ທີມງານໄດ້ລວບລວມຊ່ອງທາງການຖອນເງິນຂອງໂບຣກເກີ້ FBS ໃຫ້ນັກເທຣດລາວໄວ້ທັງໝົດໃນຫນ້ານີ້

ປັດຈຸບັນຈະມີຊ່ອງທາງການຖອນເງິນລຸ່ມນີ້ :

  • Credit & Debit Card
  • Sticpay
  • Perfect Money
  • LaoFxDaddy
  • ຖອນທາງທະນາຄານລາວ

ການຖອນເງິນ FBS ຜ່ານທະນາຄານລາວ ຈະມີວິທີງ່າຍໆ ແລະ ສະດວກສະບາຍ ຕິດຕາມວິທີໄດ້ດ້ານລຸ່ມ :

1. ເຂົ້າຫນ້າເວບ FBS ແລ້ວໄປທີ່ ລັອກອິນ ຖ້າຫາກຍັງບໍ່ມີບັນຊີແມ່ນໄປທີ່ ເປີດບັນຊີ FBS

ວິທີຖອນເງິນ FBS

 

2. ໃສ່ຂໍ້ມູນລັອກອິນບັນຊີ

 

ວິທີຖອນເງິນ FBS

 

3. ຫລັງຈາກລັອກອິນຈະເຂົ້າສູ່ຫນ້າພື້ນທີ່ສະມາຊິກ FBS ໃຫ້ສັງເກດຂວາມື ຈະມີແທັບການເງິນໃນນັ້ນຈະມີການຖອນໃຫ້ກົດເຂົ້າໄປ

 

ວິທີຖອນເງິນ FBS

 

4. ເຂົ້າມາຫນ້າຖອນຈະມີໃຫ້ເລືອກ LaoFxDaddy

 

ວິທີຖອນເງິນ FBS

 

5. ໜ້າຕໍ່ມາແມ່ນໜ້າຂໍ້ມູນການຖອນ ເລກບັນຊີເທຣດ MT4 ID ຈຳນວນເງິນ ແລະ ເລືອກ LaoFxDaddy ອີກຄັ້ງ ຈາກນັ້ນກົດຢືນຢັນການຖອນເງິນ

 

ວິທີຖອນເງິນ FBS

 

6. ຂັ້ນຕອນສຸດທ້າຍຢືນຢັນເມວ ໃຫ້ນັກເທຣດໄປກວດເມວທີ່ຕົນເອງໄດ້ໃຊ້ໃນການສະໝັກ FBS ເພື່ອນຳ Code ມາປ້ອນເພື່ອຢືນຢັນວິທີຖອນເງິນ FBS

7. ກັບມາໜ້າພື້ນທີ່ສະມາຊິກເພື່ອກວດຄືນການຖອນ

ວິທີຖອນເງິນ FBS

 

8. ສັງເກດແທັບທຸລະກຳທີ່ກຳລັງດຳເນີນກວດ ເລກບັນຊີເທຣດ MT4 ID ຈຳນວນເງິນ ແລະ ລະບົບທີ່ເຮົາໃຊ້ LaoFxDaddy ຄົບຖ້ວນຖືກຕ້ອງຖືວ່າ ສຳເລັດການຖອນ ແຈ້ງຮັບເງິນກັບທີມງານໄດ້ເລີຍ

ວິທີຖອນເງິນ FBS

9. ແຈ້ງການຖອນເງິນ

ຕົວຢ່າງການແຈ້ງຖອນເງິນ :

  • ຈຳນວນເງິນໃນການຖອນ
  • ຊື່ ນາມສະກຸນ
  • ເລກບັນຊີ MT4 ID : 3110022
  • ເລກບັນຊີທະນາຄານລາວ

ສົ່ງການແຈ້ງໂອນເຂົ້າໄປທີ່ Whatsapp ເບີ 020 55833260

ເລດເງິນຈະອີງຕາມການແລກປ່ຽນປັດຈຸບັນ ສອບຖາມເລດເງິນກ່ອນຝາກໄດ້ທີ່ເບີ 020 55833260

10. ລໍປະມານ 15-30 ນາທີ ຫລື ບໍ່ເກີນ 1ມື້ ເງິນເຂົ້າບັນຊີທະນາຄານ

*ໝາຍເຫດ : ຊື່ ນາມສະກຸນ ບັນຊີທະນາຄານ ແລະ ບັນຊີເທຣດຕ້ອງຕົງກັນ*

 

 

ເປີດບັນຊິແທ້ FBS                            ເປີດບັນຊິທົດລອງ FBS

 

ທີມງານໄດ້ລວບລວມຊ່ອງທາງການຝາກເງິນຂອງໂບຣກເກີ້ FBS ໃຫ້ນັກເທຣດລາວໄວ້ທັງໝົດໃນຫນ້ານີ້

ປັດຈຸບັນຈະມີຊ່ອງທາງການຝາກເງິນລຸ່ມນີ້ :

  • Credit & Debit Card
  • SticPay
  • Perfect Money
  • SCB Thai Bank
  • LAOFXDADDY ຕົວແທນຝາກຖອນໃນລາວ
  • BCEL ທະນາຄານລາວ

*ການຝາກຖອນຜ່ານທະນາຄານລາວເປັນທີ່ນິຍົມກັນຫລາຍທີ່ສຸດ ແຕ່ໄດ້ຜ່ານຕົວແທນການຝາກຖອນໃນລາວ

+ ຂັ້ນຕອນວິທີຝາກເງິນທາງທະນາຄານລາວ ຜ່ານຕົວແທນການຝາກຖອນ FBS

1. ກ່ອນອື່ນຕ້ອງມີບັນຊີເທຣດກັບໂບຣກກ່ອນ ສະຫມັກບັນຊີ FBS >>>

2. ໂອນເງິນ : ໂອນເງິນເຂົ້າເລກບັນຊີຕົວແທນລຸ່ມນີ້ ຝາກຂັ້ນຕ່ຳ 10$

  • BCEL

ບໍລິສັດ PPS Consultant Sole Co.,Ltd

010120001778971001 LAK

010120101778971001 USD

    ເລດແລກປ່ຽນຕິດຕໍ່ເບີ 020 55833260

 

3. ແຈ້ງການໂອນ

ຕົວຢ່າງການແຈ້ງໂອນ :

  • ສະລິບການໂອນ
  • ຊື່ ນາມສະກຸນ
  • ເລກບັນຊີ MT4 ID : 3110022

ສົ່ງການແຈ້ງໂອນເຂົ້າໄປທີ່ Whatsapp ເບີ 020 55833260

4. ລໍປະມານ 1 ນາທີເງິນເຂົ້າບັນຊີເທຣດ

*ໝາຍເຫດ : ຊື່ ນາມສະກຸນ ບັນຊີທະນາຄານ ແລະ ບັນຊີເທຣດຕ້ອງຕົງກັນ*

 

ເປີດບັນຊິແທ້ FBS                               ເປີດບັນຊິທົດລອງ FBS

 

ທີມງານໄດ້ລວບລວມຊ່ອງທາງການຝາກເງິນຂອງໂບຣກເກີ້ XM ໃຫ້ນັກເທຣດລາວໄວ້ທັງໝົດໃນຫນ້ານີ້

ປັດຈຸບັນຈະມີຊ່ອງທາງການຝາກເງິນລຸ່ມນີ້ :

*ການຝາກຖອນຜ່ານທະນາຄານລາວເປັນທີ່ນິຍົມກັນຫລາຍທີ່ສຸດ ຜ່ານຕົວແທນການຝາກຖອນໃນລາວ

+ ຂັ້ນຕອນວິທີຝາກເງິນທາງທະນາຄານລາວ ຜ່ານຕົວແທນການຝາກຖອນ XM

1. ສະເພາະລູກຄ້າຝາກເງິນຄັ້ງທຳອິດ ຕ້ອງໄປສະຫມັກຜູ້ຝາກເງິນທ້ອງຖິ່ນສາກ່ອນ Subscribe Local Depositor ວິທີ >>> ຫລື ຫຍັງບໍ່ມີບັນຊີສະຫມັກບັນຊີໃຫມ່ທີ່ ສະຫມັກບັນຊີ XM >>>

ຝາກຄັ້ງທີ 2 ຫລື ຄົນທີ່ເຄີຍຝາກເງິນແລ້ວຂ້າມຂັ້ນຕອນນີ້ໄປເລີຍ

2. ໂອນເງິນ : ໂອນເງິນເຂົ້າເລກບັນຊີຕົວແທນລຸ່ມນີ້ “ຝາກຖອນໂດລາ ຂັ້ນຕ່ຳ 10USD, ຝາກຖອນກີບ 300,000LAK ຂັ້ນຕ່ຳ”

  • BCEL

🏦 ເລກບັນຊີ MR. PHONEPASEUTH SIRISOUK

➡️ 093120000882471001 LAK

➡️ 093120100882471001 USD

3. ແຈ້ງການໂອນ

ຕົວຢ່າງການແຈ້ງໂອນ :

📍 ລາຍລະອຽດການໂອນລົບກວນລູກຄ້າໃສ່ເລກ MT4-5 ID ເຊັ່ນ : 2349493

📍 ຫລັງຈາກໂອນເງິນແລ້ວແຈ້ງສະລີບໂອນໃຫ້ທາງເຮົາ !!!ຖ້າຊຳລະເປັນກີບເລດແລກປ່ຽນຕິດຕໍ່ເບີ 020 55833260

 

4. ລໍປະມານ 1-15 ນາທີເງິນເຂົ້າບັນຊີເທຣດ

*ໝາຍເຫດ : ຊື່ ນາມສະກຸນ ບັນຊີທະນາຄານ ແລະ ບັນຊີເທຣດຕ້ອງຕົງກັນ*

 

ເປີດບັນຊິແທ້ XM                                        ເປີດບັນຊິທົດລອງ XM

FBS ກໍ່ຕັ້ງມາແຕ່ປີ 2009 ເປັນໂບຣກເກີ້ລະຫວ່າງປະເທດທີ່ມີຫລາຍກວ່າ 190 ປະເທດ ກັບນັກລົງທຶນ 13,000,000 ຄົນ ແລະ ຫຸ້ນສ່ວນ 370,000 ຄົນ ໄດ້ເລືອກ FBS ເປັນ ບໍລິສັດສຳລັບເທຣດ Forex ຂອງພວກເຂົາ

ເພື່ອໃຫ້ລູກຄ້າໄດ້ຮັບປະສົບການທີ່ດີທີ່ສຸດ FBS ຈັດສຳມະນາແລະກິດຈະກຳພິເສດໃຫ້ກັບລູກຄ້າໂດຍການຝືກອົບຮົມເທັກນິກແລະກົດລະຍຸດການຊື້ຂາຍໃນຕະຫລາດ Forex ທັງເທຣດເດີ້ມືໃຫມ່ແລະມືອາຊີບ ຈະໄດ້ພົບກັບປະສົບການທີ່ດີ

 

ຫາກທ່ານກຳລັງເບິ່ງຫາໂບຣກເກີ້ທີ່ມີຄວາມໜ້າເຊື່ອຖືແລະມີຄວາມຊື່ສັດ ລອງພິຈາລະນາເປີດບັນຊີກັບ FBS ວິທີການທີ່ງ່າຍແລະສະດວກສະບາຍໃນການຊື້ຂາຍ Forex ຫາກມີ ບໍລິສັດໂບຣກເກີ້ທີ່ຢູ່ຄຽງຂ້າງທ່ານ

FBS-Trade

 

– ປະສົບການ ແລະ ຄວາມສຳເລັດ

FBS ກໍ່ຕັ້ງມາແຕ່ປີ 2009 ນັບຈາກນັ້ນໄດ້ຮັບລາງວັນເປັນຈຳນວນຫລວງຫລາຍ : the Best FX IB Program, Best FX Broker Indonesia, Best Forex Broker Southeast Asia, Best Forex Broker Thailand, Best International Forex Broker, Best Customer Service Broker Asia 2016, Top IB Program 2016, Highly Recommended Broker Insurance Company in Indonesia of the year, Best Forex Brand, Asia 2015, Best Safety of Client Funds Asia 2015, Best broker in Asia-Pacific region 2015, Best broker in the Middle East, Most Transparent Forex Broker – 2018, Best Forex Trading Account 2018, Best Copy Trading Application Global – 2018, Best Forex Broker Asia-2018, Best Investor Education – 2017, Best FX IB Program – China 2017, the Most Progressive Forex Broker Europe 2019, Best Forex Broker Vietnam 2019.

FBS-Reward

 

– Licence & Regulation

  • IFSC (IFSC/60/230/TS/18)

 

– ປະເພດບັນຊີ

  • Cent
  • Micro
  • Standard
  • Zero Spread
  • ECN Account

ປະເພດບັນຊີ FBS

 

– Trading Platform

MT4 / MT5

  • PC/MAC
  • Smartphones
  • Tablet
  • WebTrader

 

FBS-Platforms

 

– ໂປຣໂມຊັນ

  • ຮັບຟຣີ $100 ເທຣດຄົບເງິນໄຂຖອນໄປເລີຍ (ສະເພາະລູກຄ້າໃຫມ່)
  • ໂບນັດເງິນຝາກ 100%
  • Bonus 123$
  • FBS Loyalty Program ສະສົມລັອດແລກລາງວັນ

– ການຝາກ – ຖອນ

 

ເປີດບັນຊິແທ້ FBS                             ເປີດບັນຊິທົດລອງ FBS

 

  • Bid Price = ລາຄາສະເໜີຊື້ ຂອງສະກຸນເງິນໃດຫນຶ່ງ ຕົວຢ່າງ USD/LAK ລາຄາສະເໜີຊື້ ແມ່ນ 9000LAK ຫມາຍເຖິງ 1 USD ເຮົາຈະໄດ້ເງິນກີບ 9000LAK
  • Ask Price = ລາຄາສະເໜີຂາຍ ຂອງສະກຸນເງິນໃດຫນຶ່ງ ຕົວຢ່າງ USD/LAK ລາຄາສະເໜີຂາຍແມ່ນ 9100LAK ຫມາຍເຖິງເຮົາຕ້ອງໃຊ້ເງິນ 9100LAK ເພື່ອຈະຊື້ 1USD
  • Spread = ສ່ວນຕ່າງລາຄາຂອງ Bid / Ask ຕົວຢ່າງ USD/LAK Bid 9000LAK Ask 9100LAK ສ່ວນຕ່າງຂອງ Spread ແມ່ນ 100 LAK ແລະ ສ່ວນນີ້ຍັງເປັນ Commission ຂອງໂບຣກທີ່ເຮົາໃຊ້ເທຣດອີກ
  • Balance = ຈຳນວນເງິນ Credit ທີ່ລົງທຶນໃນພອສ
  • Bear Market = ຊ່ວງຕະຫລາດຂາລົງ
  • Bull Market = ຊ່ວງຕະຫລາດຂາຂຶ້ນ
  • Broker = ເປັນບໍລິສັດເຮັດຫນ້າທີ່ຕົວກາງ ລະຫວ່າງຄົນຊື້ ແລະ ຄົນຂາຍ ເພື່ອເກັບຄ່າທຳນຽມ
  • Central Bank = ເປັນຫນ່ວຍງານລັດຖະບານທີ່ຄວບຄຸມນະໂຍບານທາງການເງິນຂອງປະເທດ ຫາກໃນລາວຈະແມ່ນ ທະນາຄານກາງ Bank Of Laos (BOL)
  • Currency = ສະກຸນເງິນ
  • Currency pair = ຄູ່ສະກຸນເງິນ
  • Base Currency = ສະກຸນເງິນຫລັກ ເຊັ່ນ USD/JPY ດ້ານຫນ້າຄື USD ຈະເປັນສະກຸນເງິນຫລັກ ແລະ ທຸກຄັ້ງທີ່ແລກປ່ຽນຈະມີຄ່າເທົ່າ 1 ສະເຫມີ ຕົວຢ່າງ 1USD = 112.000 JPY
  • Counter Currency = ສະກຸນເງິນຮອງ ເຊັ່ນ USD/JPY ຈະຢູ່ດ້ານຫລັງ ຄື JPY
  • DayTrade = ການເທຣດແບບມື້ຕໍ່ມື້ ບໍ່ຖືຂ້າມຄືນ
  • Buy (Long Term) = ຄຳສັ່ງຊື້
  • Sell (Short Term) = ຄຳສັ່ງຂາຍ
  • Lot Size = Volume ໃນການເທຣດ 1lot = 100,000 USD ເລີ່ມຕົ້ນ 0.01
  • Point = ຫນ່ວຍນັບດັດສະນີ ເລີ່ມຈາກຫົວຫນ່ວຍນ້ອຍສຸດ
  • Pips = ຫນ່ວຍນັບດັດສະນີ ເລີ່ມຈາກຫົວຫນ່ວຍ 10 , 1pip ເທົ່າກັບ 10points
  • Leverage = ເປັນອັດຕາສ່ວນທີ່ໃຊ້ຄຳນວນມາຈິ້ນ ຫລື ແປງ່າຍໆ ເປັນການຕໍ່ລອງກັບໂບຣກ ເຊັ່ນ ເຮົາມີເງິນຈຳນວນຫນ້ອຍແລະຢາກຊື້ຂາຍໃນຈຳນວນທີ່ສູງ ເຮົາຕ້ອງມີ Leverage ມາຊ່ວຍ ຕົວຢ່າງ Leverage = 1:200 ຫມາຍເຖິງເຮົາເພີ່ມຈຳນວນເງິນເປັນ 200 ເທົ່າຈາກປົກກະຕິ
  • Margin = ຈຳນວນເງິນປະກັນທີ່ໃຊ້ເປີດ Orders
  • Margin Call = ການແຈ້ງເຕືອນຈາກໂບຣກ ເພື່ອແຈ້ງວ່າ Margin ເຫລືອຫນ້ອຍ
  • Swap = ອັດຕາດອກເບ້ຍຂອງທະນາຄານ ຈະໄດ້ກໍ່ຕໍ່ເມື່ອຖືຂ້າມຄືນ
  • Order = ຄຳສັ່ງຊື້ຂາຍຕາມທີ່ຕັ້ງລາຄາໄວ້
  • Profit = ຍອດກຳໄລຂາດທຶນໃນການຊື້ຂາຍທັງຫມົດ
  • Stop Loss (SL) = ເປັນການຕັ້ງຄ່າຕັດການຂາດທຶນ
  • CandleStick = ເປັນແທ່ງທຽນທີ່ສະແດງ ລາຄາປິດ ເປີດ ແລະ ສູງສຸດ ຕຳ່ສຸດ
  • Indicator = ເປັນຕົວຊ່ວຍໃນການຊື້ຂາຍ
  • Expert Advisor (EA) = ເປັນການຊື້ຂາຍແບບ Auto ຫລື ຕາມຄຳສັ່ງທີ່ຂຽນໄວ້
  • Forex, FX (Foreign Exchange Market) = ຕະຫລາດຊື້ຂາຍແລກປ່ຽນເງິນຕາຕ່າງປະເທດ
  • Technical Analysis = ການວິເຄາະດ້ານເທັກນິກ
  • Fundamental Analysis = ການວິເຄາະດ້ານປັດໄຈພື້ນຖານ ຫລື ຂ່າວ
  • Hedge = ການເປີດຄຳສັ່ງທັງ 2 ທາງເພື່ອລົດພາວະຂາດທຶນລົງ
  • Carry Trade = ເປັນການຊື້ ແລະ ຂາຍ ຄູ່ເງິນດຽວກັນພ້ອມກັນ ເກງກຳໄລຈາກດອກເບ້ຍທະນາຄານ Swap
  • Risk = ຄວາມສ່ຽງໃນການເທຣດ
  • Risk Management = ການວິເຄາະ ແລະ ໃຊ້ເທັກນິກໃນການລົດຄວາມສ່ຽງໃຫ້ຫນ້ອຍລົງ
  • Mindset = ອາລົມ ຄວາມຮູ້ສຶກ ຈິດຕະວິທະຍາໃນການຊື້ຂາຍ

 

ຄຳແນະນຳ ກ່ຽວກັບ ການຊື້ຂາຍ Forex ທີ່ດີທີ່ສຸດເພື່ອຮຽນຮູ້ ສຳລັບຜູ້ທີ່ຕ້ອງການເລີ່ມລົງທືນ

ປະຈຸບັນໂລກຂອງພວກເຮົາໄດ້ກ້າວເຂົ້າສູ່ຍຸກ 4.0 ເຊິ່ງເປັນຍຸກທີ່ເຕັກໂນໂລຢີໄດ້ພັດທະນາຢ່າງກວ້າງຂວາງ ທຸກສິ່ງທຸກຢ່າງໄດ້ມີການຜັນປ່ຽນແລະປ່ຽນແປງເພື່ອການພັດທະນາຕາມໆກັນ. ບໍ່ແມ່ນແຕ່ການລົງທືນ ໃຜໆກໍ່ສາມາດລົງທຶນໄດ້ຢ່າງງ່າຍດາຍ ແລະ ວ່ອງໄວທັນໃຈ ເຊິ່ງໜຶ່ງໃນການລົງທືນ ທີ່ນິຍົມໃນໄລຍະນີ້ ດັ່ງນັ້ນ, ນັກລົງທຶນບໍ່ຄວນພາດເລື່ອງກ່ຽວກັບ ຄຳແນະນຳ ສຳລັບຜູ້ທີ່ຕ້ອງການເລີ່ມຊື້ຂາຍ Forex ທີ່ພວກເຮົາໄດ້ຂຽນໄວ້ດັ່ງຕໍ່ໄປນີ້:

ສຶກສາຄວາມຮູ້ພື້ນຖານດ້ານການລົງທືນ

ເພື່ອເລີ່ມຕົ້ນການລົງທຶນໃນບາງສິ່ງບາງຢ່າງນັ້ນການສຶກສາຄວາມຮູ້ພື້ນຖານແມ່ນສິ່ງທຳອິດທີ່ນັກລົງທຶນມືໃໝ່ຄວນຮຽນຮູ້ ເພາະວ່າຖ້າບໍ່ມີຄວາມຮູ້ພື້ນຖານ ກ່ຽວກັບ ການລົງທຶນນັ້ນຈະເຮັດໃຫ້ຂາດຄວາມເຂົ້າໃຈ ກ່ຽວກັບ ການລົງທຶນ. ຊຶ່ງການຊື້ຂາຍ Forex ກໍ່ຄືກັນ, ແມ່ນສິ່ງທີ່ພວກເຮົາບໍ່ຄວນລອງຜິດລອງຖືກໂດຍບໍ່ມີຄວາມຮູ້ພື້ນຖານ.

ບັນຊີສຳລັບທົດລອງ

ຫາກເຈົ້າຢາກຈະເລີ່ມເທຣດ Forex ແລ້ວຂໍ້ດີຂອງການລົງທຶນໃນດ້ານນີ້ນັ້ນຄື ຈະມີບັນຊີໃຫ້ກັບນັກລົງທຶນມືໃຫມ່ ໄດ້ທົດລອງໃຊ້ກ່ອນຊື່ງບັນຊີສຳລັບທົດລອງເພື່ອການລົງທຶນນັ້ນຈະມີທຸກຢ່າງຈະຄ້າຍກັບບັນຊີແທ້ໆ ໄດ້ເທຣດແທ້ ແລ້ວຖ້າເຈົ້າມັກ ແລະເລີ່ມມີທັກສະການເທຣດທີ່ດີແລ້ວ ເຈົ້າກໍ່ສາມາດເລີ່ມລົງທຶນຢ່າງຈິງຈັງໄດ້ເລຍ.

ໂປຣແກຣມພື້ນຖານ

ການເທຣດ Forex ນັ້ນຈະມີໂປຣແກຣມສຳລັບເທຣດໂດຍສະເພາະ ຊື່ງນັກລົງທຶນມືໃຫມ່ນັ້ນຈະຕ້ອງມີ ແລະ ຕິດຕັ້ງລົງເຄື່ອງຄອມພິວເຕີຂອງໂຕເອງໄວ້ ຊື່ງຈະຕ້ອງເຮັດຄວາມຮູ້ຈັກກັບໂປຣແກຣມໃຫ້ດີເສຍກ່ອນ ເພາະໂປຣແກຣມນັ້ນຖືເປັນກຸນແຈສຳຄັນໃນການລົງທຶນ ທີ່ຈະຊ່ວຍໃຫ້ທ່ານສາມາດວິເຄາະການລົງທຶນໄດ້ຢ່າງແມ້ນຍຳຍິ່ງຂຶ້ນ ແລະ ຊ່ວຍຫຼຸດຄວາມສ່ຽງໃນການລົງທຶນ

ການລົງທຶນຈາກບັນຊີທົດລອງ

ການລົງທຶນຈາກບັນຊີທົດລອງນັ້ນ ຢ່າງທີ່ຮູ້ກັນແລ້ວວ່າການເທຣດ Forex ຈະມີບັນຊີທົດລອງໃຫ້ເຮົາລອງເທຣດເບິ່ງ ຊື່ງນັກລົງທຶນມືໃຫມ່ຫາກບໍ່ເຂົ້າໃຈກ່ຽວກັບການເທຣດ ຫຼື ບໍ່ຢາກສ່ຽງຕັ້ງແຕ່ທຳອິດ ຄວນຈະເປີດບັນຊີທົດລອງ ແລະ ທົດລອງລົງທຶນກ່ອນ ຊື່ງບໍ່ຕ້ອງກັງວົນວ່າຈະບໍ່ຄືລົງທຶນບັນຊີແທ້ ເພາະບັນຊີທົດລອງນີ້ຈະຄ້າຍຄືກັບບັນຊີລົງທຶນຈີງທຸກຢ່າງ

ສຳລັບນັກລົງທຶນມືໃຫມ່ທີ່ຢາກທົດລອງເທຣດ Forex ນັ້ນບໍ່ຈຳເປັນຕ້ອງກັງວົນອີກຕໍ່ໄປວ່າຈະເລີ່ມລົງທຶນຢ່າງໃດ ເພາະຫາກຮູ້ເຄັດລັບດີໆ ຫຼື ມີພື້ນຖານກ່ຽວກັບການລົງທຶນແລ້ວ ກໍ່ສາມາດເລີ່ມເທຣດໄດ້ ແຕ່ກໍ່ບໍ່ຄວນປະມາດເກີນໄປ ແລະ ຄວນຍຶດຕິທີ່ວ່າທຸກການລົງທຶນມີຄວາມສ່ຽງສະເຫມີ ເຮົາຈື່ງຄວນສຶກສາຂໍ້ມູນໃຫ້ດີກ່ອນເລີ່ມລົງທຶນ ແລະ ທີ່ສຳຄັນ ເງິນທີ່ນຳມາລົງທຶນນັ້ນ ຄວນເປັນເງິນທີ່ສາມາດຮັບຄວາມສ່ຽງໄດ້ ເພື່ອບໍ່ໃຫ້ກະທົບກັບຄ່າໃຊ້ຈ່າຍຫຼັກ

 

ປຽບທຽບ Forex ກັບ ຕະຫລາດຫຸ້ນ Stocks ມູນຄ່າຊື້ຂາຍ ຂໍ້ດີ ຂໍ້ເສຍ

ເມື່ອປ່ຽນທຽບມູນຄ່າແລະຄວາມໃຫຍ່ຂອງ Forex ກັບ ຕະຫລາດຫຸ້ນແລ້ວ ເຮົາຈະເຫັນໄດ້ຊັດເຈນວ່າ Forex ມີມູນຄ່າການຊື້ຂາຍຫລາຍຕໍ່ວັນ ຊື້ຂາຍກັນທົ່ວໂລກ ມູນຄ່າຊື້ຂາຍຫລາຍກວ່າ 5 ລ້ານລ້ານໂດລາ ຕໍ່ ວັນ ຫາກປຽນທຽບກັນແລ້ວ ຕະຫລາດຫຸ້ນໃຫຍ່ເຊັ່ນ TOKYO, LONDON, NEWYORK ຕ້ອງ 200 ເທົ່າຈຶ່ງຈະເທົ່າ Forex

Forex Vs Stocks

 

Forex VS ຕະຫລາດຫຸ້ນ ( Stocks )

ຄວາມໄດ້ປຽບ Forex Stocks
ເປີດການ ຊຶ້-ຂາຍ 24 ຊມ Yes No
ຄ່າຄອມຕ່ຳ ຫລື ບໍ່ມີເລີຍ Yes No
ການດຳເນີນ ຊຶ້-ຂາຍ ທັນທີ Yes No
ເກັງກຳໄລ 2 ທາງ ຂຶ້ນ ແລະ ລົງ Yes No
ບໍ່ມີພໍ່ຄ້າຄົນກາງ Yes No
ບໍ່ມີການຈັດການຕະຫລາດ Yes No
ບໍ່ມີຈຸດສູນກາງແລກປ່ຽນ ( Over The Counter ) Yes No
ອັດຕາການຕໍ່ລອງສູງ Leverage Yes No

ເວລາເປີດ – ປີດໃນຕະຫລາດ Forex

Forex time

Risk Management !!!

ໃນການຊື້-ຂາຍນັກລົງທຶນໃນຕະຫລາດ Forex ມີໂອກາດໃນການເຮັດກຳໄລຈາກການລົງທຶນໄດ້ຫຼາຍແຕ່ກໍ່ມີຄວາມສ່ຽງທີ່ຈະເສຍກຳໄລ ແລະ ອາດຈະລວມໄປເຖິງເງິນລົງທຶນທັ້ງຫມົດໄດ້ເຊັ່ນກັນ ໂດຍທີ່ຄ່າທີ່ກຳນົດຈາກຄ່າສະເລ່ຍທີ່ຄາດຫວັງໄວ້ຈະເປັນຕົວກຳຫນົດລະດັບຄວາມສ່ຽງຂອງນັກລົງທຶນໃນຕະຫຼາດການເງິນ ຄ່າທີ່ກຳນົດດັ່ງກ່າວນີ້ສາມາດຊ່ວຍໃຫ້ນັກລົງທຶນມີກຳໄລ ຫຼື ຂາດທຶນມະຫາສານໄດ້.

ການບໍລິຫານຄວາມສ່ຽງທາງການເງິນບໍ່ແມ່ນຫຼັກປະກັນວ່ານັກລົງທຶນຈະປະສົບຄວາມສຳເລັດໃນການລົງທຶນສະເຫມີໄປ ແຕ່ກໍ່ຖືວ່າມີສ່ວນສຳຄັນໃນການຊື້-ຂາຍ ເນື່ອງຈາກດຳເນີນການທີ່ກ່ຽວກັບຄ່າເງິນທຸກຢ່າງມີຄວາມສ່ຽງທັ້ງສິ້ນ ເຮົາຈື່ງຈຳເປັນຕ້ອງໃຊ້ວິທີການບໍລິຫານຄວາມສ່ຽງທົ່ວໄປເພື່ອຊ່ວຍລົດການຂາດທຶນ

  1. ການຕັ້ງ Stop Loss
  2. ການລົງທຶນໃນຮູບແບບແບ່ງທຶນ
  3. ການຊື້-ຂາຍຕາມແນວໂນ້ມຂອງຕະຫຼາດ (Trend trading)
  4. ການຄອບຄຸມອາລົມ (Emotion Control)
  5. ຈິດຕະວິທະຍາ (Mindset)

ນັກລົງທຶນມັກໃຊ້ວິທີບໍລິຫານຄວາມສ່ຽງຕ່າງໆ ຫຼັງຈາກເປີດ ຄຳສັ່ງ ຮຽບຮ້ອຍແລ້ວວິທີຫຼັກໃນການບໍລິຫານຄວາມສ່ຽງຄືການຕັ້ງຄ່າຄຳສັ່ງ ຢຸດການຊື້-ຂາຍ ເພື່ອຫລີກລ້ຽງພາວະຂາດທຶນ ຄຳສັ່ງ Stop Loss (ມັນກໍ່ຄືຄຳສັ່ງທີ່ຊ່ວຍຕັດການຂາດທຶນ) ທັ້ງນີ້ເພື່ອຫຼີກລ້ຽງສະຖານະການຕ່າງໆທີ່ຈະກໍ່ໃຫ້ເກີດພາວະຂາດທຶນຢ່າງຮ້າຍແຮງ ໂດຍນັກລົງທຶນຈຳເປັນຕ້ອງຕັ້ງຄ່າຄຳສັ່ງ Stop Loss ເມື່ອເຮັດການເປີດ ຄຳສັ່ງ.

Stop Loss ມີຫຼາກຫຼາຍຮູບແບບດັ່ງນີ້:

ຄຳສັ່ງຢຸດການຊື້-ຂາຍພື້ນຖານ ຄື ການກຳນົດຈຳນວນເງິນ ຫຼື ອັດຕາລາຄາທີ່ນັກລົງທຶນຍອມຮັບທີ່ຈະສູນເສຍ ເມື່ອລາຄາຄ່າເງິນເຄື່ອນມາເຖິງຈຸດທີ່ກຳຫນົດໄວ້ ຄຳສັ່ງຊື້-ຂາຍຂອງນັກລົງທຶນກໍ່ຈະປິດ Position  ທັນທີ ທັ້ງນີ້ເພື່ອຢຸດພາວະຂາດທຶນໂດຍນັກລົງທຶນຕ້ອງຕັ້ງຄ່າຈຳນວນເງິນ ຫຼື ອັດຕາລາຄາດັ່ງກ່າວໄວ້ລ່ວງຫນ້າ ຄຳສັ່ງ Trailing Stop ຄືການກຳຫນົດໃຫ້ຄຳສັ່ງ Stop Loss ທີ່ເຮົາກຳຫນົດໄວ້ຕອນຕົ້ນຍັບຕາມລາຄາຂຶ້ນໄປເລື່ອຍໆເມື່ອຍລາຄາຍັບຂຶ້ນໄປໃນທິດທາງທີ່ເຮົາຫຼິ້ນ ແຕ່ຫາກກົງກັນຂ້າມ Stop loss ທີ່ຕັ້ງເລື່ອນຕາມມັນຈະຢຸດຢູ່ຈຸດນັ້ນໆ ເມື່ອລາຄາມາເຖິງມັນຈະປິດຄຳສັ່ງທັນທີ

ການເພີ່ມ (Profit Rising) ຄືພາວະທີ່ນັກລົງທຶນໄດ້ເຮັດກຳໄລສຸດທິຈາກການລົງທຶນ ແລະ ໄດ້ເຮັດການປິດ Position

 

 

 

ເຂັດບໍ່ລັບໃນການຊື້-ຂາຍໄລຍະສັ້ນ

ຂໍ້ແທ້ຈີງນີ້ໜ້າເສົ້າໃຈແຕ່ກັບເປັນເລື່ອງທີ່ເກີດຂຶ້ນແທ້ ລອງຄິດເຖິງການລົງທຶນຕ່າງໆທີ່ເຈົ້າເຄີຍເຮັດມາກ່ອນເບິ່ງ ເຈົ້າສາມາດທີ່ຈະເຮັດວຽກໃຫ້ສຳເລັດລຸລວງພາຍໃນ  ມື້ຫຼືບໍ່? ແລ້ວຖ້າເຮັດໄດ້ແທ້ ເຈົ້າເຮັດແບບນັ້ນໄດ້ຈັກເທື່ອ? ຄືສິບໍ່ແມ່ນຕະຫຼອດແນ່ນອນ ຈື່ໄວ້ເລຍວ່າຫຼັກເກນການເກງກຳໄລສາກົນນັ້ນກໍ່ຄືກັບຫຼັກເກນການຈະເລີນເຕີບໂຕສາກົນນັ້ນລະ ເຮົາຈຳເປັນຕ້ອງໃຊ້ເວລາໃນການເພີ່ມກຳໄລ.

ນັກລົງທຶນທີ່ປະສົບຜົນສຳເລັດໃນຕະຫຼາດ Forex ຮູ້ວ່າໃນ 1 ນາທີຕະຫຼາດເຄື່ອນໂຕໄປຫນ້າເລັກນ້ອຍ ໃນອີກ  5 ນາທີ ກໍ່ຈະເຄື່ອນໄປໄກກວ່າເກົ່າອີກ ແລະ ໃນອີກ 60 ນາທີ ຕະຫຼາດກໍ່ຈະເຄື່ອນໂຕໄປໄກຊ່ຳໃດ ນັກລົງທຶນທີ່ບໍ່ປະສົບຄວາມສຳເລັດມັກຈະສົນໃຈພຽງແຕ່ການລົງທຶນໄລຍະສັ້ນເທົ່ານັ້ນ ຊື່ງການກະທຳດັ່ງກ່າວເປັນປັດໃຈຫນື່ງທີ່ຈຳກັດສະກະຍະພາບໃນການເຮັດກຳໄລຂອງພວກເຂົາເອງ

ນັກລົງທຶນໄລຍະສັ້ນສ່ວນຫຼາຍມັກຕັ້ງໃຈກຳນົດຂອບເຂດຂອງກຳໄລ ແລະ ມັກຈະເຈີກັບຄວາມສູນເສຍຢູ່ເລື່ອຍໆ ດັ່ງນັ້ນ ບໍ່ຕ້ອງສົງໃສເລີຍວ່ານັກລົງທຶນຫຼາຍທ່ານປະສົບພາວະຂາດທຶນຢ່າງໜັກຈາກ ການລົງທຶນໄລຍະສັ້ນ ເນື່ອງຈາກພວກເຂົາມົວແຕ່ຈົ່ມຢູ່ກັບສະຖານະການທີ່ສິ້ນຫວັງ ຈົ່ມຢູ່ກັບຄວາມຄິດທີ່ວ່າສາມາດເຮັດກຳໄລໄດ້ຈາກພາວະຂຶ້ນລົງຂອງຕະຫຼາດພາຍໃນເວລາຫນື່ງມື້ ໂດຍທີ່ທິດສະດີດັ່ງກ່າວນັ້ນເບິ່ງຄືຈະມີເຫດຜົນ ເພາະການທີ່ນັກລົງທຶນເຮັດການຊື້-ຂາຍພາຍໃນໄລຍະສັ້ນເວລາພຽງຫນື່ງມື້ໂດຍທີ່ບໍ່ໄດ້ ເປີດ ຄຳສັ່ງ Position ຄ້າງຂ້າມຄືນໄວ້ ການລົງທຶນດັ່ງກ່າວກໍ່ຈະບໍ່ໄດ້ຮັບຜົນກະທົບຈາກຂ່າວ ຫຼື ເຫດການສຳຄັນທີ່ກໍ່ໃຫ້ເກີດຜົນກະທົບເປັນວົງກວ້າງເທົ່າໃດ ດັ່ງນັ້ນນັກລົງທຶນໄລຍະສັ້ນຈື່ງສາມາດຈຳກັດຄວາມສ່ຽງຕ່າງໆໃຫ້ນ້ອຍລົງໄດ້ແຕ່ຢ່າງໃດກໍ່ຕາມ ເຫດຜົນຂອງປະການດັ່ງກ່າວຕໍ່ໄປນີ້ຈະເປັນຕົວຊີ້ບອກວ່າທິດສະດີຂ້າງຕົ້ນເປັນ ທິດສະດີທີ່ບໍ່ຖືກຕ້ອງ

ປະການທຳອິດເຈົ້າສາມາດຄວບຄຸມປັດໃຈທີ່ເຮັດໃຫ້ເກີດຄວາມສ່ຽງໄດ້ໂດຍການຄວບຄຸມໃນດ້ານການລົງທຶນທີ່ເຈົ້າສາມາດເຮັດໄດ້ພຽງທາງດຽວຄືການຄອບຄຸມ ຈຸດຢຸດການຂາດທຶນ (ຄຳສັ່ງ Stop Loss) ມັນມີຄວາມເປັນໄປໄດ້ທີ່ຕະຫຼາດຈະເປີດໃນມື້ອື່ນເຊົ້າໂດຍມີຊ່ອງວ່າງທາງລາຄາທີ່ ຫຼາຍກວ່າຈຸດຢຸດການຂາດທຶນທີ່ເຈົ້າຕັ້ງໄວ້ ແຕ່ໂອກາດແບບນັ້ນຄົງບໍ່ເກີດຂຶ້ນຕະຫຼອດ ຊຶ່ງຫາກເຫດການດັ່ງກ່າວເກີດຂຶ້ນຈີງຢ່າງນ້ອຍເຈົ້າກໍ່ສາມາດຢຸດການຂາດທຶນ ແລະ ປິດການຊື້-ຂາຍທີ່ຂາດທຶນໄດ້ໂດຍສະຫມັກໃຈ ນັກລົງທຶນທີ່ບໍ່ປະສົບຜົນສຳເລັດມັກຢືດຕິດກັບຈຳນວນເງິນທີ່ເສຍໄປໃນຂະນະທີ່ນັກລົງທຶນທີ່ປະສົບຄວາມສຳເລັດມັກຈະເບິ່ງຂ້າມເລື່ອງດັ່ງກ່າວແລ້ວເລີ່ມຕົ້ນໃຫມ່

ທັນທີທີ່ເຈົ້າຕັ້ງຄ່າຈຸດ Stop Loss ນັ້ນຫມາຍເຖິງເຈົ້າກຳນົດຈຳນວນເງິນທີ່ສາມາດສູນເສຍໄດ້ທີ່ແນ່ນອນ ຊື່ງການຕັ້ງຄ່າດັ່ງກ່າວຈະຊ່ວຍກຳຫນົດຄວາມສ່ຽງຕ່າງໆໄດ້ ໂດຍຄວາມສ່ຽງເຫຼົ່ານັ້ນກໍ່ຈະຍັງຄົງຢູ່ຄືເກົ່າບໍ່ວ່າເຈົ້າຈະເຮັດການຊື້-ຂາຍ ທີ່ລາຄາສູງສຸດ ຫຼື ລາຄາຕ່ຳສຸດຂອງຕະຫຼາດກໍ່ຕາມ

ການທີ່ເຈົ້າບໍ່ໄດ້ຕັ້ງເປີດ ຄຳສັ່ງ Position ຂ້າມຄືນຊື່ງໄລຍະເວລາດັ່ງກ່າວເປັນເວລາທີ່ມີການລົງທຶນໃນຕະຫຼາດຢູ່ຕະຫຼອດໃນບາງຄັ້ງເມື່ອມີການເປີດຕະຫຼາດໃນຕໍ່ມາ ແລ້ວຜົນຂອງການປ່ຽນແປງຄ່າເງິນບໍ່ເປັນໄປຕາມທີ່ເຮົາຄາດຫວັງຢ່າງນ້ອຍນັກລົງທຶນໄລຍະສັ້ນກໍ່ຈະບໍ່ໄດ້ຂາດທຶນຫາກປຽບທຽບກັບນັກລົງທຶນປະເພດອື່ນໆ

ແລະ ປະການສຸດທ້າຍທີ່ສຳຄັນກວ່າຄືເມື່ອເຈົ້າສຳເລັດການຊື້-ຂາຍໃນມື້ຫນື່ງ ຫຼື ອາດເປີດການຊື້-ຂາຍປະມານ 5-10 ນາທີ ກ່ອນຫມົດເວລາຊື້-ຂາຍ ນັ້ນຄືການທີ່ເຈົ້າເຮັດໃຫ້ສະກະຍະພາບໃນການເຮັດກຳໄລຂອງໂຕເຈົ້າຫຼຸດລົງ ຈື່ເລື່ອງຄວາມແຕກຕ່າງລະຫວ່າງຜູ້ຊະນະກັບຜູ້ແພ້ ຂໍ້ທີ່ບອກວ່ານັກລົງທຶນທີ່ບໍ່ປະສົບຜົນສຳເລັດມັກຢືດຕິດກັບຄວາມສູນເສຍຂອງຕົນເອງໄດ້ ຫຼື ບໍ່ ຄວາມແຕກຕ່າງລະຫວ່າງພວກເຂົາອີກຢ່າງຫນື່ງຄືຜູ້ຊະນະມັກກຳໄຊຊະນະຂອງຕົນເອງເອົາໄວ້ຈົນນາທີສຸດທ້າຍ ໃນຂະນະທີ່ຜູ້ເສຍຈະຟ້າວອອກຈາກຕະຫຼາດກ່ອນເວລາກຳນົດສຳລັບຜູ້ເສຍນັ້ນ ພວກເຂົາຈະບໍ່ລໍທີ່ຈະໄດ້ກຳໄລສູງສຸດ ພວກເຂົາມີຄວາມສຸກກັບກຳໄລແຄ່ຈຳນວນນ້ອຍໆເທົ່ານັ້ນ ຈາກນັ້ນກໍ່ຈະຟ້າວອອກຈາກຕະຫຼາດໄປໂດຍໄວທີ່ສຸດ ( ສ່ວນຫຼາຍຈະເປັນຊ່ວງລະຫວ່າງມື້ )

ເຈົ້າຈະບໍ່ມີມື້ໄດ້ເງິນກ້ອນໃຫຍ່ ຈົນກວ່າເຈົ້າຈະຮຽນຮູ້ວິທີທີ່ຈະເກາະກຸມໄຊຊະນະເຫຼົ່ານັ້ນໃຫ້ດົນທີ່ສຸດ ຍິ່ງເຈົ້າຖືມັນໄວ້ດົນຊຳໃດເຈົ້າກໍ່ຍິ່ງໄດ້ກຳໄລຫຼາຍເທົ່ານັ້ນ ປຽບຄືກັບຍາມທີ່ຊາວນາວານເມັດພືດໃນນາ ພວກເຂົາບໍ່ໄດ້ຂຸດພືດເຫຼົ່ານັ້ນຂຶ້ນມາພາຍໃນເວລາພຽງ 2 ຫຼື 3 ນາທີ ແຕ່ພວກເຂົາປ່ອຍໃຫ້ພືດຈະເລີນເຕີບໂຕ ແລະ ອອກດອກອອກຜົນໃຫ້ຫຼາຍທີ່ສຸດກ່ອນຈື່ງຄ່ອຍຂຸດມັນ ນັກລົງທຶນສາມາດນຳຂະບວນການທາງທຳມະຊາດນີ້ໄປປັບໃຊ້ໃນການລົງທຶນໄດ້ ນັກລົງທຶນທີ່ປະສົບຜົນສຳເລັດກໍ່ບໍ່ຕ່າງຍັງກັບຊາວນາທີ່ປະສົບຄວາມສຳເລັດໃນການທີ່ຈະເກັບກ່ຽວກຳໄລຈາກການລົງທຶນໃຫ້ໄດ້ຫຼາຍທີ່ສຸດນັ້ນ ສິ່ງທີ່ນັກລົງທຶນຈຳເປັນຈະຕ້ອງຄຳນຶງເຖິງຫຼາຍທີ່ສຸດອີກຢ່າງຫນື່ງກໍ່ຄືເວລາ.

 

 

Cr. Forex International Thailand

ຈິດຕະວິທະຍາໃນການຊຶ້ຂາຍ

ການຊື້ຂາຍເປັນກິດຈະກຳທີ່ຈຳເປັນຕ້ອງໃຊ້ທັ້ງຄວາມສາມາດໃນການວິເຄາະ ແລະ ການຕັດສິນໃຈໂດຍໃຊ້ເຫດຜົນ ນັກລົງທຶນຈຳເປັນຕ້ອງມີຄວາມອົດທົນ ແລະ ໃນຂະນະດຽວກັນກໍ່ຕ້ອງມີຄວາມພ້ອມ ໃນການເທຣດຕ້ອງມີຄວາມສ່ຽງສະເຫມີ ອາດຈະເອີ້ນໄດ້ວ່າການຊື້ຂາຍເປັນກິດຈະກຳທີ່ເຫມາະສຳລັບຄົນທີ່ເຂົ້າໃຈເລື່ອງຈິດຕະວິທະຍາ ຊື່ງຈິດຕະວິທະຍານີ້ເອງທີ່ຈະເປັນປັດໃຈທີ່ຈະກຳນົດວ່ານັກລົງທຶນຈະໄດ້ກຳໄລ ຫຼື ຂາດທຶນຈາກການລົງທຶນໃນຕະຫຼາດ Forex ໂດຍເຖິງແມ່ນວ່າເຈົ້າຈະປ່ຽນລະບົບການຊື້ຂາຍເປັນລະບົບ Trading System ຊຶ່ງຖືວ່າສຸດຍອດທີ່ສຸດແລ້ວເຈົ້າກໍ່ຍັງບໍ່ສາມາດຫຼີກລ້ຽງຄວາມຄຽດທີ່ເກີດຂຶ້ນເມື່ອຕັດສິນໃຈຊື້-ຂາຍໄດ້.

ນັກລົງທຶນໃນຕະຫຼາດ Forex ມີແນວໂນ້ມທີ່ຈະເຊື່ອວ່າຍິ່ງຄວບຄຸມອາລົມໄດ້ຫຼາຍເທົ່າໃດ ການຊື້-ຂາຍໃນຕະຫຼາດກໍ່ຍິ່ງດຳເນີນໄປໃນທິດທາງທີ່ດີຫຼາຍຂຶ້ນເທົ່ານັ້ນ  ຍົກຕົວຢ່າງເຊັ່ນການທີ່ບໍ່ສາມາດຄວບຄຸມອາລົມຄຽດໄດ້ອາດເຮັດໃຫ້ເກີດການຕັດສິນໃຈທີ່ຜິດພາດ ແຕ່ຢ່າງໃດກໍ່ຕາມຄວາມຮູ້ສຶກກັງວົນ ຢ້ານວ່າຈະເສຍເງິນລົງທຶນ ຄວາມຄາດຫວັງ ແລະ ຄວາມເຊື່ອໃນໂຊກຊະຕາ ຄວາມເສຍດາຍ ຄວາມປິຕິຍິນດີ ຄວາມຄຸ່ນເຄືອງ ແລະ ວົນກັບມາທີ່ຄວາມປິຕິຍິນດີອີກຄັ້ງຄວາມຮູ້ສຶກເຫຼົ່ານີ້ເປັນສິ່ງທີ່ນັກລົງທຶນບໍ່ສາມາດຫຼີກລ້ຽງໄດ້

ເປັນທີ່ຮູ້ກັນວ່າອາລົມຄວາມຮູ້ສຶກດັ່ງກ່າວຖືກຖ່າຍທອດມາຈາກຂໍ້ມູນທີ່ເຮົາໄດ້ຮັບ ຊື່ງຂໍ້ມູນດັ່ງກ່າວນີ່ເອງຈະເປັນຕົວຊັກນຳຄວາມຮູ້ສຶກຂອງເຮົາກໍ່ຄືການຄວບຄຸມອາລົມຄວາມຮູ້ສຶກເຫຼົ່ານີ້ ແລະ ປ່ຽນທັດສະນະຂະຕິໃຫມ່.

ຊື່ງວິທີການຄວບຄຸມອາລົມຕ່າງໆມີດັ່ງຕໍ່ໄປນີ້:

ວິທີທຳອິດ ເຮົາສາມາດປັບປ່ຽນອາລົມຄຽດໃຫ້ລົດລົງໄດ້ຈາກການຫັນໄປໃຫ້ຄວາມສົນໃຈກັບສິ່ງອື່ນ ວິທີນີ້ເປັນວິທີຫນື່ງທີ່ໄດ້ຜົນຫຼາຍ ເນື່ອງຈາກຕາມປົກກະຕິແລ້ວເຮົາມັກຈະຮູ້ສຶກວ່າສິ່ງທີ່ເຮົາໃຫ້ຄວາມສົນໃຈນັ້ນມີອິດທິພົນຕໍ່ສະພາຍຈິດໃຈຂອງເຮົາຫຼາຍ ດັ່ງນັ້ນຫາກເຮົາປັບປ່ຽນຈາກການຄິດເຖິງການສູນເສຍເງິນລົງທຶນ ເປັນການຄິດເຖິງໂອກາດທີ່ຈະໄດ້ກຳໄລຈາກການລົງທຶນກໍ່ຈະສາມາດຫລຸດອາການຕືງຄຽດລົງໄດ້.

ວິທີທີສອງ ຄືການປ່ຽນຄວາມເຊື່ອໝັ້ນຫາກເຈົ້າປ່ຽນຄວາມເຊື່ອໝັ້ນ ແລະ ສັດທາຂອງເຈົ້າໄດ້ ເຈົ້າກໍ່ສາມາດປັບປ່ຽນອາລົມໄດ້ເຊັ່ນກັນ ຄວາມເຊື່ອທຸກປະການທີ່ນັກລົງທຶນແຕ່ລະຄົນຢືດຖືນັ້ນປຽບເຫມືອນເຄື່ອງກອງຄວາມຄິດທີ່ມິອິດທິພົນຕໍ່ການຮັບຮູ້ຂໍ້ມູນ ຊື່ງມຸມມອງຄວາມເຊື່ອຕ່າງໆນັ້ນສົ່ງຜົນໂດຍຕົງຕໍ່ການແປຄວາມຫມາຍຂອງຂໍ້ມູນພາຍໃຕ້ຈິດສຳນຶກຂອງເຮົາເອງ.

ແລະວິທີສຸດທ້າຍ ໃນການປ່ຽນແປງ ແລະ ຄວບຄຸມອາລົມຄວາມຮູ້ສຶກນັ້ນຄື ການປັບປ່ຽນຂະບວນການເຮັດວຽກຂອງອະໄວຍະວະຕ່າງໆໃນຮ່າງກາຍຂອງເຮົາ ໂດຍອາດປັບປ່ຽນລະບົບການຫາຍໃຈ ທ່າທາງ ໂທນສຽງ ແລະ ຈັງຫວະໃນການເວົ້າ ຊື່ງສິ່ງເຫຼົ່ານີ້ມີອິດທິພົນຕໍ່ອາລົມຄວາມຮູ້ສຶກຂອງຄົນ ບໍ່ແມ່ນແຕ່ສຳລັບນັກລົງທຶນໃນຕະຫຼາດ Forex ເທົ່ານັ້ນແຕ່ສຳລັບຄົນທຸກຄົນ

ການເລັງຄວາມສົນໃຈ

ການເລັງຄວາມສົນໃຈເປັນອົງປະກອບທີ່ສຳຄັນທີ່ສຸດອົງປະກອບຫນື່ງໃນການໃຫ້ເຮົາຮູ້ສຶກຄຽດ ເນື່ອງຈາກສິ່ງທີ່ເຮົາໃຫ້ຄວາມສົນໃຈ ໃນການຊື້-ຂາຍຢູ່ຕະຫຼາດ Forex ໃນການຊື້-ຂາຍຢູ່ຕະຫຼາດ Forex ນັ້ນອາດບໍ່ແມ່ນສິ່ງທີ່ເກີດຂຶ້ນໃນຄວາມເປັນຈິງສະເຫມີ ແຕ່ອາດເປັນພຽງແຕ່ຂໍ້ເທັດຈິງທີ່ອາດຈະເກີດຂຶ້ນ ຫຼື ອາດບໍ່ເກີດຂຶ້ນກໍ່ໄດ້ ເຫດຜົນເຫຼົ່ານັ້ນຕ່າງກໍມີຜົນຕໍ່ການແປຄວາມໝາຍຂອງເຫດຜົນຕ່າງໆ ແລະ ແນ່ນອນວ່າມີຜົນກະທົບຕໍ່ອາລົມຄວາມຮູ້ສຶກຂອງນັກລົງທຶນ ອີກທັ້ງຍັງອາດເປັນຕົວຄອບຄຸມພຶດຕິກຳ ແລະ ການຕັດສິນໃຈຂອງນັກລົງທຶນອີກ ໃນກໍລະນີນີ້ເຈົ້າຈຳເປັນຕ້ອງແຍກລຳດັບຄວາມສຳຄັນກ່ອນ ແລະ ຫຼັງໃຫ້ໄດ້ ເຈົ້າຕ້ອງຕອບໂຕເອງໃຫ້ໄດ້ວ່າກຳລັງເຮັດຍັງຢູ່? ເຈົ້າຮູ້ສຶກມ່ວນກັບການສ່ຽງທີ່ຈະສູນເສຍຢູ່ບໍ່? ຫຼືເຈົ້າຫວັງຈະໄດ້ກຳໄລພຽງຢ່າງດຽວ?

ຄົນທີ່ໃຫ້ຄວາມສົນໃຈກັບການສູນເສຍພຽງແຕ່ຢ່າງດຽວຈະລັງເລກັບການເຂົ້າມາຊື້-ຂາຍໃນຕະຫຼາດ ຫຼື ອາດບໍ່ສົນໃຈການຊື້-ຂາຍເລີຍ ແຕ່ເມື່ອເຂົາກ້າທີ່ຈະເຂົ້າມາຊື້-ຂາຍໃນຕະຫຼາດແລ້ວເຂົາກໍ່ຈະເຮັດກຳໄລໄດ້ຢ່າງໄວ.

ການຊື້-ຂາຍຄື ການທີ່ເຮົາເຮັດໃຫ້ທຸກໆດ້ານມີຄວາມສົມດຸນກັນ ນັກລົງທຶນຄວນໃຫ້ຄວາມສົນໃຈກັບກຳໄລ ແລະ ຂາດທຶນ ແລະ ພະຍາຍາມໃຫ້ປັດໃຈທັ້ງສອງນັ້ນສົມດຸນກັນ ອີກທັ້ງຍັງຕ້ອງໃຫ້ຄວາມສຳຄັນກັບວິທີການຊື້-ຂາຍ ລວມເຖິງຂໍ້ມູນທີ່ໄດ້ຮັບຈາກຕະຫຼາດຊື່ງຖືວ່າເປັນແຫລ່ງຂໍ້ມູນທີ່ຖືກຕ້ອງ ແລະ ໜ້າເຊື່ອຖືອີກດ້ວຍ.

ຈິດຕະວິທະຍາ

ມີການພິສູດແລ້ວວ່າຮ່າງກາຍມະນຸດເປັນຕົວຄວບຄຸມອາລົມ ຄວາມຮູ້ສຶກເອງກໍ່ມີຜົນກະທົບຕໍ່ຄວາມຄິດຂອງເຮົາ ວິທີທີ່ງ່າຍ ແລະ ຖືກຕ້ອງທີ່ສຸດໃນການປັບປ່ຽນອາລົມຄືການປ່ຽນທາງຈິດຕະວິທະຍາ ຊື່ງສາມາດເຮັດໄດ້ໂດຍການກຳນົດຈັງຫວະ ແລະ ລັກສະນະການຫາຍໃຈເຂົ້າອອກ ປັບປ່ຽນໂທນສຽງ ຫຼື ລວມທັງທ່າທາງຂອງເຈົ້າເອງກໍຕາມ

ຄວນໃຫ້ຄວາມສົນໃຈກັບທ່າທາງຕ່າງໆຂອງເຈົ້າ ທ່າທາງເວລານັ່ງ ເວລາຫາຍໃຈ ຫຼື ແມ້ແຕ່ການເນັງໂຕຂອງກ້າມເນື້ອຢູ່ຫນ້າ ຫົວໄຫລ່ ລວມໄປເຖິງກ້າມເນື້ອທຸກສ່ວນຂອງຮ່າງກາຍອາດກໍ່ໃຫ້ເກີດຄວາມຕືງຄຽດ ຫາກເຈົ້າຮູ້ສຶກບໍ່ສະບາຍໂຕກໍຄວນປັບທ່ານັ່ງໃຫ້ສະບາຍຂຶ້ນ

ເພາະສະນັ້ນຈົ່ງຄວບຄຸມອາລົມທີ່ບໍ່ພື່ງປະສົງຕ່າງໆຂອງເຈົ້າໃຫ້ໄດ້ ແລ້ວເຈົ້າຈະກາຍເປັນນັກລົງທຶນທີ່ມີປະສົບຄວາມສຳເລັດຢ່າງແນ່ນອນ.

 

 

Cr. Forex International Thailand