈົ້າໄດ້ພັດທະນາ ຫຼື ນຳມາໃຊ້ຕົວຢ່າງທີ່ດີຄື: Expert Advisors ເທິງແພັດຟອມ MetaTrader 4 ປະໂຫຍດຂອງການຊື້-ຂາຍອັດຕະໂນມັດຄືການທີ່ເຈົ້າບໍ່ຈຳເປັນຕ້ອງນັ່ງຢູ່ເທິງຫນ້າຈໍຫມົດມື້ ພຽງແຕ່ລໍຖ້າໂອກາດທີ່ຈະເກີດຂຶ້ນ ຈະມີການຄວ້າໂອກາດສາມາດໃຫ້ເຈົ້າໂດຍລະບົບການຊື້-ຂາຍອັດຕະໂນມັດຢ່າງໃດກໍ່ຕາມຟັງຊັນລະບົບດັ່ງກ່າວເປັນໄປຕາມກົຍລະຍຸດທີ່ເຈົ້າໄດ້ພັດທະນາ ຫຼື ນຳມາໃຊ້ດັ່ງນັ້ນກໍມີຄວາມສ່ຽງທີ່ພວກເຂົາສາມາດສ້າງການຂາດທຶນເຊັ່ນດຽວກັນກັບການເຮັດກຳໄລຢູ່ສະເຫມີ.

ການຝາກເງິນ ແລະ ການຖອນເງິນ

ເພື່ອປະໂຫຍດ ແລະ ຄວາມສະດວກສະບາຍຂອງເຈົ້າເປັນສິ່ງສຳຄັນໃນການເລືອກໂບຣກເກີ້ Forex ທີ່ມີການຝາກຖອນ ແລະ ຖອນເງິນທີ່ງ່າຍ ແລະ ວ່ອງໄວ ການຝາກວ່ອງໄວຊ່ວຍສະຫນັບສະຫນູນການຊື້-ຂາຍ ຕຳແຫນ່ງຂອງເຈົ້າ ແລະ ໃຊ້ປະໂຫຍດຈາກໂອກາດທີ່ອາດຈະເກີດຂຶ້ນຢ່າງກະທັນຫັນໃນຕະຫຼາດໃນກໍລະນີທີ່ເຈົ້າຕ້ອງການຖອນເງິນຂອງເຈົ້າດ້ວຍເຫດຜົນໃດໜຶ່ງ ຂັ້ນຕອນການຖອນເງິນກໍ່ຄວນຈະງ່າຍ ແລະ ວ່ອງໄວເພື່ອໃຫ້ເງິນຂອງເຈົ້າມີການສົ່ງກັບໄປຫາເຈົ້າບໍ່ເກີນສອງເຖິງສາມມື້ທຳການ.

Cr. Forex International Thailand

ຄູ່ສະກຸນເງິນຫລັກທີ່ນິຍົມເທຣດໃນ Forex
ສຳຫຼັບນັກລົງທຶນທີ່ເຂົ້າມາໃຫມ່ມີຄຳຖາມທີ່ມັກຖາມກັນມາຕະຫຼອດກໍຄື ຈະເທຣດຄູ່ໃດດີ ຄູ່ເງິນທີ່ນິຍົມເທຣດມີຍັງແດ່ ຊື່ງເປັນຄຳຖາມທີ່ດີຫຼາຍ ເພາະການເທຣດຄູ່ເງິນທີ່ນິຍົມເທຣດກັນນັ້ນ ຈະເຮັດໃຫ້ຄ່າສະເປດ (Spread) ຖືກ (ສ່ວນຕ່າງຂອງລາຄາຊື້-ຂາຍ) ເພາະມີສະພາບຄ່ອງສູງ ແລະ ສາມາດເຮັດກຳໄລງ່າຍກວ່າຄູ່ເງິນທີ່ຄົນບໍ່ນິຍົມເທຣດກັນ ຄູ່ເງິນຫຼັກທີ່ນິຍົມເທຣດກັນ ມີຫຍັງແດ່? ເບິ່ງຈາກກຣາຟຈະເຫັນໄດ້ວ່າຄູ່ເງິນທີ່ນິຍົມກັນຫຼາຍທີ່ສຸດ ອັນດັບຫນື່ງຄື EURUSD ກວມເອົາຫຼາຍເຖິງ 28%

8 ສະກຸນເງິນ ( 8 Major Currency )  ເປັນທີ່ນິຍົມເທຣດກັນຄື

ໂດລາສະຫະລັດອາເມລິກາ (USD)

ຢູໂຣ (EUR)

ປອນ (GBP)

ເຢັນ (JPY)

ໂດລາແຄນາດາ (CAD)

ສະວິດຝຣັ່ງ (CHF)

ໂດລາອົດສະຕາລີ (AUD)

ໂດລານິວຊີແລນ (NZD)

ຄູ່ຂອງສະກຸນເງິນຫຼັກ ຫຼື ເອີ້ນວ່າ ( 7 Major Currency Pair ) ຈະມີຢູ່ 7 ຄູ່ສະກຸນດ້ວຍກັນຄື

EUR/USD

USD/JPY

GBP/USD

USD/CHF

USD/CAD

AUD/USD

NZD/USD

ສະກຸນເງິນທີ່ຢູ່ຂ້າງໜ້າຈະເອີ້ນວ່າ Base Currency ແລະ ຕົວຫຼັງຈະເອີ້ນວ່າ Counter Currency  ເຊັ່ນຄູ່ AUD/USD ກໍຈະມີ AUD  ເປັນ Base Currency ແລະ USD ເປັນ Counter Currency ສ່ວນຄວາມໝາຍນັ້ນກໍໃຫ້ຈື່ງ່າຍໆວ່າໂຕ Base Currency ຈະມີຄ່າເປັນ 1 ສະເຫມີ ສົມມຸດວ່າລາຄາຂອງຄູ່ AUD/USD ເປັນ 0.67000 ກໍ່ຈະໝາຍຄວາມວ່າ 1 ໂດລາອົດສະຕາລີ ( AUD ) ມີຄ່າເທົ່າກັບ 0.67000 ໂດລາ

Cr. Forex International Thailand

ຈະສ້າງກຳໄລຈາກ forex ໄດ້ແນວໃດ
Forex ສ້າງເງິນໄດ້ແນວໃດ ການເທຣດໃນຕະຫຼາດຟໍເຣັກ (Forex) ຮູບແບບການຊື້-ຂາຍ(ເທຣດ)ຈະຢູ່ໃນຮູບແບບຄູ່ສະກຸນເງິນ (Currency Pair) ກຳໄລ ຫຼື ຂາດທຶນຂຶ້ນຢູ່ກັບສ່ວນຕ່າງຂອງຄ່າສະກຸນເງິນທີ່ກຳລັງ Match ກັນຢູ່ຕອນນັ້ນ ເວົ້າໃຫ້ເຂົ້າໃຈງ່າຍໆກໍ່ຄື ການຊື້ໃນລາຄາຕ່ຳແລ້ວຂາຍໃນລາຄາສູງ ຫຼື ການໄດ້ຂາຍໃນລາຄາສູງຈາກທີ່ຊື້ມາໃນລາຄາຕ່ຳເປັນຕົ້ນ ກໍ່ຄືກັບການເທຣດໃນຕະຫຼາດຫຸ້ນໆທົ່ວໆໄປ ຖ້ານັກລົງທຶນທ່ານໃດມີພື້ນຖານຈາກການເທຣດຫຸ້ນມາກ່ອນແລ້ວ ກໍ່ສາມາດຕໍ່ຍອດຮຽນຮູ້ການເທຣດຄ່າເງິນໃນຕະຫຼາດຟໍເຣັກໄດ້ໂດຍງ່າຍ

ຮູບແບບການເທຣດລວມທັ້ງການວິເຄາະປັດໃຈພື້ນຖານ ແລະ ປັດໃຈອື່ນໆ ມີຄວາມຄ້າຍຄືກັນ ແຕ່ຄວາມແຕກຕ່າງກັນຈະຢູ່ບ່ອນທີ່ໃນຕະຫຼາດຟໍເຣັກ ສາມາດເຮັດກຳໄລໄດ້ທັ້ງ 2 ທາງຄື: ສ້າງກຳໄລໄດ້ທັ້ງຂາຂຶ້ນ ແລະ ຂາລົງ ຕົວເລກຈະບວກ ຫຼື ລົບຈະສູງ ຫຼື ຕ່ຳເທົ່າໃດນັ້ນບໍ່ສຳຄັນ ເພາະຈຸດສຳຄັນທີ່ເປັນເປົ້າໝາຍຫຼັກຂອງການເຮັດກຳໄລໃນຕະຫຼາດຟໍເຣັກນັ້ນຄື ທິດທາງ ຖ້າວ່າມີຄວາມເຂົ້າໃຈຕະຫຼາດວິເຄາະເຫັນແນວໂນ້ມ ແລ້ວເລືອກຈຸດໃຫ້ຖືກແລ້ວເທຣດໃຫ້ເຂົ້າກັບຈັງຫວະ ຕາມຄວາມຜັນຜວນຂອງຕະຫຼາດ ໂອກາດທີ່ຈະສ້າງກຳໄລມະຫາສານ ມີຄວາມເປັນໄປໄດ້ສູງ

ຄວາມໝາຍຂອງຄູ່ເງິນທີ່ກຳລັງສະແດງ (Forex)

ຕົວອັກສອນຫຍໍ້ ສັນຍາລັກ ແລະ ຕົວເລກທີ່ກຳລັງສະແດງໃນຄູ່ສະກຸນເງິນຫນື່ງບົງບອກເຖິງຫຍັງ ?

ຍົກຕົວຢ່າງຄູ່ສະກຸນເງິນ AUD/USD = 0.67000 ?  (ລາຄາແມ່ນຍົກຕົວຢ່າງໃຫ້ເຫັນຈະບໍ່ແມ່ນລາຄາປັດຈຸບັນ)

ຄວາມໝາຍກໍຄືສະກຸນເງິນທີ່ຢູ່ດ້ານຫນ້າເຄື່ອງໝາຍ / ເອີ້ນວ່າ Base Currency ຖືເປັນສະກຸນເງິນຫຼັກທີ່ມີສ່ວນສຳຄັນໃນການຊື້-ຂາຍນັ້ນຄື AUD   (ສະກຸນເງິນຂອງຢູໂຣບ) ຕໍ່ມາສະກຸນເງິນທີ່ຢູ່ດ້ານຫຼັງເຄື່ອງໝາຍ / ເອີ້ນວ່າ Counter Currency ນັ້ນກໍ່ຄື  USD  (ສະກຸນເງິນໂດລາສະຫາລັດ) ສ່ວນໂຕເລກ (0.67000) ຫຼັງເຄື່ອງໝາຍເທົ່າກັບ (=) ກໍຄືຈຳນວນອັດຕາແລກປ່ຽນຂອງ Counter Currency (USD) ທີ່ມີຄ່າຕໍ່ 1 ໜ່ວຍ ຂອງ Base Currency (EUR) ຫລື ດັດສະນີຄ່າເງິນ 1 AUD ແລກ USD ໄດ້ 0.67000

ຫຼັກການຈື່ງ່າຍໆກໍຄືສະກຸນເງິນໂຕຫນ້າ (Base Currency ) ຈະມີຄ່າເປັນ 1 ສະເຫມີ ແລະ ເປັນຫາກຖານສຳຄັນຂອງການຊື້-ຂາຍ ຢ່າງເຊັ່ນໃນໂຕຢ່າງຂ້າງເທິງ (AUD /USD = 0.67000) ຄວາມໝາຍກໍ່ຄື 1 AUD ມີຄ່າເທົ່າກັບ 0.67000 USD

ໃນການຊຶ້ຫຼືຂາຍສະກຸນເງິນທີ່ມີກຳລັງຈັບຄູ່ກັນຢູ່ຕ້ອງເຂົ້າໃຈວ່າໃນຂະນະທີ່ເຮົາກຳລັງຊື້ກໍ່ຄືເຮົາກຳລັງຂາຍສະກຸນເງິນທີ່ກຳລັງຈັບຄູ່ກັນຢູ່ນັ້ນ ແລະ ໃນກໍລະນີ້ຂາຍກໍ່ເຊັ່ນກັນ ແລະ ຕ້ອງເຂົ້າໃຈດ້ວຍວ່າສະກຸນເງິນຫຼັກດ້ານຫນ້າທີ່ເອີ້ນວ່າ Base Currency  ຄື  Basic  ເປັນຫາກຖານສຳຄັນຂອງການຊື້ຂາຍ

ການຊື້-ຂາຍ(ເທຣດ) ກຳໄລ-ຂາດທຶນ ເບິ່ງຈາກໃສ? ເບິ່ງແນວໃດ?

ຫຼັກການງ່າຍຂອງການລົງທຶນໃນຕະຫຼາດຟໍເຣັກກໍ່ຄ້າຍກັບການຄ້າ ຫຼື ການລົງທຶນທົ່ວໄປນັ້ນກໍຄື: ຊື້ຖືກ ຂາຍແພງ ພໍລາຄາຕົກກໍຊື້ມາເກັບໄວ້ລໍຖ້າຂາຍເວລາທີ່ລາຄາມັນຂຶ້ນ ເພື່ອເກັບກຳໄລ

+ ການຄຳນວນຄິດໄລ່ Volume ໃນ Forex 1lot = 100,000$

ຕົວຢ່າງ: ການຊື້ຂາຍ AUD / USD

ລາຄາ

ຈຳນວນລົງທຶນ

ເປັນເງິນ

ຊື້

0.67000

1000$

670$

ຂາຍ

0.71000

1000$

710$

ກຳໄລຈາກສ່ວນຕ່າງລາຄາ

0.40000

1000$

40$

Cr. Forex International Thailand

ເປັນຫຍັງຈຶ່ງເທຣດ forex
ຜ່ານມາໄດ້ເວົ້າເຖິງກ່ຽວກັບ Forex ແມ່ນຫຍັງ ? ຕໍ່ໄປເຮົາຈະມາເບິ່ງວ່າເປັນຫຍັງຈຶ່ງມີນັກເທຣດ ແລະ ນັກລົງທຶນ ມີຄວາມສົນໃຈຫລາຍໃນການລົງທຶນໃນຕະຫລາດ Forex ແຫ່ງນີ້

ຕະຫລາດ Forex ເປັນຕະຫລາດຫນື່ງທີ່ໃຫຍ່ທີ່ສຸດໃນໂລກ

ດ້ວຍຄວາມໃຫຍ່ເຮັດໃຫ້ຢາກໃນການແຊກແຊງ ແລະ ການກຳນົດລາຄາ ( ຍົກເວັ້ນນະໂຕບາຍຄວບຄຸມຄ່າເງິນຂອງປະເທດໃດຫນຶ່ງ )

ສະພາບຄ່ອງໂຕສູງ

ການສະວິງຂອງລາຄາ ມີຄວາມຜັນຜວນສູງ ເຮັດໃຫ້ເກີດໂອກາດໃນການສ້າງກຳໄລ

ນັກລົງທຶນສາມາດເທຣດໃນຈຳນວນເງິນທີ່ນ້ອຍແບບ Realtime ລາຄາໄປຕາມເວລາຈິງຂອງຕະຫລາດໂລກ

ຕະຫລາດ Forex ເປັນຕະຫລາດແບບ OTC ( Over the Counter ) ບໍ່ມີຫລັກແຫລ່ງໃນການຊື້ຂາຍ ຈະເຮັດການຊື້ຂາຍແລກປ່ຽນດ້ວຍລະບົບສື່ສານພາຍໃນເຄືອຂ່າຍຂອງທະນາຄານ ບໍ່ຈຳເປັນຕ້ອງໄປຮ້ານແລກປ່ຽນ

ຕະຫລາດເປີດ 24ຊມ ( ຈັນ – ສຸກ )

ຂໍ້ເສຍ

ຕະຫລາດ Forex ມີຄວາມຜັນພວນສູງ ເຮັດໃຫ້ລາຄາຄູ່ເງິນເກີດການສະວິງແກວ່ງໂຕແຮງເຮັດໃຫ້ນັກເກງກຳໄລມີໂອກາດກຳໄລສູງ ແຕ່ກໍ່ມີໂອກາດຂາດທຶນສູງເຊັ່ນກັນ ຖ້ານັກເທຣດບໍ່ສືກສາໃຫ້ດີພໍ ເພາະການເທຣດມັນມີຫລາຍປັດໄຈກ່ຽວຂ້ອງ ຕ້ອງຮູ້ທັງລະບົບ ເທັກນິກການເທຣດ ແລະ ການວິເຄາະປັດໄຈພື້ນຖານເສດຖະກິດ ການເມືອງຂອງປະເທດນັ້ນໆ

ສຳລັບ ນັກລົງທຶນລາຍຍ່ອຍຕ້ອງໄດ້ຊື້ຂາຍໂດຍຜ່ານລະບົບ CFD (Contact for Difference) ຂອງໂບຣກເກີ້ ແລະ ຕ້ອງແນໃສຄວາມໝັ້ນຄົງຂອງໂບຣກນັ້ນໆ ບໍ່ວ່າຈະເປັນລະບົບການຊື້ຂາຍ ການຝາກຖອນ ແລະ ອື່ນໆ

Cr. Forex International Thailand

Forex ແມ່ນຫຍັງ
Forex (ຟໍເລັກ) ຫຍໍ້ມາຈາກຄຳວ່າ Foreign Exchange Market ຄື ຕະຫຼາດແລກປ່ຽນເງິນຕາລະຫວ່າງປະເທດ ຊື່ງເປັນຕະຫລາດທີ່ໃຫຍ່ທີ່ສຸດໃນໂລກ ຄວາມເປັນມາໃນອາດີດ ການຊື້-ຂາຍ ແລກປ່ຽນເງິນຕາຕ່າງປະເທດຈະເຮັດໂດຍທຸລະກຳທາງການເງິນຜ່ານລະບົບເຄືອຂ່າຍອິນເຕີແບັງ ສາມາດເຮັດໄດ້ໂດຍທະນາຄານໃຫຍ່ໆ ຂອງແຕ່ລະປະເທດເທົ່ານັ້ນ

ຕໍ່ມາໃນຊ່ວງສັດຕະວັດທີ 20 ຄື ປີ ຄສ 1990 ໄດ້ມີການເທຣດສະກຸນເງິນຜ່ານລະບົບເອເລັກໂຕນິກໂດຍຜ່ານບໍລິສັດໂບກເກີທີ່ມີ ແພັລຟອມເທຣດແບບອອນໄລ ແລະ ກໍ່ເປັນແບບ Real time ຈື່ງເຮັດໃຫ້ນັກລົງທຶນສາມາດເຂົ້າເຖິງຕະຫຼາດການລົງທຶນທີ່ຍິ່ງໃຫຍ່ລະດັບໂລກຢ່າງ Forex ໄດ້ໂດຍຕົງ ພຽງແຕ່ຄຳສັ່ງການຊື້-ຂາຍຍັງຕ້ອງເຮັດຜ່ານໂບກເກີ ເຊັ່ນ: ສົ່ງຄຳສັ່ງການຊື້-ຂາຍ ຜ່ານລະບົບຂໍ້ຄວາມໃນມືຖືໄປຍັງພະນັກງານຂອງບໍລິສັດໂບກເກີ ຈາກນັ້ນພະນັກງານຈື່ງນຳຄຳສັ່ງຊື້-ຂາຍ ດັ່ງກ່າວລົງໃນລະບົບຂອງບໍລິສັດ ໂດຍລະບົບຂອງບໍລິສັດມີການເຊື່ອມຕໍ່ໄປຍັງສູນກາງຂອງຕະຫຼາດຫຼັກຊັບໂດຍຕົງ

ຕໍ່ມາປີ ຄສ 1994 ເລີ່ມມີການໃຊ້ອິນເຕີເນັດຢ່າງແຜ່ຫຼາຍ ມີການຕິດຕໍ່ສື່ສານເຊື່ອມໂຍງກັນໄປທົ່ວໂລກ ມີຄວາມສະດວກວ່ອງໄວຂຶ້ນ ທາງບໍລິສັດຂອງໂບກເກີ ຈື່ງໄດ້ມີການປ່ຽນແປງການໃຫ້ບໍລິການໃນຮູບແບບໃຫມ່ຂຶ້ນ ໂດຍນຳເອົາລະບົບເຄືອຂ່າຍອິນເຕີເນັດມາໃຊ້ ເປີດເປັນເວັບໄຊ ໃຫ້ບໍລິການ ຊື່ງລູກຄ້າສາມາດວາງຄຳສັ່ງຊື້-ຂາຍ ໄດ້ໂດຍຕົງຜ່ານເວັບໄຊທີ່ກຳລັງອອນໄລຢູ່

ນັບຕັ້ງແຕ່ນັ້ນມາ ຈື່ງເຮັດໃຫ້ການລົງທຶນແລກປ່ຽນເງິນຕາຕ່າງປະເທດ Forex ໄດ້ຮັບຄວາມນິຍົມເພີ່ມຂຶ້ນມາເລື່ອຍໆ ມີການພັດທະນາຮູບແບບການເທຣດຢູ່ແພັລຟອມທີ່ທາງບໍລິສັດໂບກເກີ້ຈັດຫາກຽມໄວ້ໃຫ້ອຳນວຍຄວາມສະດວກແກ່ນັກລົງທຶນ

ນັກລົງທຶນ Forex ໃນລາວປະເທດລາວ

ວົງການ Forex ໃນປະເທດລາວ ປັດຈຸບັນມີກຸ່ມຄົນຈຳນວນຫນຶ່ງເຮັດການລະດົມທຶນ ຫລື ການຫລອກລວງໂດຍສວຍໃຊ້ຊື່ Forex ບັງຫນ້າໃນການກະທຳສິ່ງທີ່ບໍ່ດີເຮັດໃຫ້ວົງການ Forex ປັດຈຸບັນບໍ່ຫນ້າເຊື່ອຖືແລະກະແສຕອບຮັບທີ່ບໍ່ດີປານໃດ ລວມທັງນັກເທຣດ Forex ເອງທີ່ອາດສືກສາບໍ່ພຽງພໍເຂົ້າມາຕະຫລາດໄດ້ບໍ່ຮອດປີຢາກລວຍສຸດທ້າຍສູງເງິນຈຳນວນຫລາຍແລ້ວປະກາດວ່າ Forex ຫລອກລວງ ແຕ່ທັງນີ້ຈາກມຸມມືດຍັງແຟງມຸມດີໄປນຳ ຍັງມີນັກລົງທຶນແລະກຸ່ມຄົນຈຳນວນຫລາຍທີ່ຍັງລົງທຶນໃນຕະຫລາດແຫ່ງນີ້ ແລະ ສາມາດສ້າງ Gain ໄດ້ຢ່າງຕໍ່ເນື່ອງເຮັດໃຫ້ວົງການ Forex ໃນລາວຍັງຄົງຢັ້ງຢືນຕໍ່ໄປ ແລະ ຈະຍິ່ງໃຫຍ່ໃນອະນາຄົດ

ການລົງທຶນໃນຕະຫຼາດ Forex ສາມາດເຮັດການຊື້-ຂາຍ ອອນໄລຜ່ານແພັລຟອມໃນເຄືອຂ່າຍອິນເຕີເນັດທີ່ມີຄວາມໄວສູງ ນັກລົງທຶນສາມາດສະຫມັກເປີດບັນຊີກັບ Broker ຕ່າງປະເທດຕາມເວັບໄຊຕ່າງໆ ທີ່ມີໃຫ້ບໍລິການ ອີກທັ້ງອຸປະກອນສື່ສານເອເລັກໂຕນິກມີຄວາມທັນສະໄຫມ ບໍ່ວ່າຈະເປັນໂທລະສັບສະມາດໂຟນ, ແທັບເລັດ ແລະ ອື່ນໆ ທີ່ຮອງຮັບລະບົບປະຕິບັດການ windows, android ຫຼື ios ຫາກມີອຸປະກອນດັ່ງກວ່າກໍ່ສາມາດເທຣດອອນໄລຜ່ານແພັລຟອມ (ໂປຮແກຣມ MetaTrader 4,5) ໄດ້ຢ່າງສະບາຍ

ປັດຈຸບັນປະເທດລາວເຮົາກຳລັງຂະຫຍາຍສັນຍານອິນເຕີເນັດໄປທົ່ວປະເທດ ໃນອະນາຄົດນັກລົງທຶນ Forex ໃນລາວຈະເພີ່ມຂຶ້ນເລື້ອຍຢ່າງແນ່ນອນ

Cr. Forex International Thailand