ຈິດຕະວິທະຍາໃນການຊຶ້ຂາຍ

ການຊື້ຂາຍເປັນກິດຈະກຳທີ່ຈຳເປັນຕ້ອງໃຊ້ທັ້ງຄວາມສາມາດໃນການວິເຄາະ ແລະ ການຕັດສິນໃຈໂດຍໃຊ້ເຫດຜົນ ນັກລົງທຶນຈຳເປັນຕ້ອງມີຄວາມອົດທົນ ແລະ ໃນຂະນະດຽວກັນກໍ່ຕ້ອງມີຄວາມພ້ອມ ໃນການເທຣດຕ້ອງມີຄວາມສ່ຽງສະເຫມີ ອາດຈະເອີ້ນໄດ້ວ່າການຊື້ຂາຍເປັນກິດຈະກຳທີ່ເຫມາະສຳລັບຄົນທີ່ເຂົ້າໃຈເລື່ອງຈິດຕະວິທະຍາ ຊື່ງຈິດຕະວິທະຍານີ້ເອງທີ່ຈະເປັນປັດໃຈທີ່ຈະກຳນົດວ່ານັກລົງທຶນຈະໄດ້ກຳໄລ ຫຼື ຂາດທຶນຈາກການລົງທຶນໃນຕະຫຼາດ Forex ໂດຍເຖິງແມ່ນວ່າເຈົ້າຈະປ່ຽນລະບົບການຊື້ຂາຍເປັນລະບົບ Trading System ຊຶ່ງຖືວ່າສຸດຍອດທີ່ສຸດແລ້ວເຈົ້າກໍ່ຍັງບໍ່ສາມາດຫຼີກລ້ຽງຄວາມຄຽດທີ່ເກີດຂຶ້ນເມື່ອຕັດສິນໃຈຊື້-ຂາຍໄດ້.

ນັກລົງທຶນໃນຕະຫຼາດ Forex ມີແນວໂນ້ມທີ່ຈະເຊື່ອວ່າຍິ່ງຄວບຄຸມອາລົມໄດ້ຫຼາຍເທົ່າໃດ ການຊື້-ຂາຍໃນຕະຫຼາດກໍ່ຍິ່ງດຳເນີນໄປໃນທິດທາງທີ່ດີຫຼາຍຂຶ້ນເທົ່ານັ້ນ  ຍົກຕົວຢ່າງເຊັ່ນການທີ່ບໍ່ສາມາດຄວບຄຸມອາລົມຄຽດໄດ້ອາດເຮັດໃຫ້ເກີດການຕັດສິນໃຈທີ່ຜິດພາດ ແຕ່ຢ່າງໃດກໍ່ຕາມຄວາມຮູ້ສຶກກັງວົນ ຢ້ານວ່າຈະເສຍເງິນລົງທຶນ ຄວາມຄາດຫວັງ ແລະ ຄວາມເຊື່ອໃນໂຊກຊະຕາ ຄວາມເສຍດາຍ ຄວາມປິຕິຍິນດີ ຄວາມຄຸ່ນເຄືອງ ແລະ ວົນກັບມາທີ່ຄວາມປິຕິຍິນດີອີກຄັ້ງຄວາມຮູ້ສຶກເຫຼົ່ານີ້ເປັນສິ່ງທີ່ນັກລົງທຶນບໍ່ສາມາດຫຼີກລ້ຽງໄດ້

ເປັນທີ່ຮູ້ກັນວ່າອາລົມຄວາມຮູ້ສຶກດັ່ງກ່າວຖືກຖ່າຍທອດມາຈາກຂໍ້ມູນທີ່ເຮົາໄດ້ຮັບ ຊື່ງຂໍ້ມູນດັ່ງກ່າວນີ່ເອງຈະເປັນຕົວຊັກນຳຄວາມຮູ້ສຶກຂອງເຮົາກໍ່ຄືການຄວບຄຸມອາລົມຄວາມຮູ້ສຶກເຫຼົ່ານີ້ ແລະ ປ່ຽນທັດສະນະຂະຕິໃຫມ່.

ຊື່ງວິທີການຄວບຄຸມອາລົມຕ່າງໆມີດັ່ງຕໍ່ໄປນີ້:

ວິທີທຳອິດ ເຮົາສາມາດປັບປ່ຽນອາລົມຄຽດໃຫ້ລົດລົງໄດ້ຈາກການຫັນໄປໃຫ້ຄວາມສົນໃຈກັບສິ່ງອື່ນ ວິທີນີ້ເປັນວິທີຫນື່ງທີ່ໄດ້ຜົນຫຼາຍ ເນື່ອງຈາກຕາມປົກກະຕິແລ້ວເຮົາມັກຈະຮູ້ສຶກວ່າສິ່ງທີ່ເຮົາໃຫ້ຄວາມສົນໃຈນັ້ນມີອິດທິພົນຕໍ່ສະພາຍຈິດໃຈຂອງເຮົາຫຼາຍ ດັ່ງນັ້ນຫາກເຮົາປັບປ່ຽນຈາກການຄິດເຖິງການສູນເສຍເງິນລົງທຶນ ເປັນການຄິດເຖິງໂອກາດທີ່ຈະໄດ້ກຳໄລຈາກການລົງທຶນກໍ່ຈະສາມາດຫລຸດອາການຕືງຄຽດລົງໄດ້.

ວິທີທີສອງ ຄືການປ່ຽນຄວາມເຊື່ອໝັ້ນຫາກເຈົ້າປ່ຽນຄວາມເຊື່ອໝັ້ນ ແລະ ສັດທາຂອງເຈົ້າໄດ້ ເຈົ້າກໍ່ສາມາດປັບປ່ຽນອາລົມໄດ້ເຊັ່ນກັນ ຄວາມເຊື່ອທຸກປະການທີ່ນັກລົງທຶນແຕ່ລະຄົນຢືດຖືນັ້ນປຽບເຫມືອນເຄື່ອງກອງຄວາມຄິດທີ່ມິອິດທິພົນຕໍ່ການຮັບຮູ້ຂໍ້ມູນ ຊື່ງມຸມມອງຄວາມເຊື່ອຕ່າງໆນັ້ນສົ່ງຜົນໂດຍຕົງຕໍ່ການແປຄວາມຫມາຍຂອງຂໍ້ມູນພາຍໃຕ້ຈິດສຳນຶກຂອງເຮົາເອງ.

ແລະວິທີສຸດທ້າຍ ໃນການປ່ຽນແປງ ແລະ ຄວບຄຸມອາລົມຄວາມຮູ້ສຶກນັ້ນຄື ການປັບປ່ຽນຂະບວນການເຮັດວຽກຂອງອະໄວຍະວະຕ່າງໆໃນຮ່າງກາຍຂອງເຮົາ ໂດຍອາດປັບປ່ຽນລະບົບການຫາຍໃຈ ທ່າທາງ ໂທນສຽງ ແລະ ຈັງຫວະໃນການເວົ້າ ຊື່ງສິ່ງເຫຼົ່ານີ້ມີອິດທິພົນຕໍ່ອາລົມຄວາມຮູ້ສຶກຂອງຄົນ ບໍ່ແມ່ນແຕ່ສຳລັບນັກລົງທຶນໃນຕະຫຼາດ Forex ເທົ່ານັ້ນແຕ່ສຳລັບຄົນທຸກຄົນ

ການເລັງຄວາມສົນໃຈ

ການເລັງຄວາມສົນໃຈເປັນອົງປະກອບທີ່ສຳຄັນທີ່ສຸດອົງປະກອບຫນື່ງໃນການໃຫ້ເຮົາຮູ້ສຶກຄຽດ ເນື່ອງຈາກສິ່ງທີ່ເຮົາໃຫ້ຄວາມສົນໃຈ ໃນການຊື້-ຂາຍຢູ່ຕະຫຼາດ Forex ໃນການຊື້-ຂາຍຢູ່ຕະຫຼາດ Forex ນັ້ນອາດບໍ່ແມ່ນສິ່ງທີ່ເກີດຂຶ້ນໃນຄວາມເປັນຈິງສະເຫມີ ແຕ່ອາດເປັນພຽງແຕ່ຂໍ້ເທັດຈິງທີ່ອາດຈະເກີດຂຶ້ນ ຫຼື ອາດບໍ່ເກີດຂຶ້ນກໍ່ໄດ້ ເຫດຜົນເຫຼົ່ານັ້ນຕ່າງກໍມີຜົນຕໍ່ການແປຄວາມໝາຍຂອງເຫດຜົນຕ່າງໆ ແລະ ແນ່ນອນວ່າມີຜົນກະທົບຕໍ່ອາລົມຄວາມຮູ້ສຶກຂອງນັກລົງທຶນ ອີກທັ້ງຍັງອາດເປັນຕົວຄອບຄຸມພຶດຕິກຳ ແລະ ການຕັດສິນໃຈຂອງນັກລົງທຶນອີກ ໃນກໍລະນີນີ້ເຈົ້າຈຳເປັນຕ້ອງແຍກລຳດັບຄວາມສຳຄັນກ່ອນ ແລະ ຫຼັງໃຫ້ໄດ້ ເຈົ້າຕ້ອງຕອບໂຕເອງໃຫ້ໄດ້ວ່າກຳລັງເຮັດຍັງຢູ່? ເຈົ້າຮູ້ສຶກມ່ວນກັບການສ່ຽງທີ່ຈະສູນເສຍຢູ່ບໍ່? ຫຼືເຈົ້າຫວັງຈະໄດ້ກຳໄລພຽງຢ່າງດຽວ?

ຄົນທີ່ໃຫ້ຄວາມສົນໃຈກັບການສູນເສຍພຽງແຕ່ຢ່າງດຽວຈະລັງເລກັບການເຂົ້າມາຊື້-ຂາຍໃນຕະຫຼາດ ຫຼື ອາດບໍ່ສົນໃຈການຊື້-ຂາຍເລີຍ ແຕ່ເມື່ອເຂົາກ້າທີ່ຈະເຂົ້າມາຊື້-ຂາຍໃນຕະຫຼາດແລ້ວເຂົາກໍ່ຈະເຮັດກຳໄລໄດ້ຢ່າງໄວ.

ການຊື້-ຂາຍຄື ການທີ່ເຮົາເຮັດໃຫ້ທຸກໆດ້ານມີຄວາມສົມດຸນກັນ ນັກລົງທຶນຄວນໃຫ້ຄວາມສົນໃຈກັບກຳໄລ ແລະ ຂາດທຶນ ແລະ ພະຍາຍາມໃຫ້ປັດໃຈທັ້ງສອງນັ້ນສົມດຸນກັນ ອີກທັ້ງຍັງຕ້ອງໃຫ້ຄວາມສຳຄັນກັບວິທີການຊື້-ຂາຍ ລວມເຖິງຂໍ້ມູນທີ່ໄດ້ຮັບຈາກຕະຫຼາດຊື່ງຖືວ່າເປັນແຫລ່ງຂໍ້ມູນທີ່ຖືກຕ້ອງ ແລະ ໜ້າເຊື່ອຖືອີກດ້ວຍ.

ຈິດຕະວິທະຍາ

ມີການພິສູດແລ້ວວ່າຮ່າງກາຍມະນຸດເປັນຕົວຄວບຄຸມອາລົມ ຄວາມຮູ້ສຶກເອງກໍ່ມີຜົນກະທົບຕໍ່ຄວາມຄິດຂອງເຮົາ ວິທີທີ່ງ່າຍ ແລະ ຖືກຕ້ອງທີ່ສຸດໃນການປັບປ່ຽນອາລົມຄືການປ່ຽນທາງຈິດຕະວິທະຍາ ຊື່ງສາມາດເຮັດໄດ້ໂດຍການກຳນົດຈັງຫວະ ແລະ ລັກສະນະການຫາຍໃຈເຂົ້າອອກ ປັບປ່ຽນໂທນສຽງ ຫຼື ລວມທັງທ່າທາງຂອງເຈົ້າເອງກໍຕາມ

ຄວນໃຫ້ຄວາມສົນໃຈກັບທ່າທາງຕ່າງໆຂອງເຈົ້າ ທ່າທາງເວລານັ່ງ ເວລາຫາຍໃຈ ຫຼື ແມ້ແຕ່ການເນັງໂຕຂອງກ້າມເນື້ອຢູ່ຫນ້າ ຫົວໄຫລ່ ລວມໄປເຖິງກ້າມເນື້ອທຸກສ່ວນຂອງຮ່າງກາຍອາດກໍ່ໃຫ້ເກີດຄວາມຕືງຄຽດ ຫາກເຈົ້າຮູ້ສຶກບໍ່ສະບາຍໂຕກໍຄວນປັບທ່ານັ່ງໃຫ້ສະບາຍຂຶ້ນ

ເພາະສະນັ້ນຈົ່ງຄວບຄຸມອາລົມທີ່ບໍ່ພື່ງປະສົງຕ່າງໆຂອງເຈົ້າໃຫ້ໄດ້ ແລ້ວເຈົ້າຈະກາຍເປັນນັກລົງທຶນທີ່ມີປະສົບຄວາມສຳເລັດຢ່າງແນ່ນອນ.

 

 

Cr. Forex International Thailand